ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານທຣຳ ມີກຳນົດ ຈະຕ່າວປີ້ນ ການປົກປ້ອງ ສິດທິຂອງສ່ວນບຸກຄົນ ທາງອິນເຕີແນັດ


ູຮູບທີ່ສະແດງໃຫ້ເຫັນຜູ້ຊາຍຄົນນຶ່ງ ຢູ່ຕໍ່ໜ້າ ເຄື່ອງໝາຍ ຂອງບໍລິສັດ Yahoo ເບິ່ງຜ່ານແກ້ວຂະຫຍາຍ ກ່ຽວກັບ ລະຫັດໄຊເບີ້.
ູຮູບທີ່ສະແດງໃຫ້ເຫັນຜູ້ຊາຍຄົນນຶ່ງ ຢູ່ຕໍ່ໜ້າ ເຄື່ອງໝາຍ ຂອງບໍລິສັດ Yahoo ເບິ່ງຜ່ານແກ້ວຂະຫຍາຍ ກ່ຽວກັບ ລະຫັດໄຊເບີ້.

ປະທານາທິບໍດີ​ດໍ​ໂນ​ລ ທຣຳ ພ້ອມ​ແລ້ວ​ທີ່​ຈະ​ລົງ​ນາມ​ໃນ​ຮ່າງ​ກົດໝາຍ​ຕ່າວ​ປີ້ນ ການ
​ຄຸ້ມ​ຄອງ ​ສິດທິ​ຂອງ​ສ່ວນ​ບຸກຄົນ​ອ​າ​ເມ​ຣິກັນທີ່​ຊົມ​ໃຊ້​ອິນ​ເຕີ​ແນັດ ຊຶ່ງ​ເປັນການ​ເຄື່ອນ​
ໄຫວ​ ທີ່​ພວກ​ສະໜັບສະໜຸນກ່າວ​ວ່າ ຈະ​ເຮັດ​ໃຫ້​ບໍລິສັດ​ບໍລິການອິນ​ເຕີ​ແນັດ​ ໄດ້​ຮັບ
ການ​ແຂ່ງຂັນ​ແບບ​ເປັນ​ທຳ ​ແຕ່​ພວກ​ຕ້ອງ​ຕິ​ໂຕ້​ແຍ້​ງວ່າ ຈະ​ສ້າງ​ຄວາມ​ເສຍ​ຫາຍ ​ໃຫ້​
ແກ່​ຜູ້​ບໍລິ​ໂພ​ກ.

ຮ່າງ​ກົດໝາຍ​ສະບັບ​ນີ້ ຈະ​ລຶບລ້າງ​ລະບຽບ​ການ ​ສະ​ໄໝ​ປະທານາທິບໍດີ​ບາຣັກ ​ໂອ
​ບາ​ມາ ທີ່​ບັງຄັບ​ໃຫ້​ບໍລິສັດ​ທີ່​ໃຫ້​ບໍລິການ​ອິນ​ເຕີ​ແນັດຫຼື ISP ​ໄດ້​ຮັບ​ອະນຸຍາດ​ກ່ອນ
​ຈະເກັບ​ກຳ ຫຼືຂາຍຂໍ້​ມູນ ທີ່​ສຳຄັນໆ ຂອງ​ຜູ້​ຊົມ​ໃຊ້ ​ເຊັ່ນ​ປະຫວັດ​ກ່ຽວ ກັບ​ການ​ເຂົ້າ​
ໄປ​ເບິ່ງ​ເວັບ​ໄຊ​ຕ່າງໆ​ໃນ​ອິນ​ເຕີ​ແນັດ.

ພວກ​ສະໜັບສະໜຸນ ​ກ່າວ​ວ່າ ຮ່າງ​ກົດໝາຍ​ນີ້ ຈະ​ເຮັດ​ໃຫ້​ບັນດາ​ບໍລິສັດ ISP ​ໄດ້
ຮັບ​ການ​ແຂ່ງຂັນ​ທີ່ເປັນ​ທຳ ຊຶ່ງ​ກຳນົດ​ຂຶ້ນ ​ໂດຍ​ຄະນະ​ກຳມາ​ທິການ​ສື່ສານ​ຄົມມະ​
ນາ​ຄົມ ​ຂອງ​ລັດຖະບານ​ກາງ. ສ່ວນ​ບໍລິສັດ ​ອິນ​ເຕີ​ແນັດ​ອື່ນໆ ​ເຊັ່ນ Facebook ​
ແລະ Google ​ແມ່ນ​ຢູ່​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ ໂດຍ​ຄະນະ​ກຳມາ​ທິການ ດ້ານ​ການ
​ຄ້າຂອງ​ລັດຖະບານ​ກາງທີ່​ໄດ້​ວາງ​ຂໍ້​ຈຳກັດ​ຮັດ​ແຄບ​ພຽງ​ເລັກ​ນ້ອຍກ່ຽວ​ກັບ​ວ່າ​ເຂົາ
​ເຈົ້າ​ເກັບ​ກຳ​ແລະ​ຂາຍ​ຂໍ້​ມູນ​ຜູ້​ຊົມ​ໃຊ້​ແບບ​ໃດ​ນັ້ນ.

ສະມາຊິກ​ສະພາ​ຕ່ຳ Marsha Blackburn ສັງກັດ​ພັກຣີພັບ​ບລີກັນ​ຈາກ​ລັດ ເທ​ນ
​ເນັສຊີ ກ່າວ​ໃນ​ວັນ​ອັງຄານ ​ຜ່ານ​ມານີ້ວ່າ “ການ​ທີ່​ມີ​ຕຳຫລວດ​ຄວບ​ຄຸມ​ສິດທິ​ຂອງ
ສ່ວນບຸກຄົນຢູ່ 2 ຄົນ​ນັ້ນຈະ​ສ້າງ​ຄວາມ​ສັບສົນໃຫ້​ແ​ກ່ລະບົບ​ຄວບ​ຄຸມ​ອິນ​ເຕີ​ແນັດ​
ແລະ​ໃນ​ທີ່​ສຸດ​ກໍ​ຈະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຜູ້​ບໍລິ​ໂພ​ກ.”

ພວກ​ສະໜັບສະໜຸນ​ຍັງ​ໂຕ້​ແຍ້​ງວ່າ ປະຕິກິລິຍາ​ແມ່ນ​ຫຼາຍ​ເກີນ​ເຫດ ​ໂດຍ​ໃຫ້​ຂໍ້​ສັງ​
ເກດ​ວ່າ ລະບຽບ​ການ​ຕ່າງໆ​ຂອງຄະນະ​ກຳມາ​ທິການ​ຄຸ້ມ​ຄອງສື່ສານ​ຄົມມະນາຄົມ
ຂອງ​ລັດຖະບານ​ກາງ ​ໃນ​ສະ​ໄໝ​ທ່ານ​ໂອ​ບາ​ມາ ຊຶ່ງ​ໄດ້​ຮັບ​ການ​ອະນຸມັດ ​ໃນ​ເດືອນ
​ທັນວາ​ປີ​ກາຍ ຍັງ​ບໍ່​ທັນ​ໄດ້​ມີ​ການຈັດຕັ້ງປະຕິບັດ​ເທື່ອ.

ຮ່າງ​ກົດໝາຍດັ່ງກ່າວ ​ໄດ້​ມີ​ການ​ຮັບຮອງ​ເອົາ​ໂດຍ​ສະພາ​ຕ່ຳ​ໃນ​ອາທິດ​ນີ້ ​ດ້ວຍ​ຄະ
​ແນນ​ສຽງ​ອັນ​ຖ້ວມ​ລົ້ນ ຈາກ​ພັກຣີພັບ​ບລີ​ກັນ. ກ່ອນ​ໜ້ານີ້ ​ເຈົ້າໜ້າ​ທີ່​ທຳນຽບຂາວ
​ກ່າວ​ວ່າ ທ່ານ​ທຣຳຈະ​ລົງ​ນາມ​ໃນ​ຮ່າງ​ກົດໝາຍ​ດັ່ງກ່າວ ທັງໆ​ທີ່​ໄດ້​ມີ​ການຄັດຄ້ານ
​ຈາກ​ພັກ​ເດ​ໂມ​ແຄຣັດ ​ແລະ​ບັນດາ​ກຸ່ມ​ສະໜັບສະໜຸນ​ສິດທິ​ຂອງ​ສ່ວນບຸກຄົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG