ກັບຄືນໄປໃນເດືອນພຶດສະພາ, ອະດີດປະທານາທິບໍດີ ທ່ານ ດໍໂນລ ທຣຳ ໄດ້ຖືກພົບວ່າມີຄວາມຜິດໃນຂໍ້ຫາ ປອມແປງບັນທຶກທາງທຸລະກິດ 34 ຂໍ້ຫາ ເພື່ອປົກປິດຂໍ້ມູນທີ່ເປັນອັນຕະລາຍ ກ່ອນການເລືອກຕັ້ງປີ 2016. ການຕັດ ສິນລົງໂທດຂອງທ່ານຖືກເລື່ອນອອກໄປຈົນຮອດຫຼັງການເລືອກຕັ້ງ, ແຕ່ຕອນ ນີ້ທ່ານເປັນປະທານາທິບໍດີທີ່ໄດ້ຮັບເລືອກ, ແລະ ສິ່ງທີ່ຈະເກີດຂຶ້ນຕໍ່ໄປຈຶ່ງ ຍັງບໍ່ຊັດເຈນ.
ປະທານາທິບໍດີທີ່ໄດ້ຮັບເລືອກທ່ານ ດໍໂນລ ທຣຳ ຈະຖືກຕັດສິນລົງໂທດສຳລັບ ອາດຊະຍາກຳຂອງລາວຫຼືບໍ່?
ນີ້ເປັນຄຳຖາມທີ່ຍັງບໍ່ມີຄຳຕອບ, ຂະນະທີ່ຜູ້ພິພາກສາຂອງ ນະຄອນ ນິວຢອກ ທ່ານ ຮວນ ເມີຊານ ກຳລັງພິຈາລະນາສະຖານະການພິເສດຂອງອະດີດ ປະທານາທິບໍດີ ສະຫະລັດ ແລະ ຜູ້ຕ້ອງໂທດຄະດີອາຍາ ທີ່ກຳລັງຈະເຂົ້າຮັບ ຕຳແໜ່ງປະທານາທິບໍດີ.
ໃນເດືອນພຶດສະພາ, ທ່ານ ດໍໂນລ ທຣຳ ຖືກພົບວ່າມີຄວາມຜິດ 34 ຂໍ້ກ່າວ ຫາກ່ຽວກັບການປອມແປງບັນທຶກທາງທຸລະກິດ ເພື່ອປົກປິດການຈ່າຍເງິນໃຫ້ ກັບນັກສະແດງຮູບເຫງົາຜູ້ໃຫຍ່ ນາງ ສຕອມມີ່ ດານຽວ ເພື່ອປົກປິດຂ່າວທີ່ ກ່ຽວກັບເລື່ອງທາງເພດກ່ອນການເລືອກຕັ້ງປີ 2016.
ການຕັດສິນລົງໂທດຂອງທ່ານ ທຣຳ ໃນຄະດີ "ເງິນປິດປາກ" ຖືກເລື່ອນມາ ຫຼາຍຄັ້ງ ແລະ ໄຊຊະນະໃນການເລືອກຕັ້ງຂອງທ່ານໃນຊ່ວງຕົ້ນເດືອນນີ້ ຍິ່ງຈະເຮັດໃຫ້ຂະບວນການທາງກົດໝາຍມີຄວາມສົງໄສຫຼາຍຂຶ້ນ.
ທ່ານນາງ ແອນນາ ໂຄມິນສກີ້ ເປັນອາຈານທີ່ໂຮງຮຽນກົດໝາຍ ນິວຢອກ.
ທ່ານນາງ ແອນນາ ໂຄມິນສກີ້ ກ່າວວ່າ
"ເນື້ອໃນຫຼັກຂອງເລື່ອງນີ້ແມ່ນ, ການຊອກຫາວ່າການຕັດສິນໂທດຂອງທ່ານ ທຣຳ ຈະດຳເນີນຕໍ່ໄປຫຼືບໍ່ ເຊິ່ງລວມເຖິງວ່າຈະເກີດຂຶ້ນກ່ອນທີ່ລາວຈະເຂົ້າຮັບ ຕຳແໜ່ງ ຫຼື ຫຼັງຈາກນັ້ນ, ຫຼືຄະດີຂອງລາວຈະຖືກຍົກເລີກ."
ທີມງານທະນາຍຂອງທ່ານ ທຣຳ ກຳລັງໂຕ້ແຍ້ງວ່າ ຄຳພິພາກສາຂອງສານສູງ ສຸດໃນເດືອນກໍລະກົດ ໃຫ້ມີສິດທິພິເສດທີ່ໄດ້ຮັບການປົກປ້ອງ ໃນຖານະປະທານາທິບໍດີ ແລະ ຄະດີນີ້ຄວນຖືກຍົກຟ້ອງທັງໝົດ.
ໄອຍາການ ນະຄອນ ແມນແຮັດຕັນ ທ່ານ ອັດສິນ ບຣາກ ໂຕ້ແຍ້ງວ່າ ຄະນະລູກຂຸນໄດ້ຕັດສິນວ່າມີຄວາມຜິດກ່ອນຄຳພິພາກສາຂອງສານສູງສຸດ ແລະ ທ່ານ ທຣຳ ບໍ່ໄດ້ເປັນປະທານາທິບໍດີໃນຂະນະນັ້ນ.
ໃນຈົດໝາຍເຖິງຜູ້ພິພາກສາ, ລາວຊີ້ໃຫ້ເຫັນວ່າພະນັກງານໄອຍະການຈະຄັດ ຄ້ານຄວາມພະຍາຍາມໃນການຍົກເລີກຄະດີ ແຕ່ເປີດກວ້າງຕໍ່ການເລື່ອນການ ຕັດສິນໂທດຈົນກວ່າທ່ານ ທຣຳ ຈະໝົດວາລະ.
ທ່ານນາງ ແຄລ ຟິງເກວສໄຕ, ມະຫາວິທະຍາໄລ ເພັນຊີວາເນຍ ກ່າວວ່າ
"ຫາກທ່ານ ຮວນ ເມີຊານ ຕັດສິນວ່າເຫັນດີກັບຂໍ້ສະເໜີຂອງພະນັກງານ ໄອຍະການ, ລາວອາດດຳເນີນການທີ່ເອີ້ນວ່າ ການຢຸດເຊົາການດໍາເນີນຄະດີ ທີ່ມີຄວາມສະເຫມີພາບ ໂດຍຄຳນຶງເຖິງສະຖານະການພິເສດຂອງຈຳເລີຍ ທີ່ກາຍເປັນປະທານາທິບໍດີຂອງ ສະຫະລັດ ອາເມຣິກາ ແລະ ລາວຈະພັກ ຄະດີຈົນຮອດປີ 2029 ຫຼັງຈາກທ່ານ ດໍໂນລ ທຣຳ ກ້າວລົງຈາກຕຳແໜ່ງ ປະທານາທິບໍດີ."
ຄະດີເງິນປິດປາກບໍ່ໄດ້ແມ່ນຄະດີດຽວທີ່ ປະທານາທິບໍດີ ທີ່ໄດ້ຮັບເລືອກ ຕ້ອງປະເຊີນ.
ສອງຄະດີໃນລະດັບລັດຖະບານກາງ ໂດຍທະນາຍພິເສດ ທ່ານ ແຈັກ ສມິດ, ໜຶ່ງໃນຄະດີກ່າວຫາວ່າ ການຈັດການເອກະສານລັບຢ່າງບໍ່ຖືກຕ້ອງ ແລະ ອີກຄະດີໜຶ່ງແມ່ນການແຊກແຊງການເລືອກຕັ້ງ. ລາຍງານບອກວ່າຄະດີດັ່ງ ກ່າວກຳລັງຈະຖືກປິດລົງ, ເນື່ອງຈາກນະໂຍບາຍທີ່ມີມາດົນນານແລ້ວ ຂອງກະຊວງຍຸຕິທຳ ທີ່ກ່າວໄວ້ວ່າ ປະທານາທິບໍດີທີ່ດຳລົງຕຳແໜ່ງຢູ່ ບໍ່ສາມາດຖືກຕັ້ງຂໍ້ຫາອາຍາໄດ້.
ຢ່າງໃດກໍຕາມ, ຄະດີການແຊກແຊງການເລືອກຕັ້ງໃນລັດຈໍເຈຍ ບໍ່ໄດ້ຢູ່ພາຍໃຕ້ ເຂດອຳນາດລັດຖະບານກາງ.
ທ່ານນາງ ແຄລ ຟິງເກວສໄຕ, ມະຫາວິທະຍາໄລ ເພັນຊີວາເນຍ ກ່າວວ່າ
"ໂດຍທາງເຕັກນິກແລ້ວ, ລັດຈໍເຈຍ ສາມາດດຳເນີນການຕໍ່ໂດຍບໍ່ມີອຸປະສັກ ຈາກນະໂຍບາຍ ກະຊວງຍຸຕິທຳ. ແຕ່ພວກເຂົາເຮັດໄດ້ຫຼືບໍ່? ເປັນໄປໄດ້ຫຼືບໍ່ ທີ່ຈະຄາດຫວັງວ່າພວກເຂົາຈະສາມາດດຳເນີນການ ແລະ ໄດ້ຮັບຄວາມຮ່ວມມື ຈາກ ທ່ານ ດໍໂນລ ທຣຳ, ເຊິ່ງຈະຕ້ອງອາໄສຄວາມຮ່ວມມືຂອງທຳນຽບຂາວ ໃນການດຳເນີນຄະດີຂະນະທີ່ຈຳເລີຍກຳລັງເຮັດໜ້າທີ່ປະທານາທິບໍດີຂອງສະຫະລັດ ອາເມຣິກາ ?"
ສະຖານະການທີ່ບໍ່ເຄີຍມີມາກ່ອນນີ້ ໄດ້ສ້າງພື້ນທີ່ທາງກົດໝາຍທີ່ຍັງບໍ່ເຄີຍມີໃຜ ສຳຫຼວດ.
ອ່ານລາຍງານນີ້ເປັນພາສາອັງກິດ
Back in May, former President Donald Trump was found guilty of 34 felony counts of falsifying business records to suppress damaging information ahead of his 2016 election. His sentencing was delayed until after the election, but now that he is president-elect, what happens next is less clear. Tina Trinh reports.
Will President-elect Donald Trump be sentenced for his crimes?
It’s a question that remains to be answered, as New York state judge Juan Merchan considers the extraordinary circumstances of a former U.S. president and convicted felon who also happens to be the incoming president.
In May, Trump was found guilty of 34 felony counts of falsifying business records to conceal payments to adult film star Stormy Daniels to suppress a sex scandal ahead of his 2016 election.
Trump’s sentencing in the so-called “hush money” case has been delayed multiple times, and his election victory earlier this month casts further doubt on legal proceedings.
Anna Cominsky, New York Law School
“Really, the core of this is to find out whether or not Trump's sentencing is going to move forward at all. And that includes whether it will happen before he takes office, whether it will happen after he takes office, or whether his case will just be dismissed.”
Trump’s defense team is arguing that a landmark Supreme Court ruling in July grants him presidential immunity and that the case should be dismissed entirely.
But Manhattan District Attorney Alvin Bragg is arguing that the jury arrived at a guilty verdict prior to the Supreme Court ruling, and that Trump was not president at the time.
In a letter to the judge, he indicated that prosecutors would oppose attempts to dismiss the case but were open to delaying sentencing until after Trump’s term in office.
Claire Finkelstein, University of Pennsylvania
“If Juan Marshan decides that he agrees with the prosecutors’ suggestion as a possibility, then he would engage in what might be termed an equitable stay of proceedings in light of the extraordinary circumstances of the defendant becoming
president of the United States, and he would effectively stay the case until 2029, after Donald Trump steps down from the presidency.”
The hush money case isn’t the only one the president-elect must contend with.
Two federal cases brought forth by special counsel Jack Smith, one alleging
mishandling of classified documents and another election interference, are reportedly being brought to a close, as a long-standing Department of Justice policy cites that sitting presidents cannot be charged with a crime.
However, an election interference case in Georgia does not fall under federal jurisdiction.
Claire Finkelstein, University of Pennsylvania
“Technically, the state of Georgia is free to proceed unencumbered by the DOJ policy. But can they? Is there, is it even possible to expect that they would be able to proceed and expect the cooperation of Donald Trump, which would really require the cooperation of the White House to proceed with a trial while the defendant is serving as president of the United States?”
Unprecedented circumstances have made for uncharted legal territory.
ຟໍຣັມສະແດງຄວາມຄິດເຫັນ