ປະຊາຊົນລາວຫຼາຍກວ່າ 1,000 ຄອບຄົວ ບໍ່ຍອມຮັບເອົາຄ່າຊົດເຊີຍຈາກວິສາຫະກິດທາງລົດໄຟລາວ-ຈີນ ແລະ ໂຄງການ Vientiane Logistic Park ເພາະເຫັນວ່າ ເປັນການຊົດເຊີຍຄ່າທີ່ດິນ ແລະສິ່ງປູກສ້າງທີ່ຕໍ່າເກີນໄປ.
ສະມາຊິກສະພາແຫ່ງຊາດລາວ ເປີດເຜີຍວ່າ ປະຊາຊົນລາວສ່ວນໃຫຍ່ຍັງບໍ່ຍອມຮັບເອົາເງິນຊົດເຊີຍຄ່າທີ່ດິນ ແລະ ສິ່ງປູກສ້າງທີ່ຖືກເວນຄືນ ໂດຍກຸ່ມບໍລິສັດລົງທຶນພັດທະນາ Vientiane Logistic Park ເພື່ອຮອງຮັບການຂົນສົ່ງສິນຄ້າໂດຍທາງລົດໄຟລາວ-ຈີນ ເຊິ່ງໄດ້ທຳການເວນຄືນ ນັບແຕ່ປີ 2019 ເປັນຕ້ນມາຈົນເຖິງປະຈຸບັນ ຊຶ່ງປາກົດວ່າ ບໍລິສັດຜູ້ລົງທຶນໄດ້ຈ່າຍເງິນຊົດເຊີຍຄ່າທີ່ດິນ ແລະສິ່ງປູກສ້າງໃຫ້ປະຊາຊົນທີ່ຖືກກະທົບໄດ້ພຽງແຕ່ 19 ລາຍເທົ່ານັ້ນ ຈາກຜູ້ທີ່ຖືກກະທົບທັງໝົດ 89 ລາຍ ເພາະວ່າ ໄດ້ມີການປັບລົດອັດຕາຄ່າເວນຄືນລົງ ທັງໆທີ່ວ່າ ຄ່າເວນຄືນທີ່ກຳນົດນັ້ນ ເປັນອັດຕາທີ່ຕໍ່າກວ່າຄວາມເປັນຈິງຢູ່ແລ້ວ ຊຶ່ງກໍເຊັ່ນດຽວກັນກັບໂຄງການທາງລົດໄຟລາວ-ຈີນ ທີ່ມີປະຊາຊົນ 833 ຄອບຄົວ ຍັງບໍ່ຍອມຮັບເອາເງິນຊົດເຊີຍຄ່າທີ່ດິນ ແລະສິ່ງປູກສ້າງທີ່ຕໍ່າກວ່າຄວາມເປັນຈິງດັ່ງກ່າວ ຈົນເຖິງປັດຈຸບັນນີ້.
ແຕ່ຍ່າງໃດກໍ່ຕາມ ທາງການລາວກໍໄດ້ຍົກຍ້າຍປະຊາຊົນອອກໄປຈາກເຂດແລວທາງລົດໄຟລາວ-ຈີນ ທັງໝົດແລ້ວ ແລະໃນປັດຈຸບັນກໍຍັງໄດ້ສືບຕໍ່ດຳເນີນການຍົກຍ້າຍປະຊາຊົນ 70 ຄອບຄົວໃຫ້ອອກໄປຈາກເຂດພັດທະນາ Vientiane Logistic Park ທັງໆທີ່ປະຊາຊົນທີ່ຖືກກະທົບດັ່ງກ່າວ ຍັງບໍ່ຍອມຮັບເອົາການຊົດເຊີຍທີ່ຕໍ່າເກີນໄປ ຈຶ່ງເຮັດໃຫ້ພວກເຂົາເຈົ້າມີສະພາບຊີວິດການເປັນຢູ່ທີ່ຕ່ຳລົງກວ່າເກົ່າ ເພາະວ່າ ຄ່າຊົດເຊີຍທີ່ໄດ້ຮັບຈິງນັ້ນ ບໍ່ພຽງພໍສຳລັບການຊື້ທີ່ດິນທຳກິນແລະການກໍ່ສ້າງທີ່ຍູ່ອາໄສໃໝ່ ຍ້ອນວ່າ ອັດຕາການຊົດເຊີຍນັ້ນ ຕໍ່າກວ່າລາຄາທີ່ດິນແລະສິ່ງປຸກສ້າງຕັວຈິງໃນປັດຈຸບັນນີ້ ເກີນກວ່າ 10 ເທົ່າຕັວ ດັ່ງທີ່ປະຊາຊົນທີ່ຖືກກະທົບຈາກໂຄງການ Vientiane Logistics Park ແລະຖືກຍົກຍ້າຍຈາກເຂດພັດທະນາໂຄງການແລ້ວນັ້ນ ໄດ້ໃຫ້ການຢືນຢັນວ່າ
“ພວກນາຍທຶນນີ້ຫນະມາລົງທຶນຢູ່ບ້ານ ກໍມາຍຶດເອົາດິນໄຮ່ດິນສວນພໍ່ແມ່ປະຊາຊົນເນ້າະ ທີ່ນີ້ນາຍບ້ານກະປະກາດວ່າ ດິນໃຜຖືກເຂົາເຈົ້າເອົາຫັ້ນຫນະ ບໍ່ໃຫ້ຄັດຂືນເນ້າະບໍ່ໃຫ້ຄັດຂວາງ ບໍ່ໃຫ້ຄັດຄ້ານ ໃຫ້ເຂົາເອົາ ຖືວ່າຈະເປັນການພັດທະນາປະເທດຊາດບ້ານເມືອງຫັ້ນນະ ແລ້ວກໍໃຫ້ເຂົາຊົດເຊີຍ ແລ້ວທີນີ້ພໍ່ແມ່ປະຊາຊົນກໍບໍ່ຮູ້ກົດໝາຍຫຍັງ ກະໃຫ້ເນ້າະ ທີນີ້ບາດໃຫ້ໄປແລ້ວ ຄ່າຊົດເຊີຍທີ່ເພິ່ນໃຫ້ນີ້ ໜ້ອຍທີ່ສຸດເລີຍ ຫນຶ່ງດຽວໃນໂລກເລີຍ ນີ້ແຫລະມັນແມ່ນການຂູດຮີດຂົ່ມເຫັງປະຊາຊົນໂດຍທາງກົງ.”
ສຳລັບໂຄງການທາງລົດໄຟລາວ-ຈີນນັ້ນ ໄດ້ມີການເວນຄືນທີ່ດິນກັບສິ່ງປຸກສ້າງຂອງປະຊາຊົນ 8,139 ຄອບຄົວ ໃນນີ້ສາມາດຕົກລົງ ແລະຈ່າຍເງິນຊົດເຊົຍໄດ້ແລ້ວ 7,306 ຄອບຄົວ ຄິດເປັນມູນຄ່າຊົດເຊີຍ 1,530.52 ຕື້ກີບ ຈຶ່ງຍັງເຫລືອ 833 ຄອບຄົວທີ່ຍັງບໍ່ຍອມຮັບເອົາຄ່າຊົດເຊີຍ ຈຶ່ງໄດ້ມອບໝາຍໃຫ້ເປັນຄວາມຮັບຜິດຊອບຂອງຄະນະກຳມະການລະດັບທ້ອງຖິ່ນ ທີ່ຈະຕ້ອງດຳເນີນການແກ້ໄຂຕໍ່ໄປ ດັ່ງເຈົ້າຫນ້າທີ່ຂັ້ນສູງໃນກະຊວງໂຍທາທິການແລະຂົນສົ່ງ ໄດ້ໃຫ້ການຢືນຢັນວ່າ “ສຳລັບງົບປະມານໃນການຊົດເຊີຍທັງໝົດທີ່ວ່າໝວດເຮົາໂອນໃຫ້ທາງແຂວງ ແລະນະຄອນຫຼວງຫັ່ນ ປະມານ 1,844 ຕື້ກີບ ຊຶ່ງໃນນີ້ ແມ່ນມີຂອງລັດຖະບານເຮົາ ແມ່ນ 1,347 ຕື້ກີບ ແລະຂອງບໍລິສັດລົດໄຟລາວ-ຈີນ 493 ຕື້ກີບ ກໍຖືວ່າປະຕິບັດຄ່າຊົດເຊີຍປັດຈຸບັນນີ້ ໄດ້ປະມານ 83% ຂອງຈຳນວນເງິນທີ່ໂອນໄປແລ້ວ ກໍຖືວ່າ ຍັງເຫຼືອປະມານ 310 ຕື້ກີບ ທີ່ວ່າໃຫ້ອົງການປົກຄອງທ້ອງຖິ່ນຫັ່ນສືບຕໍ່ຊົດເຊີຍໃຫ້ແກ່ປະຊາຊົນ.”
ສ່ວນ ກຸ່ມແລກປ່ຽນຂໍ້ມູນດ້ານທີ່ດິນ (Land Information Working Group) ລາຍງານວ່າ ທີ່ດິນຢູ່ເຂດເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ມີລາຄາຊື້-ຂາຍ ສະເລ່ຍທີ່ລະດັບ 5 ລ້ານ 2 ແສນກີບຕໍ່ຕາແມັດ ແຕ່ໄດ້ມີການຊົດເຊີຍທີ່ອັດຕາ 137,000 ກີບຕໍ່ຕາແມັດເທົ່ານັ້ນ ຈຶ່ງເຮັດໃຫ້ປະຊາຊົນລາວ ບໍ່ຍອມຮັບເອົາຄ່າຊົດເຊີຍດັ່ງກ່າວ.
ຟໍຣັມສະແດງຄວາມຄິດເຫັນ