ການຄ້າໂສເພນີເດັກ ເເລະ ບັງຄັບເເຕ່ງງານເດັກອາຍຸຕ່ຳກວ່າ 18 ປີ ເປັນເລື່ອງທີ່ພົບເຫັນໄດ້ເລື້ອຍໆຢູ່ທັງເຂດຊົນນະບົດ ເເລະ ເຂດໂຕເມືອງຍ້ອນ ສະພາບເສດຖະກິດ ເເລະ ສັງຄົມທີ່ບັງຄັບໃຫ້ເດັກນ້ອຍຕໍ່າກວ່າອາຍຸຕໍ່າກວ່າ 18 ປີໄປເຮັດວຽກພ້ອມກັບປະກະລະການສຶກສາຫຼາຍຂຶ້ນ ຈຶ່ງເປັນເຫດເຮັດ ໃຫ້ເຂົາເຈົ້າຖືກຕົວະຍົວະເຂົ້າໄປເຮັດວຽກຂາຍບໍລິການທາງເພດ, ລວມທັງ ບັງຄັບໃຫ້ເເຕ່ງງານກັບຄົນຕ່າງປະເທດ. ນັກຂ່າວຂອງພວກເຮົາມີລາຍງານນີ້ມາສະເໜີທ່ານໃນອັນດັບຕໍ່ໄປ.
ທາງການລາວໄດ້ໂຄສະນາ ເເລະ ເເຈ້ງເຕືອນປະຊາຊົນໃຫ້ລະວັງການຄ້າ ມະນຸດຕະຫຼອດມາ ບໍ່ວ່າຈະເປັນການອອກປ້າຍເເຈ້ງເຕືອນຕາມຫົນທາງ, ໂທລະໂຄ່ງ ເເລະ ສື່ທາງອອນໄລ ລວມເຖິງການປະກາດຕັ້ງເເຕ່ການເຂົ້າ ອອກປະເທດຕາມສະຖານທີ່ຕ່າງໆບໍ່ວ່າຈະເປັນ ດ່ານ ເເລະ ສະໜາມບິນ ສາກົນກ່ຽວກັບການຄ້າມະນຸດ ລວມເຖິງ ການຄ້າໂສເພນີນຳ. ເເຕ່ບໍ່ວ່າ ດ້ວຍວິທີການປ້ອງກັນໃດໆຜ່ານການໂຄສະນາ ກໍບໍ່ສາມາດທີ່ຈະຢຸດການຄ້າ ໂສເພນີເດັກ ເເລະ ບັງຄັບໃຫ້ເເຕ່ງງານຫຼຸດໂຕເລກລົງໄດ້ໃນເເຕ່ລະປີ.
ທາງດ້ານຜູ້ເສຍຫາຍຜູ້ທີ່ຖືກຕົວະ ເເລະ ບັງຄັບໃຫ້ຄ້າໂສເພນີຕັ້ງເເຕ່ຕອນ ອາຍຸ 13 ປີເວົ້າໃຫ້ກັບຜູ້ສື່ຂ່າວ VOA ກ່ຽວກັບຂະບວນການຄ້າມະນຸດນີ້ ວ່າ:” ສ່ວນຫຼາຍເເລ້ວເຂົາເຈົ້າວ່າເປັນກະວ່າໜີ້ຄືກັນເລີຍເເມ່ນໆ ສ່ວນຫຼາຍ ເເມ່ນຊົນເຜົ່າກຶມມຸຖືກພຶດຕິກຳກະເເບບວ່າ ເຂົາເຈົ້າຈະໄປຕາມບ້ານ ຖ້າວ່າ ຖ້າວ່າເຮືອນຫຼັງໃດກໍເເບບຊິທຸກຍາກຊ່ຳໃດກະຕາມ ຖ້າບໍ່ມີລູກສາວຫຼືວ່າ ບໍ່ມີຜູ້ຍິງຢູ່ຫັ້ນເຂົາເຈົ້າຈະບໍ່ຍື່ນຂໍ້ສະເໜີ ເຂົາເຈົ້າຍື່ນຂໍ້ສະເໜີມາໃນຮູບເເບບ ປ່ອຍເງິນກູ້ ເເຕ່ຈະບໍ່ເເມ່ນກູ້ໃນທະນາຄານ ຄືຄົນບ້ານນອກເຂົາເຈົ້າກະບໍ່ຮູ້ ເນາະວ່າໜີ້ນອກລະບົບກັບໜີ້ໃນທະນາຄານມັນເປັນເເບບໃດຫັ້ນນະ.”
ນາງໄດ້ເວົ້າຕື່ມອີກວ່ານາຍໜ້າຄ້າມະນຸດຈະເລືອກເອົາຄອບຄົວທີ່ທຸກຍາກ ມີບັນຫາກດ້ານການເງິນ ເເລະ ບໍ່ມີຄວາມຮູ້ທາງດ້ານເງິນກູ້ເຊັ່ນ ວ່າ: “ເຂົາເຈົ້າປ່ອຍເງິນລະຖາມວ່າຢາກໄດ້ເທົ່າໃດກະຄືຖ້າຍືມໄປເເລ້ວກະຄືຈ່າຍດອກເດືອນລະເເສນກີບເເມ່ນຕອນເຂົາຍື່ນຂໍ້ສະເໜີມາເເບບນີ້ເດືອນລະເເສນ ເເລ້ວນ້ອງບໍ່ຮູ້ວ່າຄົນອື່ນຖືກເເບບໃດ ເເຕ່ວ່ານ້ອງຖືກເເບບວ່າພໍ່ເເມ່ນ້ອງບໍ່ຮູ້ ໜັງສືເເລ້ວເຂົາເຈົ້າໄປຖາມພໍ່ເເມ່ເເລ້ວ ພໍ່ເເມ່ເປັນຄົນບໍ່ມີຄວາມຮູ້ອີຫຍັງຫັ້ນ ເເຫລະ. ອີກຢ່າງຄອບຄົວກະມີບັນຫາເລື່ອງເງິນ ເລື່ອງໜີ້ສິນຫັ້ນເເຫລະ ພໍ່ເເມ່ບໍ່ໄດ້ຄິດເລີຍວ່າຕົນເອງຈະບໍ່ມີຄວາມສາມາດໃຊ້ຄືນ.”
ນາຍໜ້າຄ້າມະນຸດມີລັກສະນະຍົວະເດັກຍິງຊົນເຜົ່າຫລາຍຄົນເຊິ່ງນາງອະທິ ບາຍວ່າ "ເຂົາເຈົ້າຖາມໃຫ້ໄປເຮັດວຽກຢູ່ຮ້ານເຂົາເຈົ້າເພື່ອໃຊ້ໜີ້ ເຂົາວ່າ ເປັນຮ້ານອາຫານວຽກເດັກເສີບ ເເຕ່ວ່າເຮົາກະບໍ່ເຄີຍອອກຈາກບ້ານເນາະ ບໍ່ຮູ້ວ່າມັນເປັນເເບບໃດ. ອີກຢ່າງກະບໍ່ຢາກໃຫ້ພໍ່ເເມ່ເປັນໜີ້. ທຳອິດກະ ເຮັດວຽກເສີບປົກກະຕິໄປຕອນທຳອິດລະກະເຮັດ 5 ມື້ ລະບາດນີ້ເຂົາເຈົ້າ ມາຖາມເພາະວ່າເຮົາກະບໍ່ຮູ້ເນາະ ເຫັນຜູ້ສາວເຮັດວຽກຢູ່ຫັ້ນຫຼາຍຄົນເນາະ ກະເເປກໃຈຢູ່ເເຕ່ເຂົາເຈົ້າເອົາໂທລະສັບ ເອົາປຶ້ມສຳມະໂນຄົວເຮົາໄປໝົດ ເເລ້ວລາວກະຖາມວ່າຮັບເເຂກບໍ ເຮົາກະບໍ່ຮູ້ວ່າຮັບເເຂກມັນເເມ່ນຫຍັງ ຮັບເເຂກເເມ່ນເເນວໃດ ເຂົາເຈົ້າເວົ້າວ່າຖ້າຮັບເເຂກຈະໄດ້ເງິນໄວ ຈະໃຊ້ໜີ້ ໃຫ້ໝົດໄວເເລ້ວເຮົາປະຕິເສດໄປເພາະເຮົາບໍ່ຮູ້ວ່າຮັບເເຂກມັນເປັນເເນວໃດ ເປັນເເນວໃດເຮົາບໍ່ຢາກເຮັດເນາະ ເຂົາເຈົ້າກະຖາມເເລ້ວຖາມອີກເນາະ ເເຕ່ເຮົາກະປະຕິເສດ ເຂົາເຈົ້າຂັງ 4 ມື້ບໍ່ໃຫ້ອາຫານຢູ່ຫ້ອງທີ່ມັນຂັ້ນກັນຢູ່ ເຂົາເຈົ້າຂັງເຮົາໄວ້ຫັ້ນບໍ່ມີໂທລະສັບທີ່ຈະຕິດຕໍ່ຫາໃຜໃຫ້ເຮົາຍອມ. ເເຂກທີ່ ເຂົ້າມາສ່ວນຫຼາຍເປັນຄົນຈີນ ຄົນລາວ ຄົນຕ່າງປະເທດ. ຄົນອາຍຸຕໍ່າສຸດ ທີ່ຮູ້ຈັກເຮັດວຽກຢູ່ຫັ້ນເເມ່ນອາຍຸ 14 ປີ.”
ທາງສຳນັກຂ່າວໄດ້ເຂົາໄປກວດສອບສະຖານທີ່ບໍລິການເເອບເເຟງກິນດື່ມ ແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ ພົບການຄ້າປະເວນີຢ່າງໂຈ່ງເເຈ້ງ ເເລະ ພົບວ່າມີການຄ້າປະເວນີເດັກຍິງສາວອາຍຸຕໍ່າກວ່າ 18 ໃຫ້ກັບເເຂກກໍຄືຜູ້ທີ່ ເຂົ້າມາໃຊ້ບໍລິການເປັນຄົນລາວ ເເລະ ຄົນຕ່າງປະເທດ. ອີງຕາມປະຊາຊົນ ໃນເຂດດັ່ງກ່າວລະບຸວ່າຄົນຕ່າງຊາດທີ່ເຂົ້າມາໃຊ້ບໍລິການສ່ວນຫຼາຍເເມ່ນຄົນຈີນ ເເລະ ຍັງລະບຸເພີ່ມຕື່ມວ່າເຈົ້າໜ້າທີ່ຕຳຫຼວດມີສ່ວນໄດ້ຜົນປະໂຫຍດ ໂດຍການເກັບຄ່າສ່ວຍຈາກທາງຮ້ານ ເເລະ ອະນຸຍາດໃຫ້ດຳເນີນການຕໍ່ໄປ.
ຕາມກົດໝາຍລາວເເລ້ວສະຖານທີ່ບໍລິການທາງເພດເເມ່ນບໍ່ອະນຸຍາດໃຫ້ເປີດ ເເລະ ຜິດກົດໝາຍ. ເເຕ່ຍ້ອນກົດໝາຍທີ່ອ່ອນເເອ, ບໍ່ສາມາດໃຊ້ໄດ້ຈິງ ເເລະ ບໍ່ມີການບັງຄັບໃຊ້ເອົາຈິງເອົາຈັງ ຈຶ່ງເຮັດໃຫ້ມີການຄ້າຂາຍໂສເພນີ ເເອບເເຟງມາຕາມຮ້ານຄາຣາໂອເກະ, ຮ້ານປີ້ງເເບ້, ຮ້ານປີ້ງເປັດ ເເລະ ຮ້ານກິນດື່ມຕາມເເຄມທາງຕ່າງໆທົ່ວໄປໃນເຂດໂຕເມືອງ ເຊິ່ງຜູ້ຂາຍບໍລິ ການສ່ວນຫຼາຍເປັນເເມ່ຍິງຊົນເຜົ່າກຶມມຸ ເເລະ ຊົນເຜົ່າອື່ນໆອາຍຸປະມານ 16 ຫາ 17 ປີ.
ການຂາຍບໍລິການຂອງເດັກຍິງສາວເເມ່ນຈະຜ່ານນາຍໜ້າທີ່ເອີ້ນໂຕເອງວ່າ ເປັນ “ເເມ່ເລົ້າ” ຫຼື ເຈົ້າຂອງຮ້ານກິນດື່ມນັ້ນໆ ເເລະ ເປັນຜູ້ທີ່ຈະຕໍ່ລອງ ລາຄາກັບລູກຄ້າກ່ອນທີ່ຈະຕົກລົງ ເເລະ ໃຫ້ລູກຄ້າເລືອກເດັກຍິງສາວໃຫ້ໄປ ຄ້າທາງເພດ ເຊິ່ງການກະທຳເເບບນີ້ເເມ່ນການຄ້າມະນຸດຢ່າງເຫັນໄດ້ຊັດ.
ການເເອບເເຟງຂອງຮ້ານກິນດື່ມ ເເລະ ບັນເທີງຕ່າງໆໃນຕົວເມືອງໂດຍ ສະເພາະເເມ່ນນະຄອນ ຫຼວງວຽງຈັນ ແມ່ນຂາດການກວດສອບ ຍ້ອນການ ບໍ່ມີຄວາມເອົາໃຈໃສ່ກວດກາຈາກເຈົ້າໜ້າທີ່ຕຳຫຼວດ ເເລະ ອົງການລັດ ຕ່າງໆທີ່ເຮັດວຽກກ່ຽວກັບການປະກອບທຸກລະກິດເຊິ່ງເລື່ອງນີ້ເເມ່ນພົວພັນ ກັບບັນຫາການສໍ້ລາດບັງຫຼວງ ຫຼື ຮັບເງິນສິນບົນຈາກທາງຮ້ານຕ່າງໆ ທີ່ດຳເນີນການຄ້າໂສເພນີນີ້ ອີງຕາມການໃຫ້ການຂອງປະຊາຊົນທີ່ປະກອບ ທຸລະກິດຢູ່ໃນບ່ອນທີ່ມີການຄ້າປະເວນີ.
ໃນຕົ້ນເດືອນມັງກອນທີ່ຜ່ານມາ, ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າ ມະນຸດໄດ້ກັກຕົວນາຍໜ້າທີ່ເປັນຜູ້ຕ້ອງຫາ 2 ຄົນທີ່ພວມກຳລັງຈະເອົາເເມ່ ຍິງລາວ 3 ຄົນໄປຕ່າງປະເທດເພື່ອເຮັດການຄ້າມະນຸດ ເຊິ່ງສະເເດງໃຫ້ ເຫັນວ່າການຄ້າມະນຸດຍັງເປັນເລື່ອງທີ່ພົບເຫັນຂຶ້ນໄດ້ເລື້ອຍໆ.
ຟໍຣັມສະແດງຄວາມຄິດເຫັນ