ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໓໑ ມີນາ ໒໐໒໕

ປະເທດລາວ ໄດ້ກາຍເປັນບ່ອນຫລົບລີ້ຂອງບັນດານັກຄ້າຢາເສບຕິດລາຍໃຫຍ່ ຈາກຈີນແລະໄທ ເພີ້ມຂຶ້ນນັບມື້


ໃນພາບນີ້ເປີດເຜີຍໂດຍຫ້ອງການຄະນະກຳມະການຄວບຄຸມຢາເສບຕິດ ສະແດງໃຫ້ເຫັນພວກຫໍ່ຢາເສບຕິດ ແມັຕແອມແຟັດຕາມີນ (methamphetamine) ທີ່ທາງການໄທຢຶດໄດ້ໃນຈັງຫວັດ ຊຽງຣາຍ ຂອງໄທ. ວັນທີ 17 ທັນວາ 2023. (Office Of The Narcotics Control Board via AP)
ໃນພາບນີ້ເປີດເຜີຍໂດຍຫ້ອງການຄະນະກຳມະການຄວບຄຸມຢາເສບຕິດ ສະແດງໃຫ້ເຫັນພວກຫໍ່ຢາເສບຕິດ ແມັຕແອມແຟັດຕາມີນ (methamphetamine) ທີ່ທາງການໄທຢຶດໄດ້ໃນຈັງຫວັດ ຊຽງຣາຍ ຂອງໄທ. ວັນທີ 17 ທັນວາ 2023. (Office Of The Narcotics Control Board via AP)

ປະເທດລາວ ໄດ້ກາຍເປັນບ່ອນລີ້ຊ່ອນຕັວຂອງບັນດານັກຄ້າຢາເສບຕິດລາຍໃຫຍ່ເພີ້ມຂຶ້ນນັບມື້ ໂດຍສະເພາະແມ່ນນັກຄ້າຢາເສບຕິດລາຍໃຫຍ່ທີ່ທາງການຕຳຫຼວດຈີນ ແລະໄທໄດ້ອອກໝາຍຈັບນັ້ນ.

ເຈົ້າຫນ້າທີ່ຂັ້ນສູງໃນຄະນະ​ກຳມະການ​ຄວບ​ຄຸມ​ຢາ​ເສບ​ຕິດ​ແຫ່ງ​ຊາດ​ໄທ ເປີດເຜີຍວ່າ ບັນດານັກຄ້າຢາເສບຕິດລາຍໃຫຍ່ໃນເອເຊຍ ໂດຍສະເພາະແມ່ນນັກຄ້າຢາເສບຕິດລາຍໃຫຍ່ທີ່ຖືກອອກໝາຍຈັບໂດຍທາງການຕຳຫຼວດຈີນແລະໄທນັ້ນ ໄດ້ພາກັນຫລົບໜີການຈັບກຸມໄປລີ້ຊ່ອນຕົວຢູ່ໃນລາວ ເປັນຈຳນວນຫລາຍໃນປັດຈຸບັນນີ້ ໂດຍການແຝງຕົວເປັນນັກທຸລະກິດ ແລະລົງທຶນຢູ່ໃນລາວ ເພາະສະນັ້ນ ຈຶ່ງເປັນການຍາກທີ່ຈະຕິດຕາມເພື່ອຈັບກຸມຕົວໄດ້ຢ່າງເທົ່າທັນ. ນອກຈາກຈະໄດ້ຮັບການຮ່ວມມືຢ່າງຈິງຈັງຈາກທາງການລາວເທົ່ານັ້ນ ໂດຍ​ເມື່ອບໍ່ນານ​ມາ​ນີ້ ທາງການໄທ ກໍໄດ້ຈັດສົ່ງຂໍ້ມູນກ່ຽວກັບນັກຄ້າຢາເສບຕິດລາຍໃຫຍ່ຈຳນວນ 48 ຄົນ ໃຫ້ກັບທາງການລາວ ເນື່ອງຈາກວ່າ ນັກຄ້າຢາເສບຕິດລາຍໃຫຍ່ທັ້ງ 48 ຄົນດັ່ງກ່າວ ໄດ້ຫລົບໜີການຈັບກຸມຈາກໄທ ໄປລີ້ຊ່ອນຢູ່ໃນລາວ ​ແຕ່​ວ່າ ກໍຍັງ​ສືບ​ຕໍ່ດຳເນີນການລັກລອບ​ຂົນ​ສົ່ງ​ຢາ​ເສບ​ຕິດ​ຂ້າມ​ແມ່​ນ້ຳຂອງ​ຈາກ​ລາວ​ໄປ​ໄທ ເລື່ອຍມາ ໂດຍສະເພາະແມ່ນຢາບ້າກັບຢາໄອສ໌ນັ້ນ ໄດ້ມີການລັກລອບຂົນສົ່ງເພີ້ມຂຶ້ນນັບມື້ ດັ່ງເຈົ້າຫນ້າທີ່ຂັ້ນສູງຂອງໄທ ໄດ້ໃຫ້ການຢືນຢັນວ່າ “ບັນຫາຫລັກ ກໍຄືຢາບ້າ ພວກ​ເຮົາ​ກໍໄດ້​ໄປ​ຂໍ​ຄວາມ​ຮ່ວມ​ມືໃຫ້​ຊ່ວຍໃນເລື່ອງ​ການ​ຈັບ​ ທັງສະກັດກັ້ນ ແລ້ວກໍທັງຮ່ວມມືຕາມແນວຊາຍແດນ ແລ້ວກະໝາຍຈັບຜູ້ຖືກຫາທີ່ເປັນຄົນໄທ ທີ່ຫຼົບໜີໄປຍູ່ໃນ ສປປ ລາວ 48 ລາຍ ເຊິ່ງເປັນລາຍສໍາຄັນ ຄືຖ້າ​ຫາກ​ວ່າ ເຮົາ​ຈັບ​ຜູ້​ທີ່​ມີໝາຍ​ຈັບນີ້ໄດ້ ມັນ​ກໍຈະຢຸດຍັ້ງ ສະກັດກັ້ນການສັ່ງຢາ ເພາະວ່າ ພວກພໍ່ຄ້າຢາເສບຕິດສ່ວນໃຫຍ່ ຈະໄປລີ້ຊ່ອນຍູ່ໃນລາວເປັນຫລັກ ເພາະສະນັ້ນ ຖ້າວ່າເຮົາຈັບກຸມໄດ້ເມື່ອໃດ ມັນກໍຈະເປັນການຢຸດຢັ້ງເຄືອຂ່າຍຂອງພວກພໍ່ຄ້າທີ່ຈະສົ່ງຢາເສບຕິດໄດ້ພໍສົມຄວນ.”

ສ່ວນ ພົນເອກວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ການຍອມຮັບວ່າ ຕຳຫຼວດລາວບໍ່ສາມາດຕິດຕາມ ແລະຈັບກຸມນັກຄ້າຢາເສບຕິດລາຍໃຫຍ່ໄດ້ເລີຍ ໃນໄລຍະທີ່ຜ່ານມາ ໂດຍ​ເຖິງ​ແມ່ນ​ວ່າ ໄດ້​ມີການຂຶ້ນບັນຊີ​ລາຍ​ຊື່​ເພື່ອຕິດຕາມຈັບ​ກຸມໄວ້ຢ່າງຄົບຖ້ວນ​ແລ້ວກໍຕາມ ແຕ່​ດ້ວຍເຫດທີ່​ການ​ຄ້າ​ຢາ​ເສບ​ຕິດ​ເປັນ​ຂະ​ບວນການຂະຫນາດ​ໃຫຍ່​ທີ່​ມີ​ເຄືອ​ຂ່າຍຢ່າງ​ກວ້າງຂວາງ ລົວມທັງ​ຍັງ​ມີ​ເຄື່ອງ​ມືສື່​ສານ ​ແລະ​ອຸ​ປະ​ກອນ​ຕ່າງໆ​ທີ່ທັນສະໄໝ ແລະລ້ຳໜ້າກວ່າຕຳຫຼວດລາວດ້ວຍນັ້ນ ຈຶ່ງເປັນ​ການ​ຍາກ​ທີ່​ຈະ​ຕິດ​ຕາມ​ການ​ເຄື່ອນ​ໄຫວໄດ້​ຢ່າງ​ເທົ່າທັນ​ ດັ່ງ​ທີ່ ​ພົນ​ເອກວິ​ໄລ ໄດ້ໃຫ້ການ​ຢືນ​ຢັນວ່າ “ອັນຫັວໂປໂຕການໃຫຍ່ທີ່ຈັບບໍ່ໄດ້ ມັນກໍຈັບບໍ່ໄດ້ແທ້ ພວກນັ້ນມັນບໍ່ໄດ້ອອກເຮືອນເດ້ ມັນນັ່ງສະເຫວີຍສຸກຢູ່ ຜູ້ເຮັດນັ້ນແມ່ນລູກນ້ອງ ແລ່ນຫາຂັບລົດຂັບລາຫາ ແລ່ນເອົາເງິນເອົາຄໍາໃຫ້ມັນ ກະແມ່ນມັນໃຊ້ວິທະຍາສາດນີ້ຫມົດ ໃນການນໍາໃຊ້ເຕັກນິກທີ່ທັນສະໄຫມນີ້ທັງຫມົດເນ້າະ ມັນ​ເປັນ​ແນວ​ນັ້ນ ຈັງຊັ້ນ ​ມັນ​ຈຶ່ງບໍ່​ທັນມັນຫັ່ນຫນາ ຈັງຊັ້ນ ​ພົວກເຮົາ​ກໍ​ພະ​ຍາ​ຍາມ ​ແລະ​ຊອກ​ຫາ​ວິ​ທີ​ເພື່ອສິເຮັດຢູ່ ຫາກແຕ່ວ່າ ເລື່ອງຕໍ່ສູ້ກັບບັນຫານີ້ ດຽວນີ້ພົວກເຂົາທັນສະໄຫມແລ້ວ ເຂົາກະມີວິທີປ້ອງຕົວຂອງເຂົາອີກ ເພາະ​ວ່າ ​ເຂົາເຮັດ​ຫຼາຍ ​ແລ້ວເຂົາກະຢ້ານ ເມື່ອເຂົາຢ້ານ ເຂົາກໍຕ້ອງ​ຊອກ​ຫາ​ສິ່ງ​ທີ່ປົກ​ປ້ອງຕົວເຂົາ​ເອງ.”

ທັງນີ້ໂດຍທາງການຕຳຫຼວດ​ຈີນ-ມຽນມາ-ລາວ-ໄທ ​ໄດ້​ຮ່ວມ​ກັນ​ລາດຕະ​ເວນ​ໂດຍທາງ​ເຮືອ​ຕາມ​ແນວ​ແມ່​ນ້ຳຂອງ ​ລະຫວ່າງ 4 ປະ​ເທດມາແລ້ວ 147 ຄັ້ງ ​ໂດຍ​ສະ​ເພາະແມ່ນ​ໃນ​ໄລຍະ​ປີ 2023-2024 ນັ້ນ ກໍເຮັດໃຫ້ທາງການຕຳຫຼວດ​ໄທ ​ຈັບ​ກຸມນັກ​ຄ້າ​ຢາ​ເສບ​ຕິດໄດ້ ຫລາຍກວ່າ 200,000 ​ຄົນ ​ແລະ ຍຶດ​ຊັບ​ຂອງ​ຜູ້​ຖືກ​ກ່າວ​ຫາ​ໄດ້​ກວ່າ 40,000 ລ້ານບາດ ຊຶ່ງເພີ່ມຂຶ້ນເຖິງ 140 ເທົ່າ. ສ່ວນຕຳຫຼວດມຽນມາກໍໄດ້ເຜົາທຳລາຍຢາເສບຕິດທີ່ຢຶດໄດ້ກວ່າ 890 ໂຕນ ໃນຂະນະທີ່ຕຳຫຼວດລາວ ສາມາດສະກັດຈັບການລັກລອບຄ້າຢາເສບຕິດໄດ້ເຖິງ 18,976 ກໍລະນີ ຈັບຜູ້ຕ້ອງຫາໄດ້ 32,000 ກວ່າຄົນ ຢຶດຢາບ້າໄດ້ກວ່າ 64 ໂຕນ ຢຶດອາວຸດແລະອຸປະກອນສື່ສານທັນສະໄໝໄດ້ ຫລາຍກວ່າ 53,000 ລາຍການ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG