ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ດໍໂນລ ທຣໍາ ຍົກຍ້ອງ ການໂອ້ລົມ ກັບ ທ່ານ Xi ວ່າ “ຍິ່ງໃຫຍ່”


ປະທານາທິບໍດີ ດໍໂນລ ທຣໍາ ແລະປະທານປະເທດຈີນ ທ່ານ Xi Jinping ຖ່າຍຮູບຮ່ວມກັນ ທີ່ບ້ານພັກຕາກອາກາດ Mar-a-Lago ໃນລັດ Florida.
ປະທານາທິບໍດີ ດໍໂນລ ທຣໍາ ແລະປະທານປະເທດຈີນ ທ່ານ Xi Jinping ຖ່າຍຮູບຮ່ວມກັນ ທີ່ບ້ານພັກຕາກອາກາດ Mar-a-Lago ໃນລັດ Florida.

ປະທານາທິບໍດີ ດໍໂນ ທຣໍາ ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຈາກ​ປະທານ​ປະ​ເທດ​ຈີນ ທ່ານ Xi
Jinping ​ເພື່ອ​ໄປຢ້ຽມຢາມ​ນະຄອນຫລວງ​ປັກ​ກິ່ງ​ຢ່າງ​ເປັນ​ທາງ​ການ​ ໃນ​ທ້າຍ​ປີ​ນີ້
ແຕ່​ກໍ​ຍັງ​ບໍ່​ທັນ​ມີ​ກຳນົດວ່າ​ແມ່ນ​ມື້​ໃດ​ເທື່ອ.

ຂ່າວ​ດັ່ງກ່າວ ໄດ້​ອອກ​ມາ ​ຢູ່​ໃນກອງປະ​ຊຸມລາຍ​ງານຫຍໍ້ຂອງ​ເລຂານຸການ​ຫ້ອງການ
ລັດຖະບານສະຫະລັດສາມທ່ານ ​ໃນ​ຂະນະ​ທີ່ປະທານາທິບໍດີທຣຳ ​ແລະປະທານ​ປະ​
ເທດ Xi ​ພົບ​ປະກັນ​ຢູ່ບ້ານ​ພັກ​ຕາກ​ອາກາດ​ Mar-a-Lago ຂອງທ່ານທຣໍາ ທີ່​ລັດ
Florida ​ແລະ​ໄດ້ຮັບ​ການ​ຢືນຢັນໂດ​ຍ ສໍານັກ​ຂ່າວ​ສານຂອງລັດ​ຖະບານ​ຈີນ. ​ແຕ່​ກໍ
ບໍ່​ມີ​ການເປີດ​ເຜີຍ​ໃຫ້​ຮູ້ລາຍ​ລະ​ອຽດຫຍັງກ່ຽວ​ກັບ​ການ​ເດີນທາງ​ໄປ​ປະ​ເທດ​ຈີນນີ້.

ລັດຖມົນຕີ​ກະຊວງ​ການ​ຄ້າ ທ່ານ Wilbur Ross ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ສະຫະ
ລັດ​ມີແຜນ​ໃນ​ການປະຕິບັດ​ງານ ຢູ່ 100 ມື້ ກ່ຽວກັບ​ວຽກງານ​ການ​ຄ້າ​ກັບ​ຈີນ. ທ່ານ
​ກ່າວ​ວ່າ​ແຜນ​ດັ່ງກ່າວແມ່ນ ​“​ເລັ່ງລັດ” ​ແລະ​ຮວມມີ “​ທີ່​ຕັ້ງ ທີ່​ເປັນແນວທາງ​ນໍາໄປ​ສູ່​
ການ​ບັນລຸ​ຜົນສຳ​ເລັດ” ​ແຕ່ກໍ​ບໍ່​ໄດ້​ບອກ​ໃຫ້​ຮູ້​ລາຍ​ລະອຽດ ຫຍັງ​ຫລາຍ.

ລັດຖະມົນຕີ​ກະຊວງ​ຕ່າງປະ​ເທດ​ສະຫະລັດ ທ່ານ Rex Tillerson ກ່າວ​ວ່າ​ຜູ້ນຳ​ທັງ​
ສອງ​ໄດ້​ສົນທະນາ​ກັນ​ກ່ຽວ​ກັບ​ເກົາຫລີ​ເໜືອ ​ແລະ​ຕົກລົງ​ກັນ​ວ່າ ​ບັນຫາ​ຂອງ​ການ​ເພີ້​ມ
ອາວຸດ​ຂອງ​ກຸງ​ພຽງຢາງ​ໄດ້​ເຖິງ​ຂັ້ນ​ຮ້າຍແຮງຫລາຍ. ທ່ານ Tillerson ກ່າວ​ວ່າ​ທັງ​ສະ
ຫະລັດ ​ແລະ​ຈີນ​ມີ​ຄວາມມຸ້ງ​ໝາຍຮ່ວມກັນ ​ທີ່​ຈະເຮັດໃຫ້​ແຫລມ​ເກົາຫລີ​ປອດ​ນິວ​
ເຄລຍແລະ​ເຫັນ​ພ້ອມນໍາ​ກັນ​ທີ່​ຈະ​ເພີ້​ມທະວີການ​ ຮ່ວ​ມມືກັນ​ເພື່ອ​ໃຫ້​ບັນລຸ​ເປົ້າ​ໝາຍ​
ດັ່ງກ່າວ​ໄດ້.

ບໍ່ໃຜ​ຮູ້ແຈ້ງ​ວ່າ ​ໄດ້​ມີ​ການສົນທະນາ​ກັນກ່ຽວກັບບັນ​ຫາ​ສິດທິ​ມະນຸດ​ຢູ່​ໃນ​ປະ​ເທດ​ຈີນ​
ຫລາຍ​ປານ​ໃດ ຊຶ່ງເລື່ອງນີ້ ​ເປັນຫົວ​ຂໍ້​ໃນ​ການ​ສົນທະນາ ທີ່​ສະຫະລັດໄດ້​ຮັບ​ຄວາມ​ກ້າວໜ້າຫລາຍ ​ຢູ່​ໃນ​ກອງ​ປະຊຸມເຊັ່ນ​ດຽວກັນນີ້ ​ໃນ​ສະ​ໄໝຂອງ​ລັດ​ຖະບານສຸດ
​ກ່ອນໆ.

ໃນ​ການ​ຕອບ​ຄໍາ​ຖາມ​ຂອງ​ນັກ​ຂ່າວ​ນັ້ນ ທ່ານ Tillerson ​ເວົ້າ​ວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ
​ ເຮົາບໍ່​ຈໍາ​ເປັນຕ້ອງ​ໄດ້ແຍກ​ການ​ສົນທະນາ ຫລືແຍກ​ຄ່ານິຍົມ​ຫລັກ​ຂອງ​ພວກ​ເຮົາທີ່​
ກ່ຽວຂ້ອງ​ກັບ​ເລື່ອງ​ສິດທິ​ມະນຸດ ອອກຈາກ​ການ​ສົນທະນາ​ດ້ານ​ເສດຖະກິດ, ການ​ສົນ
​ທະ​ນາກ​ອງທັບ ກັບກ​ອງທັບ ຫລືການ​ສົນ​ທະນານະ​ໂຍ ບາຍ​ຕ່າງ​ປະເທດຂອງ​ພວກ
​ເຮົາ ​ເປັນ​ການ​ຕ່າງຫາກ. ​ເລື່ອງນີ້​ໄດ້ຮວ​ມ​ຢູ່​ໃນ​ທຸກໆ​ກາ​ນສົນທະນາ​ຢູ່​ແລ້ວ ນັ້ນ​ແມ່ນ
ສິ່ງ​ທີ່​ເປັນ​ທິດ​ທາງ​ນຳພາແນວຄວາມ​ຄິດຂອງ​ພວກ​ເຮົາຢູ່​ແລ້ວ ​ກ່ຽວກັບວີ​ທີທີ່ພວກ​
ເຮົາ​ຈະ​ຕິ​ບັດ​ງາ​ນຮ່ວມກັນ.”

ຢູ່​ໃນຖະ​ແຫລ​ງ​ການ​ສະບັບ​ຕໍ່ມາ ຂອງ​ໂຄສົກ​ປະ​ຈໍາທຳນຽບຂາວ, ທ່ານ Sean Spicer
ກ່າວ​ວ່າ ຢູ່ໃນ​ການ​ສົນທະນາ​ກັບທ່ານ Xi ນັ້ນ ທ່ານ​ທຣຳ “ກໍຍັງ​ໄດ້ຢໍ້າໃຫ້​ເຫັນ​ຄວາມ​ສຳ
ຄັນ​ຂອງ​ການ​ປ້ອງ​ກັນ​ສິດທິ​ມະນຸດ ​ແລະແນວ​ຄວາມ​ຄິດຄ່ານິຍົມ​ອື່ນໆ ​ທີ່​ຊາວ​ອາ​ເມຣິ
ກັນ​ເຊື່ອ​ຖືຢ່າງ​ເລິກ​ເຊິ່ງ ນັ້ນຢູ່.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Trump China
please wait
Embed

No media source currently available

0:00 0:01:00 0:00

XS
SM
MD
LG