ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປ. ທຣຳ ກ່າວວ່າ ອີຣ່ານ ຈະບໍ່ມີ ນິວເຄລຍ ເຖິງແມ່ນ ຂໍ້ຕົກລົງ ຈະແຕກຫັກ


ປະທານາທິບໍດີ ດໍໂນລ ທຣຳ ຈັບມື ກັບນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງແອງເກີລາ ເມີເກີລ ທີ່ທຳນຽບຂາວ. (ວັນທີ 27 ເມສາ 2018)
ປະທານາທິບໍດີ ດໍໂນລ ທຣຳ ຈັບມື ກັບນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງແອງເກີລາ ເມີເກີລ ທີ່ທຳນຽບຂາວ. (ວັນທີ 27 ເມສາ 2018)

ໂດຍຢືນຄຽງຂ້າງກັບນາຍົກລັດຖະມົນຕີເຢຍຣະມັນ ປະທານາທິບໍດີສະຫະລັດ ທ່ານ
ດໍໂນລ ທຣຳ ໄດ້ກ່າວຢ້ຳ ໃນວັນສຸກວານນີ້ວ່າ ອີຣ່ານ ຈະບໍ່ໄດ້ຮັບອະນຸຍາດໃຫ້ສ້າງ ຄັງອາວຸດນິວເຄລຍ ເຖິງແມ່ນຂໍ້ຕົກລົງ ທີ່ຕັ້ງໃຈ ເພື່ອຈະປ້ອງກັນ ບໍ່ໃຫ້ເກີດສະພາບ ການດັ່ງກ່າວ ພັງທະລາຍລົງກໍຕາມ.

ປະທານາທິບໍດີທຣຳ ກ່າວຕໍ່ພວກນັກຂ່າວວ່າ “ເຂົາເຈົ້າ ຈະບໍ່ສ້າງ ອາວຸດນິວເຄລຍ ພວກເຈົ້າສາມາດເຊື່ອໄດ້.”

ເມື່ອມີການຖາມ ກ່ຽວກັບການເອົາມາດຕະການ ທີ່ຮວມທັງ ການໃຊ້ກຳລັງທະຫານ ທີ່ອາດຈະມີຂຶ້ນ ຖ້າຫາກອີຮ່ານ ເລີ້ມໂຄງການອາວຸດນິວເຄລຍຂອງຕົນຄືນອີກ ຖ້າ
ຂໍ້ຕົກລົງນິວເຄລຍ ສະບັບປີ 2015 ທີ່ຮູ້ກັນໃນຊື່ ແຜນການປະຕິບັດງານຮ່ວມຮອບ
ດ້ານຫຼື JCPOA ຫາກມີການປະຖິ້ມ ປະທານາທິບໍດີທຣຳ ຕອບວ່າ “ຂ້າພະເຈົ້າຈະ
ບໍ່ເວົ້າ ກ່ຽວກັບວ່າ ຂ້າພະເຈົ້າຈະໃຊ້ກຳລັງທະຫານ ຫຼືບໍ່.”

ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງແອງເກີລາ ເມີເກີລ
ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງແອງເກີລາ ເມີເກີລ

ນາຍົກລັດຖະມົນຕີແອງເກີລາ ເມີເກີລ ແຫ່ງເຢຍຣະມັນ ໄດ້ປາກົດຕົວຮ່ວມກັບທ່ານ
ທຣຳ ຢູ່ກອງປະຊຸມຖະແຫຼງຂ່າວຮ່ວມ ລຸນຫລັງການພົບປະໃນວັນສຸກວານນີ້ ທີ່ທ່ານ
ນາງເມີເກີລກ່າວເຖິງແຜນການປະຕິບັດງານຮ່ວມຮອບດ້ານວ່າ “ທຸກຢ່າງແຕ່ບໍ່ແມ່ນ
ດີເລີດ” ແລະກ່າວຕື່ມວ່າ “ມັນຈະບໍ່ສາມາດ ແກ້ໄຂບັນຫາທັງໝົດ ຂອງອີຣ່ານໄດ້.”

ທ່ານນາງກ່າວເຖິງຂໍ້ຕົກລົງນີ້ວ່າ ເປັນຂໍ້ຕົກລົງ ພຽງສະບັບດຽວເທົ່ານັ້ນ ທີ່ຈະຈຳກັດ ການກະທຳໃນທາງທີ່ບໍ່ດີຂອງອີຣ່ານໄດ້ ໃນຂະນະທີ່ເວົ້າວ່າ ເຢຍຣະມັນກຳລັງພິຈາ
ລະນາເຖິງ “ຄວາມສຳຄັນຫຼັກ” ເພື່ອຄວບຄຸມໄພຂົ່ມຂູ່ ຈາກອີຣ່ານ ຂະນະທີ່ປະເທດ
ດັ່ງກ່າວພວມຂະຫຍາຍອິດທິພົນ ທາງດ້ານພູມສາດການເມືອງຂອງຕົນ ເຂົ້າໄປສູ່ຊີ
ເຣຍ ຊຶ່ງໄດ້ເກີດສົງຄາມກາງເມືອງ ມາຫຼາຍປີແລ້ວນັ້ນ.

ປະທານາທິບໍດີ ດໍໂນລ ທຣຳ
ປະທານາທິບໍດີ ດໍໂນລ ທຣຳ

ທ່ານນາງເມີເກີລ ກ່າວວ່າ ລັດຖະບານຂອງທ່ານນາງຈະສືບຕໍ່ການປຶກສາຫາລືຢ່າງ
ໃກ້ຊິດກັບສະຫະລັດ ໃນຂະນະທີ່ປະທານາທິບໍດີທຣຳ ໃກ້ແລ້ວທີ່ຈະຕັດສິນໃຈກ່ຽວ
ກັບຂໍ້ຕົກລົງນິວເຄລຍກັບອີຣ່ານທີ່ເຊັນກັນໃນປີ 2015 ລະຫວ່າງອີຣ່ານກັບຈີນ ຝຣັ່ງ
ເຢຍຣະມັນ ຣັດເຊຍ ອັງກິດ ສະຫະລັດແລະສະຫະພາບຢູໂຣບ.

ລັດຖະບານທ່ານທຣຳ ຖືກບັງຄັບ ເພື່ອໃຫ້ການຢັ້ງຢືນ ຕໍ່ລັດຖະສະພາ ໃນທຸກໆ 90
ວັນວ່າ ອີຣ່ານໄດ້ປະຕິບັດຕາມຂໍ້ຕົກລົງສະບັບນີ້ຫຼືບໍ່. ກຳນົດເສັ້ນຕາຍ ໃນການແຈ້ງ
ໃຫ້ສະພາຊາບຄັ້ງຕໍ່ໄປ ແມ່ນວັນທີ 12 ພຶດສະພາຈະມານີ້.

ປະທານາທິບໍດີສະຫະລັດ ໄດ້ກ່າວໂຈມຕີມາໂດຍຕະຫຼອດ ຕໍ່ຂໍ້ຕົກລົງດັ່ງກ່າວ ຮວມ
ທັງເວົ້າວ່າ ມັນເປັນຂໍ້ຕົກລົງທີ່ “ເຊື່ອມເສຍ” “ໂງ່ງ່າວ” ແລະ “ຂີ້ຮ້າຍທີ່ສຸດເທົ່າທີ່ເຄີຍ
ມີການເຈລະຈາ ກັນມາ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG