ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານທຣຳ ກ່າວວ່າ ທ່ານຈະໄປມອບໂຕ ໃນວັນພະຫັດນີ້ ຢູ່ທີ່ລັດຈໍເຈຍ ໃນຂໍ້ຫາຫຼາຍກະທົງ


ເຈົ້າໜ້າທີ່ຕຳຫຼວດເມືອງຟູລຕັນ ຄາວຕີ ຕິດຕັ້ງຮົ້ວເລັກ ເພື່ອກັນສື່ມວນຊົນທີ່ຈັດຕັ້ງອຸປະກອນຕ່າງໆຢູ່ດ້ານນອກ ຄຸກເມືອງຟູລຕັນຄາວຕີ ຢູ່ໃນນະຄອນແອັດແລນຕາ ລັດຈໍເຈຍ, ວັນທີ 21 ສິງຫາ 2023.
ເຈົ້າໜ້າທີ່ຕຳຫຼວດເມືອງຟູລຕັນ ຄາວຕີ ຕິດຕັ້ງຮົ້ວເລັກ ເພື່ອກັນສື່ມວນຊົນທີ່ຈັດຕັ້ງອຸປະກອນຕ່າງໆຢູ່ດ້ານນອກ ຄຸກເມືອງຟູລຕັນຄາວຕີ ຢູ່ໃນນະຄອນແອັດແລນຕາ ລັດຈໍເຈຍ, ວັນທີ 21 ສິງຫາ 2023.

ອະດີດປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ ທ່ານຈະໄປມອບໂຕຕໍ່ບັນດາເຈົ້າໜ້າທີ່ໃນລັດຈໍເຈຍ ໃນວັນພະຫັດນີ້ ເພື່ອປະເຊີນກັບຂໍ້ຫາຕ່າງໆໃນຄະດີທີ່ທ່ານຖືກກ່າວຫາວ່າ ​ໂດຍວາງແຜນເພື່ອຕ່າວປີ້ນຄວາມຜ່າຍແພ້ໃນການເລືອກຕັ້ງ ປີ 2020 ຂອງທ່ານທີ່ຜິດກົດໝາຍ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

“ພວກເຈົ້າເຊື່ອເບາະ?” ຂ້ອຍຈະໄປນະຄອນແອັດແລນຕາ ລັດຈໍເຈຍ ໃນວັນພະຫັດນີ້ ເພື່ອໃຫ້ຈັບກຸມ” ທ່ານທຣຳ ໄດ້ຂຽນລົງໃນເຄືອຂ່າຍສື່ສັງຄົມຂອງທ່ານ, ບໍ່ເທົ່າໃດຊົ່ວໂມງຫຼັງຈາກທີ່ເງິນຄ່າຄ້ຳປະກັນຕົວຂອງທ່ານ ໄດ້ຖືກກຳນົດຢູ່ທີ່ 200,000 ໂດລາ ອີງຕາມເອກະສານຂອງສານ ທີ່ໄດ້ຍື່ນເມື່ອວັນຈັນວານນີ້. ຫ້ອງການເຂດເມືອງຟູລຕັນ ຄາວຕີ ໄດ້ກ່າວ ໃນຖະແຫລງຂ່າວ ທີ່ຖືກເປີດເຜີຍເມື່ອຕອນແລງ ວັນຈັນວານນີ້ ວ່າ ເວລາໃດທີ່ທ່ານທຣຳ ເຂົ້າມາມອບໂຕ ກໍຈະມີການ “ປິດເມືອງຢ່າງໜັກ” ພື້ນທີ່ອ້ອມຮອບບໍລິເວນຫຼັກ ຂອງຄຸກເມືອງດັ່ງກ່າວ.

Former President Donald Trump says he will surrender to authorities in Georgia on Thursday to face charges in the case accusing him of illegally scheming to overturn his 2020 election loss. "Can you believe it? I'll be going to Atlanta, Georgia, on Thursday to be ARRESTED," Trump wrote on his social media network, hours after his bond was set at $200,000, according to court papers filed Monday. The Fulton County Sheriff's Office said in a news release Monday afternoon that when Trump surrenders there will be a "hard lockdown" of the area surrounding the main county jail.

XS
SM
MD
LG