ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ມ້ວນທ້າຍການຢ້ຽມຢາມ ອິນເດຍ ທີ່ເຕັມໄປດ້ວຍຄວາມຕື່ນເຕັ້ນ, ບ່ອນທີ່ທ່ານໄດ້ຖືກຕ້ອນຮັບດ້ວຍຝູງຊົນຂະໜາດໃຫຍ່ໃນງານ “ນາມາສເຕ ທ່ານ ທຣຳ”, ຖ່າຍຮູບຢູ່ ທັຊ ມາຮາລ ແລະ ໄດ້ປະກາດສາຍພົວພັນລະຫວ່າງ ສະຫະລັດ ກັບ ອິນເດຍ ວ່າ “ແຂງແກ່ນກວ່າທີ່ເຄີຍມີມາ.”
ທ່ານປະທານາທິບໍດີໄດ້ປະຕິບັດຕາມແຜນການ ໃນການຢ້ຽມຢາມ ທີ່ຖືກອອກແບບມາເພື່ອເຮັດໃຫ້ໂດດເດັ່ນ ແລະ ມີຄວາມເປັນສ່ວນຕົວ ກ່ຽວກັບ ສາຍພົວພັນລະຫວ່າງ ສະຫະລັດ ກັບ ອິນເດຍ.
ທ່ານ ທຣຳ ໄດ້ກ່າວຕໍ່ນາຍົກລັດຖະມົນຕີ ອິນເດຍ ທ່ານ ນາເຣັນດຣາ ໂມດີ ວ່າ “ພວກເຮົາຈະຈົດຈຳ ການຕ້ອນຮັບທີ່ສະຫງ່າງາມຂອງປະຊາຊົນ ອິນເດຍ ໃນເວລາທີ່ເຮົາເດີນທາງຮອດ,” ໂດຍເອີ້ນມັນວ່າ “ເປັນການສະແດງຄວາມເຂັ້ມແຂງຢ່າງເລິກເຊິ່ງ ແລະ ຄວາມຮັກທີ່ແທ້ຈິງ.”
ແນວໃດກໍຕາມ, ການຢ້ຽມຢາມດັ່ງກ່າວ ແມ່ນມີຂຶ້ນ ໃນຂະນະທີ່ມີການປະທ້ວງຢ່າງຮຸນແຮງຢູ່ຕາມຖະໜົນ ລະຫວ່າງພວກທີ່ນັບຖືສາສະໜາ ຮິນດູ ແລະ ກຸ່ມມຸສລິມ ທີ່ເປັນຄູ່ແຂ່ງ ເພື່ອປະທ້ວງກົດໝາຍສັນຊາດໃໝ່ທີ່ໄດ້ນຳໄປສູ່ການເສຍຊີວິດຂອງປະຊາຊົນຢ່າງໜ້ອຍ 10 ຄົນ ໃນການປະທະກັນສອງວັນ, ອີງຕາມການລາຍງານຂອງອົງການຂ່າວ AP. ອີກ 186 ຄົນໄດ້ຮັບບາດເຈັບ, ເຊິ່ງລວມມີຕຳຫຼວດ ແລະ ຜູ້ປະທ້ວງ.
ນະຄອນຫຼວງຂອງ ອິນເດຍ ໄດ້ຖືກກະທົບໂດຍຄວາມຮຸນແຮງ ແລະ ການປະທ້ວງນັບຕັ້ງແຕ່ສະພາແຫ່ງຊາດ ໄດ້ຮັບຮອງກົດໝາຍສັນຊາດໃໝ່ ໃນເດືອນທັນວາປີກາຍນີ້ ທີ່ຈະອະນຸຍາດໃຫ້ຂະບວນການໂອນສັນຊາດສຳລັບພວກສາ ສະໜາກຸ່ມນ້ອຍທີ່ເກີດຢູ່ຕ່າງປະເທດ ແຕ່ບໍ່ແມ່ນຊາວ ມຸສລິມ ມີຄວາມໄວຂຶ້ນ. ທ່ານ ທຣຳ ໄດ້ກ່າວວ່າ ທ່ານຮູ້ ກ່ຽວກັບ ການປະທ້ວງ ແຕ່ບໍ່ໄດ້ລົມກັບທ່ານ ໂມດີ ກ່ຽວກັບມັນ.
ທ່ານ ທຣຳ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ຂ້າພະເຈົ້າບໍ່ຢາກລົມເລື່ອງນັ້ນ. ຂ້າພະເຈົ້າຢາກໃຫ້ມັນເປັນເລື່ອງຂອງ ອິນເດຍ ແລະ ຫວັງວ່າ ເຂົາເຈົ້າຈະທຳການຕັດສິນໃຈທີ່ຖືກຕ້ອງສຳລັບປະຊາຊົນ.”
ໃນລະຫວ່າງການຢ້ຽມຢາມຂອງທ່ານ ທຣຳ ນັ້ນ, ສອງປະເທດດັ່ງກ່າວ ບໍ່ສາມາດທີ່ຈະແກ້ໄຂຄວາມບໍ່ເຫັນພ້ອມ ກ່ຽວກັບ ຂໍ້ຕົກລົງການຄ້າສອງຝ່າຍ, ແຕ່ບັນດາຜູ້ສັງເກດການໄດ້ກ່າວວ່າ ທ່ານປະທານາທິບໍດີໄດ້ຮັບຜົນປະໂຫຍດຈາກປະຊາຊົນ 100,000 ຄົນຂອງປະເທດທີ່ສຳຄັນນັ້ນ ໃນການສະແດງການສະໜັບສະໜູນທ່ານ, ໃນການເດີນທາງຢ້ຽມປະເທດທີ່ສຳຄັນຄັ້ງທຳອິດ ນັງຕັ້ງແຕ່ໄດ້ຖືກຕັດສິນພົ້ນຄວາມຜິດຈາກຂໍ້ກ່າວຫາການຟ້ອງຮ້ອງຕ່າງໆໃນ ສະຫະລັດ.