ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ປະຕິເສດ ຕໍ່ບົດສະຫຼຸບ ຂອງ ທ. ມັລເລີ ທີ່ວ່າ ທ່ານພະຍາຍາມ ຈະປົດ ທ. ມັລເລີ ອອກ


ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກ່າວຖະແຫລງຕໍ່ສື່ມວນຊົນ ກ່ອນຂຶ້ນເຮລິຄອັບເຕີ Marine One ເດີນທາງອອກຈາກ ເດີ່ນຫຍ້າກຳ້ໃຕ້ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ , ວັນທີ 28 ມີນາ 2019.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກ່າວຖະແຫລງຕໍ່ສື່ມວນຊົນ ກ່ອນຂຶ້ນເຮລິຄອັບເຕີ Marine One ເດີນທາງອອກຈາກ ເດີ່ນຫຍ້າກຳ້ໃຕ້ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ , ວັນທີ 28 ມີນາ 2019.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກຳລັງປະຕິເສດວ່າ ທ່ານໄດ້ສັ່ງ ທີ່ປຶກສາ
ຂອງທຳນຽບຂາວ ທ່ານດໍໂນລ ແມັກແກນ ໃຫ້ປົດໄອຍະການພິເສດ ທ່ານໂຣເບີດ ມັລເລີ
ອອກຈາກ​ຕຳ​ແໜ່ງ ເພື່ອຂັດຂວາງການສືບສວນ ສອບສວນຂອງທ່ານມັລເລີ ຕໍ່​ເລື້ອງ
ເຊື່ອມໂຍງຂອງຄະນະໂຄສະນາຫາສຽງ ຂອງທ່ານທຣຳ ກັບ ຣັດເຊຍ ໃນການເລືອກຕັ້ງ
ປີ 2016.

ທ່ານທຣຳ ໄດ້ກ່າວໃນທວີດເຕີ ເມື່ອວັນພະຫັດວານນີ້ ວ່າ “ໃນ​ຂະ​ນະທີ່ມີ ລາຍງານ
ຢ່າງບໍ່ຖືກຕ້ອງໂດຍສື່ຂ່າວຂີ້​ຕົວະຢູ່ນັ້ນ ຂ້າພະເຈົ້າບໍ່ເຄີຍໄດ້ບອກ ທ່ານດອນ
ແມັກແກນ ທີ່ປຶກສາທຳນຽບຂາວໃນ​ຕອນນັ້ນ ໃຫ້ປົດທ່ານໂຣເບີດ ມັລເລີອອກ​
ຈາກ​ຕຳ​ແໜ່ງ ເຖິງແມ່ນວ່າ ຂ້າພະເຈົ້າ ມີສິດທາງດ້ານກົດໝາຍ ທີ່ຈະເຮັດເຊັ່ນນັ້ນ
ກໍ​ຕາມ. ຖ້າຂ້າພະເຈົ້າຢາກຈະປົດທ່ານມັລເລີ ຂ້າພະເຈົ້າ ກໍບໍ່ຕ້ອງການໃຫ້ທ່ານ
ແມັກແກນ ເຮັດເຊັ່ນ​ນັ້ນ​ດອກ ຂ້າພະເຈົ້າເຮັດດ້ວຍຕົນ ເອງກໍໄດ້.”

ໃນບົດລາຍງານທີ່​ມີ 448 ໜ້າທີ່ໄດ້ຖືກເປີດເຜີຍເມື່ອນຶ່ງສັບປະດາ ກ່ອນນັ້ນ ໄດ້ຂຽນວ່າ
ທ່ານມັລເລີເວົ້າ​ວ່າ ທ່ານທຣຳໄດ້ໂທຫາທ່ານແມັກແກນຢູ່ບ້ານ ສອງເທື່ອ ໃນເດືອນ
ມິຖຸນາ ປີ 2017 ຜ່ານ​ມາ ແລະ “ໄດ້ຊີ້ນຳໃຫ້ທ່ານປົດ ໄອຍະການພິເສດອອກ.” ແຕ່
ທ່ານມັລເລີ ໄດ້ກ່າວວ່າ ທ່ານແມັກແກນ ຜູ້ທີ່ຮັບໃຊ້ໃນຖານະເປັນທະນາຍຄວາມປະຈຳ
ທຳນຽບຂາວຂອງທ່ານທຣຳ ເປັນເວລາ 21 ເດືອນ ກ່ອນທີ່ທ່ານຈະລາອອກເມື່ອທ້າຍ
ເດືອນຕຸລາ ຜ່ານ​ມານັ້ນ “ຮູ້ສຶກ​ລຳ​ບາກໃຈ” ຍ້ອນ​ຄຳສັ່ງຂອງທ່ານທຣຳ ແລະ “ມີເຈດ
ຕະນາບໍ່ເຮັດຕາມການຮຽກຮ້ອງນັ້ນ.”

ທີ່ປຶກສາປະຈຳທຳນຽບຂາວຂອງທ່ານທຣຳ, ທ່ານດອນ ແມັກແກນ, ຂວາ, ແມ່ນເຫັນໄດ້ຢູ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 6 ກຸມພາ 2017.
ທີ່ປຶກສາປະຈຳທຳນຽບຂາວຂອງທ່ານທຣຳ, ທ່ານດອນ ແມັກແກນ, ຂວາ, ແມ່ນເຫັນໄດ້ຢູ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 6 ກຸມພາ 2017.

ຄຳຕ້ອງຕິຂອງທ່ານທຣຳ ຕໍ່ລາຍງານຂອງທ່ານມັລເລີແມ່ນສ່ວນນຶ່ງຂອງຄວາມ ບໍ່ພໍອົກ
ພໍໃຈ ກ່ຽວກັບການເຮັດ​ໃຫ້ພາບພົດຂອງການດຳລົງຕຳແໜ່ງ ປະທານາທິບໍດີ ຂອງ
ທ່ານ ໂດຍ​ໄອ​ນະ​ການ​ພິ​ເສດ ພາຍຫຼັງທີ່ໄດ້ກ່າວອ້າງ ໃນເບື້ອງຕົ້ນ ວ່າ ລາຍງານນັ້ນ
ໄດ້ເຮັດໃຫ້ຕົນພົ້ນຈາກການກະທຳຜິດໃດໆ. ສ່ວນ ບັນດາ ສະມາຊິກພັກເດໂມແຄຣັດ ໃນລັດຖະສະພາທີ່ເປັນຝ່າຍຄ້ານ ກໍໄດ້ເລີ້ມການສືບ ສວນສອບສວນຂຶ້ນຈຳນວນນຶ່ງ
ກ່ຽວກັບ ການກະທຳຕ່າງໆຂອງທ່ານທຣຳ ໃນຖານະເປັນປະທານາທິບໍດີ, ການໂຄ
ສະນາ ຫາສຽງເປັນປະທານາທິບໍດີ ທີ່ ປະສົບຜົນສຳເລັດຂອງທ່ານ, ແລະການເສຍ
ພາສີສ່ວນຕົວ ແລະພາ​ສີທຸລະກິດ ຂອງທ່ານ ຊຶ່ງບາງສ່ວນຂອງ​ສິ່ງ​ເຫລົ່າ​ນັ້ນ ກໍອີງ
ຕາມການກວດພົບ ຂອງທ່ານມັລເລີ ຫຼັງຈາກໄດ້ທຳການສືບສວນມາໄດ້ 22 ເດືອນ.

ແຕ່ທ່ານທຣຳ ປະຕິຍານວ່າ ຈະພະຍາຍາມ ກີດກັນທຸກຄວາມພະຍາຍາມ ທີ່ຈະສືບ
ສວນສອບສວນທ່ານ ໂດຍກ່າວວ່າ “ພວກເຮົາຈະຕໍ່ສູ້ ບໍ່​ເຮັດ​ຕາມໝາຍເກາະທຸກ​ຢ່າງ”
ຊຶ່ງ​ຢູ່ໃນນັ້ນ ກໍແມ່ນໝາຍ​ເກາະ​ອັນ​ນຶ່ງ ທີ່ຮຽກໃຫ້ ທ່ານແມັກແກນມາໃຫ້ການ ກ່ຽວກັບ
ການເຮັດວຽກໃຫ້ກັບທ່ານທຣຳ.

ຢູ່ນຶ່ງໃນຂອງສາມຂໍ້ຄວາມທີ່ຂຽນລົງທວີດເຕີນັ້ນ ທ່ານທຣຳ ໄດ້ກ່າວວ່າ “ທ່ານມັລເລີ ບໍ່ໄດ້ຖືກປົດ ແລະໄດ້ຮັບອະນຸຍາດຢ່າງ​ມີ​ການ​ໃຫ້​ກຽດ ເພື່ອໃຫ້ ທ່ານເຮັດວຽກຈົນ
ເສັດສິ້ນ ກ່ຽວກັບສິ່ງທີ່ຂ້າພະເຈົ້າ ແລະອີກຫຼາຍຄົນ ກ່າວວ່າ ເປັນການສືບສວນ
ສອບສວນ ທີ່ຜິດກົດໝາຍ ທີ່ນຳໜ້າໂດຍພວກທີ່ກຽດຊັງທຣຳ ທີ່​ເປັນຜູ້ທີ່ຖືກ​
ຄົນຂັດແຍ້ງຫຼາຍ ແລະກຸ່ມພັກເດໂມແຄຣັດ 18 ຄົນທີ່ບໍ່ພໍໃຈ ຫລາຍ​ທີ່​ສຸດ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG