ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ປະ​ຕິ​ເສດ​ ​ບໍ່​ຮັບ​ເອົາ​ ການຕຳ​ໜິ ກ່ຽວ​ກັບ​ ຊີ​ເຣຍ ແລະເຊີນ​ທ່ານ​ເອີ​ດວານ​ ​ມາຢ້ຽມ​ຢາມທຳ​ນຽບ​ຂາວ


ທະ​ຫານ​ສະ​ຫະ​ລັດ​ຄົນ​ນຶ່ງ​ກຳ​ລັງ ສັງ​ເກດ​ເບິ່ງ ບັ​ນ​ດາ​ສະ​ມາ​ຊິກ ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ໃກ້​ຊາຍ​ແດນ​ເທີກີ ວັໍ​ນ​ທີ. 21 ກັ​ນ​ຍາ 2019.
ທະ​ຫານ​ສະ​ຫະ​ລັດ​ຄົນ​ນຶ່ງ​ກຳ​ລັງ ສັງ​ເກດ​ເບິ່ງ ບັ​ນ​ດາ​ສະ​ມາ​ຊິກ ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ໃກ້​ຊາຍ​ແດນ​ເທີກີ ວັໍ​ນ​ທີ. 21 ກັ​ນ​ຍາ 2019.

ປະ​ທາ​ນາ​ທິ​ບໍ​ດີ​ ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ​ ໄດ້​ປະ​ຕິ​ເສດ​ວ່າ ສະ​ຫະ​ລັດບໍ່​ໄດ້ປະ​ຖິ້ມ​
ຊາວ​ເຄີດ​ສ໌ໃນ​ຊີ​ເຣຍ ​ກ່ອນໜ້າ​ແຜນການຮຸກ​ຮານ​ຂອງ​ເທີ​ກີ ເຂົ້າ​ໄປ​ໃນດິນ​ແດນ ​ທີ່​ຊາວ
ເຄີດ​ສ໌​ຄວບ​ຄຸມ ​ຢູ່ທາງ​ພາກ​ເໜືອ​ຂອງ​ຊີ​ເຣຍ. ຢູ່​ໃນ​ການ​ສົ່ງ​ຂໍ້​ຄ​ວາມ​ທາງ​ທວິດ​ເຕີ​ໃນ​ວັນ​
ອັງ​ຄານ​ວານ​ນີ້ ທ່າ​ນ​ທ​ຣຳ​ກ່າວ​ວ່າ “ການ​ສູ້​ລົບ​ດ້ວຍ​ຄວາມ​ຜິດ​ພາດ ແລະ​ບໍ່ຈຳ​ເປັນ​ໃດໆ
ໂດຍ​ກຳ​ລັງ​ເທີ​ກີ ​ຈະ​ເຮັດ​ໃຫ້ເກີດ​ຄວາມຫາຍ​ຍະ​ນະ​ຕໍ່​ເສດ​ຖະ​ກິດເຂົາ​ເຈົ້າ.” ແຕ່ພວກ
​ນັກ​ລົບ​ຊາວ​ເຄີ​ດ​ສ໌​ໃນ​ຊີ​ເຣຍ ຜູ້​ທີ່ມີ​ສຳ​ຄັນໃນ​ການ​ໂຈມ​ຕີ ​ທີ່ໄດ້​ຮັບໄຊຊະ​ນະຕໍ່ພວກ​ກໍ່​
ການ​ຮ້າຍ​ລັດ​ອິ​ສ​ລາມຢູ່​ໃນ​ຊີ​ເຣຍ​ກ່າວ​ວ່າ ການ​ຕັດ​ສິນ​ໃຈ​ຂອງ​ທ່ານ​ທ​ຣຳ​ ທີ່​ຈ​ະຖອນ
​ທະ​ຫ​ານສະ​ຫະ​ລັດ​ ອອກ​ຈາກ​ເຂດ​ດັ່ງ​ກ່າວ ຈະເຮັດ​ໃຫ້​ເຂົາ​ເຈົ້າຕົກ​ຢູ່​ໃນ​ອັນ​ຕະ​ລາຍ
​ຮ້າຍ​ແຮງ. ບັນ​ດາ​ຜູ້​ນຳ​ທີ່​ໜູນ​ຫຼັງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ຫຼື SDF ກ່າວ​ຕໍ່ພວກນັກ​
ຂ່າວວີ​ໂອ​ເອ ພະ​ແນກ​ພ​າ​ສາ​ເຄີດ​ສ໌ ​ຢູ່​ໃນ​ພາກ​ເໜືອ​ຂອງ​ຊີ​ເຣຍ​ວ່າ ​ໂດຍ​ການ​ຖອນກຳ
ລັງ​ສະ​ຫະ​ລັດ​ອອກ​ໄປ​ແລ້ວ ເທີ​ກີ​ແມ່ນ​ໄດ້​ຕັ້ງ​ໃຈ ​ທີ່​ຈະ​ກວດ​ລ້າງ​ຊາວ​ເຄີດ​ສ໌ໃຫ້​ໝົດ​ໄປ
ຈາກ​ພາກ​ເໜືອຂອງຊີ​ເຣຍ. ກຸ່ມພັນ​ທະ​ມິດ SDF ກ່າວ​ວ່າ ເວ​ລາ​ນີ້ຕົນ ກຳ​ລັງ​ພິ​ຈາ​ລະ
​ນາທີ່​ຈະ​ເປັນ​ພາ​ຄີ ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຊີ​ເຣຍ ທ່ານ​ບາ​ຊາ​ ອາ​ສ-​ຊາດເພື່ອ​ຂັບ​ໄລ່ທະ
​ຫານເທີ​ກີ. ນັກ​ຂ່າວ​ວີ​ໂອ​ເອ ສະ​ລາ​ຕິ​ກາ ຮົກ​ ມີ​ລາຍງ​ານ ຊຶ່ງ ກິ່ງ​ສະ​ຫວັນ​ ຈະ​ນຳ​ມາ​
ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ພວກ​ນັກ​ລົບ​ຊາວ​ເຄີດ​ສ໌ ທີ່ໄດ້​ຮັບ​ບ​າດ​ເຈັບ​ໃນ​ການ​ສູ້​ລົບທີ່ສຳ​ເລັດຜົນ​ໃນ​ການຕ້ານ
​ກຸ່ມລັດ​ອິ​ສ​ລາມຢູ່​ໃນ​ຊີ​ເຣຍ ທີ່​ໄດ້​ສ​ະ​ແດງງ​ອອກ​ມາ​ໃນ​ວັນ​ອັງ​ຄາ​ນ​ວານ​ນີ້​ ຢູ່ໃນ​ເມືອງ
​ຄາ​ມີ​ສລີ ຊຶ່ງ​ເປັນ​ເມືອງ​ຢູ່​ທາງ​ພາກ​ເໜືອ​ຂອງ​ຊີ​ເຣຍຢູ່ໃກ້​ຊາຍ​ແດນ​ຕິດ​ກັບເທີ​ກີ. ​ນັກ​
ລົບຊາວ​ເຄີດ​ສ໌ທີ່​ທີ່​ໄດ້​ຮັບ​ການໜູນ​ຫຼັງຈາກສະ​ຫະ​ລັດ​ ​ແມ່ນ​ສະ​ມ​າ​ຊິກ​ນຶ່ງ​ຂອງ​ກຳ​ລັງ​
ເພື່ອປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ຫລື SDF ຊຶ່ງເປັນ​ພັນ​ທະ​ມິດ​ທີ່ນອນ​ຢູ່ກຸ່ມຕ່າງໆ ​ທີ່​ຕໍ່​ສູ້ກັບ
​ພວກ​ກຸ່ມ​ກໍ່​ການ​ຮ້າຍ ແລະ​ນັກ​ລົບ​ທີ່ໄດ້​ຮັບ​ການ​ໜູນ​ຫລັງ​ຈາກເທີ​ກີ​ຢູ່​ໃນ​ຂົງ​ເຂດດັ່ງ​ກ່າວ.
ອັງ​ກາ​ຣາ​ອ້າງວ່າ​ຊາວເຄີດ​ສ໌ໃນ​ຊີ​ເຣຍຢາກ​ເຂົ້າ​ຮ່ວມ​ຊາວ​ເຄີດ​ສ໌​ທີ​ເປັນ​ຊົນກຸ່ມ​ນ້ອຍ​
ໃນ​ເທີ​ກີທີ່ມີ​ເປົ້າ​ໝາຍທີ່​ຈະ​ແບ່ງ​ເອົາດິນ​ແດນສ່ວນ​ນຶ່ງ​ເພື່ອໃຫ້​ເປັນດິນ​ແດນ​ເອກ​ກະ​
ລາດຂອງ​ຊາວ​ເຄີດ​ສ໌ ແລະ​ໄດ້​ຕັດ​ສິນ​ໃຈແນ້ວ​ແນ່ ​ທີ່​ຈະ​ເອົາເຂົາ​ເຈົ້າ​ອອກ​ຈາກ​ເຂດ
ຊາຍ​ແດນນັ້ນ ໃຫ້​ໄດ້. ຊາວ​ເຄີດ​ສ໌ຢູ່​ໃນ​ທ້ອງ​ຖິ່ນດັ່ງ​ກ່າວ ແມ່ນ​ມີ​ສະ​ຕິດ​ສູງ​ກ່ຽວ​ກັບ
​ເລື້ອງນີ້.

ນັກ​ລົບຊາວ​ເຄີດ​ສ໌​ທີ່​ໄດ້​ຮັບ​ບາດ​ເຈັບ​ຄົນ​ນຶ່ງກ່າວ​ວ່າ “ບັດ​ນີ້ ພວກ​ເຮົາຕົກ​ຢູ່​ພາຍ​ໃຕ້​
ການ​ຂົ່ມ​ຂູ່ທີ່​ເປັນ​ອັນ​ຕະ​ລາຍ​ຮ້າ​ຍ​ແຮງ ​ຈາກ​ລັດ​ຖ​ະ​ບານ​ຟາ​ຊິດ​ເທີ​ກີ ຊຶ່ງບໍ່​ໄດ້ ຈຳ​ແນກ
​ວ່າ​ແມ່ນ​ເດັກ​ນ້ອຍ, ແມ່​ຍິງ ແລະ​ຜູ້​ເຖົ້າເລີຍ​. ພວກ​ເຮົາ​ຍັງ​ບໍ່ໄດ້​ທຳ​ລາຍ ຫຼື​ຢຶດ​ຄອງດິນ
​ແດນ​ຂອງ​ຜູ້​ໃດ. ພວກ​ເຮົາ​ຕໍ່​ສູ້​ເພື່ອ​ປະ​ເທດ​ຂອງ​ພວກ​ເຮົາ, ເພື່ອຄອບ​ຄົວ​ຂອງ​ພວກ​
ເຮົາ ແລະ​ເພື່ອ​ເມືອງ ແລະ​ໝູ່​ບ້ານ​ຂອງ​ພວກ​ເຮົາ.”

ທ່ານ​ມາ​ສ​ລຳ ແອັບ​ດີ, ຜູ້​ບັນ​ຊາ​ການ​ຂອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ຫລື SDF ກ່າວ
​ຕໍ່ວີ​ໂອ​ເອ ພະ​ແນກ​ພາ​ສາ​ເຄີດ​ສ໌ ຢູ່​ໃນ​ການໃຫ້ສຳ​ພາ​ດຜ່ານ​ທາງ​ໂທ​ລະ​ສັບ​ວ່າ ການ
​ຕັດ​ສິນ​ໃຈ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໄດ້ຊັກ​ຊວນ​ໃຫ້​ເທີ​ກີ​ຮຸກ​ຮານ​ພາກ​ເໜືອຂອງຊີ​
ເຣຍ ແລະ​ເຂັ່ນ​ຂ້າຊາວ​ເຄີດ​ສ໌​ຢູ່​ໃນທ້ອງ​ຖິ່ນນັ້ນ. ທ່ານ ແອັບ​ດີ ກ່າວ​ວ່າ ການ​ຖອນ
​ທະ​ຫານຂອງ​ສະ​ຫະ​ລັດ ຍັງເປັນ​ການ​ຊ່ວຍກຸ່ມ​ລັດ​ອິ​ສ​ລາມອີກ​ດ້ວຍ ເພາະ​ວ່າ ​ບັນ​ດາ
ໜ່ວຍຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍຂອງ SDF ​ຈະ​ຕ້ອງຖືກ​ມອບ​ໝາຍໃຫ້​ໄປປະ​ຈຳ​ການ​ຢູ່​
ຊ​າຍ​ແດນ​ທີ່​ຕິດກັບ​ເທີ​ກີ.

ໃນ​ຂະ​ນະ​ດຽວ​ກັນ​ກອງ​ທັບ​ເທີ​ກີ ກໍໄດ້ສົ່ງ​ກຳລັງ​ທີ່​ໄດ້​ຮັບ​ການ​ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້
ໄປ​ປະ​ຈຳ​ຢູ່​ຊາຍ​ແດນຕິດ​ກັບ​ຊີ​ເຣຍ ໃນ​ຂະ​ນະ​ທີ່​ກຳ​ລັງ​ກຽມ​ການເລີ້ມ​ໂຈມ​ຕີຕໍ່​ຕ້ານ​
ພວກ​ນັກ​ລົບ​ຊາວເຄີດ​ສ໌ຢູ່. ປະ​ທາ​ນາ​ທິບໍ​ດີເທີ​ກີ​ ທ່ານ​ເຣີ​ເຊບ ຕາ​ຢິບ ເອີ​ດ​ວານ ໄດ້
ສັນ​ຍາ​ວ່າ ​ຈະ​ກວດ​ລ້າງ​ພວກນັກລົບ​ຊາວເຄີດ​ສ໌ຢູ່​ຊີ​ເຣຍໃຫ້​ໝົດ​ໄປ​ຈາກເຂດຊາຍ
​ແດນ​ແຫ່ງນັ້ນ ໂດຍເອີ້ນ​ເຂົາ​ເຈົ້າ​ວ່າ​ເປັນ​ກຸ່ມ​ກໍ່​ການ​ຮ້າຍ ແລະ​ເປັນ​ໄພ​ຂົ່ມ​ຂູ່ຕໍ່ເທີ​ກີ.
ພວກ​ນັກ​ລົບຊາວ​ເຄີດ​ສ໌ ແລະນັກ​ລົບກຸ່ມອື່ນ​ໆ​ຂອງ​ SDF ​ປະ​ຕິ​ເສດວ່າ ຕົນ​ບໍ່​ໄດ້​ມີ​
ການ​ເຊື່ອມ​ໂຍງ​ໃດໆ​ ກັບ​ການ​ກໍ່​ການ​ຮ້າຍ.

ທ້າວ​ອາ​ເມັດ ນັກ​ລົບ​ທີ່​ໄດ້​ຮັບ​ບາດ​ເຈັບ​ອີກ​ຄົນ​ນຶ່ງ​ກ່າວ​ວ່າ “ໃນ​ນາມ​ທະ​ຫານ​ຜ່ານ​
ເສິກ​ທີ່​ໄດ້​ຮັບ​ບາດ​ເຈັບຢູ່​ທ​າງ​ພາກ​ເໜືອ​ຊີ​ເຣຍ ພວກ​ເຮົາ​ໄດ້​ຕໍ່​ສູ້​ເພື່ອ​ແຜ່ນ​ດິນ
​ຕອນ​ນີ້ ແລ​ະໄດ້​ເຮັດຕໍ່ທຸກ​ສິ່ງທຸກ​ຢ່າງເພື່ອ​ປ້ອງ​ກັນ​ດິນ​ແດນ​ຂອງ​ພວກ​ເຮົາ ແລະ
​ປະ​ຊາ​ຊົນຂອງ​ພວກ​ເຮົາ. ພວກ​ເຮົາ​ປະ​ນາມ​ການ​ໂຈມ​ຕີ​ຂອງ​ເທີ​ກີ ແລະການບຸກ​
ລຸກ​ເຂົ້າໄປ​ໃນ​ຊີ​ເຣຍ."

ທ່ານ​ທ​ຣຳ ກ່າວ​ວ່າ ເ​ປົ້າໝາຍ​ຂອງສະ​ຫະ​ລັດ ໃນ​ການ​ເອົາ​ຊະ​ນະກຸ່ມ​ລັດ​ອິ​ສ​ລາມ​
ໄດ້​ບັນ​ລຸ​ແລ້ວ ແລະ​ມັນເຖິງ​ເວ​ລາແລ້ວ​ທີ່​ຈະ​ນຳ​ເອົາ​ທະ​ຫານ​ກັບ​ຄືນມາ​ບ້ານ. ການ
​ຕັດ​ສິນ​ໃຈຂອງ​ທ່ານ​ໄດ້​ຖືກ​ຕຳ​ນິ​ ແມ່ນ​ແຕ່​ຈາກ​ສະ​ມາ​ຊິກ​ໃນພັກ​ຂອງ​ທ່ານ​ເອງ ຜູ້​ທີ່
​ເວົ້າ​ວ່າກຸ່ມ​ລັດ​ອິ​ສ​ລາມ​ຍັງ​ຫລົງ​ເຫລືອ​ຢູ່​ໃນ​ຊີ​ເຣຍຢູ່. ບັນ​ດາ ​ຜູ້​ຕຳ​ນິເລື້ອງນີ້ ​ຍັງ​ໄດ້​
ເຕືອນ​ວ່າ ການປະ​ລະ​ພັນ​ທະ​ມິດຊາວ​ເຄີດ​ສ໌ ຢູ່​ຕໍ່​ໜ້າ​ການ​ບຸກ​ລຸກ​ຂອງ​ເທີ​ກີ ໄດ້ທຳ
​ລາຍ​ພາບພົດຂອງ​ສະ​ຫະ​ລັດໃນ​ນາ​ມ​ທີ່ວ່າ​ເປັນຄູ່​ຮ່ວມ​ງານ​ທີ່​ໄວ້​ວາງ​ໃຈ​ໄດ້.

ທ່ານ​ທ​ຣຳ​ເອີ້ນເທີ​ກີ​ວ່າ “ເປັນ​ຄູ່ພາ​ຄີ​ທາງ​ການ​ຄ້າທີ່ໃຫຍ່” ໃນ​ວັນ​ອັງ​ຄານ​ວານ​ນີ້
ແລະ​ກ່າວ​ວ່າ ທ່ານ​ເອີດ​ວານ ຈະ​ມາຢ້ຽມ​

U.S. President Donald Trump denies that the United States has abandoned Kurds in Syria ahead of Turkey's planned invasion on Kurdish-held territories in northern Syria. In a tweet Tuesday, Trump said that "any unforced and unnecessary fighting by Turkey will be devastating to their economy." But Syrian Kurdish fighters who were crucial in an offensive that defeated Islamic State terrorists in Syria say Trump's decision to withdraw U.S. troops from the area puts them in grave danger. Leaders of the U.S.-backed Syrian Democratic Forces told VOA Kurdish Service reporters in northern Syria that with U.S. troops out of the way, Turkey is determined to wipe out Kurds from northern Syria. The SDF alliance says it is now considering a partnership with Syrian President Bashar Assad to repel the Turkish military. VOA's Zlatica Hoke reports.


Kurdish fighters wounded in the successful offensive against Islamic State in Syria demonstrated Tuesday in Qamishli, a northern Syrian town close to the border with Turkey. The U.S.-backed Kurdish militia is a member of the Syrian Democratic Forces, an alliance of groups that fought terrorist groups and Turkey-backed militias in the region. Ankara claims that Syrian Kurds want to join Turkey's Kurdish minority with the goal of carving out territory for an independent Kurdistan and is determined to remove them from the border area. Local Kurds are on high alert.

"Now, we are under a grave threat from the Turkish fascist government, which does not differentiate between children, women and elderly people. We have not destroyed or occupied anyone's territory. We fought for our country, for our families and for our cities and villages."

Mazlum Abdi, commander-in-chief of the Syrian Democratic Forces, told VOA Kurdish Service in a telephone interview that Trump's decision encourages Turkey to invade northern Syria and kill the local Kurds. Abdi said a withdrawal of U.S. troops also helps Islamic State because the SDF anti-terrorist units had to be reassigned to the border with Turkey.

Meanwhile, the Turkish military has dispatched reinforcements to the border with Syria as it prepares to launch an offensive against Kurdish fighters. Turkish President Recep Tayyip Erdogan has vowed to clear the border area from Syrian Kurdish fighters calling them a terrorist group and a threat to Turkey. Kurdish and other SDF fighters deny any links to terrorism.

"As injured war veterans in northern Syria, we fought for this land and did whatever it took to defend our land and our people. We condemn Turkey's attacks and incursions into Syria."

Trump says the U.S. goal of defeating Islamic State in Syria has been achieved and it is time to bring the troops back home. His decision has been criticized even by some of his own party members, who say Islamic State still has a presence in Syria. Critics also warn that abandoning Kurdish allies in the face of a Turkish invasion undermines the U.S. image as a reliable partner.

Trump called Turkey a "big trading partner" on Tuesday and said Erdogan will visit Washington next month.

XS
SM
MD
LG