ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Trump ປະຕິເສດ ຕໍ່ການສັນຍາ ທີ່ຈະຍອມຮັບ ຜົນການເລືອກຕັ້ງ


Trump Refuses to Pledge to Accept Election Results
please wait

No media source currently available

0:00 0:02:58 0:00

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump ໄດ້ປະຕິເສດ ທີ່ຈະສັນຍາວ່າ ທ່ານຈະຍອມຮັບຜົນຂອງການເລືອກຕັ້ງ ສະຫະລັດ ໃນການ ໂຕ້ວາຄັ້ງທີສາມ ແລະ ກໍຄັ້ງສຸດທ້າຍສຳລັບທ່ານ ແລະ ທ່ານນາງ Hillary Clinton ໃນວັນ ພຸດທີ່ຜ່ານມາ. ຜູ້ມີຄວາມຫວັງຢາກດຳລົງຕຳແໜ່ງໃນທຳນຽບຂາວທັງສອງທ່ານຍັງໄດ້ປະ ທະຄຳເວົ້າກັນ ກ່ຽວກັບ ຣັດເຊຍ, ຄົນເຂົ້າເມືອງ ແລະ ການແຕ່ງຕັ້ງຕຳແໜ່ງ ໃນສານສູງ ສຸດ ສະຫະລັດ ໃນການໂຕ້ວາທີທີ່ຖືກຈັດຂຶ້ນໃນນະຄອນ Las Vegas, ລັດ Nevada. ນັກ ຂ່າວແຫ່ງຊາດຂອງວີໂອເອ Jim Malone ມີບົດສະຫຼຸບ ກ່ຽວກັບການໂຕ້ວາທີຮອບທີ 3 ຈາກນະຄອນຫຼວງ ວໍໍຊິງຕັນ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.

ເປັນຄັ້ງທີສອງຕິດຕໍ່ກັນ, ທີ່ບໍ່ໄດ້ມີການຈັບມືກັນ ລະຫວ່າງທ່ານນາງ Hillary Clinton ແລະ ທ່ານ Donald Trump ໃນການປະເຊີນໜ້າ​ໂຕ້​ວາທີຄັ້ງສຸດທ້າຍຂອງພວກເພິ່ນ.

ບາງທີຊ່ວງເວລາທີ່ສຳຄັນທີ່ສຸດໄດ້ເກີດຂຶ້ນເມື່ອທ່ານ Trump ໄດ້ຖືກກົດດັນໂດຍພິທີ ກອນຂອງການ​ໂຕ້​ວາທີ ທ່ານ Chris Wallace ກ່ຽວກັບການກ່າວອ້າງ ຊ້ຳແລ້ວຊ້ຳອີກ ວ່າ ຂັ້ນຕອນການເລືອກຕັ້ງ ສະຫະລັດ ໄດ້ສໍ້ໂກງຄະ​ແນນ​ສຽງ​ຂອງທ່ານ.

ທ່ານ Chris Wallace ກ່າວວ່າ “ທ່ານຈະຍອມຮັບຜົນຂອງການເລືອກຕັ້ງຄັ້ງນີ້ຢ່າງແນ່ ນອນບໍ?"

ທ່ານ Donald Trump ຜູ້ລົງແຂ່ງຂັນຈາກພັກຣີພັບບລີກັນກ່າວວ່າ “ແລ້ວຂ້ອຍຈະເບິ່ງ ຄືນອີກ. ຂ້ອຍບໍ່ໄດ້ເບິ່ງຫຍັງໃນເວລານີ້. ແລ້ວຂ້ອຍຈະເບິ່ງມັນອີກ. ສິ່ງທີ່ຂ້ອຍໄດ້ເຫັນ ແມ່ນບໍ່ດີຫຼາຍ. ກ່ອນອື່ນໝົດ, ພວກສື່ມວນຊົນແມ່ນບໍ່ຊື່ສັດແທ້ໆ ແລະ ພວກເຂົາເຈົ້າ ໄດ້ວາງຢາພິດໃສ່ຄວາມຄິດຂອງຜູ້ລົງຄະແນນສຽງ.”

ທ່ານນາງ Clinton ໄດ້ກ່່າວວ່າ ລາວພົບວ່າ ຄຳຕອບຂອງທ່ານ Trump ແມ່ນ “ເປັນຕາ ຢ້ານ” ແລະ ໄດ້ກ່າວວ່າ ມັນກົງກັນຂ້າມກັບທຳນຽມການເມືອງຂອງ ສະຫະລັດ.

ທ່ານນາງ Hillary Clinton ຈາກພັກເດໂມແຄຣັດກ່າວວ່າ “ທ່ານ Trump ກຳລັງໝິ່ນປະ ໝາດ ແລະ ດູຖືກປະຊາທິປະໄຕຂອງພວກເຮົາ ແລະ ຂ້າພະເຈົ້າເຊື່ອວ່າຄົນບາງຄົນຜູ້ ທີ່ຖືກສະເໜີຊື່ຈາກ​ໜຶ່ງ​ໃນສອງພັກການເມືອງໃຫຍ່ຂອງພວກເຮົາ ຈະຍອມຮັບເອົາທ່າ​ທີແບບນັ້ນ.”

ທ່ານ Trump ແລະ ທ່ານນາງ Clinton ຍັງໄດ້ໂຕ້ຖຽງກັນ ກ່ຽວກັບວ່າ ຣັດເຊຍ ກຳລັງພະ ຍາຍາມທີ່ຈະສ້າງອິດທິພົນ ໃນຂັ້ນຕອນການເລືອກຕັ້ງຜ່ານການໂຈມຕີທາງຄອມພິວເຕີ ຫຼືບໍ່, ເຊິ່ງບັນດາເຈົ້າໜ້າສືບລັດຖະການລັບ ເຊື່ອວ່າມັນແມ່ນກໍລະນີໜຶ່ງ.

ທ່ານນາງ Hillary Clinton ກ່າວວ່າ “ໃນທີ່ສຸດ, ທ່ານ Donald Trump ຈະຍອມຮັບ ແລະ ກ່າວປະນາມວ່າ ຣັດເຊຍ ກຳລັງເຮັດສິ່ງນີ້ ແລະ ປະກາດຢ່າງຊັດເຈນວ່າ ທ່ານ ຈະບໍ່ໄດ້ຮັບການຊ່ວຍເຫຼືອຂອງທ່ານ Putin ໃນການເລືອກຕັ້ງຄັ້ງນີ້ ຫຼື ບໍ່, ແລະ ວ່າ ທ່ານປະຕິເສດການເຄື່ອນໄຫວສອດແນມຂອງພວກ ຣັດເຊຍ ຕໍ່ຊາວ ອາເມຣິກັນ, ເຊິ່ງ ໂດຍແທ້ຈິງແລ້ວ ທ່ານເປັນຄົນສົ່ງເສີມໃນເມືື່ອກ່ອນ.”

ໃນເມື່ອໄດ້ຖືກກົດດັນ, ທ່ານ Trump ໄດ້ກ່າວວ່າ ທ່ານຈະກ່າວປະນາມ ຣັດເຊຍ ແນ່ນອນ ສຳລັບກໍລະນີດັ່ງກ່າວ ຖ້າມັນແມ່ນຄວາມຈິງ. ແຕ່ທ່ານກໍຍັງໄດ້ກ່າວວ່າ ຈີນ ຫຼື ປະເທດ ອື່ນໆກໍອາດຈະຢູ່ເບື້ອງຫຼັງຂອງການໂຈມຕີທາງຄອມພິວເຕີນີ້.

ທ່ານ Donald Trump ກ່າວວ່າ “ຂ້ອຍບໍ່ຮູ້ຈັກທ່ານ Putin. ລາວໄດ້ກ່າວສິ່ງດີໆ ກ່ຽວ ກັບ ຂ້ອຍ. ຖ້າພວກເຮົາເຂົ້າກັນໄດ້ດີມັນກໍອາດຈະດີ. ຖ້າ ຣັດເຊຍ ແລະ ສະຫະລັດ ໄປນຳ ກັນໄດ້ດີ ແລະ ຕາມລ່າພວກ ISIS ນຳກັນມັນກໍຈະເປັນເລື່ອງທີ່ດີ. ລາວບໍ່ມີ ຄວາມເຄົາລົບສຳລັບທ່ານນາງ. ລາວບໍ່ມີຄວາມເຄົາລົບຕໍ່ປະທານາທິບໍດີຂອງພວກ ເຮົາ.”

ທ່ານ Trump ຍັງ​ໄດ້ປ້ອງກັນຕົນເອງ ກ່ຽວກັບ ການຖືກກ່າວຫາຈາກແມ່ຍິງຢ່າງໜ້ອຍ 9 ຄົນ ຜູ້ທີ່ກ່າວວ່າທ່ານໄດ້ລູບຄຳພວກເຂົາເຈົ້າຢ່າງລາມົກ.

ທ່ານ Donald Trump ໄດ້ກ່າວວ່າ “ເອົາລະກ່ອນອື່ນໝົດ, ເລື່ອງລາວພວກນັ້ນສ່ວນ​ໃຫຍ່​ໄດ້​ຖືກ​ຢືນຢັນ​ແລ້ວ​ວ່າ​ບໍ່​ເປັນຄວາມ​ຈິງ. ຄົນພວກນັ້ນ, ຂ້ອຍບໍ່ຮູ້ຄົນພວກນັ້ນ. ຂ້ອຍມີຄວາມຮູ້ສຶກວ່າພວກເຂົາເຈົ້າມາເປັນຈຸດສົນໃຈໄດ້ແນວໃດ. ຂ້ອຍເຊື່ອວ່າມັນ ແມ່ນການໂຄສະນາຫາສຽງຂອງລາວເປັນຄົນເຮັດ.”

ທ່ານນາງ Clinton ໄດ້ຫາທາງປ້ອງກັນພວກແມ່ຍິງຜູ້ທີ່ກ່າວຫາທ່ານ Trump ນັ້ນ.

ທ່ານນາງ Clinton ກ່າວວ່າ “ທ່ານ Donald ຄິດວ່າການເວົ້າດູຖືກແມ່ຍິງຈະເຮັດໃຫ້ ລາວໃຫຍ່ກວ່າເກົ່າ. ລາວ​ໄດ້​ໂຈມ​ຕີກຽດສັກສີຂອງພວກເຂົາເຈົ້າ, ຄຸນຄ່າໃນຕົວຂອງ ພວກເຂົາເຈົ້າ, ແລະ ຂ້າພະເຈົ້າບໍ່ຄິດວ່າມັນຈະມີແມ່ຍິງຢູ່ບ່ອນໃດ ຜູ້ທີ່ບໍ່ຮູ້ວ່າສິ່ງດັ່ງ ກ່າວນັ້ນຮູ້ສຶກແນວໃດ.”

ບັນດາຜູ້ລົງແຂ່ງຂັນກໍຍັງໄດ້ສະເໜີຄວາມຄິດ ກ່ຽວກັບ ການແຕ່ງຕັ້ງຕຳແໜ່ງໃນສານສູງ ສຸດ, ການແທ້ງລູກ ແລະ ບັນຫາຄົນເຂົ້າເມືອງ ເມື່ອອີກຄັ້ງໜຶ່ງທ່ານ Trump ໄດ້ຮຽກຮ້ອງ ໃຫ້ສ້າງກຳແພງຕາມເຂດຊາຍແດນ ແຕ່ທ່ານນາງ Clinton ໄດ້ກ່າວວ່າທ່ານ Trump ຈະ ແຍກຄອບຄົວຂອງປະຊາຊົນອອກຈາກກັນ.

ໃນ​ຂະນະ​ທີ່ ທ່ານນາງ Clinton ​ໄດ້ຂະຫຍາຍການ​ມີຄະແນນນຳໜ້າປະມານ 7 ເປີເຊັນ, ການລົງຄະແນນສຽງລ່ວງໜ້າແມ່ນກຳລັງດຳເນີນຢູ່ໃນຫຼາຍກວ່າ 30 ລັດ.

((INTRO))[[Republican presidential candidate Donald Trump refused to promise that he will accept the results of the U.S. election in his third and final debate with Democrat Hillary Clinton on Wednesday.The two White House hopefuls also clashed over Russia, immigration and appointments to the U.S. Supreme Court in the debate held in Las Vegas, Nevada.VOA National correspondent Jim Malone has a wrap-up of the third debate from Washington.]]

((NARRATOR))
For the second straight debate, there was no handshake between Hillary Clinton and Donald Trump in their final faceoff.

Perhaps the most significant moment came when Trump was pressed by moderator Chris Wallace about his repeated claims that the U.S. election process is rigged against him.

((CHRIS WALLACE, MODERATOR))
"That you will absolutely accept the result of this election"?"

((DONALD TRUMP, REPUBLICAN CANDIDATE))
"I will look at it at the time.I'm not looking at anything now.I will look at it at the time.What I've seen is so bad.First of all, the media is so dishonest ((edit)) and they have poisoned the minds of the voters."

((NARRATOR))
Clinton said she found Trump's response "horrifying" and said it ran counter to U.S. political tradition.

((HILLARY CLINTON, DEMOCRATIC CANDIDATE))
"He is denigrating and talking down our democracy and I, for one, am appalled that somebody who is the nominee of one of our two major parties would take that kind of position."

((NARRATOR))
Trump and Clinton also clashed over whether Russia is trying to influence the election process through cyber-attacks, which U.S. intelligence officials believe is the case.

((HILLARY CLINTON, DEMOCRATIC CANDIDATE))
"Finally, will Donald Trump admit and condemn that the Russians are doing this and make it clear that he will not have the help of Putin in this election, and that he rejects Russian espionage against Americans, which he actually encouraged in the past."

((NARRATOR))
When pressed, Trump said he would of course condemn Russia for the activity if it was true.But he also said China or others could be behind the cyber-attacks.

((DONALD TRUMP, REPUBLICAN CANDIDATE))
"I don't know Putin.He said nice things about me.If we got along well that would be good.If Russia and the United States got along well and went after ISIS that would be good.He has no respect for her.He has no respect for our president."

((NARRATOR))
Trump was also on the defensive over allegations from at least nine women who say he groped them sexually.

((DONALD TRUMP, REPUBLICAN CANDIDATE))
"Well first of all, those stories have been largely debunked.Those people, I don't know those people.I have a feeling how they came (to light).I believe it was her campaign that did it."

((NARRATOR))
Clinton sought to defend those making the allegations.

((HILLARY CLINTON, DEMOCRATIC CANDIDATE))
"Donald thinks that belittling women makes him bigger.He goes after their dignity, their self-worth, and I don't think there is a woman anywhere who doesn't know what that feels like."

((NARRATOR))
The candidates also offered different views on Supreme Court appointments, abortion and immigration when Trump again called for a border wall but Clinton said he would rip families apart.

((NARRATOR))
With Hillary Clinton holding an expanded lead of about seven percentage points, early voting is underway in more than 30 states.

XS
SM
MD
LG