ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Trump ສະເໜີ ການສົ່ງເສີມ ທາງດ້ານ ເສດຖະກິດ ສຳລັບຊາວອາເມຣິກັນ ຜິວດຳ


ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump, ຮ່ວມກັບທ່ານນາງ Ivanka Trump, ຊ້າຍ ແລະ ທ່ານນາງ Melania Trump, ກ່າວໃນລະຫວ່າງ ພິທີເປີດໂຮງແຮມ Trump International Hotel-Old Post Office, 26 ຕຸລາ, 2016, ນະຄອນຫຼວງ ວໍຊິງຕັນ.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump, ຮ່ວມກັບທ່ານນາງ Ivanka Trump, ຊ້າຍ ແລະ ທ່ານນາງ Melania Trump, ກ່າວໃນລະຫວ່າງ ພິທີເປີດໂຮງແຮມ Trump International Hotel-Old Post Office, 26 ຕຸລາ, 2016, ນະຄອນຫຼວງ ວໍຊິງຕັນ.

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump ແມ່ນກຳລັງສະເໜີມາດ​ຕະການທາງດ້ານເສດຖະກິດຫຼາຍຢ່າງເພື່ອຊ່ວຍເຫຼືອປະຊາຊົນ ອາເມຣິກັນ ຜິວດຳ, ​ເຊິ່ງເປັນກຸ່ມໜຶ່ງທີ່ສຳໜັບສະໜູນຄູ່ແຂ່ງຂອງທ່ານຈາກພັກເດໂມ ແຄຣັດ ທ່ານນາງ Hillary Clinton ເປັນສ່ວນໃຫຍ່, ອີງຕາມການຢັ່ງຫາງສຽງ.

ໃນລະຫວ່າງການກ່າວຄຳປາໄສເມື່ອວັນພຸດວານນີ້ທີ່ນະຄອນ Charlotte ລັດ North Carolina, ທ່ານ Trump ໄດ້ສະເໜີແຜນການຕ່າງໆທີ່ຈະເຮັດໃຫ້ມັນງ່າຍຂຶ້ນສຳລັບນັກ ທຸລະກິດຊາວ ອາເມຣິກັນ ຜິວດຳທີ່ຈະໄດ້ຮັບເງິນກູ້ຢືມ, ແລະ ອະນຸຍາດໃຫ້ເມືອງຕ່າງໆ ປະກາດ​ໃຫ້​ເຂດ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍເປັນຂົງເຂດທີ່ປະສົບໄພພິບັດ ​ດັ່ງນັ້ນພວກເຂົາ ເຈົ້າຈຶ່ງ​ຈະສາມາດບູລະນະ​ສ້າງສາຄືນໃໝ່​ໄດ້.

ທ່ານ Trump ໄດ້ກ່າວຕໍ່ພວກຜູ້ຮັບຟັງທ່ານທີ່ສ່ວນໃຫຍ່ເປັນຄົນຂາວນັ້ນວ່າ “ປະຊາຊົນ ອາເມຣິກັນ ຜິວດຳຖືກປະຖິ້ມຫຼາຍຄົນໂພດ.”

ໃນຕອນເຊົ້າຂອງມື້ວານ​ນີ້, ທ່ານ Trump ໄດ້ເດີນທາງໄປນະຄອນ ຫຼວງ ວໍຊິງຕັນ ​ໃນພິທີ ຕັດແຖບຜ້າທີ່ໂຮງແຮມຫຼັງໃໝ່ຂອງທ່ານຕັ້ງຢູ່ໃກ້ກັບທຳນຽບຂາວ. ທ່ານນາງ Clinton ໄດ້ກ່າວວິຈານໃນສິ່ງທີ່ທ່ານນາງ​ເວົ້າວ່າ ທ່ານ Trump ໄດ້ໃຫ້ຄວາມສົນໃຈໃນທຸລະກິດ ຂອງລາວ ຫຼາຍກວ່າການໂຄສະນາຫາສຽງ.

ແຕ່ທ່ານ Trump ໄດ້ກ່າວວ່າ ລາວມີ​ສິດໄປເຂົ້າຮ່ວມໃນງານດັ່ງກ່າວ ແລະໄດ້ຕັ້ງຄຳຖາມ ວ່າເປັນຫຍັງບໍ່ມີໃຜກ່າວຕ້ອງ​ຕິທ່ານນາງ Clinton ໃນເລື່ອງທີ່ຄ້າຍຄືກັນ ສຳລັບການໄປ ຮ່ວມຄອນເສີດຂອງນັກຮ້ອງ Adelle ໃນວັນອັງຄານທີ່ຜ່ານມາ.

ພັກຣີພັບບລີກັນ ຍັງໄດ້ກ່າວໃນວັນພຸດມື້ນີ້ວ່າ ທ່ານໄດ້ໃຊ້ເງິນສ່ວນຕົວ 100 ລ້ານໂດລາ ໃນການໂຄສະນາຫາສຽງ ແລະ​ໄດ້ກຽມທີ່ຈະປະກອບ ສ່ວນເພີ່ມເຕີມ ຖ້າຫາກ​ຈຳ​ເປັນ.

ດ້ວຍການແຂ່ງຂັນເລືອກຕັ້ງທີ່ໄດ້ຫຍັບເຂົ້າສູ່ໄລຍະສອງສັບປະດາສຸດທ້າຍນັ້ນ, ການໂຄ ສະນາຫາສຽງຂອງທ່ານນາງ Clinton ໄດ້ໃຊ້ເງິນຫຼາຍກວ່າທ່ານ Trump ​ໃນ​ອັດຕາຫຼາຍ ກວ່າ 2 ຕໍ່ 1.

ລາຍງານຫຼາຍສະບັບທີ່ບັນດາຜູ້ລົງຄະແນນສຽງ​ໄດ້​ຍື່ນ​ຕໍ່ລັດຖະບານ ສະຫະລັດ ສະແດງ ໃຫ້ເຫັນວ່າ ທ່ານນາງ Clinton ຫາເງິນໄດ້ທັງໝົດເກືອບ 950 ລ້ານໂດລາ ແລະ ມີເງິນຢູ່ ໃນມືປະມານ 178 ລ້ານໂດລາ ສຳລັບການໂຄສະນາທາງໂທລະພາບ ແລະ ຄວາມພະ ຍາຍາມ ຂະຫຍາຍຜູ້ສະໜັບສະໜູນ ໃນຊ່ວງມື້ສຸດທ້າຍກ່ອນການເລືອກຕັ້ງ. ການໂຄສະ ນາຫາສຽງຂອງທ່ານ Trump ຫາເງິນໄດ້ປະມານ 449 ລ້ານໂດລາ ແລະ ມີເງິນຢູ່ໃນມື 97 ລ້ານໂດລາ​.

Republican presidential candidate Donald Trump is proposing a series of economic measures to help black Americans, a population that according to polls largely supports his opponent, Democrat Hillary Clinton.

During a speech Wednesday in Charlotte, North Carolina, Trump outlined plans to make it easier for African-American entrepreneurs to get loans, and allowing cities to declare blighted sections disaster areas so they can be rebuilt.

Trump told his largely white audience that "too many African-Americans have been left behind."

Earlier in the day, Trump was in Washington for a ribbon-cutting ceremony at his new hotel near the White House.Clinton criticized what she said was Trump paying more attention to his business than campaigning.

But Trump said he was entitled to attend the event, and questioned why no one similarly criticized Clinton for attending an Adele concert on Tuesday.

The Republican also said Wednesday he has personally spent $100 million on his campaign and is prepared to contribute more if he has to.

With the election race in its final two weeks, Clinton's campaign has outspent Trump's by more than a two-to-one margin.

Reports filed by the candidates with the U.S. government show that Clinton has raised a total of nearly $950 million and has about $178 million on hand for television advertising and get-out-the-vote efforts in the last days ahead of the election.Trump's campaign has raised about $449 million and has $97 million on hand.

XS
SM
MD
LG