ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໘ ກຸມພາ ໒໐໒໕

ທ່ານ ທ​ຣຳ ສັນ​ຍາ​ທີ່​ຈະ​ສິ້ນ​ສຸດ​ສິດ​ທິ​ໃນ​ການ​ຖື​ສ​ັນ​ຊາດ​ແຕ່​ກຳ​ເນີດ


ໃນ​ພາບ​ວັນ​ທີ 27 ຕຸ​ລາ 2018 ນີ້​ສະ​ແດງ​ໃຫ້​ເຫັນ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໃຫ້​ຄຳ​ເຫັນ​ຕໍ່​ນັກ​ຂ່າວ ກ່ຽວ​ກັບ ການ​ຍິງ​ກັນ​ຢູ່​ໂບ​ດ​ຊາວ​ຢິວ​ໃນ​ນະ​ຄອນ ພິດ​ສ​ເບີດ ລັດ ເພັນ​ຊິ​ລ​ເວ​ເນຍ.(AP Photo/Andrew Harnik)
ໃນ​ພາບ​ວັນ​ທີ 27 ຕຸ​ລາ 2018 ນີ້​ສະ​ແດງ​ໃຫ້​ເຫັນ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໃຫ້​ຄຳ​ເຫັນ​ຕໍ່​ນັກ​ຂ່າວ ກ່ຽວ​ກັບ ການ​ຍິງ​ກັນ​ຢູ່​ໂບ​ດ​ຊາວ​ຢິວ​ໃນ​ນະ​ຄອນ ພິດ​ສ​ເບີດ ລັດ ເພັນ​ຊິ​ລ​ເວ​ເນຍ.(AP Photo/Andrew Harnik)

ວ່າ​ທີ່​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ສັນ​ຍາ​ວ່າ​ຈະ​ສິ້ນ​ສຸດ​ສິດ​ທິ​ໃນ​ການ​ຖື​ສັນ​ຊາດ​ແຕ່​ກຳ​ເນີດ ທັນ​ທີ​ທີ່​ທ່ານ​ເຂົ້າ​ກຳ​ຕຳ​ແໜ່ງ ເພື່ອ​ປະ​ຕິ​ບັດ​ຕາມ​ຄຳ​ສັນ​ຍາ​ການ​ໂຄ​ສະ​ນາ​ຫາ​ສຽງ ທີ່​ແນ​ເປົ້າ​ໃສ່​ການ​ຈຳ​ກັດ​ຄົນ​ເຂົ້າ​ເມືອງ ແລະ ໃຫ້​ນິ​ຍາມ​ໃໝ່ ກ່ຽວ​ກັບ ຄວາມ​ໝາຍ​ຂອງ​ການ​ເປັນ​ຄົນ ອາ​ເມ​ຣິ​ກັນ.

ແຕ່​ຄວາມ​ພະ​ຍາ​ຍາມ​ໃດໆ​ທີ່​ຈະ​ຢຸດ​ນະ​ໂຍ​ບາຍ​ດັ່ງ​ກ່າວ​ຈະ​ປະ​ເຊີນ​ກັບ​ອຸ​ປະ​ສັກ​ທາງ​ກົດໝ​າຍຢ່າງ​ໃຫຍ່ຫຼວງ.

ສິດ​ທິ​ໃນ​ການ​ຖື​ສັນ​ຊາດ​ແຕ່​ກຳ​ເນີດ ໝາຍ​ຄວາມ​ວ່າ​ທຸກ​ຄົນ​ທີ່​ເກີດ​ຢູ່​ໃນ ສະ​ຫະ​ລັດ ຈະ​ກາຍ​ເປັນ​ຄົນ​ທີ່​ຖື​ສັນ​ຊາດ ອາ​ເມ​ຣິ​ກັນ ຢ່າງ​ອັດ​ຕະ​ໂນ​ມັດ. ມັນ​ໄດ້​ມີ​ມາ​ເປັນ​ເວ​ລາຫຼາຍ​ທົດ​ສະ​ວັດແລ້ວ ແລະ ໃຊ້​ກັບ​ເດັກ​ນ້ອຍ​ທີ່​ເກີດ​ໂດຍ​ບາງ​ຄົນ​ທີ່​ຢູ່​ໃນ​ປະ​ເທດ​ຢ່າງ​ຜິດ​ກົດ​ໝາຍ ຫຼື ໃນ ສະ​ຫະ​ລັດ ໃນ​ຖາ​ນະ​ນັກ​ທ່ອງ​ທ່ຽວ ຫຼື ຖື​ວີ​ຊາ​ນັກ​ສຶກ​ສາ ຜູ້​ທີ່​ມີ​ແຜນ​ຈະ​ກັບ​ຄືນ​ໄປ​ປະ​ເທດ​ຂອງ​ເຂົາ​ເຈົ້າ.

ມັນ​ບໍ່​ແມ່ນ​ການ​ປະ​ຕິ​ບັດ​ຂອງ​ທຸກ​ປະ​ເທດ, ແລະ ທ່ານ ທ​ຣຳ ກັບ​ຜູ້​ສະ​ໜັບ​ສະ​ໜູນ​ຂອງ​ທ່ານ​ໄດ້​ໂຕ້​ຖຽງ​ວ່າ ລະ​ບົບ​ດັ່ງ​ກ່າວ​ແມ່ນ​ກຳ​ລັງ​ຖືກ​ລະ​ເມີດ ແລະ ວ່າ​ມັນ​ຄວນ​ມີ​ມາດ​ຕະ​ຖານ​ທີ່​ເຄັ່ງ​ຄັດ​ກວ່ານີ້ ​ສຳ​ລັບ​ການ​ທີ່​ຈະ​ກາຍ​ເປັນ​ຄົນ​ຖື​ສັນ​ຊາດ ອາ​ເມ​ຣິ​ກັນ.

ແຕ່​ຄົນ​ອື່ນໆ​ເວົ້າ​ວ່າ ນີ້​ແມ່ນ​ສິດ​ທີ່​ຖືກ​ປົກ​ປ້ອງ​ໄວ້​ຢ່າງ​ເປັນ​ພິ​ເສດ​ໃນ​ຂໍ້​ແກ້​ໄຂ​ທີ 14 ຂອງ​ລັດ​ຖະ​ທຳ​ມະ​ນູນ, ມັນ​ຈະ​ເປັນ​ການ​ຍາກ​ຢ່າງ​ຍິ່ງ​ທີ່​ຈະ​ຕ່າວ​ປີ້ນ​ມັນ ແລະ ແມ່ນ​ກະ​ທັ້ງ​ທີ່​ມັນ​ສາ​ມາດ​ເປັນ​ໄປ​ໄດ້, ມັນ​ກໍ​ເປັນ​ຄວາມ​ຄິດ​ທີ່ບໍ່​ດີ.

ໃນ​ລະ​ຫວ່າງ​ການ​ສຳ​ພາດ​ກັບ​ລາຍ​ການ Meet the Press ຂອງ​ໂທ​ລະ​ພາບ NBC ທ່ານ ທ​ຣຳ ໄດ້​ກ່າວ​ວ່າທ່ານ​ມີ​ແຜນທີ່​ຈະ​ຢຸດ​ສິດ​ທິ​ໃນ​ການ​ຖື​ສັນ​ຊາດແຕ່​ກຳ​ເນີດ “ຢ່າງ​ແນ່ນອນ” ເມື່ອ​ທ່ານ​ເຂົ້າ​ກຳ​ອຳ​ນາດ.

ທ່ານ​ເວົ້າ​ວ່າ “ພວກ​ເຮົາ​ຈະ​ຢຸດ​ສິ່ງ​ນັ້ນ​ເພາະ​ວ່າ​ມັນ​ເປັນ​ຕາ​ຫົວຫຼາຍ.”

ທ່ານ ທ​ຣຳ ແລະ ຜູ້​ຄັດ​ຄ້ານ​ສິ​ດ​ທິ​ໃນ​ການ​ຖື​ສັນ​ຊາດ​ແຕ່​ກຳ​ເນີດ​ຄົນ​ອື່ນໆ​ໄດ້​ໂຕ​ຖຽງ​ວ່າ ມັນ​ໄດ້​ສ້າງ​ສິ່ງ​ດຶງ​ດູດ​ໃຈ​ໃຫ້​ຄົນ​ເດີນ​ທາງ​ມາ​ ສະ​ຫະ​ລັດ ຢ່າງ​ຜິດ​ກົດ​ໝາຍ ຫຼື ເຂົ້າ​ຮ່ວມ​ໃນ “ການ​ທ່ອງ​ທ່ຽວ​ເກີດ​ລູກ”, ເຊິ່ງ​ແມ່​ຍິງ​ທີ່​ຖື​ພາ​ເດີນ​ທາງ​ເຂົ້າ​ມາ​ໃນ ສະ​ຫະ​ລັດ ເພື່ອ​ເກີດ​ລູກ​ຢ່າງ​ສະ​ເພາະ​ເຈາະ​ຈົງ ສະ​ນັ້ນ​ລູກ​ຂອງ​ເຂົາ​ເຈົ້າ​ຈຶ່ງ​ມີ​ສັນ​ຊາດ​ກ່ອນ​ເດີນ​ທາງ​ກັບ​ໄປ​ປະ​ເທດ​ບ້ານ​ເກີດ​ຂອງ​ເຂົາ​ເຈົ້າ.

ທ່ານ ເອ​ຣິກ ຣ​ວາກ, ຜູ້​ອຳ​ນວຍ​ການ​ສູນ​ຄົ້ນ​ຄວ້າ​ສຳ​ລັບ​ອົງ​ການ NumbersUSA, ເຊິ່ງ​ໂຕ​ແຍ້ງ​ສຳ​ລັບ​ການຫຼຸດ​ຜ່ອນ​ຄົນ​ເຂົ້າ​ເມືອງ​ໄດ້​ກ່າວ​ວ່າ “ການ​ເດີນ​ທາງ​ຂ້າມ​ຊາຍ​ແດນ​ງ່າຍໆ ແລະ ເກີດ​ລູກບໍ່​ຄວນ​ເຮັດ​ໃຫ້​ທຸກ​ຄົນ​ໄດ້​ຮັບ​ສິດ​ໃນ​ການ​ຖື​ສັນ​ຊາດ.” ອົງ​ການ​ດັ່ງ​ກ່າວ​ສະ​ໜັບ​ສະ​ໜູນ​ການ​ປ່ຽນ​ແປງ​ທີ່​ຮຽກ​ຮ້ອງ​ໃຫ້​ຜູ້​ປົກ​ຄອງ​ຢ່າງ​ໜ້ອຍ​ຄົນ​ນຶ່ງ​ເປັນ​ຜູ້​ທີ່​ອາ​ໄສ​ຢູ່​ຖາ​ວອນ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ຫຼື ມີ​ສັນ​ຊາດ ສະ​ຫະ​ລັດ ເພື່ອ​ທີ່​ລູກ​ຂອງ​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ສັນ​ຊາ​ດ​ຢ່າ​ງ​ອັດ​ຕະ​ໂນ​ມັດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

President-elect Donald Trump has promised to end birthright citizenship as soon as he gets into office to make good on campaign promises aiming to restrict immigration and redefining what it means to be American.

But any efforts to halt the policy would face steep legal hurdles.

Birthright citizenship means anyone born in the United States automatically becomes an American citizen. It's been in place for decades and applies to children born to someone in the country illegally or in the U.S. on a tourist or student visa who plans to return to their home country.

It's not the practice of every country, and Trump and his supporters have argued that the system is being abused and that there should be tougher standards for becoming an American citizen.

But others say this is a right enshrined in the 14th Amendment to the Constitution, it would be extremely difficult to overturn and even if it's possible, it's a bad idea.

During an interview Sunday on NBC’s “Meet the Press” Trump said he “absolutely” planned to halt birthright citizenship once in office.

“We’re going to end that because it’s ridiculous,” he said.

Trump and other opponents of birthright citizenship have argued that it creates an incentive for people to come to the U.S. illegally or take part in “birth tourism,” in which pregnant women enter the U.S. specifically to give birth so their children can have citizenship before returning to their home countries.

“Simply crossing the border and having a child should not entitle anyone to citizenship,” said Eric Ruark, director of research for NumbersUSA, which argues for reducing immigration. The organization supports changes that would require at least one parent to be a permanent legal resident or a U.S. citizen for their children to automatically get citizenship.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG