ລິ້ງ ສຳຫລັບເຂົ້າຫາ

 
ເຫດການລະເບີດຢູ່ຮ້ານອາໄຫຼ່ລົດ ຈີນ ທີ່ເເຂວງອຸດົມໄຊ ເກີດມາຈາກສານລະເບີດທີ່​ນຳ​ເຂົ້າ​ປະ​ເທດ​ຢ່າງຜິດກົດໝາຍ
ວັນຈັນ, ໓໑ ມີນາ ໒໐໒໕

ເຫດການລະເບີດຢູ່ຮ້ານອາໄຫຼ່ລົດ ຈີນ ທີ່ເເຂວງອຸດົມໄຊ ເກີດມາຈາກສານລະເບີດທີ່​ນຳ​ເຂົ້າ​ປະ​ເທດ​ຢ່າງຜິດກົດໝາຍ


ເຫດການລະເບີດຢູ່ຮ້ານອາໄຫຼ່ລົດ ຈີນ ທີ່ເເຂວງອຸດົມໄຊ
please wait
  • Auto
  • 240p
  • 360p
  • 480p
  • 810p
  • 720p

No media source currently available

0:00 1:09 0:00
  • Auto
  • 240p
  • 360p
  • 480p
  • 810p
  • 720p

ເຫດການລະເບີດຢູ່ຮ້ານອາໄຫຼ່ລົດ ຈີນ ທີ່ເເຂວງອຸດົມໄຊ

ເກີດເຫດການໄຟໄໝ້ ເເລະ ລະເບີດຢູ່ຮ້ານອາໄຫລ່ລົດຂອງບໍລິສັດຈີນ ຊິນເຢີການຄ້າ ຢູ່ບ້ານ ນາໝີ ເມືອງໄຊ ເເຂວງອຸດົມໄຊ ໃນຕອນເຊົ້າຂອງ ວັນສຸກອາທິດທີ່ຜ່ານ ມາເຮັດໃຫ້ມີຜູ້ເສຍຊີວິດເປັນຄົນສັນຊາດຈີນ 3 ຄົນ, ຄົນລາວ 1 ຄົນ ເເລະ ບາດເຈັບ 6 ຄົນ.

ທາງເຈົ້າໜ້າທີ່ເເຂວງອຸດົມໄຊ ພັນເອກດວງ ຈັນໄຊວຸດ ຮອງຫົວໜ້າບັນຊາ ການ ປກສ ເເຂວງອຸດົມໄຊໄດ້ໃຫ້ການຢືນຍັນຜ່ານການຖະເເຫຼ່ງຂ່າວໃນວັນ ທີ 15 ທີ່ຜ່ານມາວ່າ:” ເກີດໄຟໄຫມ້ຢູ່ຮ້ານດັ່ງກ່າວໃນຄັ້ງນີ້ໂດຍບໍ່ຮູ້ສາເຫດລະອຽດເນື່ອງຈາກວ່າຜູ້ຢູ່ໃນເຫດການຕົວຈິງເເມ່ນໄດ້ເສຍຊີວິດ ພາຍຫຼັງທີ່ເຈົ້າໜ້າທີ່ພວກເຮົາຄອບຄຸມ ໄຟໄດ້ເເລ້ວ ຈຶ່ງໄດ້ກວດກາສະຖານທີ່ຕົວຈິງພົບເຫັນຊິ້ນສ່ວນເເກັບໝາກຟ່າ. ສະນັ້ນ, ຈື່ງຂໍຢັ້ງຍືນວ່າບໍ່ເເມ່ນເຫດການກໍ່ການຮ້າຍຕາມຫາງສຽງສັງຄົມ. ເເມ່ນຜູ້ກ່ຽວໄດ້ລັກລອບນຳເອົາຖານລະເບີດ ເເລະ ເເກັບໝາກຟ່າມາຊຸກ ເຊື່ອງເພື່ອຈຳໜ່າຍ ຫຼື ຈຸດປະສົງໃດໜຶ່ງພວກເຮົາບໍ່ສາມາດຮູ້ໄດ້ ຍັງຢູ່ໃນ ຂັ້ນຕອນການສືບສອນສອບສວນ.”

ຕາມການລາຍງານຢ່າງເປັນທາງການຂອງເຈົ້າໜ້າທີ່ຕຳຫຼວດໄດ້ໃຫ້ຮູ້ເພີ່ມຕື່ມວ່າທ້າວ ພັນ ຕົງ ສັນຊາດຈີນ ເຊິ່ງເປັນເຈົ້າຂອງຮ້ານອາໄຫຼ່ລົດດັ່ງກ່າວ ໄດ້ເສຍຊີວິດໃນເຫດການລະເບີດ. ຫຼັງຈາກທີ່ເຫດການນັ້ນໄດ້ເກີດ ຂຶ້ນທາງ ສະຖານກົງສຸນຈີນ ຢູ່ໃນນະຄອນ ຫຼວງພະບາງ ກໍໄດ້ອອກຄຳຖະເເຫຼງການ ກ່ຽວກັບເຫດການດັ່ງກ່າວເຊັ່ນດຽວກັນ.

ທາງດ້ານປະຊາຊົນໄດ້ໃຫ້ສຳພາດຫຼັງຈາກເຫດການວ່າ: “ ເອີຢູ່ໃກ້ໆຫັ້ນເເຫລະທຳອິດກະໄຟມັນໄຫມ້ຄ່ອຍໆໄຫມ້ລະກະເຂົາເຈົ້າເອົານ້ຳຫັ້ນໄປຫົດ ເເມ່ນເເຫລະຂອງຄົນຈີນເຂົາເຈົ້າເເປງລົດນຳນະ ຂາຍອາໄຫຼ່ ຂາຍອີຫຍັງ ເຂົາເຈົ້າວ່າມັນມີລະເບີດເເຕ່ບໍ່ຮູ່ວ່າມັນມີເເທ້ບໍ ເຂົາເຈົ້າຢູ່ຂ້າງໆ ເເຖວນັ້ນວ່າມັນໜ້າຈະມີລະເບີດເເຕກບັກເເຮງໆຄັບເລີຍທົ່ວເມືອງໄຊໄດ້ຍິນໝົດເລີຍ ເເມ່ນເເຫລເຂົາເຈົ້າວ່າຕາຍຄາຢູ່ຫັ້ນໝົດເລີຍພວກໄປດຶງສາຍ ພວກໄປຫົດນ້ຳ ເເມ່ນເເຫລະພວກເຮັດວຽກຢູ່ຫັ້ນເເຫລະ.”

ມະຕິຂອງກອງປະຊຸມສະພາເເຫ່ງຊາດປີ 2022 ໄດ້ກ່າວກ່ຽວກັບວັດຖຸລະ ເບີດວ່າ ກະຊວງປ້ອງກັນປະເທດເປັນຜູ້ໃຫ້ໃຫ້ອະນຸຍາດການນຳເຂົ້າ ລະເບີດທາງດ້ານອຸດສະຫະກຳ ເພື່ອໃຊ້ເຂົ້າໃນການກໍ່ສ້າງໂຄງລ່າງພື້ນຖານ, ຂຸດຄົ້ນເເຮ່ທາດ, ສະເຫຼີມສະຫຼອງ ເເລະ ອື່ນໆເຊິ່ງລະເບີດທີ່ບໍ່ໄດ້ຜ່ານກະ ຊວງເເມ່ນຜິດກົດໝາຍ ເເລະ ມີໂທດຢ່າງໜັກ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG