ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໓໑ ມີນາ ໒໐໒໕

ລັດຖະບານລາວ ວາງແຜນການເພີ້ມອັດຕາການປົກຫຸ້ມຂອງປ່າໄມ້ ໃຫ້ໄດ້ເຖິງ 70 ເປີເຊັນພາຍໃນປີ 2030


ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ໄດ້ສ້າງແຜນຍຸດທະສາດວ່າດ້ວຍການພັດທະນາ ແລະການນຳໃຊ້ຊັບພະຍາກອນທຳມະຊາດຢ່າງຍືນຍົງ ສຳລັບນຳໃຊ້ເປັນແນວທາງໃນການຈັດຕັ້ງປະຕິບັດ ໃນໄລຍະປີ 2026-2030 ເມື່ອບໍ່ດົນມານີ້.
ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ໄດ້ສ້າງແຜນຍຸດທະສາດວ່າດ້ວຍການພັດທະນາ ແລະການນຳໃຊ້ຊັບພະຍາກອນທຳມະຊາດຢ່າງຍືນຍົງ ສຳລັບນຳໃຊ້ເປັນແນວທາງໃນການຈັດຕັ້ງປະຕິບັດ ໃນໄລຍະປີ 2026-2030 ເມື່ອບໍ່ດົນມານີ້.

ລັດຖະບານລາວ ວາງແຜນການເພີ້ມອັດຕາການປົກຫຸ້ມຂອງປ່າໄມ້ ໃຫ້ໄດ້ເຖິງ 70 ເປີເຊັນ ຂອງພື້ນທີ່ທັງໝົດຂອງປະເທດ ພາຍໃນປີ 2030 ແຕ່ການລັກລອບຕັດໄມ້ ເພື່ອການຄ້າຜິດກົດຫມາຍຍັງເກີດຂຶ້ນຢ່າງກວ້າງຂວາງ.

ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ​ໄດ້​ສ້າງ​ແຜນ​ຍຸດ​ທະ​ສາດວ່າດ້ວຍການ​ພັດທະນາ​ ​ແລະການ​ນຳ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດຢ່າງຍືນຍົງ ສຳລັບນຳໃຊ້ເປັນແນວທາງໃນການຈັດຕັ້ງປະຕິບັດ ໃນໄລຍະປີ 2026-2030 ແລະໄດ້ຮັບການອະນຸມັດຈາກກອງປະຊຸມລັດຖະບານລາວ ເມື່ອບໍ່ດົນມານີ້ ແຜນການດັງກ່າວນີ້ ໄດ້ວາງຄາດຫມາຍສໍາຄັນໃນ 2 ດ້ານດ້ວຍກັນ ຄືການຈັດສັນທີ່ດິນ ແລະການປົກປັກຮັກສາຊັບພະຍາກອນທຳມະຊາດ ເພື່ອການນໍາໃຊ້ປະໂຫຍດຍ່າງຍືນຍົງ ໂດຍສະເພາະແມ່ນການເພີ່ມອັດຕາການປົກຫຸ້ມຂອງປ່າໄມ້ ໃຫ້ໄດ້ເຖິງ 70% ຂອງພື້ນທີ່ທັງໝົດຂອງປະເທດ ຫຼືຄິດເປັນເນື້ອທີ່ປ່າໄມ້ລວມ 16.5 ລ້ານເຮັກຕາ ໃຫ້ໄດ້ຍ່າງເປັນຮູບປະທຳ ພາຍໃນປີ 2030 ດັ່ງທີ່ ທ່ານພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ໄດ້​ຖະ​ແຫຼງຢືນ​ຢັນ​ວ່າ​ “ສຳຫຼວດ ແລະຈັດສັນທີ່ດິນປ່າໄມ້ ແລະກຳນົດເຂົ້າໃນທີ່ດິນ 3 ປະເພດປ່າ ໃຫ້ໄດ້ຈຳນວນ 16.5 ລ້ານເຮັກຕາ ຫຼື ເທົ່າກັບ 70% ຂອງເນື້ອທີ່ທົ່ວປະເທດ ໃນນັ້ນ ທີ່ດິນປ່າປ້ອງກັນຈຳນວນ 8.2 ລ້ານເຮັກຕາ ຫຼື ເທົ່າກັບ 35%, ທີ່ດິນປ່າສະຫງວນຈຳນວນ 4.7 ລ້ານເຮັກຕາ ຫຼືເທົ່າກັບ 20% ທີ່ດິນປ່າຜະລິດຈຳນວນ 3.1 ລ້ານເຮັກຕາ ຫຼືເທົ່າກັບ 13% ແລະທີ່ດິນເພື່ອປູກຕົ້ນໄມ້ຈຳນວນ 0.5 ລ້ານເຮັກຕາ ໃນປີ 2030.”

ສ່ວນຜູ້ປະສານງານເຄືອຂ່າຍ Global Forest Watch ໃນອາຊຽນ ໃຫ້ທັດສະນະວ່າ ເປັນໄປໄດ້ຍາກທີ່ລັດຖະບານລາວ ຈະບັນລຸເປົ້າໝາຍດັ່ງກ່າວນີ້ໄດ້ຢ່າງແທ້ຈິງ ເພາະວ່າ ການລັກລອບຕັດໄມ້ເພື່ອການຄ້າແບບຜິດກົດໝາຍຍັງຄົງເກີດຂຶ້ນໃນທັ່ວປະເທດລາວ ໂດຍໃນຊ່ວງປີ 2004-2024 ທີ່ຜ່ານມາ ໄດ້ເຮັດໃຫ້ລາວ ຕ້ອງສູນເສຍເນື້ອທີ່ປ່າໄມ້ໄປຫຼາຍກວ່າ 4.8 ລ້ານເຮັກຕາ ໂດຍສະເພາະໃນປີ 2024 ນັ້ນ ກໍປະກົດວ່າ ໄດ້ມີການລັກລອບຕັດໄມ້ໄປຫຼາຍກວ່າ 445,000 ເຮັກຕາ. ຊຶ່ງເປັນຍ້ອນ​ວິ​ກິດ​ການ​ເສດຖະກິດ ​ແລະ​ການ​ເງິນ​ທີ່​ເຮັດ​ໃຫ້​ປະຊາຊນ​ລາວ ​ຈຳນວນຫລາຍຈຳ​ຕ້ອງຍອມເປັນແຮງງານຮັບຈ້າງຕັດໄມ້ໃຫ້ກັບຂະບວນ​ການ​ຄ້າ​ໄມ້​ຜິດ​ກົດໝາຍຂ້າມຊາດ​ ໂດຍ​ສະ​ເພາະແມ່ນ​ຍູ່​ເຂດ​ຊາຍ​ແດນ​ລາວ ​ທີ່​ຕິດ​ຕໍ່​ກັບ​ຫວຽດ​ນາມ​ ແລະ​ຈີນນັ້ນ ຊຶ່ງໃນນີ້ ກໍລວມເຖິງການຕັດໄມ້ເພື່ອບຸກເບີກພື້ນທີ່ກະສິກຳດ້ວຍ ດັ່ງທີ່ຜູ້ປະສານງານ ໄດ້ໃຫ້ການຢືນຢັນວ່າ “ບັນຫາທີ່ 1 ນີ້ ກໍຍ້ອນແມ່ນຄົນມີກາຮບຸກລຸກປ່າໄມ້ເພື່ອເຮັດກິດຈະກຳຕ່າງໆ, ເຊັ່ນ ປູກເຂົ້າ ມັນຕົ້ນ ຢາງພາລາ ມີການບຸກເບີກເພື່ອການຜະລິດ ໂດຍທີ່ບຸກເບີກໄປແລ້ວ ກະການຈູດ ການຖາງ ບໍ່ສາມາດສິຮັກສາໄດ້, ມັນກະລາມໄປ. ອັນທີ 2 ແມ່ນສະພາບດິນຟ້າອາກາດ ເກີດໄພແຫ້ງແລ້ງ ປະລິມານ​ນ້ຳ​ຝົນໃນເມື່ອກ່ອນນີ້ ມັນໄດ້ 400 ກວ່າມິນ​ລິ​ແມັດ ແຕ່ປີນີ້ ມີພຽງ 40-50 ມິນລີແມັດເທົ່ານັ້ນ ຈຶ່ງເຮັດໃຫ້ປ່າໄມ້ນີ້ ມັນແຫ້ງແລ້ງຫຼາຍສຸດ. ທ້າຍນີ້ ມັນກະມີຄົນທີ່ສວຍໂອກາດ ແລະຈູດລາມໄປເພື່ອຢາກໄດ້ດິນທີ່ຖືກໄຟໄໝ້.”

ພາຍໃຕ້ສະພາບການດັ່ງກ່າວ, ຍັງຖືວ່າເປັນເຫດຜົນສຳຄັນທີ່ເຮັດໃຫ້ຄະນະຜູ້ຕ່າງຫນ້າດ້ານການຄ້າຂອງສະຫະພາບຢູໂຣບ ຍັງບໍ່ອະນຸຍາດໃຫ້ນໍາເຂົ້າຜະລິດຕະພັນໄມ້ຈາກລາວ ຈົນເຖິງປັດຈຸບັນ. ເພາະເຫັນວ່າ ການລັກລອບຕັດໄມ້ເພື່ອການຄ້າຜິດກົດໝາຍຍັງມີຢູ່ຢ່າງແຜ່ຫຼາຍໃນລາວ. ຊຶ່ງນອກຈາກບໍ່ມີຄວາມເຊື່ອໝັ້ນຕໍ່ຜະລິດຕະພັນໄມ້ຂອງລາວ ວ່າບໍ່ມີສ່ວນປະກອບທີ່ມາຈາກການຕັດໄມ້ທີ່ຜິດກົດໝາຍ ຈາກການຄ້າໄມ້ທີ່ຜິດກົດໝາຍແລ້ວ, ຍັງເຮັດໃຫ້ຄະນະຜູ້ຕ່າງໜ້າຂອງສະຫະພາບຢູໂຣບ ບໍ່ມີຄວາມເຊື່ອໝັ້ນຕໍ່ມາດຕະການຂອງລັດຖະບານລາວ ໃນການປາບປາມການລັກລອບຕັດໄມ້ທີ່ຜິດກົດໝາຍອີກດ້ວຍ ໂດຍເຫັນໄດ້ຈາກການທີ່ລັດຖະບານລາວ ໄດ້ໃຫ້ການອະນຸຍາດເປັນກໍລະນີພິເສດ ໃນການສົ່ງອອກໄມ້ທ່ອນຫຼາຍກວ່າ 2 ລ້ານແມັດກ້ອນ ທີ່ຍຶດໄດ້ຈາກຂະບວນການລັກລອບຕັດໄມ້ເພື່ອການຄ້າຜິດກົດໝາຍ ໃນຊ່ວງປີ 2022-2024 ຜ່ານມາ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG