ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເປັນປະທານາທິບໍດີ ຂອງທ່ານ ທຣຳ ກ້າວເຖິງຈຸດສິ້ນສຸດແລ້ວ


ແທ່ນໄມໂຄຣໂຟນຕັ້ງຢູ່ນອກຫ້ອງການປະທານາທິບໍດີ ຢູ່ທຳນຽບຂາວ. 19 ມັງກອນ, 2021.
ແທ່ນໄມໂຄຣໂຟນຕັ້ງຢູ່ນອກຫ້ອງການປະທານາທິບໍດີ ຢູ່ທຳນຽບຂາວ. 19 ມັງກອນ, 2021.

ການດຳລົງຕຳແໜ່ງນຶ່ງສະໄໝສີ່ປີເປັນປະທານາທິບໍດີ ສະຫະລັດ ຂອງທ່ານ ດໍໂນລ ທຣຳ ຈະສິ້ນ ສຸດລົງໃນວັນພຸດມື້ນີ້ ດ້ວຍການເດີນທາງອອກຈາກທຳນຽບຂາວ ໃນຕອນເຊົ້າ ແລະ ການຂຶ້ນເຮືອ ບິນ Air Force One ເປັນຄັ້ງສຸດທ້າຍໄປລັດ ຟລໍຣິດາ ຢູ່ພາກໃຕ້ຂອງ ສະຫະລັດ.

ທ່ານມີກຳນົດທີ່ຈະໄດ້ເຂົ້າພິທີສັ່ງລາດ້ວຍຜ້າພົມແດງ, ວົງດຸຣິຍາງທະຫານ, ການຄຳນັບດ້ວຍຍິງປືນໃຫຍ່ 21 ນັດ ແລະ ແຂກຜູ້ເຂົ້າຮ່ວມດ້ວຍຈຳນວນທີ່ບໍ່ຊາບ.

ໃນເວລາດຽວກັບທີ່ເຮືອບິນໄດ້ລົງຈອດ, ທ່ານ ໂຈ ໄບເດັນ ສັງກັດພັກເດໂມແຄຣັດ ຈະສາບານຕົວ ເປັນຜູ້ນຳປະເທດຄົນໃໝ່, ໂດຍທ່ານ ທຣຳ ບໍ່ປະຕິບັດຕາມປະເພນີທີ່ມີມາຫຼາຍທົດສະວັດ ດ້ວຍການບໍ່ເຂົ້າຮ່ວມພິທີສາບານຕົວເຂົ້າຮັບຕຳແໜ່ງ.

ອະນາຄົດຂອງທ່ານ ທຣຳ, ລວມທັງຄວາມປາຖະໜາທາງການເມືອງໃດໆ ແມ່ນຍັງຄົງບໍ່ມີຄວາມແນ່ນອນເທື່ອ.

ທ່ານໄດ້ກ່າວໃນວິດີໂອກ່າວລາທີ່ຖືກເປີດເຜີຍໃນວັນອັງຄານວານນີ້ວ່າ “ຂ້າພະເຈົ້າຢາກໃຫ້ພວກທ່ານຮູ້ວ່າ ການເຄື່ອນໄຫວທີ່ພວກເຮົາໄດ້ເລີ່ມຂຶ້ນ ແມ່ນພຽງການເລີ່ມຕົ້ນ. ມັນບໍ່ເຄີຍມີຫຍັງຄືມັນ. ຄວາມເຊື່ອທີ່ວ່າປະເທດຂອງພວກເຮົາຕ້ອງຮັບໃຊ້ປະຊາຊົນຈະບໍ່ຫຼຸດລົງ ແຕ່ກົງກັນຂ້າມມັນມີແຕ່ຈະແຂງແກ່ນຂຶ້ນໃນແຕ່ລະວັນ.”

ທ່ານ ທຣຳ ຈະອອກຈາກຕຳແໜ່ງພາຍໃຕ້ເງົາຂອງການກາຍເປັນປະທານາທິບໍດີຄົນທຳອິດໃນປະ ຫວັດສາດຂອງ ສະຫະລັດ ທີ່ຖືກຟ້ອງຮ້ອງສອງຄັ້ງ, ແລະ ວັນທີສຳລັບການເລີ່ມຕົ້ນດຳເນີນຄະດີໃນສະພາສູງ ກ່ຽວກັບ ຂໍ້ກ່າວຫາທີ່ທ່ານໄດ້ຍຸແຍ່ການຈະລາຈົນໂດຍຜູ້ສະໜັບສະໜູນຂອງທ່ານໃຫ້ບຸກໂຈມຕີຫໍລັດຖະສະພາ ສະຫະລັດ ເມື່ອສອງອາທິດທີ່ຜ່ານມາແມ່ນບໍ່ແນ່ນອນເທື່ອ.

ທ່ານໄດ້ອ້າງເຖິງການໂຈມຕີດັ່ງກ່າວເປັນໄລຍະສັ້ນໃນວັນອັງຄານວານນີ້, ໂດຍ ເວົ້າວ່າ ປະຊາ ຊົນ ອາເມຣິກັນ “ໄດ້ເປັນຫ່ວງ” ແລະ ວ່າຄວາມຮຸນແຮງທາງການເມືອງ “ຈະບໍ່ມີວັນຖືກຜ່ອນຜັນໃຫ້.”

ທ່ານ ທຣຳ ຍັງໄດ້ເວົ້າເຖິງໂຄງການນະໂຍບາຍຕ່າງປະເທດຈຳນວນນຶ່ງທີ່ລັດຖະບານຂອງທ່ານໄດ້ດຳເນີນການ, ລວມມີການຖອນຕົວອອກຈາກຂໍ້ຕົກລົງການຄ້າພາຄີຂ້າມມະຫາສະໝຸດ ປາຊີຟິກ ແລະ ຂໍ້ຕົກລົງສະພາບອາກາດ ປາຣີ, ການເຈລະຈາຂໍ້ຕົກລົງໃໝ່ກັບເພື່ອນບ້ານປະເທດ ການາ ດາ ແລະ ເມັກ ຊິໂກ ແລະ ການເກັບພາສີຕໍ່ສິນຄ້າຈາກ ຈິີນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG