ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ ທ​ຣຳ ເລື່ອນ​ການ​ຂຶ້ນ​ພາ​ສີ ຕໍ່ ຈີນ ​ອັນ​ເປັນ​ການ​ສະ​ແດງເຖິງ "ເຈ​ຕະ​ນາ​ດີ"


ຮອງ​ນາ​ຍົກ ຈີນ ທ່ານ ຫຼິວ ເຫ ລົມ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໃນ​ລະ​ຫວ່າງ ກອງ​ປະ​ຊຸມ​ການ​ຄ້າ ໃນ​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີທີ່ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ, 4 ເມ​ສາ, 2019.
ຮອງ​ນາ​ຍົກ ຈີນ ທ່ານ ຫຼິວ ເຫ ລົມ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໃນ​ລະ​ຫວ່າງ ກອງ​ປະ​ຊຸມ​ການ​ຄ້າ ໃນ​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີທີ່ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ, 4 ເມ​ສາ, 2019.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ເລື່ອນ​ການ​ຂຶ້ນ​ພາ​ສີ​ຕໍ່​ສິນ​ຄ້າ ຈີນ
ມູນຄ່າ 250 ຕື້ໂດລາ ຊຶ່ງເປັນ “ການສະແດງເຈຕະນາດີ.”

ທ່ານ ທ​ຣຳ ໄດ້​ປະ​ກາດ​ຢູ່​ທວິ​ດ​ເຕີ​ໃນ​ຕອນ​ແລງວັນ​ພຸດ​ວານນີ້​ວ່າ “ຮອງ​ນາ​ຍົກລັດ​ຖະ​
ມົນຕີ ຈີນ ທ່ານ ຫຼິວ ເຫ ໄດ້ຂໍໃຫ້ເລື່ອນເວລາອອກໄປເພື່ອການສະຫຼອງວັນຄົບຮອບ
70 ປີຂອງສາທາລະນະລັດ ປະຊາຊົນ ຈີນ, ໃນວັນທີ 1 ຕຸລານີ້.

ການ​ຂຶ້ນ​ພາ​ສີຈາກ 25 ເປີ​ເຊັນ ເປັນ 30 ເປີ​ເຊັນ​ຄວນ​ມີ​ຜົນ​ບັງ​ຄັບ​ໃຊ້ ​ໃນ​ວັນ​ດັ່ງ​ກ່າວ.
ແຕ່ຕອນນີ້ມັນໄດ້ຖືກກຳນົດໃສ່ວັນທີ 15 ຕຸລາ. ລັດຖະບານ ປັກກິ່ງ ແມ່ນບໍ່ໄດ້ອອກ
ມາຕອບໃນປັດຈຸບັນນີ້.

ການ​ປະ​ກາດ​ຂອງ​ທ່ານ ທ​ຣຳ ໄດ້​ມີ​ຂຶ້ນຫຼັ​ງຈາກ ຈີນ ໄດ້​ກ່າວ​ໃນ​ຕອນ​ເຊົ້າ​ວັນ​ພຸດ​ວ່າ ​
ເຂົາເຈົ້າໄດ້ຍົກເວັ້ນຜະລິດຕະພັນຈຳນວນເລັກນ້ອຍຂອງ ສະຫະລັດ ຈາກມາດຕະ
ການລົງໂທດຊຸດຕໍ່ໄປ ທີ່ຈະເລີ່ມຕົ້ນໃນວັນທີ 17 ກັນຍາ. ມັນລວມມີ ກຸ້ງ, ເຄື່ອງຈັກ
ຕໍ່ສູ້ກັບໂຣກມະເຮັງ, ນ້ຳມັນອຸດສາຫະກຳ ແລະ ສານເຄມີນາໆຊະນິດ.

ບັນ​ດາ​ນັກ​ເຈ​ລະ​ຈາ​ລະ​ດັບ​ປານ​ກາງ ​ມີ​ແຜນ​ຈະ​ປະ​ຊຸມ​ກັນ​ໃນ​ທ້າຍ​ເດືອນນີ້ ເພື່ອ​ກະ
ກຽມສຳລັບການເຈລະຈາລະດັບສູງຄັ້ງທຳອິດ ລະຫວ່າງ ສະຫະລັດ ກັບ ຈີນ ນັບຕັ້ງ
ແຕ່ເດືອນ ກໍລະກົດ ເປັນຕົ້ນມາ.

ການ​ເຈ​ລະ​ຈາ​ດັ່ງ​ກ່າວ ​ມີ​ກຳ​ນົດ​ທີ່​ຈະ​ໄຂ​ຂຶ້ນ​ໃນ​ເດືອນ​ໜ້າ​ທີ່​ນະ​ຄອນຫຼວງ ວໍ​ຊິງ​ຕັນ.

ທັງ​ສອງ​ຝ່າຍ​ໄດ້​ຫວັງ​ທີ່​ຈະ​ເຮັດ​ຂໍ້​ຕົກ​ລົງ​ການ​ຄ້າ ທີ່​ໃນ​ທີ່​ສຸດ​ຈະ​ສາ​ມາດ​ສິ້ນ​ສຸດ​ສົງ​
ຄາມການຄ້າລະຫວ່າງ ສະຫະລັດ ແລະ ຈີນ.

ການ​ຂຶ້ນ​ພາ​ສີຫຼາຍ​ຄັ້ງ​ຕໍ່​ຜະ​ລິດ​ຕະ​ພັນ​ຈຳ​ນວນຫຼວງຫຼາຍ​ທີ່ ສະ​ຫະ​ລັດ ແລະ ຈີນ ຊື້​
ຈາກກັນ ແມ່ນໄດ້ສ້າງຄວາມວຸ້ນວາຍໃຫ້ບັນດານັກລົງທຶນ ແລະ ເຮັດໃຫ້ຜູ້ບໍລິໂພກ
ມີທັດສະນະຄະຕິບໍ່ສະບາຍໃຈກັບລາຄາສິນຄ້າທີ່ສູງຂຶ້ນ.

ທ່ານ ທ​ຣຳ ໄດ້​ກ່າວ​ຫາ ຈີນ ມາ​ດົນ​ນານ ກ່ຽວ​ກັບ ການ​ລັກ​ຊັບ​ສິນ​ທາງ​ປັນ​ຍາ ແລະ
ຄວບຄຸມສະກຸນເງິນຂອງເຂົາເຈົ້າ ເພື່ອເຮັດໃຫ້ສິນຄ້າຂອງເຂົາເຈົ້າຖືກ ກວ່າຜະລິດ
ຕະພັນຂອງ ອາເມຣິກາ ໃນຕະຫຼາດໂລກ.

ຈີນ ເວົ້າ​ວ່າ​ນະ​ໂຍ​ບາຍ​ການ​ຄ້າ ສະ​ຫະ​ລັດ ໄດ້​ເພັ່ງ​ເລັງ​ໃສ່​ການ​ພະ​ຍາ​ຍາມ​ທີ່​ຈະ​ລະ​
ງັບຄວາມສາມາດໃນການແຂ່ງຂັນຂອງເຂົາເຈົ້າ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG