ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ທ. ທ​ຣຳ ຈະມີ​ໂອ​ກາດ​ຖືກ​ເລືອກ​ ໃຫ້ເປັນປະ​ທາ​ນາ​ທິ​ບໍ​ດີ ສ​ຫລ ອີກ​ນຶ່ງ​ສະ​ໄໝ​ ໃນ​ປີໜ້ານີ້ ​ຫລາຍ​ປານ​ໃດ?


ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລທ​ຣຳ ກ່າວ​ຕໍ່​ນັກ​ຂ່າວ ໃນ​ຂະ​ນະ​ທີ່​ທ່ານ​ຂຶນ​ເຮືອ​ບິນ​ປະ​ຈຳ​ຕຳ​ແໜ່ງ Air Force One ເພື່ອ​ຈະ​ອອກ​ຈາກເມືອງ Morristown, ລັດ New Jersey ໄປ​ຫາລັດ New Hampshire ໃນ​ວັນ​ທີ 15 ສິງ​ຫາ, 2019
ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລທ​ຣຳ ກ່າວ​ຕໍ່​ນັກ​ຂ່າວ ໃນ​ຂະ​ນະ​ທີ່​ທ່ານ​ຂຶນ​ເຮືອ​ບິນ​ປະ​ຈຳ​ຕຳ​ແໜ່ງ Air Force One ເພື່ອ​ຈະ​ອອກ​ຈາກເມືອງ Morristown, ລັດ New Jersey ໄປ​ຫາລັດ New Hampshire ໃນ​ວັນ​ທີ 15 ສິງ​ຫາ, 2019

ເສັ້ນ​ທາງ​ໄປ​ສູ່​ການ​ໃຫ້​ຖືກ​ເລືອກໃຫ້​ເປັນປະ​ທາ​ນາ​ທິ​ບໍ​ດີອີກ​ນຶ່ງ​ສະ​ໄໝ​ຂອງ ທ່ານ ດໍ​ໂນ​ລ ທ​ຣຳ ​ໃນ​ປີ​ໜ້າ ປາ​ກົດ​ວ່າກາຍ​ເປັນ​ເລື້ອງ​ທີ່​ນັບ​ມື້ ນັບ​ສັບ​ສົນ​ຂຶ້ນ. ທ່ານທ​ຣຳ ຍັງສືບ​ຕໍ່​ເວົ້າ​ອວດ​ອ້າງ​ກ່ຽວ​ກັບ​ເສດ​ຖະ​ກິດ​ທີ່​ເຂັ້ມ​ແຂງຢູ່ ​ເຖິງ​ແມ່ນມີ​ຄຳເຕືອນຈາກ​ພວກ​ນັກ​ເສດ​ຖະ​ສາດຈຳ​ນວນ​ນຶ່ງວ່າ ສະ​ຫະ​ລັດ​ອາດ​ຈະ​ມຸ້ງ​ໜ້າ​ເຂົ້າສູ່​ເສດ​ຖະ​ກິດ​ຖົດ​ຖອຍ​ໃນ​ປີ 2020 ນີ້ກໍ​ຕາມ. ແລະ​ດຽວນີ້ ທ່ານປະ​ທາ​ນາ​ທິ​ບໍ​ດີ ຈະ​ຕ້ອງ​ໄດ້​ປະ​ເຊີນ​ກັບການທ້າ​ທາຍມາ​ຈາກ​ພາຍ​ໃນ​ພັກ​ຂອງ​ທ່ານ​ເອງ ຊຶ່ງ​ກໍ​ຄື ນັກ​ຈັດ​ລາຍ​ການ​ວິ​ທະ​ຍຸຫົວ​ອາ​ນຸ​ລັກ​ນິ​ຍົມ ແລະ​ອະ​ດີດ​ຜູ້​ແທນ​ສະ​ພາ​ຕ່ຳ ໂຈວ​ອ​ລ​ສ໌ (Joe Walsh). Jim Malone, ນັກ​ຂ່າວ​ແຫ່ງ​ຊາດ​ຂອງວີ​ໂອ​ເອ ມີ​ລາຍ​ລະ​ອຽດກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ທີ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ​ຈະ​ຖືກ​ເລືອກ​ຕັ້ງ​ຄືນ ຈາກ​ນະ​ຄອນ​ຫລວງວໍ​ຊິງ​ຕັນມາ​ເລົ່າ​ສູ່​ທ່ານ​ຟັງ ຊຶ່ງ​ບົວ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ຢູ່​ໃນ​ກອງ​ປະ​ຊຸມ​ສຸດຍອດ G-7 ທີ່​ປະ​ເທດ​ຝ​ຣັ່ງ​ນັ້ນ ​ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລທ​ຣຳ ວາດ​ເສັ້ນ​ທາງດ້ານ​ການ​ຄ້າ, ເສັ້ນ​ທາງ​ກ່ຽວ​ກັບ​ຣັດ​ເຊຍ ແລະ​ເສັນ​ທາງຕໍ່​ສູ້​ກັບ​ສະ​ພາບ​ດິນ​ຟ້າ​ອາ​ກາດ​ປ່ຽນ​ແປງ ໂດຍ​ລຳ​ພັງ​ຜູ້​ດຽວ.

ທ່ານ​ທ​ຣຳ ຍັງ​ໄດ້ໃຫ້​ເຫດ​ຜົນເພື່ອປ້ອງ​ກັນຕໍ່ສິ່ງ​ທີ່​ບາງ​ຄົນ​ເຫັນ​ວ່າ​ ເປັນ​ວິ​ທີ​ທາງ ທີ່ສັບ​ສົນ​ວຸ້ນ​ວາຍ​ໃນ​ການຮັບມື​ກັບຈີນ​ໃນ​ເລື້ອງ​ການ​ຄ້າ.

ທ່ານທ​ຣຳ​ກ່າວ​ດັ່ງ​ນີ້:
"ມັນ​ເປັນ​ວິ​ທີ​ທີ່​ຂ້າ​ພະ​ເຈົ້າ​ທຳ​ການເຈ​ລະ​ຈາ. ມັນໃຊ້​ໄດ້​ຜົນດີ​ຫລາຍສຳ​ລັບ​ຂ້າ​ພະ​ເຈົ້າມາ​ຫລາຍ​ປີ​ແລ້ວ ແລະ​ມັນກໍ​ຍິ່ງໃຊ້​ການໄດ້​ດີກວ່ານັ້ນອີກ ​ສຳ​ລັບ​ກັບ​ປະ​ເທດ. ຄົນ​ອື່ນ​ຄວນນຳ​ເອົາ​ມັນ​ໄປ​ໃຊ້. ມັນ​ຄວນ​ຖືກນຳ​ໄປ​ໃຊ້​ໂດຍ​ທ່ານບຸ​ສ (Bush). ມັນ​ຄວນ​ຖືກ​ນຳ​ໄປ​ໃຊ້​ໂດຍ​ທ່ານຄ​ລິນ​ຕັນ (Clinton). ທ່ານ​ບຸ​ສທັງ​ສອງ​ຄົນເລີຍ. ເຂົາ​ເຈົ້າ​ຄວນ​ເຮັດ​ແນວນີ້. ຂ້າ​ພະ​ເຈົ້າ​ກຳ​ລັງ​ແນວນີ້​ຢູ່ໃນ​ເວ​ລານີ້."

ທ່ານ ທ​ຣຳ​ມັກ​ຈະ​ເວົ້າ​ອ້າງວ່າ​ຕົນເຮັດ​ໃຫ້​ເສດ​ຖະ​ກິດ​ເຂັ້ມ​ແຂງ ໃນ​ເວ​ລາ​ເດີນ​ທາງ​ໄປ​ໂຄ​ສະ​ນາ​ຫາ​ສຽງ ຊຶ່ງ​ທ່ານ​ຫາ​ກໍໄປ​ຫາ​ສຽງຢູ່​ໃນ​ລັດນິວ​ແຮມ​ເຊີ ເມື່ອມໍ່ໆ​ມານີ້ ຊຶ່ງ​ທ່ານໄດ້​ກ່າວ​ວ່າ:​
"ເຖິງ​ແມ່ນ​ວ່າ​ພວກ​ເຮົາໄດ້​ຖືກຫາ​ຈັບ​ຜິດ​ແບບ​ປອມ​ແປງ ຢູ່​ທາງ​ຫລັງ​ຂອງ​ພວກ​ເຮົາ​ ແລະພວກ​ເຮົາ​ຈະ​ຕ້ອງ​ໄດ້ຜ່ານ​ຜ່າ​ທຸກ​ສິ່ງ​ທຸກ​ຢ່າງໃນ​ດ້ານ​ອື່ນໆກໍ​ຕາມ ພວກ​ເຮົາ​ກໍ​ຍັງ​ຄວບ​ຄຸມ​ກຳ​ປັ່ນໃຫ​ຍ່​ທີ່​ສວຍ​ງາມລຳນີ້​ໃຫ້​ເດີນ​ທາງ​ຕໍ່​ໄປ​ໄດ້ ແລະ​ມັນ​ກໍ​ໄດ້​ຫັນ​ກັບ​ຄືນ​ມາ​ຢ່າງວ່ອງ​ໄວ."

ແຕ່​ວ່າ​ສົງ​ຄາມ​ການ​ຄ້າ​ກັບ​ຈີນ ກຳ​ລັງ​ພາ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ ແລະ ພວກ​ນັກ​ເສດ​ຖະ​ສາດຈຳ​ນວນ​ນຶ່ງ ດຽວນີ້ໄດ້ເຕືອນວ່າ ຈະ​ມີ​ສະ​ພາບ​ເສດ​ຖະ​ກິດ​ຖົດ​ຖອຍ​ໃນ​ປີ​ໜ້າທີ່​ອາດ​ຈະ​ເຮັດ​ໃຫ້​ໂອ​ກາດ​ໄດ້ຖືກ​ເລືອກ​ຕັ້ງ​ໃຫ້​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຄືນອີກນຶ່ງ​ສະ​ໄໝ​ຂອງ​ທ່ານນັ້ນພົບ​ອຸບ​ປະ​ສັກ​ຫລາຍ.

ບັນ​ດາຄູ່​ແຂ່ງ​ຂອງ​ທ່ານທ​ຣຳ​ ຈາກ​ພັກ​ເດ​ໂມ​ແຄ​ຣັດ ກຳ​ລັງ​ແນ​ເປົ້າ​ໝາຍ​ກ່າວຕຳ​ໜິວິ​ຈານ ວິ​ທີ​ການບໍ​ລິ​ຫານເສດ​ຖະ​ກິດຂອງ​ທ່ານຢູ່ ຊຶ່ງ​ໃນ​ນັ້ນລວມ​ມີ ທ່ານໂຈ ບາຍ​ເດັນ (Joe Biden), ຜູ້​ທີ່​ມີ​ຄະ​ແນນ​ນຳ​ໜ້າໝູ່​ໃນ​ພັກ​ດັ່ງ​ກ່າວ.
ທ່ານໂຈ ບາຍ​ເດັນ​ກ່າວ​ດັ່ງ​ນີ້:
"ມັນ​ໄປ​ສະ​ໜັບ​ສະ​ໜຸນ​ໃຫ້​ແກ່​ເສດ​ຖະ​ກິດ​ໜ້ອຍກວ່າ​ການສະ​ໜັບ​ສະ​ໜຸນ​ແກ່​ນະ​ໂຍ​ບາຍ​ດ້ານ​ການ​ຄ້າ, ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ແລະ​ນະ​ໂຍ​ບາຍ​ພາຍ​ໃນ​ປະ​ເທດ ທີ່​ເຮັດ​ໃຫ້​ຜູ້​ຄົນ​ມີ​ຄວາມພະ​ວົງໃຈ​ຢູ່​ໃນ​ຕະ​ຫລາດບໍ່ຮູ້​ວ່າລັດ​ຖະ​ບານ​ຊຸດນີ້​ມີ​ຄວາມໝັ້ນ​ຄົງ​ຫລາຍ​ປານ​ໃດ."

ທ່ານ ທ​ຣຳ​ຍັງ​ມີ​ຜູ້​ທ້າ​ຊີງ​ໃໝ່ຢູ່​ພາຍໃນພັກ​ຂອງ​ທ່ານ​ເອງອີກ --ຊຶ່ງ​ກໍ​ຄື​ນັກ​ຈັດ​ລາຍ​ການ​ວິ​ທະ​ຍຸຫົວ​ອາ​ນຸ​ລັກ​ນິ​ຍົມ ແລະ​ອະ​ດີດ​ຜູ້​ແທນ​ສະ​ພາ​ຕ່ຳ ໂຈວ​ອ​ລ​ສ໌ (Joe Walsh) ຈາກ​ລັດ​ອິ​ລ​ລີ​ນອຍ.

ທ່ານ ໂຈວ​ອ​ລ​ສ໌ (Joe Walsh) ຜູ້​ລົງ​ສະ​ໝັກ​ເລືອກ​ຕັ້ງ​ຈາກ​ພັກ​ຣີ​ພັບ​ບ​ລິກ​ກັນ ເວົ້າ​ວ່າ:
"ຂ້າ​ພະ​ເຈົ້າ​ລົງ​ແຂ່ງ​ຂັນ​ກໍຍ້ອນ​ວ່າ​ລາວບໍ່​ເໝາະ​ສົມທີ່​ຈະ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ. ຕ້ອງ​ມີ​ໃຜ​ຜູ້ນຶ່ງລຸກ​ຂຶ້ນມາ ແລະຕ້ອງ​ໄດ້​ມີຜູ້​ອື່ນ​ໃຫ້​ຄົນ​ໄດ້​ເລືອກເອົາ. ຄົນ​ທັງປະ​ເທດ​ເມື່ອຍ​ຟັງ​ຄວາມ​ໂມ​ໂຫ​ໂທ​ໂສ​ຂອງຄົນ​ຜູ້ນີ້​ແລ້ວ. ລາວ​ເປັນ​ເດັກ​ນ້ອຍ."

ທ່ານ ວອ​ລ​ສ໌ (Walsh) ອາດ​ຈະບໍ່​ມີ​ຫຍັງ​ຫລາຍ​ເກີນໄປກວ່າ​ການເປັນຜູ້ພາ​ໃຫ້​ເກີດ​ຄວາມ​ລຳ​ຄານ ເມື່ອ​ເບິ່ງ​ສະ​ພາບ​ທີ່​ມີ​ການ​ສະ​ໜັບ​ສະ​ໜຸນ​ຢ່າງ​ຖ້ວມ ລົ້ນ ຈາກ​ພວກ​ສັງ​ກັດ​ພັກ​ຣີ​ພັບ​ລິ​ກັນແກ່​ທ່ານ​ທ​ຣຳ.

ແຕ່​ວ່າ ສະ​ພາບ​ເສດ​ຖະ​ກິດ​ທີ່​ຕົກ​ຕ່ຳ​ລົງ​ໃນ​ປີ​ໜ້ານີ້ ສາ​ມາດ​ທີ່​ຈະ​ເຮັດ​ໃຫ້​ບັນ​ຫາ​ທາ​ງ​ການ​ເມືອງ​ສຳ​ລັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ແຜ່​ກະ​ຈາຍອອກ​ໄປ, ອີງ​ຕາມຄຳ​ເຫັນ​ຂອງ​ທ່ານ​ນາງ ຊູ​ແຊນ ເພ​ດ​ຈ໌ (Susan Page) ຈາກ​ໜັງ​ສື​ພິມ USA Today ຊຶ່ງ​ທ່ານ​ນາງ​ກ່າວ​ດັ່ງ​ນີ້:
"ຢູ່​ໃນ​ສະ​ໄໝ​ໃໝ່ນີ້ ຢູ່​ໃນ​ໄລ​ຍະ​ການ​ເລືອກ​ຕັ້ງເອົາ​ປະ​ທາ​ນາ​ທິ​ບໍ​ດີຄືນ ພວກ​ເຮົາ​ບໍ່​ເຄີຍ​ຂັບ​ໄລ່​ ຫລື ເຮັດ​ໃຫ້ປະ​ທາ​ນາ​ທິ​ບໍ​ດີທີ່ເປັນ​ປະ​ທາ​ນາ​ທິ​ບໍ​ດີຢູ່​ໃນ​ໄລ​ຍະ​ທີ່ມີເສດ​ຖະ​ກິດ​ຟື້ນ​ໂຕ​ຄືນ​ຢ່າງ​ແຮງ ດັ່ງທີ່​ເຫັນຢູ່ໃນ​ການຟື້ນ​ຟູ​ຄືນຂອງ​ເສດ​ຖະ​ກິດ ທີ່​ສະ​ຫະ​ລັດ​ກຳ​ລັງ​ມີ​ຢູ່​ໃນ​ເວ​ລານີ້ ເສຍ​ໄຊ​ໄປ​ຈັກ​ເທື່ອ. ແຕ່​ວ່າ ​ພວກ​ເຮົາ​ກໍ​ບໍ່​ເຄີຍ​ເລືອກ​ເອົາປະ​ທາ​ນາ​ທິ​ບໍ​ດີທ່ານ​ໃດ ທີ່​ລົງ​ແຂ່ງ​ຂັນ​ຢູ່​ໃນ​ໄລ​ຍະ​ທີ່​ພວກ​ເຮົາ​ຢູ່​ໃນ​ສະ​ພາບ​ເສດ​ຖະ​ກິດ​ຖົດ​ຖອຍ ໃຫ້​ດຳ​ລົງ​ຕຳ ​ແໜ່ງ​ອີກ​ຕໍ່​ໄປ​ຈັກ​ເທື່ອ​ເຊັ່ນ​ກັນ. ສະ​ນັ້ນ ເລື້ອງນີ້ແມ່ນ​ສິ່ງ​ທີ່​ທາງ​ທຳ​ນຽບ​ຂາວ​ຮູ້​ດີຢູ່​ແລ້ວ."

ທ່ານ ທ​ຣຳ ໂດຍ​ລວມ​ແລ້​ວ​ ໄດ້​ຮັບ​ຄະ​ແນນ​ສູງ​ໃນ​ດ້ານ​ບໍ​ລິ​ຫານ​ເສດ​ຖະ​ກິດຈາກ​ຜູ້​ປ່ອນ​ບັດເລືອກ​ຕັ້ງ.

ແຕ່​ວ່າ ຕາມ​ການ​ຢັ່ງ​ຫາງ​ສຽງ​ຂອງ​ອົງ​ການ​ຂ່າວ ເອ​ພີ ຫລື Associated Press ພົບ​ວ່າ ​ມີ​ຄົນ​ເປັນ​ຫ່ວງ​ຫລາຍ​ຂຶ້ນ ກ່ຽວ​ກັບ​ລັກ​ສະ​ນະ​ທ່າ​ທາງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ, ອີງ​ຕາມ​ທ່ານ ສະ​ຕີ​ຟ ພີ​ໂພ​ລ໌ (Steve Peoples) ຊຶ່ງ​ທ່ານ​ກ່າວ​ດັ່ງ​ນີ້:
"ມີ​ຈຸດ​ທີ່​ເດັ່ນໆ ​ຢູ່​ບາງ​ບ່ອນ​ໃນດ້ານ​ເສດ​ຖະ​ກິດ ແລະ​ໃນ​ບາງ​ນະ​ໂຍ​ບາຍ. ແຕ່​ວ່າ ຄວາມ​ເປັນ​ຫ່ວງ​ໂດຍ​ລວມ ກ່ຽວ​ກັບ​ລັກ​ສະ​ນະ​ທ່າ​ທາງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີທ່ານນີ້, ວິ​ທີ​ທີ່ທ່ານເວົ້າ​ຈາປາ​ໄສ, ວິ​ທີທີ່ທ່ານ​ຂ້ອນ​ຂ້າງວ່າ​ພາ​ໃຫ້​ເກີດ​ຄວາມ​ແຕກ​ແຍກ​ກັນຢູ່ໃນ​ບ​າງ​ບັນ​ຫາ, ແມ່ນ​ສູງ​ຫລາຍກວ່າ​ຜົນ​ປະ​ໂຫຍດ​ທີ່​ພວກເຂົາ​ເຈົ້າ​ເຫັນຢູ່​ໃນດ້ານ​ເ​ສດ​ຖະ​ກິດນັ້ນ​ຫລາຍ."

ປະ​ທາ​ນາ​ທິ​ບໍ​ດີທ​ຣຳ ກ່າວຕໍ່​ຝຸງ​ຊົນ​ວ່າ:
"ແລະ​ພວກ​ເຮົາ​ກຳ​ລັງ​ເຮັດ​ໃຫ້​ອາ​ເມ​ຣິ​ກາ ກັບ​ຄືນ​ມາ​ເປັນ​ປະ​ເທດ​ທີ່​ດີ​ເລີດ​ອີກ ຫລື making America great again! ຂອບ​ໃຈ​ຫລາຍໆ, ນິວ​ແຮມ​ເຊີ (New Hampshire)!"

ໃນ​ຕອນນີ້ ປາ​ກົດວ່າ ທ່ານ ທ​ຣຳ​ ​ເຊື່ອວ່າການ​ເຮັດ​ໃຫ້​ຖານ​ສຽງ​ສະ​ໜັບ​ສະ​ໜຸນ​ທາງ​ການ​ເມືອງຂອງ​ທ່ານ​ຕື່ນ​ເຕັ້ນນັ້ນ ຍັງ​ເປັນ​ວິ​ທີ​ທີ່ໃຫ້​ຄວາມ​ຫວັງ​ຫລາຍ​ທີ່​ສຸດທີ່​ຈະ​ເຮັດ​ໃຫ້​ທ່ານ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ແຂ່ງ​ຂັນໃຫ້​ຖືກ​ເລືອກໃຫ້ດຳ​ລົງ​ຕຳ​ແໜ່ງ​ຕໍ່​ໄປອີກ​ນຶ່ງສະ​ໄໝ​ໃນ​ປີ​ໜ້ານີ້ ຢູ່.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ ຢູ່​ຂ້າງ​ລຸ່ມນີ້

President Donald Trump's path to re-election next year seems to be getting more complicated. Trump continues to boast about a strong economy despite warnings from a number of economists that the U.S. may be headed for a recession in 2020. And the president must now fend off a primary challenge from within his own party from conservative radio talk show host and former congressman, Joe Walsh. VOA National correspondent Jim Malone has more on the president's re-election prospects from Washington.

At the G-7 summit in France, President Donald Trump charted a solitary path on trade, Russia and combating climate change.

Trump also defended what some see as his chaotic approach to dealing with China on trade.

President Donald Trump
"It is the way I negotiate. It has done very well for me over the years and it is doing even better for the country. It should have been done by other people. It should have been done by Bush. It should have been done by Clinton. Double-Bush. It should have been done. I'm doing it."

Trump often touts the strong U.S. economy on the campaign trail, as he did recently in the state of New Hampshire.

President Donald Trump
"Even though we had fake witch hunts on our back and all the other things that we had to go through, we have taken this big beautiful ship and it is being turned around very quickly."

But the trade war with China is taking a toll and some economists now warn of a recession next year that could possibly cripple Trump's re-election chances.

Trump's Democratic rivals are targeting his handling of the economy, including current frontrunner Joe Biden.

Joe Biden, Democratic Candidate
"It goes less to the underpinning of the economy than to a trade policy, a foreign policy and a domestic policy that has people wondering in the markets how stable this administration is."

Trump also has a new challenger from within his own party -- conservative talk show host and former Illinois congressman Joe Walsh.

Joe Walsh, Republican Candidate

"I'm running because he is unfit. Somebody needs to step up and there needs to be an alternative. The country is sick of this guy's tantrums. He is a child."

Walsh may turn out to be nothing more than an irritant given Trump's overwhelming support from Republicans.

But an economic downturn next year could spell political trouble for the president, says Susan Page.

Susan Page, USA Today
"In modern times we have never expelled a president or defeated for re-election a president who is presiding over a time of robust recovery, the kind of recovery the U.S. is in at this moment. But we have also never re-elected a president who is running for re-election at a time when we are in a recession. So that is something the White House is quite aware of."

Trump generally gets high marks on the economy from voters.

But a recent Associated Press poll found growing concerns about the president's character, says Steve Peoples.

Steve Peoples, Associated Press
"There were some bright spots on the economy and some policies. But that overall concerns about this president's character, the way he communicates, the way he tends to be divisive on some issues, really outweighs any benefit that they are seeing from the economy."

President Donald Trump
"And we are making America great again! Thank you, New Hampshire!"

For the moment, Trump appears to believe that firing up his political base remains his best hope of winning re-election next year.

XS
SM
MD
LG