ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໂປແລນ ກຽມຕ້ອນຮັບ ການຢ້ຽມຢາມ ຄັ້ງທໍາອິດ ຂອງ ປ. ທຣໍາ


ປ. ດໍໂນລ ທຣໍາ ໂບກມືລາ ໃນຂະນະທີ່ທ່ານ ຂຶ້ນໄປເທິງເຮືອບິນ Air Force One ກັບສະຕີໝາຍເລກນຶ່ງ ທ່ານນາງ Melania Trump ເພື່ອຈະເດີນທາງໄປຍັງໂປແລນ ແລະເຢຍຣະມັນ ໃນມື້ວັນພຸດ ທີ 05 ກໍລະກົດມື້ນີ້ ທີ່ຄາຍທະຫານ ອາກາດ Andrews Air Force ທີ່ລັດ Maryland.
ປ. ດໍໂນລ ທຣໍາ ໂບກມືລາ ໃນຂະນະທີ່ທ່ານ ຂຶ້ນໄປເທິງເຮືອບິນ Air Force One ກັບສະຕີໝາຍເລກນຶ່ງ ທ່ານນາງ Melania Trump ເພື່ອຈະເດີນທາງໄປຍັງໂປແລນ ແລະເຢຍຣະມັນ ໃນມື້ວັນພຸດ ທີ 05 ກໍລະກົດມື້ນີ້ ທີ່ຄາຍທະຫານ ອາກາດ Andrews Air Force ທີ່ລັດ Maryland.

ປະທາ​ນາ​ທິບໍດີ​ ທຣໍາ ກໍາລັງຈະ​ອອກ​ເດີນທາງ​ໄປ​ຍັງ​ໂປແລນ ​ໃນ​ວັນ​ພຸດ​ມື້ນີ້ ຊຶ່ງ​ທ່ານມີ
​ແຜນວ່າ ​ຈະ​ພົບປະ ​ກັບ​ບັນດາ​ຜູ້​ນໍາ​ຢູ​ໂຣບຕາ​ເວັນ​ອອກ ກ່ອນ​ຈະ​ໄປ​ກ່າວ​ຄໍາ​ປາ​ໄສ​ຕໍ່ມວນ​ຊົນ ຢູ່​ໃຈກາງ​ຂອງ​ນະຄອນຫລວງ​ວໍ​ຊໍ ​ໃນ​ວັນ​ພະຫັດ​ມື້ອື່ນ. ທໍານຽບຂາ​ວກ່າວ​ວ່າ ທ່ານປະທາ​ນາ​ທິບໍດີ ຈະ​ເນັ້ນຢໍ້າ ເຖິງ​ຄວາມ​ມຸ້ງໝັ້ນຂອງ​ທ່ານ ​ຕໍ່ອົງການ​ເນ​ໂຕ ​ແຕ່​ກໍຈະຢໍ້າຄືນ​ອີກ ​ຄຳ​ຮຽກຮ້ອງ​ຂອງ​ທ່ານ ​ໃຫ້ບັນດາປະ​ເທດ​ສະມາຊິກພັນທະ​ມິດ​ທຸກ​ປະ​ເທດ​ ​ປະກອບສ່ວນ ຈ່າຍຄ່າປ້ອງກັນຂອງ​ຕົນ​. ດັ່ງ​ທີ່​ Henry Ridgwell ລາຍ​ງານ​ມາຈາກ​ນະຄອນຫລວງ​ຂອງ​ໂປ​ແລນນັ້ນກໍແມ່ນວ່າ ຊາວ​ໂປ​ແລນ ​ມີ​ຄວາມ​ຢ້ານ​ກົວ​ວ່າ ​ຈະ​ມີການ​ຮຸກ​ຮານ​ຈາກຣັດ​ເຊຍ​ເຂົ້າ​ໄປ​ໃນ​ເຂດ​ຢູ​ໂຣບຕາ​ເວັນ​ອອກ ​ແລະ​ຫວັງ​ວ່າ ​ຈະ​ໄດ້​ຮັບ​ການ​ຄໍ້າປະກັນ​ ຢ່າງ​ເປັນຮູບປະທຳ ຈາກ​ສະຫະລັດ.

ຢູ່ເຊິ່ງໜ້າ ບ່ອນ​ທີ່​ປະທານາທິບໍດີທຣໍາ ຈະ​ໄປ​ຢືນ​ກ່າວ​ຄໍາ​ປາ​ໄສຢູ່​ທີ່​ຈະຕຸ​ລັດ Krasinski ​
ນັ້ນ ​ແມ່ນ​ຮູບ​ປັ້ນ ຂອງ​ບັນດາວິລະ​ຊົນ​ໃນສະ​ໄໝ​ສົງຄາມ​ໂລກ​ຄັ້ງທີສອງຂອງ​ໂປ​ແລນ.
​ໃນປີ 1944 ​ໂປ​ແລນ​ໄດ້​ຕໍ່ສູ້​ຕ້ານກັບພວກ​ຍຶດຄອງນາ​ຊີ ຢູ່​ໃນ​ການ​ລຸກ​ຮືຂຶ້ນຢ່າງ​ພິ
ລາດອາດຫານ ​ແຕ່ວໍ​ຊໍ ກໍບໍ່ໄດ້​ປະສົບ​ຜົນ​ສໍາ​ເລັດ​.

ທ່ານ Adam Kędziorek, ຊາວນະຄອນ​ວໍ​ຊໍ ກ່າວ​ວ່າ:
"ພວກ​ເຮົາ​ມີ​ຄວາມ​ດີ​ໃຈ​ເປັນ​ຢ່າງ​ຍິ່ງ ​ທີ່​ທ່ານ​ປະທານາທິບໍດີ​ຂອງ​ສະຫະລັດ​ຈະ​ມາ​ຢ້ຽມ
ຢາມພວກ​ເຮົາ​ຢູ່ໜີ້ ​ໃນ​ໂປ​ແລນ​ນີ້. ​ແລະ​ໂດຍ​ສະ​ເພາະ​ຢູ່​ບ່ອນໜີ້ ຍ້ອນ​ວ່າ​ບ່ອນໜີ້ ​ເປັນ​
ສະຖານທີ່​ທາງ​ປະຫວັດສາດ ສະນັ້ນ ມັນ​ຈຶ່ງມີ​ຄວາມສໍາຄັນ​ຫລາຍ​ ສໍາລັບປະຊາຊົນ​ໂປ​
ແລນ ​ແລະ​ສໍາລັບ​ຊາວ​ນະຄອນ​ຫລວງວໍ​ຊໍ."


ຊາວ​ໂປ​ແລນ​ຫລາຍ​ຄົນ ​ມີ​ຄວາມ​ຍິນ​ດີ ​ນໍາ​ສາຍ​ພົວພັນ​ທີ່​ແໜ້ນ​ແກ່ນ​ຂຶ້ນ ກັບ​ສະຫະລັດ.
ທ່ານ Marcin Zaborowski ຈາກ​ອົງການ VISEGRAD INSIGHT ​ເວົ້າວ່າ:
"ຢູ່​ໃນ​ວໍ​ຊໍ, ບ່ອນທີ່​ຖືກ​ກໍາຈັດ​ໄປ​ຢ່າງ​ສິ້ນ​ເຊີງ​ໃນ​ສະ​ໄໝ​ສົງຄາມ​ໂລກ​ຄັ້ງທີ​ສອງ​ນັ້ນ
ຄວາມຮູ້ສຶກ​ບໍ່​ປອດ​ໄພ​ແມ່ນສູງ​ຫລາຍ. ​ແລະ​ພວກ​ເຮົາ​ກໍຕັ້ງ​ຢູ່ຂ້າງໆກັບຣັດ​ເຊຍ ຊຶ່ງ
ເປັນ​ປະ​ເທດ​ປໍ​ລະ​ປັກ​ກັນນັ້ນອີກດວ້ຍ."

​ການ​ທີ່ໂປ​ແລນຕັ້ງຢູ່​ໃກ້ໆກັບຣັດ​ເຊຍນີ້ ​ເຮັດ​ໃຫ້​ປະ​ເທດ​ດັ່ງກ່າວ​ກາງ​ຕໍ່​ອາ​ໄສ ການ​ຮັບ
ປະກັນ​ດ້ານ​ຄວາມໝັ້ນຄົງ​ຈາກ​ເນ​ໂຕ.

ສາດສະດາຈານ Zbigniew Lewicki ຈາກ​ມະຫາວິທະຍາ​ໄລວໍ​ຊໍ ​ໃຫ້​ຄໍາ​ເຫັນວ່າ:
"ຂ້າພະ​ເຈົ້າຄິດ​ວ່າ ປະຊາຊົນ​ສ່ວນ​ໃຫຍ່ ຢາກ​ໄດ້​ຍິນ​ວ່າ ສະຫະລັດ​ຈະ​ຮັກສາ​ທະຫານ​
ຂອງຕົນໄວ້ ​ຢູ່​ໃນ​ໂປ​ແລນຕໍ່​ໄປ, ຈະ​ປະຕິບັດ​ຕາມ​ມາດຕາ 5 ໃນສົນທິສັນຍາ​ວໍ​ຊິງ​ຕັນ
ຂອງ​ເນ​ໂຕ, ຊຶ່ງໝາຍຄວາມວ່າ ມາຊ່ວຍ​ພວກ​ເຮົາ​ຫາກ​ມີ​ຄວາມ​ຈຳເປັນ."

ຄວາມໝັ້ນຄົງ​ທາງ​ເສດຖະກິດ​ແມ່ນ​ສູງ​ ຢູ່​ໃນແຜນການ​ຢ້ຽ​ມຢາມຄັ້ງ​ນີ້. ປະທານາທິບໍດີ
ທຣໍາຈະ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ໂຄງການ​ລິ​ເລີ້ມ​ທະ​ເລສາມ​ແຫ່ງ ຫລື Three
Seas Initiative Summit ທີ່​ສ້າງຕັ້ງຂຶ້ນມາ ​ເພື່ອເພີ້ມທະວີ​ຄວາມ​ເປັນອິດສະຫຼະທາງ​
ດ້ານ​ພະລັງງານ. ​ໂປ​ແລນ​ຫວັງ​ວ່າ ​ຈະ​ກາຍ​ເປັນ​ສູນ​ກາງ​ ຂອງການ​ນໍາ​ເຂົ້າອາ​ຍແກັສ​ທຳ
ມະຊາດແຫລວຂອງ​ອາ​ເມຣິກາ.

ສາດສະດາຈານ Zbigniew Lewicki ຈາກ​ມະຫາວິທະຍາ​ໄລວໍ​ຊໍ ກ່າວ​ອີກ​ວ່າ:
"ປັດຈຸ​ບັນນີ້ ພວກ​ເຮົາ​ໄດ້ຮັບ​ອາຍ​ແກັສມາ​ຈາກຣັດ​ເຊຍ, ຈາກບໍລິສັດ Gazprom. ​
ແລະ​ພວກ​ເຂົາກໍ​ໃຊ້​ມັນ​ເພື່ອໃຫ້ເປັນ​ການ​ຊື້ຈ້າງ​ພວກ​ເຮົາ, ເພື່ອຊື້ຈ້າງ ຢູ​ເຄຣນ."


ພວກ​ທີ່ສະໜັບສະໜຸນການ​ຢ້ຽມຢາມ​ນີ້​ເວົ້າວ່າ ​ລັດຖະບານ​ທ່ານ​ທຣໍາ ມີ​ຫລາຍ​ຢ່າງ​ຄື​ກັນ​
ກັບ​ລັດຖະບານຂອງ​ໂປ​ແລນ​. ​ແຕ່ກໍ​ມີບາງ​ຄົນຢ້ານ​ວ່າ ການ​ຢ້ຽມຢາມ​ຂອງ​ທ່ານ​ທຣໍາອາດ
ຈະ​ພາ​ໃຫ້ເກີດ​ຄວາມ​ແຕກ​ແຍກ​ລະຫວ່າງຢູ​ໂຣບຕາ​ເວັນ​ຕົກ ​ກັບຢຸູໂຣບ​ຕາ​ເວັນ​ອອກ
​ທີ່​ມີ​ຢູ່​ແລ້ວເພີ້ມຄວາມ​ຮ້າຍ​ແຮງຂຶ້ນ.

ທ່ານ Marcin Zaborowski ຈາກ​ອົງການ VISEGRAD INSIGHT ​ກ່າວ​ເພີ້ມອີກວ່າ:
"​ແລະ​ກ່າວວ່າ ຊາວ​ຢູ​ໂຣບບາງ​ຄົນ ​ເຊັ່ນຄົນ​ໂປ​ແລນ ​ແມ່ນ​ດີກວ່າຊາວ​ຢູ​ໂຣບ​ໃນປະ​ເທດ
​ອື່ນໆ ​ເຊັ່ນຄົນຝຣັ່ງ ​ແລະ​ເຢຍລະ​ມັນເປັນຕົ້ນ ທີ່​ທ່ານ​ທຣໍາບໍ່ຄ່ອຍ​ຖືກ​ກັບ​ເຂົາ​ເຈົ້າ​ປານ​ໃດ
​ແບບ​ນັ້ນ ມັນ​ຈະ​ບໍ່ຊ່ວຍຝ່າຍ​ໃດເລີຍ."

ຢູ່​ຂ້າງ​ນອກ​ຂອງ​ສະຖານທູດ​ສະຫະລັດ ​ໃນ​ວັນ​ພຸດ​ມື້ນີ້ ​ກຸ່ມ​ຕໍ່ຕ້ານຕ່າງໆ ​ບອກ​ວ່າ ຈະ​
ເດີນ​ຂະ​ບວນຕໍ່ຕ້ານ​ທ່ານນາງ Marcelina Zawisla ຈາກ​ພັກ​ໂຮມ​ແຮງ​ກັນ​ຫລື TOGETHER' PARTY ກ່າວ​ເປັນພາສາ​ໂປ​ແລນ​ວ່າ:

“ພວກ​ເຮົາ​ບໍ່​ເຫັນ​ພ້ອມນໍາ​ຄວາມ​ປະພຶດຂອງ​ທ່ານ​ທຣໍາ ​ທີ່​ເຫັນ​ວ່າມີ​ແຕ່​ປະ​ເທດ​ຂອງ
​ຕົນ​ສໍາຄັນ ຫລື​ ການ​ທີ່ທ່ານຕັດສິນ​ໃຈ​ຖອນອອກ​ຈາກ​ສັນຍາ​ດ້ານ​ດິນ​ຟ້າອາກາດ​
ປາຣີ ທີ່ຄົງ​ຕົວ​ຢູ່​ເພື່ອ​ປົກ​ປ້ອງໜ່ວຍ​ໂລກຂອງ​ພວກ​ເຮົານັ້ນ."


​ໄດ້​ມີ​ການແທກ ​ແລະ​ຫຍິບຊຸດ​ແຕ່ງ​ກາຍ ​ເພື່ອ​ກຽ​ມການແລ້ວ ສຳລັບການປະ​ທ້ວງຄັ້ງ​ນີ້.

ການ​ກະກຽມ​ໃນ​ຂັ້ນສຸດ​ທ້າຍ​ກໍ​ກໍາລັງ​ດໍາ​ເນີນ​ໄປ​ຢູ່​ທີ່​ຈະຕຸ​ລັດ Krasinski ​ໃນ​ຂະນະ​ທີ່​ໂປ​
ແລນກໍາລັງ​ກຽ​ມ​ເປັນ​ເຈົ້າພາບ​ຕ້ອນຮັບ​ການ​ກ່າວ​ຄໍາ​ປາ​ໄສ​ສໍາຄັນ​ຄັ້ງທໍາ​ອິດ​ຂອງ​ປະທາ
ນາທິບໍດີທຣໍາ ຕໍ່ປະຊາຊົນ​ຢູ່​ໃນ​ດິນ​ແດນ​ຂອງ​ຢູ​ໂຣບ.

ເບິ່ງວີດິໂອເພີ້ມກ່ຽວກັບຂ່າວນີ້ເປັນພາສາອັງກິດ

XS
SM
MD
LG