ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ Trump ສະເໜີຮູບຮ່າງບາດກ້າວ ທຳອິດ ໃນການເປັນ ປະທານາທິບໍດີ


ຜູ້ພິທັກສວນອຸດທະຍານ Interpretive park ນາງ Caitlin Kostic ລົມກັບຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump ໃນຂະນະ
ທີ່ລາວ ພາທ່ານທ່ຽວຊົມສວນອຸດທະຍານທະຫານແຫ່ງຊາດ
Gettysburg. ລັດ ເພັນຊິລເວເນຍ. 22 ຕຸລາ, 2016.
ຜູ້ພິທັກສວນອຸດທະຍານ Interpretive park ນາງ Caitlin Kostic ລົມກັບຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump ໃນຂະນະ ທີ່ລາວ ພາທ່ານທ່ຽວຊົມສວນອຸດທະຍານທະຫານແຫ່ງຊາດ Gettysburg. ລັດ ເພັນຊິລເວເນຍ. 22 ຕຸລາ, 2016.

ທ່ານ Donald Trump ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສະຫະລັດ ສັງກັດພັກ ຣີ ພັບບລິກັນ ໄດ້ສະເໜີການປະຕິຮູບແນວໃໝ່ສຳລັບເລື້ອງຄົນເຂົ້າເມືອງ ແລະ ກ່າວວ່າ ທ່ານຈະຕັດພາສີລົງ 35% ສຳລັບຊາວ ອາເມຣິກັນ ທີ່ມີລາຍໄດ້ປານກາງໃນລະຫວ່າງ 100 ມື້ ໃນການຂຶ້ນດຳລົງຕໍ່ແໜ່ງເປັນປະທານາທິບໍດີຂອງທ່ານ ຖ້າທ່ານຊະນະການ ເລືອກຕັ້ງໃນເດືອນໜ້າ.

ນອກຈາກນັ້ນແລ້ວ ທ່ານທຣຳ້ ຍັງໄດ້ກ່າວຄຳປາໄສ ກ່ຽວກັບ ນະໂຍບາຍຂອງທ່ານນຳ ໂດຍເວົ້າວ່າຫຼັງຈາກເລືອກຕັ້ງແລ້ວ ທ່ານຈະຟ້ອງແມ່ຍິງເກືອບ 12​ ຄົນ ທີ່ຍົກເລື້ອງກ່າວ ຫາວ່າທ່ານລວນລາມທາງເພດນັ້ນ.

ທ່ານໄດ້ຍົກເລື້ອງຂໍ້ກ່າວຫາຄວາມປະພຶດທີ່ບໍ່ດີດັ່ງກ່າວຂຶ້ນມາຕື່ມ ເວລາທ່ານອະທິບາຍ ເຖິງວິທີທີ່ທ່ານຈະບໍຣິຫານປະເທດ ຖ້າທ່ານຊະນະການເລືອກຕັ້ງ ໂດຍເວົ້າສູ່ຜູ້ເຂົ້າຮ່ວມ ຟັງວ່າ “ຜູ້ຍິງທຸກຄົນຂີ້ຕົວະ ເຫດການດັ່ງກ່າວນັ້ນບໍ່ໄດ້ເກີດຂຶ້ນ ແລະພວກແມ່ຍິງເຫຼົ່ານີ້ ຈະຖືກຟ້ອງຫຼັງຈາກການເລືອກຕັ້ງ.”

ຜູ້ຖືກສະເໜີຊື່ແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump ກ່າວໃນລະຫວ່າງງານໂຄສະນາຫາສຽງໃນເມືອງ Gettysburg ລັດ ເພັນຊິລເວເນຍ. 22 ຕຸລາ, 2016.
ຜູ້ຖືກສະເໜີຊື່ແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump ກ່າວໃນລະຫວ່າງງານໂຄສະນາຫາສຽງໃນເມືອງ Gettysburg ລັດ ເພັນຊິລເວເນຍ. 22 ຕຸລາ, 2016.

ບໍ່ສະເພາະແຕ່ທໍ່ນັ້ນ ໃນວັນເສົາວານນີ້ແມ່ຍິງອີກຜູ້ນຶ່ງກໍໂປໂລຂຶ້ນມາ ບອກວ່າ ທ່ານ ທຣຳ້ ລວນລາມລາວທາງເພດ ເມື່ອ 10 ປີກ່ອນ ເວລາມີການແຂ່ງຂັນກິລາກ໊ອຟ ທີ່ທະເລສາບ Lake Tahoe ໃນລັດ California. ນາງ Jessica Drake ນັກສະແດງໜັງໂປ້ກ່າວວ່າ ທ່ານ ທຣຳ້ ໄດ້ດຶງລາວເຂົ້າຫາໂຕ ແລ້ວກໍຈູບລາວໂດຍທີ່ລາວບໍ່ໄດ້ອະນຸຍາດໃຫ້ແລ້ວຕໍ່ ມາກໍວ່າຈະໃຫ້ເງິນລາວ 10 ພັນໂດລາ ແລະ ຈະໃຫ້ໃຊ້ເຮືອບິນອາຍພົ່ນສ່ວນຕົວ ຖ້ານອນ ນຳເພິ່ນໃນຄືນນັ້ນ. ນາງໄດ້ປະຕິເສດຄຳສະເໜີດັ່ງກ່າວ ແລ້ວດຽວນີ້ກໍອອກມາປາກົດໂຕ ເພື່ອ “ອອກສຽຂອງຂ້າພະເຈົ້າຕື່ມ ທັງສ້າງພະລະກຳລັງສະນັບສະໜູນພວກຜູ້ຍິງຄົນ ອື່ນໆທີ່ໄດ້ພາກັນປາກົດໂຕອອກມາ.”

ອີກພຽງ 17 ມື້ ກ່ອນວັນທີ 8 ພະຈິກ ມື້ເລືອກຕັ້ງຈະມາເຖິງທ່ານ ທຣຳ້ ໄດ້ກ່າວຄຳປາໄສ ດ້ານນະໂຍບາຍຂອງທ່ານຢູ່ໃນເມືອງ Gettysburg ລັດPennsylvania ໄກ້ໆກັບ ສະ ໜາມຕໍ່ສູ້ສົງຄາມກາງເມືອງ ແລະບ່ອນທີ່ປະທານາທິບໍດີ Abraham Lincoln ໄດ້ກ່າວ ຄຳປາໄສຄັ້ງສຳຄັນທີ່ສຸດຄັ້ງໜຶ່ງ ໃນປະຫວັດສາດຂອງ ສະຫະລັດ ເມື່ອ 153 ປີກ່ອນເພື່ອ ຈັດ ຕັ້ງວິຖີຊີວິດແບບໃໝ່ຂອງ ສະຫະລັດ ໃນຕອນກາງສະໄໝສົງຄາມກາງເມືອງຊຶ່ງແບ່ງ ແຍກປະເທດຊາດອອກຈາກກັນຢ່າງໜັກໜ່ວງນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG