ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທ​ຣຳ ໜູນຫຼັງ ບ​ຣາ​ຊິ​ລ ເປັນ​ສະ​ມາ​ຊິກ​ອົງ​ການ NATO ແລະ OECD


ປະ​ທາ​ນາ​ທິ​ບໍ​ດີ ດ​ໍ​ໂນ​ລ ທ​ຣຳ ທັກ​ທາຍ​ປະ​ທາ​ນາ​ທິ​ບໍ​ດີ ບ​ຣາ​ຊິ​ລ ທ່ານ ຈາ​ແອ ໂບ​ລ​ໂຊ​ນາ​ໂຣ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ທີ່​ສວນ​ກຸຫຼາບ ທຳ​ນຽບ​ຂາວ.19 ມີ​ນາ, 2019.
ປະ​ທາ​ນາ​ທິ​ບໍ​ດີ ດ​ໍ​ໂນ​ລ ທ​ຣຳ ທັກ​ທາຍ​ປະ​ທາ​ນາ​ທິ​ບໍ​ດີ ບ​ຣາ​ຊິ​ລ ທ່ານ ຈາ​ແອ ໂບ​ລ​ໂຊ​ນາ​ໂຣ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ທີ່​ສວນ​ກຸຫຼາບ ທຳ​ນຽບ​ຂາວ.19 ມີ​ນາ, 2019.

ບັນ​ດາ​ຜູ້​ນຳ​ຈາກ​ສອງ​ປະ​ເທດ​ທີ່​ມີ​ເສ​ດ​ຖະ​ກິດ​ໃຫຍ່​ທີ່​ສຸດ ​ຂອງ​ຊີກ​ໂລກ​ຕາ​ເວັນ​ຕົກໄດ້​
ສັນຍາທີ່ຈະສ້າງສາຍພົວທາງການຄ້າຢ່າງໃກ້ຊິດນຳກັນ, ພ້ອມກັບຍົກລະດັບການ
ຮ່ວມມືທາງທະຫານ, ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທ​ຣຳ ຍັງ​ໄດ້​ສະ​ເໜີ​ວ່າ
ບຣາຊິລ ຄວນສາມາດເຂົ້າຮ່ວມພັນທະມິດ ສົນທິສັນຍາມະຫາສະໝຸດແອັດແລນຕິກ
ເໜືອ ຫຼື NATO ໄດ້.

ທ່ານ ທ​ຣຳ ໄດ້​ກ່າວ​ວ່າ ແນວ​ໃດ​ກໍ​ຕາມ, ເພື່ອ​ໃຫ້​ສິ່ງ​ດັ່ງ​ກ່າວ​ນັ້ນ​ເກີດ​ຂຶ້ນ, ທ່ານ​ຈະ
“ຕ້ອງໄດ້ລົມກັບຫຼາຍຄົນ.”

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ, ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຮ່ວມ​ກັບ​ປະ​ທາ​
ນາທິບໍດີ ບຣາຊິລ ທ່ານ ຈາແອ ໂບລໂຊນາໂຣ ນັ້ນ, ຍັງໄດ້ສັນຍາການສະໜັບສະ
ໜູນຂອງ ອາເມຣິກາ ສຳລັບ ບຣາຊິລ ເພື່ອໃຫ້ເຂົ້າຮ່ວມ ໃນອົງການເພື່ອການຮ່ວມ
ມື ແລະ ພັດທະນາເສດຖະກິດ ຫຼື OECD ທີ່ມີສະມາຊິກ 36 ປະເທດນັ້ນ, ເຊິ່ງສ່ວນ
ໃຫຍ່ລວມມີເສດຖະກິດທີ່ໄດ້ພັດທະນາເປັນຢ່າງສູງ.

ທ່ານ ໂບ​ລ​ໂຊ​ນາ​ໂຣ, ເຊິ່ງ​ເວົ້າ​ເປັນ​ພາ​ສາ ປອກ​ຕຸຍ​ການ ນັ້ນ, ໄດ້​ກ່າວ​ວ່າ ການ​ຢ້ຽມ
ຢາມຂອງທ່ານ ຈະເປັນການເລີ່ມຕົ້ນ ການຮ່ວມມືບັ້ນໃໝ່ ລະຫວ່າງ ບຣາຊິລ ກັບ
ສະຫະລັດ, ແລະ ເວົ້າຕື່ມວ່າ ດ້ວຍການເລືອກຕັ້ງຄັ້ງຫຼ້າສຸດຂອງທ່ານ, “ບຣາຊິລ
ໄດ້ມີປະທານາທິບໍດີ ຜູ້ທີ່ບໍ່ຕໍ່ຕ້ານ ອາເມຣິກາ”, ເຊິ່ງມັນບໍ່ເຄີຍມີມາກ່ອນໃນສອງ
ສາມທົດສະວັດຜ່ານມານີ້.”

ນາຍ​ທະ​ຫານ​ທີ່​ກະ​ສຽນ​ແລ້ວຄົນ​ດັ່ງ​ກ່າວ ​ແ​ມ່ນເປັນ​ຮູ້​ຈັກ​ກັນ​ໃນ​ຊື່ “ທ່ານ ທ​ຣຳ ແຫ່ງ​
ເຂດຮ້ອນຂອງໂລກ” ສຳລັບແຜນການທີ່ມີແນວທາງຂວາຈັດ ໃນການປາບປາມອາ
ຊະຍາກຳ ແລະ ການສໍ້ລາດບັງຫຼວງ, ແລະ ຄວາມຄິດຢາກກັບໄປຫາຍຸກການປົກ
ຄອງແບບຜະເດັດການທະຫານຂອງ ບຣາຊິລ.

ຜູ້​ນຳ​ທັງ​ສອງ​ທ່ານ, ຜູ້​ທີ່​ໄດ້​ພົບ​ປະ​ກັນ​ເປັນ​ຄັ້ງ​ທຳ​ອິດ​ໃນ​ວັນ​ອັງ​ຄານ​ວານນີ້, ຍັງ​ໄດ້​
ປຶກສາຫາລື ກ່ຽວກັບ ການສະໜັບສະໜູນຂອງພວກເພິ່ນ ສຳລັບຜູ້ນຳຝ່າຍຄ້ານ
ເວເນຊູເອລາ ທ່ານ ຮວນ ກວາອີໂດ, ຜູ້ທີ່ຖືກຮັບຮູ້ເປັນຜູ້ນຳທີ່ຖືກຕ້ອງຕາມກົດ
ໝາຍໂດຍປະເທດຕາເວັນຕົກສ່ວນຫຼາຍ, ລວມທັງ ສະຫະລັດ ແລະ ບຣາຊິລ. ທ່ານ
ທຣຳ ໄດ້ກ່າວຢ້ຳວ່າ “ທາງເລືອກທຸກຢ່າງແມ່ນເປີດໃຫ້ທຳການຕັດສິນໃຈ” ເມື່ອຖືກ
ຖາມໂດຍນັກຂ່າວຄົນນຶ່ງໃນສວນກຸຫຼາບຂອງທຳນຽບຂາວ ຖ້າການໃຊ້ກຳລັງແຊກ
ແຊງເຂົ້າໃນ ເວເນຊູເອລາ ໂດຍ ສະຫະລັດ ນັ້ນແມ່ນເປັນໄປໄດ້.

ທ່ານ ທ​ຣຳ ໄດ້​ເນັ້ນ​ວ່າ ວໍ​ຊິງ​ຕັນ ຍັງ​ບໍ່ໄດ້​ວາງ​ມາດ​ຕະ​ການ​ລົງ​ໂທດ​ທີ່​ໜັກ​ປານ​ໃດ​ຕໍ່
ລັດຖະບານ ກາຣາກາສ, ເຊິ່ງປະທານາທິບໍດີ ນິໂຄລັສ ມາດູໂຣ ຜູ້ທີ່ປະທານາທິບໍດີ
ສະຫະລັດ ໄດ້ເອີ້ນວ່າ “ຫຸ່ນເຊີດຂອງ ຄິວບາ ນັ້ນ” ຍັງຄົງກຳອຳນາດ ດ້ວຍການໜູນ
ຫຼັງຂອງກອງທັບ ເວເນຊູເອລາ.

ໃນ​ປະ​ເທດ ເວ​ເນ​ຊູ​ເອ​ລາ ທີ່​ອຸ​ດົມ​ສົມ​ບູນ​ໄປ​ດ້ວຍ​ນ້ຳ​ມັນນັ້ນ ມັນບໍ່​ມີ​ອາ​ຫານ, ນ້ຳໃຫ້
ກິນ ຫຼື ເຄື່ອງປັບອາກາດໃຊ້, ອີງຕາມທ່ານ ທຣຳ, ໃນຂະນະທີ່ ທ່ານ ໂບລໂຊນາໂຣ
ໄດ້ກ່າວວ່າ “ປະຊາຊົນຢູ່ທີ່ນັ້ນ ແມ່ນກຳລັງອຶດຫິວຕາຍ.”

ທ່ານ ໂບ​ລ​ໂຊ​ນາ​ໂຣ ໄດ້​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ຕ້ອງ​ເຮັດ​ໃຫ້​ເລື່ອງນີ້​ສິ້ນ​ສຸດ​ລົງ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພ​າ​ສາ​ອັງ​ກິດ

XS
SM
MD
LG