ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

​ສຫລ ວ່າ ທ. ທຣໍາ ຢາກໃຫ້ແກ້ໄຂ ຂໍ້ບົກຜ່ອງ ໃນສັນຍາອາວຸດ ​ນີວ​ເຄລຍ ກັບອີຣ່ານ


ທ່ານ Rex Tillerson ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ຕໍ່ນັກຂ່າວຂອງ CNN ວ່າ ປະທານາທິບໍດີ ດໍໂນລ ທຣໍາ ຢາກ​ໃຫ້​ລັດຖະສະພາ​ໃຊ້ "ຍຸດ​ທະ​ສາດ​ທີ່​ຄົບ​ຖ້ວນ​ກວ່າ​ເກົ່າ" ​ເພື່ອ​ແກ້​ໄຂ ​ສິ່ງ​ທີ່​ຜູ້​ນໍາ​ຂອງສະຫະ​ລັດເຫັນ
​ວ່າ​ມີ​ຈຸດ​ບົກ​ຜ່ອງ​ຢູ່​ໃນ​ສັນຍາ​ວ່າດ້ວຍອາວຸດນີວເຄລຍ ທີ່ເຊັນ
ໃນປີ 2015 ກັບອີຣ່ານ.
ທ່ານ Rex Tillerson ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ຕໍ່ນັກຂ່າວຂອງ CNN ວ່າ ປະທານາທິບໍດີ ດໍໂນລ ທຣໍາ ຢາກ​ໃຫ້​ລັດຖະສະພາ​ໃຊ້ "ຍຸດ​ທະ​ສາດ​ທີ່​ຄົບ​ຖ້ວນ​ກວ່າ​ເກົ່າ" ​ເພື່ອ​ແກ້​ໄຂ ​ສິ່ງ​ທີ່​ຜູ້​ນໍາ​ຂອງສະຫະ​ລັດເຫັນ ​ວ່າ​ມີ​ຈຸດ​ບົກ​ຜ່ອງ​ຢູ່​ໃນ​ສັນຍາ​ວ່າດ້ວຍອາວຸດນີວເຄລຍ ທີ່ເຊັນ ໃນປີ 2015 ກັບອີຣ່ານ.

ທ່ານ Rex Tillerson ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ໃນ​
ວັນ​ອາທິດ​ວານ​ນີ້ວ່າ ອີ​ຣ່ານ​ມີ​ການ "ປະຕິບັດໃນ​ດ້ານ​ຫລັກການອັນ​ສອດຄ່ອງ​ກັບ"
ສັນຍາ​ສາກົນ ​ໃນ​ການ​ຫລຸດຜ່ອນ​ການ​ພັດທະນາ​ອາວຸດ​ນີວ​ເຄລຍລົງ ​ແຕ່​ກໍ​ເວົ້າວ່າ
ປະທານາທິບໍດີ ດໍ​ໂນ​ລທຣໍາ ຢາກ​ໃຫ້​ລັດຖະສະພາ​ໃຊ້ "ຍຸດ​ທະ​ສາດ​ທີ່​ຄົບ​ຖ້ວນ​ກວ່າ
​ເກົ່າ" ​ເພື່ອ​ແກ້​ໄຂ​ສິ່ງ​ທີ່​ຜູ້​ນໍາ​ຂອງ​ສະຫະ​ລັດ​ເຫັນ​ວ່າ​ມີ​ຈຸດ​ບົກ​ຜ່ອງ​ຢູ່​ໃນ​ສັນຍາ​ດັ່ງກ່າວ.

ຫົວໜ້າສູງ​ສຸດ​ດ້ານ​ການ​ຕ່າງປະ​ເທດ​ຂອງ​ສະຫະລັດ​ກ່າວ​ຕໍ່ສໍານັກ​ຂ່າວ CNN ວ່າ
Tehran​ ​ໄດ້​ “ສະ​ແດງ​ໃຫ້​ເຫັນ​ວ່າ ປະ​ເ​ທດດັ່ງກ່າວ ​ປະຕິບັດ​ການ​ ໂດຍ​ຍ່າງ​ກ້າວ​ໄປ
​ຫາ​ຂອບເຂດ​ທີ່​ຈໍາກັດ" ຂອງ​ຂໍ້​ຕົກລົງ​ທີ່​ເຊັນ​ກັນ ໃນ​ປີ 2015 ຊຶ່ງ​ໄດ້​ເຮັດ​ໃຫ້​ທ່ານ​ທຣໍາ
ບໍ່​ໃຫ້ການ​ຮັບຮອງ​ໃນ​ວັນ​ສຸກ​ທີ່​ຜ່ານ​ມານີ້ ​ວ່າ ອີຣ່ານ​ໄດ້​ປະຕິບັດ​ຕາມ​ສັນຍາ ​ແລະ​ໄດ້
​ນໍາ​ເລື່ອງ​ນີ້​ໄປ​ຫາ ລັດຖະສະພາ​ ໃຫ້​ພິຈາລະນາ​ວ່າ ຈະ​ວາງ​ມາດຕະການ​ລົງ​ໂທດ​ທາງ
ເສດຖະກິດທີ່​ໄດ້​ປະຕິບັດ​ ຕໍ່ປະ​ເທດ​ດັ່ງກ່າວ ກ່ອນ​ທີ່​ສະຫະລັດ, ສະ​ຫະພາບ​ຢູ​ໂຣບ, ຝຣັ່ງ,
ອັງກິດ, ​ເຢຍຣະມັນ, ​ແລະ​ຈີນ​ຈະເຊັນສັນຍາ​ກັບ​ອີຣ່ານ ​ຄືນຫລື​ບໍ່.

ທ່ານ Tillerson ​ເວົ້າວ່າ ທ່ານ​ທຣໍາ ຢາກ​ໃຫ້​ລັດຖະສະພາ, ບາງ​ເທື່ອ​ກໍ​ອາດ​ຈະ​ເຮັດ​ຂໍ້
​ຕົກລົງ​ຕ່າງຫາກ ​ເພື່ອ​ແກ້​ໄຂ "ຂໍ້​ບົກ​ຜ່ອງ​ຈໍານວນ​ນຶ່ງ" ຢູ່​ໃນ​ສັນຍາ​ວ່າ​ດ້ວຍ​ນີວ​ເຄລຍ
​ແລະ ​ແກ້​ໄຂ "ລາຍການ​ຂອງ​ໄພ​ຂົ່ມຂູ່​ທີ່​ກວ້າງ​ກວ່າ" ຂອງ​ອີຣ່ານ ທີ່​ມີການ​ໃຊ້​ທະຫານ
​ບຸກລຸກ ​ແລະ "ການ​ເຄື່ອນ​ໄຫວ​ທີ່​ກໍ່​ໃຫ້​ເກີດ​ຄວາມ​ຂາດ​ສະຖຽນລະ​ພາບ" ຢູ່​ໃນ​ເຂດ​ຕາ​
ເວັນ​ອອກກາງ. ທ່ານ Tillerson ​ເວົ້າວ່າ ການ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂອງອີ
ຣ່ານ ທີ່​ບໍ່​ໄດ້​ຖືກ​ເກືອດ​ຫ້າມ ​ຢູ່​ໃນ​ສົນທິສັນຍາດ້ານ​ນີວ​ເຄລຍນັ້ນ ຕ້ອງ​ໄດ້​ຫລຸດຜ່ອນ​ລົງ
​ແລະ​ໃຫ້​ມີ​ການ​ເກືອດ​ຫ້າມ​ທີ່​ເຄັ່ງ​ຄັດ​ກວ່າ ຕໍ່​ໂຄງການ​ນີວ​ເຄລຍຂອງ​ປະ​ເທດ​ດັ່ງກ່າວ.
ທ່ານເວົ້າວ່າ ສົນທິສັນຍາ​ປັດຈຸບັນ​ນີ້ "​ເປັນ​ພຽງການ​ເລື່ອນ​ການ​ພິຈາລະນາ" ຕໍ່ຄວາມ​ມຸ້ງ
​ຫວັງ​ທີ່ທະ​ເຍີ​ທະຍານ​ຢາ​ກມີ​ອາວຸດ​ນີວ​ເຄລຍຂອງ​ອີຣ່ານ.

​ພ້ອມ​ກັນນີ້ ໃນ​ຂະນະ​ທີ່​ລັດຖະສະພາ​ກໍາລັງ​ພິຈາລະນາ​ວ່າ​ ຈະ​ວາງ​ມາດ​ຕະການ​ລົງ​ໂທດ​
ໃໝ່ຫລືບໍ່ ຢູ່​ນັ້ນ ທ່ານ Tillerson ​ກໍເວົ້າວ່າ​ ສະຫະລັດ ​ແລະ​ປະ​ເທດ​ອື່ນ​ໆທີ່​ລົງ​ນາມ​ໃນ
​ສັນຍາ ນັ້ນ ຕ້ອງ​ໄດ້ "ປະຕິບັດ​ສັນຍາ​ດັ່ງກ່າວ​ຢ່າງ​ເຕັມ​ສ່ວນ."

ທ່ານ Javad Zarif ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອີຣ່ານ ທີ່​ໄດ້​ເຈລະຈາ​ສົນທິ
ສັນຍາ​ດັ່ງກ່າວ ​ໄດ້​ເວົ້າຕໍ່ໜັງສື​ພິມ "Face the Nation" ຂອງສໍາ​ນັກ​ຂ່າວ CBS ໂດຍ
ສະ​ແດງ​ໃຫ້​ເຫັນວ່າ ການ​ທີ່​ທ່ານ​ທຣໍາຄັດຄ້ານ​ຕໍ່ຂໍ​ຕົກລົງ​ດັ່ງກ່າວ​ "ບໍ່ມີ​ໃຜ​ດອກ ​ທີ່​ຈະ​ເຊື່ອ​
ລັດຖະບານສະຫະລັດ​ ວ່າ​ເຂົາ​ເຈົ້າຈະ​ມີ​ການເຂົ້າຮ່ວມ​ໃນການ​ເຈລະຈາ ​ໄລຍະ​ຍາວ
​ເພາະວ່າ ຄວາມ​ຍາວ​ນານ​ຂອງ​ຂໍ້​ຜູກ​ມັດ​ໃດໆ, ​ໄລຍະ​ຂອງຂໍ້​ຜູກ​ມັດ​ໃດໆ ທີ່​ມີ​ກັບ​ຄະນະ​
ລັດຖະບານສະຫະລັດ ​ແຕ່​ນີ້ຕໍ່​ໄປ ​ແມ່ນ​ຈະ​ຂັດກັບ​ວາລະ​ດໍາລົງ​ຕໍາ​ແໜ່ງທີ່ຍັງຄົງເຫຼືອຢູ່
ຂອງປະທານາທິບໍດີ​ຄົນ​ດັ່ງກ່າວ​ເທົ່າ​ນັ້ນ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG