ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ທຣຳ ສະເໜີຊື່ ທ່ານ ຄາເວນໍ ທີ່ທ່າອຽງ ນິຍົມແນວທາງເດີມ ເປັນຜູ້ພິພາກສາ ສານສູງສຸດ


ປະທານາທິບໍດີ ດໍໂນລ ທຣຳ ຟັງ ໃນຂະນະທີ່ ຜູ້ພິພາກສາ ທ່ານ ແບຣັຕ ຄາເວນໍ ຜູ້ທີ່ທ່ານທຣຳ ສະເໜີຊື່ເປັນຜູ້ພິພາສາ ສານສູນສຸດ ກຳລັງກ່າວ ຢູ່ໃນຫ້ອງກ້ຳຕາເວັນອອກ ຂອງທຳນຽບ, ໃນວັນຈັນ ທີ 10 ກໍລະກົດ 2018.
ປະທານາທິບໍດີ ດໍໂນລ ທຣຳ ຟັງ ໃນຂະນະທີ່ ຜູ້ພິພາກສາ ທ່ານ ແບຣັຕ ຄາເວນໍ ຜູ້ທີ່ທ່ານທຣຳ ສະເໜີຊື່ເປັນຜູ້ພິພາສາ ສານສູນສຸດ ກຳລັງກ່າວ ຢູ່ໃນຫ້ອງກ້ຳຕາເວັນອອກ ຂອງທຳນຽບ, ໃນວັນຈັນ ທີ 10 ກໍລະກົດ 2018.

ນຶ່ງໃນສິ່ງທີ່ມີທ່າທາງວ່າ ເປັນການຕັດສິດໃຈທີ່ສຳຄັນສຸດ ໃນການເປັນປະທານາທິບໍດີ
ຂອງທ່ານນັ້ນ ທ່ານດໍໂນລ ທຣຳ ໄດ້ເລືອກເອົາ ທ່ານ ແບຣັຕ ຄາເວນໍ ໃຫ້ເປັນຜູ້ທີ່ທ່ານ
ສະເໜີຊື່ ໃຫ້ເຂົ້າຮັບຕຳແໜ່ງ ເປັນຜູ້ພິພາກສາສານສູງສຸດ ແທນ ທ່ານແອນໂທນີ
ເຄັນເນດີ ຜູ້ທີ່ຈະອອກກິນເບ້ຍບຳນານ ໃນໄວໆນີ້.

“ບໍ່ມີຜູ້ໃດໃນອາເມຣິກາ ທີ່ມີຄຸນສົມບັດ ສຳລັບຕຳແໜ່ງ ຫຼື ສົມຄວນໄດ້ຮັບຫຼາຍ ໄປ
ກວ່ານີ້”
ທ່ານປະທານາທິບໍດີ ໄດ້ກ່າວເຖິງ ທ່ານຄາເວນໍ ໃນລະຫວ່າງການປະກາດ
ທາງໂທລະພາບ ໃນຄ່ຳຄືນວັນຈັນວານນີ້ ຂອງຊ່ວງເວລາ ທີ່ມີຜູ້ຊົມເບິ່ງຫຼາຍທີ່ສຸດ ຈາກ
ຫ້ອງກ້ຳຕາເວັນອອກຂອງທຳນຽບຂາວ. ທ່ານທຣຳໄດ້ເອີ້ນທ່ານ ຄາເວນໍ ວ່າ “ເປັນຜູ້ ພິພາກສາທີ່ດີເລີດ” ຜູ້ທີີ່ໄດ້ “ອຸທິດຊີວິດຂອງທ່ານເພື່ອຮັບໃຊ້ມະຫາຊົນ.”

ທ່ານຄາເວນໍ ອາຍຸ 53 ປີ ເປັນຜູ້ພິພາກສາສານ ລັດຖະບານກາງ ທີ່ທ່າອຽງນິຍົມແນວ
ທາງເດີມ ໃນຮອບ 12 ປີທີ່ຜ່ານມາ ແມ່ນບໍ່ຄ່ອຍຄຸ້ນເຄີຍ ການເມືອງດ້ານຂະແໜງ
ການບໍລິຫານ ແລະ ການໂຕ້ແຍ້ງ.

ກ່ອນໜ້າທີ່ທ່ານຄາເວນໍ ຈະເຂົ້າມາເປັນຜູ້ພິພາສາ ທ່ານໄດ້ກຳກັບນຳການສືບສວນ
ສອບສວນ ການເສຍຊີວິດ ຂອງຮອງທີ່ປຶກສາໃຫ້ແກ່ປະທານາທິບໍດີ ບິລ ຄລິນຕັນ.
ການເສຍຊີວິດດັ່ງກ່າວນັ້ນ ໄດ້ຖືກຕັດສິນວ່າ ເປັນການຂ້າໂຕຕາຍ ແຕ່ມີພວກທີ່ສົງໄສ
ວ່າເປັນການສົມຮູ້ຮ່ວມຄິດນັ້ນ ແມ່ນບໍ່ເຊື່ອໝັ້ນ. ທ່ານຄາເວນໍ ຍັງໄດ້ເຮັດວຽກໃນຂັ້ນຕົ້ນ
ທີ່ນຳໄປສູ່ການຟ້ອງຮ້ອງ ໃຫ້ທ່ານຄລິນຕັນ ອອກຈາກຕຳແໜ່ງ ກ່ຽວກັບເລື້ອງຊູ້ສາວກັບ
ຜູ້ຝຶກງານ ໃນທຳນຽບຂາວ. ແລະທ່ານໄດ້ເຮັດວຽກ ກ່ຽວກັບການນັບຄະແນນສຽງຄືນ
ໃໝ່ ໃນລັດຟລໍຣີດາ ທີ່ໄດ້ເຮັດໃຫ້ທ່ານ ຈອຣຈ໌ ດັບໂບຢູ ບຸຊ ໄດ້ເປັນປະທານາທິບໍດີ.
ຫຼັງຈາກນັ້ນ ທ່ານຄາເວນໍ ກໍໄດ້ກາຍເປັນ ເລຂານຸການຂອງຄະນະທີ່ປຶກສາໃຫ້ແກ່ທ່ານ
ບຸຊ ແລະໄດ້ເດີນທາງໄປພ້ອມກັບທ່ານປະທານາທິບໍດີ ຢູ່ເລື້ອຍໆ.

ເປັນທີ່ຮູ້ຈັກກັນດີວ່າ ເປັນຜູ້ມີສັດທາໃນສາສະໜາ ຄາໂທລິກ ຈຸດຢືນຂອງທ່ານຄາເວນໍ
ກ່ຽວກັບ ເລື້ອງການເມືອງອັນນຶ່ງ ທີ່ໂຕ້ຖຽງກັນຫຼາຍທີ່ສຸດ ໃນອາເມຣິກາ ກໍຄື ການແທ້ງ
ລູກ ເຊິ່ງໄດ້ເຮັດໃຫ້ທັງສອງພັກການເມືອງມີຄວາມເປັນຫ່ວງຫຼາຍຂຶ້ນ. ຈຳພວກທີ່ສົ່ງ
ເສີມສິດທິຂອງແມ່ຍິງ ທີ່ເລືອກການເຮັດແທ້ງເພື່ອເອົາລູກອອກ ແມ່ນບໍ່ພໍໃຈ ກັບ ຄຳພິ
ພາກສາຂອງທ່ານຄາເວນໍ ຕໍ່ຕ້ານພວກຄົນເຂົ້າເມືອງທີ່ຍັງໜຸ່ມນ້ອຍ ທີ່ຢູ່ໃນການຄວບ
ຄຸມໂຕ ໂດຍລັດຖະບານກາງ ຜູ້ທີ່ຢາກຈະເຮັດແທ້ງໃນທັນທີ. ແຕ່ພວກອະນຸລັກນິຍົມ
ບາງສ່ວນ ໄດ້ສະແດງອອກຄວາມບໍ່ພໍໃຈ ທີ່ທ່ານຄາເວນໍ ບໍ່ໄດ້ປະກາດວ່າ ພວກທີ່ຍັງ
ໜຸ່ມນ້ອຍ ບໍ່ມີສິດຕາມລັດຖະທຳມະນູນ ທີ່ຈະເລືອກເຮັດແທ້ງໄດ້.


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG