ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ທ​ຣຳ ເວົ້າ​ວ່າ ທ່ານບໍ່​ມີ​ແຜນ ທີ່​ຈະ​ຟັງ​ເທັບ​ບັນ​ທຶກກ່ຽວກັບ ການສັງ​ຫານ ນັກ​ຂ່າວ ຄາ​ຊອກ​ກີ


ນັກ​ຂ່າວ ຈາ​ມາ​ລ ຄາ​ຊອກ​ກີ ກ່າວ​ຄຳ​ປາ​ໄສ ຢູ່ກອງ​ປະ​ຊຸມ ໃນ​ນະ​ຄອນ ມາ​ນາ​ມາ ຂອງ​ປະ​ເທດບາ​ເຣນໃນ​ວັນ​ທີ 1 ກຸມ​ພາ, 2015 ແລະ​ຖືກ​ຂ້າ​ຕາຍ ຢູ່​ສະ​ຖານ​ກົງ​ສູນ​ຂອງ​ຊາ​ອຸ​ດີ ໃນ​ນະ​ຄອນ ອິ​ສ​ຕັນ​ບ​ູ​ລ ໃນ​ເດືອນ​ຕຸ​ລາ ຜ່ານ​ມານີ້
ນັກ​ຂ່າວ ຈາ​ມາ​ລ ຄາ​ຊອກ​ກີ ກ່າວ​ຄຳ​ປາ​ໄສ ຢູ່ກອງ​ປະ​ຊຸມ ໃນ​ນະ​ຄອນ ມາ​ນາ​ມາ ຂອງ​ປະ​ເທດບາ​ເຣນໃນ​ວັນ​ທີ 1 ກຸມ​ພາ, 2015 ແລະ​ຖືກ​ຂ້າ​ຕາຍ ຢູ່​ສະ​ຖານ​ກົງ​ສູນ​ຂອງ​ຊາ​ອຸ​ດີ ໃນ​ນະ​ຄອນ ອິ​ສ​ຕັນ​ບ​ູ​ລ ໃນ​ເດືອນ​ຕຸ​ລາ ຜ່ານ​ມານີ້

ທ່ານ ດໍ​ໂນ​ລ ທ​ຣຳ, ປ​ະ​ທາ​ນາ​ທິ​ບໍ​ດີຂອງ​ສະ​ຫະ​ລັດເວົ້າ​ວ່າ ທ່ານ​ໄດ້​ຮັບຟັງ​ລາຍງານ
ຫຍໍ້ ກ່ຽວ​ກັບບັນ​ທຶກ​ສຽງການ​ສັງ​ຫານນັກ​ຂ່າວ ຊາ​ອຸ​ດີ ທີ່​ຕໍ່​ຕ້ານ​ລັດ​ຖະ​ບານ, ທ່ານ
ຈາ​ມາ​ລ ຄາ​ຊອກ​ກີ ຢູ່​ໃນສະ​ຖານ​ກົງສູນ​ຂອງ​ຣິ​ຢາດ ໃນ​ນະ​ຄອນ​ອິ​ສ​ຕັນ​ບູ​ລ ເດືອນ
​ແລ້ວນີ້ ແຕ່​ທ່ານບໍ່​ມີ​ຈຸດ​ປະ​ສົງທີ່​ຈະ​ຟັງ​ເທັບ​ດັ່ງກ່າວ​ຍ້ອນມັນສະ​ແດງ​ໃຫ້​ເຫັນ​ຄວາມ
​ຮຸນ​ແຮງ​ຢູ່​ໃນ​ນັ້ນຫລາຍ.

"ມັນ​ເປັນ​ເທັບ​ທີ່ບອກ​ເຖິງ​ຄວາມທໍ​ລະ​ມານ. ມັນ​ເປັນ​ເທັບ​ບັນ​ທຶກ​ສິ່ງບໍ່​ດີ​ທີ່​ສຸດ​," ນັ້ນ​ຄື
​ຄຳ​ເວົ້າ​ຂອງ​ທ່ານທ​ຣຳ ທີ່​ກ່າວ​ໃນ​ຕອນ​ໃຫ້​ສຳ​ພາດ​ກັບອົງ​ການ​ຂ່າວ Fox News ໃນ
​ວັນ​ອ​າ​ທິດ​ວານນີ້ ຢູ່​ໃນ​ທຳ​ນຽບ​ຂາວ ທີ່​ໄດ້​ຖືກ​ບັນ​ທຶກໄວ້​ ໃນ​ວັນ​ສຸກ​ຜ່ານ​ມາ.

​ທ່ານ​ກ່າວ​ເພີ້ມ​ອີກວ່າ “ມັນ​ເປັນເລື້ອງ​ທີ່​ມີ​ຄວາມ​ຮຸນ​ແຮງ​ຫລາຍ, ​ມັນ​ເປັນ​ເລື້ອງ​ທີ່​ຊົ່ວ​
ຮ້າຍ​ຫລາຍ, ແລະ​ຂີ້​ຮ້າຍ​ຫລາຍ."

ທ່ານທ​ຣຳ​ ໄດ້ກ່າວ​ໃນ​ວັນ​ເສົາຜ່ານ​ມາ​ວ່າ ໃນ​ວັນ​ອັງ​ຄານ​ມື້​ອື່ນນີ້ ລັດ​ຖະ​ບານ​ສະ​ຫະ​ລັດ
ຈະ​ເຜີຍ​ແຜ່​ບົດ​ສະ​ຫລຸບຄຳ​ຄິດ​ເຫັນ​ຂອງ​ຕົນໃນ​ເລື້ອງ​ການ​ເຂັ່ນ​ຂ້າ​ທ່ານ​ຄາ​ຊອກ​ກີທີ່
​ເກີດ​ຂຶ້ນ​ໃນ​ວັນ​ທີ 2 ຕຸ​ລານັ້ນ. ກະ​ຊວງ​ການ​ຕ່າງ​ປະ​ເທດສະ​ຫະ​ລັດເວົ້າ​ວ່າ ຍັງ​ບໍ່​ທັນ​ໄດ້
​ມີ​ການ​ສະ​ຫລຸບ​ແບບ​ຕັດ​ສິນ​ໄດ້​ເທື່ອ, ເຖິງ​ແມ່ນ​ວ່າອົງ​ການ​ຂ່າວ​ບາງ​ແຫ່ງ​ໄດ້ລາຍ​ງານ​ໄປ
ແລ້ວວ່າ ສູນກາງ​ສືບ​ລັບ ຫລື ຊີ​ໄອ​ເອຂອງ​ສະ​ຫະ​ລັດ ໄດ້​ສະ​ຫລຸບ​ວ່າ ອົງ​ມົງ​ກຸດ​ຣາ​ດຊະ
​ກຸມ​ມານ ໂມ​ຮຳ​ເມດ ບິນ ຊາ​ລ​ມານ, ຜູ້​ນຳ​ທີ່​ແທ້​ຈິງ​ຂອງ​ຣີ​ຢາດ ເປັນ​ຜູ້​ອອກ​ຄຳ​ສັ່ງ​ໃຫ້​ຂ້າ​
ກໍ​ຕາມ.ຕອນຢູ່​ໃນ​ການ​ໃຫ້​ສຳ​ພາດ​ກັບ​ອົງ​ການ​ຂ່າວຟັອກ​ສ໌ນີ້ວ​ສ໌ນັ້ນ ເມື່ອ​ຖືກ​ຖາມ​ວ່າ ອົງ
​ມົງ​ກຸດ​ຕົວະ​ທ່ານ​ຫລືບໍ່ ກ່ຽວ​ກັບ​ເລື້ອງການມີ​ສ່ວນ​ກ່ຽວ​ພັນ​ກັບ​ເລື້ອງນີ້ ທ່ານ​ທ​ຣຳ​ຕອບວ່າ
"ຂ້າ​ພະ​ເຈົ້າ​ບໍ່​ຮູ້​ຈັກ. ມີ​ໃຜ​ແດ່​ສາ​ມາດ​ຮູ້​ຄວາມ​ຈິງ​ແທ້ໆ​ໄດ້? ແຕ່​ວ່າ​ຂ້າ​ພະ​ເຈົ້າ​ສາ​ມາດ​ເວົ້າ
​ໄດ້ຈັ່ງຊີ້​ ອົງ​ມົງ​ກຸດ​ມີ​ຫລາຍ​ຄົນເຮັດວຽກໃຫ້….. ເວົ້າ​ຊະ​ວ່າ ພະ​ອົງກໍບໍ່​ຮູ້​ເລື້ອງນີ້."

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້​ເພີ້ມ

ທ່ານ​ທ​ຣຳ​ກ່າວ​ເພີ້ມ​ອີກວ່າ, "​ອົງມົງ​ກຸດ​ບອກ​ຂ້າ​ພະ​ເຈົ້າ​ວ່າ ພະ​ອົງ​ບໍ່​ມີ​ສ່ວນ​ຫຍັງ
ໃນ​ເລື້ອງນີ້. ພະ​ອົງ​ບອກ​ຂ້າ​ພະ​ເຈົ້າ​ແນວນັ້ນ ຄັນຈະ​ເວົ້າ​ແລ້ວ​ກໍ​ປະ​ມານ 5 ເທື່ອ
ຢູ່​ໃນ​ຫລາຍຕອນ​ຕ່າງ​ກັນ, ແມ່ນ​ແຕ່​ຫວ່າງສອງ ສາມມື້ ຜ່ານ​ມານີ້ພະ​ອົງກໍ​ຍັງ​ເວົ້າ
​ແນວນັ້ນ​ຢູ່."

ຊາ​ອຸ​ດີ ອາ​ຣາ​ເບຍ​ ໄດ້​ຕັ້ງ​ຂໍ້​ຫາ​ຕໍ່ພວກ​ນັກ​ສືບ 11 ຄົນ ທີ່​ຖືກ​ກ່າວ​ຫາ​ວ່າ​ມີ​ສ່ວນ​ກ່ຽວ
​ຂ້ອງກັບ​ການ​ສັງ​ຫານ​ທ່ານ ຄາ​ຊອກ​ກີນີ້ ແລະ​ເວົ້າ​ວ່າ ຕົນ​ຈະ​ຫາ​ທາງ​ລົງ​ໂທດ​ປະ
​ຫານ​ຊີ​ວິດຂອງ 5 ຄົນ​ໃນ​ນັ້ນ.

ປ. ທ​ຣຳ ຕອບ​ຄຳ​ຖາມຂອງ​ພວກ​ນັກ​ຂ່າວ​ໃນ​ຂະ​ນະ​ທີ່​ທ່ານ ຍ່າງ​ອອກ​ຈາກ​ທຳ​ນຽບ​ຂາວ​ໄປ ໃນ​ວັນ​ທີ 17 ພະ​ຈິກ, 2018
ປ. ທ​ຣຳ ຕອບ​ຄຳ​ຖາມຂອງ​ພວກ​ນັກ​ຂ່າວ​ໃນ​ຂະ​ນະ​ທີ່​ທ່ານ ຍ່າງ​ອອກ​ຈາກ​ທຳ​ນຽບ​ຂາວ​ໄປ ໃນ​ວັນ​ທີ 17 ພະ​ຈິກ, 2018

ທ່ານ​ທ​ຣຳ ຍອມ​ຮັບ​ວ່າ ຄົນ​ທີ່​ມີ​ຄວາມ​ໃກ້​ຊິດ​ກັບ​ອົງ​ມົງ​ກຸດ “ອາດ​ຈະ​ມີ​ສ່ວນ​ກ່ຽວ​ພັນ​ກັບ
​ເລື້ອງນີ້.” ແຕ່​ທ່ານກໍ​ເວົ້າວ່າ "ຂ້າ​ພະ​ເຈົ້າ​ຢາກ​ຈະ​ຢືນ​ຢັດຢູ່​ຄຽງ​ຂ້າງກັບ​ພັນ​ທະ​ມິດ ທີ່​ມີ​
ຄວາມ​ດີ​ຫລາຍຢ່າງ ໃນ​ຫລາຍ​ດ້ານ."

ທ່ານ ຄ​ຣິ​ສ ວອ​ລ​ເລ​ສ (Chris Wallace) ຜູ້​ສຳ​ພາດ​ທ່ານ​ທ​ຣຳ ຈາກ​ອົງ​ການ​ຂ່າວຟັອກ​ສ໌,
ຖາມ​ທ່ານ​ທ​ຣຳ​ວ່າ ທ່ານ​ຈະ​ເຫັນ​ດີ​ນຳການ​ເຄື່ອນ​ໄຫວຂອງ​ລັດ​ຖະ​ສະ​ພາໃນ​ການ​ຕັດ​ການ
​ເຂົ້າ​ໄປ​ຫຍຸ້ງ​ກ່ຽວ​ຂອງ​ສະ​ຫະ​ລັດ​ໃນ​ການ​ເຮັດ​ສົງ​ຄາມ ທີ່​ນຳ​ພາ​ໂດຍ​ຊາ​ອຸ​ດີ ຢູ່​ໃນ​ເຢ​ເມນ
ຫລື​ໂຈະການ​ຂາຍ​ອາ​ວຸດ​ໃຫ້​ແກ່​ລັດ​ຖະ​ບານ​ຣິ​ຢາດ​ໄວ້​ຫລືບໍ່, ແຕ່​ທ່ານ​ທ​ຣຳ​ຕອບ​ວ່າ "ມັນ
ກໍ​ແລ້ວ​ແຕ່."

U.S. President Donald Trump says he has been fully briefed on an audio recording of the killing of dissident Saudi journalist Jamal Khashoggi inside Riyadh's consulate in Istanbul last month, but has no intention of listening to it because of the violence it depicts.

"It's a suffering tape. It's a terrible tape," Trump told Fox News Sunday in a White House interview that was taped Friday.

"It's very violent, very vicious and terrible," Trump said.

Trump said Saturday the U.S. government would release its findings on the October 2 killing of Khashoggi on Tuesday. The State Department says no final conclusions have been reached, although some U.S. news accounts have reported that the Central Intelligence Agency has concluded that Saudi Crown Prince Mohammed bin Salman, Riyadh's de facto leader, ordered the killing.

Asked in the Fox interview if the crown prince lied to him about his involvement, Trump replied, "I don't know. Who can really know? But I can say this, he's got many people ... that say he had no knowledge."

Trump added, "He told me that he had nothing to do with it. He told me that, I would say, maybe five times at different points, as recently as a few days ago."

Saudi Arabia has filed charges against 11 operatives accused of involvement in Khashoggi's killing and said it will seek the death penalty against five of them.

Trump conceded that people close to the prince "were probably involved." But he said, "I want to stick with an ally that in many ways has been very good."

Fox interviewer Chris Wallace asked Trump whether he would go along with moves in Congress to cut off U.S. involvement in the Saudi-led war in Yemen or halt arms sales to Riyadh, but Trump said it depends.

"I want to see Yemen end," he said. "It takes two to tango and Iran has to end also. I want Saudi to stop but I want Iran to stop also."

Trump was briefed Saturday on the U.S. investigation of the killing of Khashoggi by telephone by CIA Director Gina Haspel and Secretary of State Mike Pompeo while the president was aboard Air Force One en route to California to inspect the devastation from wildfires in the western state.

The State Department said the U.S. government "is determined to hold all those responsible for the killing ... accountable" but that "numerous unanswered questions" remain.

The assessment by the CIA, first reported Friday by The Washington Post, contradicts that of Saudi Arabia, whose top prosecutor one day earlier exonerated the crown prince in the killing of Khashoggi.

U.S. officials say the CIA concluded that 15 Saudi agents flew in a Saudi government aircraft to Istanbul and assassinated Khashoggi inside the Saudi consulate.

Khashoggi, who wrote opinion columns for the Post and was a critic of the Saudi crown prince, was killed at the Saudi consulate while he was trying to get documents for his planned marriage to a Turkish woman.

The Post said the CIA based its conclusion on multiple sources of intelligence, including a phone call that the prince's brother, Khalid bin Salman, who is also the Saudi ambassador to the United States, had with Khashoggi.

In the phone call, Khalid told Khashoggi that it would be safe for him to go the Saudi consulate in Istanbul to retrieve the documents for his marriage. The paper said it was not known whether or not Khalid knew Khashoggi would be killed.

Khalid denied in a tweet on Friday that he had spoken with Khashoggi.

"The last contact I had with Mr. Khashoggi was via text on Oct. 26, 2017. I never talked to him by phone and certainly never suggested he go to Turkey for any reason. I ask the U.S. government to release any information regarding this claim,'' he said.

XS
SM
MD
LG