ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ທ່ານ ມິຈ ແມັກຄອລແນລ ໄດ້ອອກຖະແຫຼງການໃນທັນທີ ຫຼັງຈາກການປະກາດຂອງປະທານາທິບໍດີທຣໍາ ທາງໂທລະພາບ ໃນວັນຈັນວານນີ້ ຊຶ່ງທ່ານໄດ້ກ່າວຍົກຍ້ອງທ່ານ ຄາເວນໍ ວ່າ ເປັນຜູ້ທີ່ຖືກສະເໜີຊື່ ທີ່ມີຄວາມ “ປະທັບໃຈ” ຊຶ່ງມີ “ຄຸນນະວຸດທິ ທີ່ເໝາະສົມຍິ່ງ” ທີ່ຈະເຂົ້າໄປນັ່ງ ໃນສານສູງສຸດຂອງປະເທດ.
ສະມາຊິກພັກຣີພັບບລິກັນ ຈາກລັດເຄັນຕັກກີ້ ທ່ານນີ້ ໄດ້ກ່າວວ່າ ປະຫວັດທາງດ້ານຕຸລາການ ຂອງຊາຍໄວ 53 ປີ ທີ່ຖືກສະເໜີຊື່ດັ່ງກ່າວນີ້ “ສະແດງໃຫ້ເຫັນເຖິງຄວາມ
ເຂົ້າໃຈຢ່າງໜັກແໜ້ນ ໃນບົດບາດຂອງຜູ້ພິພາກສາໃນສາທາລະນະລັດຂອງພວກເຮົາ ໂດຍປະທັດສະນະສ່ວນຕົວ ແລະຄວາມຝັກໄຝ່ທາງການເມືອງ ໄວ້ຕ່າງຫາກ ເພື່ອຈະ
ຕີຄວາມໝາຍ ກ່ຽວກັບກົດໝາຍຂອງພວກເຮົາ ຕາມທີ່ໄດ້ຖືກບັນຍັດໄວ້ນັ້ນ.”
ສ່ວນສະມາຊິກພັກຣີພັບບລິກັນ ຈາກລັດໄອໂອວາ ທ່ານ ຊັກ ຄຣາສລີ (Chuck Grassley) ປະທານຄະນະກຳມະທິການຝ່າຍຕຸລາການຂອງສະພາສູງ ທີ່ຈະທຳການຮັບຟັງຄຳໃຫ້ການ ໃນການສະເໜີຊື່ ທ່ານຄາເວນໍ ກ່ອນທີ່ຈະມີການລົງຄະແນນສຽງ ໃນສະພາສູງທັງໝົດ, ໄດ້ສະທ້ອນໃຫ້ເຫັນເຖິງຄວາມຮູ້ສຶກ ຂອງທ່ານແມັກຄອລແນລ
ທີ່ເອີ້ນທ່ານວ່າເປັນຜູ້ “ສະໝັກ ທີ່ພິເສດ ສາຍຫຼັກ ທີ່ຄູ່ຄວນ ສຳລັບການພິຈາລະນາຂອງສະພາສູງ.”
ທ່ານຄຣາສລີ ໄດ້ກ່າວຢູ່ໃນຖະແຫຼງການ ຂອງຄະນະກຳມະການຝ່າຍຕຸລາການຂອງສະພາສູງ ທີ່ຂຽນລົງໃນທວິດເຕີ ບໍ່ເທົ່າໃດຊົ່ວໂມງກ່ອນທີ່ມີການປະກາດຊື່ຂອງທ່ານຄາເວນໍ ໂດຍເວົ້າວ່າ “ບັນດາຜູ້ພິພາກສາ ຄວນຈະຕັດສິນອີງຕາມກົດໝາຍ, ບໍ່ກ່ຽວກັບມູມມອງຂອງຜົນສະຫຼຸບນະໂຍບາຍທັງຫຼາຍນັ້ນ.” ທ່ານຄຣາສລີ ໄດ້ປະຕິຍານວ່າ “ຂັ້ນຕອນການພິຈາລະນາຈະທ່ຽງທຳ ແລະໂປ່ງໃສ ເທົ່າທີ່ຂ້າພະເຈົ້າຈະເຮັດໄດ້. ນັ້ນແມ່ນສິ່ງທີ່ຂ້າພະເຈົ້າປະຕິບັດມາ ໃນຮອບ 38 ປີ ຢູ່ໃນສະພາສູງ ແລະຂ້າພະເຈົ້າ ກໍຈະບໍ່ປ່ຽນແປງມັນ.”
ການສະເໜີຊື່ທ່ານແບຣັຕ ຄາເວນໍ ຂອງປະທານາທິບໍດີທຣໍານັ້ນ ຍັງໄດ້ຮັບການຕົບມືຊົມເຊີຍຈາກ ນັກສອນສາສະໜາ ແຟຣັງຄລິນ ແກຣມ ຜູ້ນຳທີ່ມີຊື່ສຽງດ້ານສາສະໜາທີ່ນິຍົມແນວທາງເດີມ ຜູ້ທີ່ໄດ້ຮຽກຮ້ອງໃຫ້ຕ່າວປີ້ນ ການຕັດສິນ ໂຣ ສູ້ກັບ ເວດ ຊຶ່ງ
ເປັນການຕັດສິນທີ່ສຳຄັນຂອງປີ 1973 ທີ່ໃຫ້ພວກແມ່ຍິງມີສິດໃນການເຮັດແທ້ງໄດ້. “ຂອບໃຈພະເຈົ້າ ສຳລັບການຄອງຄອຍຖ້າທີ່ຍາວນານ ທີ່ຈະໄດ້ມີໂອກາດທີ່ຈະປ່ຽນແປງການປະກອບຂອງສານສູງສຸດສະຫະລັດ,” ນັ້ນຄືຄຳເວົ້າຂອງທ່ານແກຣມ ທີ່ໄດ້ຂຽນລົງໃນທວິດເຕີ ໃນວັນຈັນວານນີ້.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ