ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ທຣຳ ເຊື້ອເຊີນ ປະທານາທິບໍດີ ປູຕິນ ມາຮ່ວມປະຊຸມ ຄັ້ງທີສອງ ທີ່ວໍຊິງຕັນ


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ຊ້າຍ, ແລະ ປະທານາທິບໍດີ ຣັດເຊຍ ທ່ານ ວລາດີເມຍ ປູຕິນ, ຂວາ, ຈັບມືກັນ ກ່ອນການເລີ້ມຕົ້ນ ກອງປະຊຸມ ສຸດຍອດ ຢູ່ທີ່ທຳນຽບ ປະທານາທິບໍດີ ໃນນະຄອນຫຼວງ ແຮລຊິງກີ ຂອງຟິນແລນ, ວັນທີ 16 ກໍລະກົດ 2018.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ຊ້າຍ, ແລະ ປະທານາທິບໍດີ ຣັດເຊຍ ທ່ານ ວລາດີເມຍ ປູຕິນ, ຂວາ, ຈັບມືກັນ ກ່ອນການເລີ້ມຕົ້ນ ກອງປະຊຸມ ສຸດຍອດ ຢູ່ທີ່ທຳນຽບ ປະທານາທິບໍດີ ໃນນະຄອນຫຼວງ ແຮລຊິງກີ ຂອງຟິນແລນ, ວັນທີ 16 ກໍລະກົດ 2018.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຈະເຊື້ອເຊີນ ປະທານາທິບໍດີ ວລາດີເມຍ
ປູຕິນ ຂອງຣັດເຊຍ ເພື່ອມາຮ່ວມ ໃນກອງປະຊຸມສຸດຍອດ ຄັ້ງທີສອງ. ການປະກາດດັ່ງ
ກ່າວນີ້ ໄດ້ມີຂຶ້ນ ໃນຂະນະທີ່ມໍລະສຸມຂອງການວິພາກວິຈານ ແລະຄວາມສັບສົນ ທີ່ໄດ້
ຕິດຕາມມາ ພາຍຫຼັງກອງປະຊຸມສຸດຍອດ ຄັ້ງທີນຶ່ງ ນັ້ນແມ່ນຍັງຄົງເປັນຫົວຂໍ້ຂ່າວຕ່າງໆ
ແລະ ກໍໄດ້ ຮັບຄວາມສົນໃຈຈາກລັດຖະສະພາ ສະຫະລັດ. ແຄໂຣລິນ ເພຣີຊູຕີ ນັກຂ່າວ
ວີໂອເອ ປະຈຳທຳນຽບຂາວ ຈະອະທິບາຍໃຫ້ເຂົ້າໃຈກ່ຽວກັບເລື້ອງນີ້ ເຊິ່ງໄຊຈະເລີນສຸກ
ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເພື່ອເປັນການຕ້ານກັບກະແສຂອງເລື້ອງນອງນັນ ທີ່ອອກມາຈາກການ ພົບປະກັນແບບ
ເປັນສ່ວນຕົວຄັ້ງທຳອິດ ລະຫວ່າງ ປະທານາທິບໍດີທຣຳ ແລະ ປະທານາທິບໍດີ ປູຕິນ
ຢູ່ໃນນະຄອນຫຼວງ ແຮລຊິງກີ ກໍມີຂ່າວຄາວວ່າ ຜູ້ນຳທັງສອງນີ້ ມີແຜນການທີ່ຈະພົບ
ປະກັນອີກຄັ້ງນຶ່ງ ໃນກອງປະຊຸມສຸດຍອດເທື່ອທີສອງ. ຄັ້ງນີ້ ແມ່ນຢູ່ໃນນະຄອນຫຼວງ
ວໍຊິງຕັນ. ໂຄສົກ ທຳນຽບຂາວ ທ່ານນາງ ແຊຣາ ຮັກກາບີ ແຊນເດີສ໌ ໃນວັນພະຫັດຜ່ານ
ມານີ້ ໄດ້ຂຽນລົງທວີດເຕີ ວ່າ “ການສົນທະນາກັນກ່ຽວກັບເລື້ອງເຫຼົ່ານັ້ນ ແມ່ນໄດ້ດຳ
ເນີນໄປແລ້ວ”.

Trump Invites Putin to a Summit in US
please wait

No media source currently available

0:00 0:01:44 0:00

ອັນນີ້ ໃນຂະນະທີ່ ທ່ານປະທານາທິບໍ ກໍໄດ້ປະເຊີນ ກັບການໂຈມຕີ ກ່ຽວກັບ ຄຳເຫັນ
ຂອງທ່ານ ທີ່ໄດ້ໃຫ້ໄປ ພາຍຫຼັງຈາກ ກອງປະຊຸມ ທີ່ແຮລຊິງກີ, ເມື່ອທ່ານ ບໍ່ໄດ້ເຫັນດີ
ນຳປະຊາຄົມສືບລັບ ຂອງຕົນເອງ ແລະປາກົດວ່າ ທ່ານກໍໄດ້ ຍອມຮັບ ການກ່າວອ້າງ
ຂອງ ທ່ານ ວລາດີເມຍ ປູຕິນ ທີ່ວ່າ ຣັດເຊຍ ບໍ່ໄດ້ແຊກແຊງເຂົ້າໃນການເລືອກຕັ້ງ ປີ
2016....ເຊິ່ງ ໃນເວລາຕໍ່ມາ ທ່ານທຣຳ ກໍໄດ້ຖອນຄຳເວົ້າ.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວ ເມື່ອວັນຈັນຜ່ານມານີ້ ຢູ່ທີ່ແຮລຊິງກີ ວ່າ
“ຂ້າພະເຈົ້າ ບໍ່ເຫັນເຫດຜົນໃດໆເລີຍ ທີ່ເປັນຫຍັງ ມັນຈະເປັນຈັ່ງຊັ້ນ.”

ໃນວັນອັງຄານ ຢູ່ທີ່ນະຄອນຫຼວງ ວໍຊິງຕັນ ທ່ານໄດ້ກ່າວວ່າ “ປະໂຫຍກນັ້ນ ຄວນເປັນ
ແບບນີ້ ‘ຂ້າພະເຈົ້າ ບໍ່ມີເຫດຜົນໃດໆເລີຍ ທີ່ວ່າເປັນຫຍັງ ມັນຈະບໍ່ເປັນຈັ່ງຊັ້ນ.”

ທັງ ພັກຣີພັບບລີກັນ ແລະ ພັກເດໂມແຄຣັດ ກໍໄດ້ສະແດງຄວາມບໍ່ພໍອົກພໍໃຈ.

ທ່ານ ແຈັຟ ເຟລກຄ໌ ສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ກ່າວວ່າ “ໃນເມື່ອ
ທ່ານ ບໍ່ໄດ້ຕ້ອງຕິ ປະທານາທິບໍດີ ຂອງຣັດເຊຍ ສຳລັບ ຄວາມບໍ່ເປັນຈິງຢ່າງເປີດ
ເຜີຍ ທີ່ໄດ້ກ່າວໄປນັ້ນ ດັ່ງນັ້ນ ພວກເຮົາ ກໍໃຫ້ການສະໜັບສະໜຸນລາວ.”

ຢູ່ທີ່ລັດຖະສະພາ ພັກເດໂມແຄຣັດ ໄດ້ນຳສະເໜີ ຮ່າງກົດໝາຍ ວ່າດ້ວຍການເອົາ
ໂທດຕໍ່ຣັດເຊຍ.

ທ່ານເຈີຣອລດ໌ ເນດເຣີ ສະມາຊິກສະພາຕ່ຳ ສັງກັດພັກເດໂມແຄຣັດ ຈາກລັດ ນິວຢອກ
ກ່າວວ່າ “ຖ້າພວກເຮົາ ບໍ່ເອົາມາດຕະການໃດໆ ປະຊາຊົນຊາວອາເມຣິກັນ ອາດຈະ
ບໍ່ເຊື່ອໝັ້ນ ຜົນທີ່ອອກມາ ຈາກການເລືອກຕັ້ງ ຄັ້ງຕໍ່ໄປ.”

ເພື່ອຈະຍົກໃຫ້ເຫັນຈຸດສຳຄັນອັນນັ້ນ ລັດຖະມົນຕີ ກະຊວງຮັກສາຄວາມປອດໄພພາຍ
ໃນ ຂອງຄະນະລັດຖະບານ ໄດ້ເຕືອນກ່ຽວກັບໄພຂົ່ມຂູ່ ຂອງຣັດເຊຍ ໃນການເລືອກຕັ້ງ
ກາງສະໄໝ ຊຶ່ງຈະມີຂຶ້ນ ໃນເດືອນພະຈິກ ຈະມາເຖິງນີ້.

ທ່ານນາງ ເຄີຣສເຈັນ ນິລເຊັນ ລັດຖະມົນຕີ ກະຊວງຮັກສາຄວາມປອດໄພພາຍໃນ ກ່າວ
ວ່າ “ພວກເຮົາໝົດທຸກຄົນ ຄວນກຽມພ້ອມ ທີ່ວ່າ ພວກເຂົາເຈົ້າຈະເຮັດອີກ.”

ສ່ວນຜູ້ນຳສຽງສ່ວນນ້ອຍຂອງສະພາຕ່ຳ ທ່ານນາງ ແນນຊີ ເພໂລຊີ ກ່າວວ່າ ທ່ານ
ປະທານາທິບໍດີ ໄດ້ພາດໂອກາດ ເພື່ອນຳເອົາຣັດເຊຍໃຫ້ມາຮັບຜິດຊອບ.

ທ່ານນາງເພໂລຊີ ສະມາຊິກພັກເດໂມແຄຣັດ ຈາກລັດຄາລີຟໍເນຍ ເວົ້າວ່າ “ປາກົດວ່າ
ປະທານາທິບໍດີ ທຣຳ ເປັນຫຸ່ນໃຫ້ທ່ານ ປູຕິນ ເຊີດ ແລະ ໃນມື້ນັ້ນ ຢູ່ທີ່ນະຄອນ
ແຮລຊິງກີ ທ່ານໄດ້ສ່ອງໄຟໃສ່ສາຍເຊີດທັງຫຼາຍ.”

ປະທານາທິບໍດີ ວລາດີເມຍ ປູຕິນຂອງຣັດເຊຍ ໄດ້ເອີ້ນກອງປະຊຸມສຸດຍອດຄັ້ງທີນຶ່ງ
ກັບປະທານາທິບໍດີ ທຣຳ ວ່າ ປະສົບຜົນສຳເລັດ. ເຊິ່ງທ່ານ ຖິ້ມໂທດໃສ່ ການເມືອງ
ຂອງ ສະຫະລັດ ທີ່ເຮັດໃຫ້ມັນເຊື່ອມເສຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

U.S. President Donald Trump is inviting Russian President Vladimir Putin to a second summit meeting. The announcement came as the storm of criticism and confusion that followed the first summit is still making headlines and getting the attention of the U.S. Congress. Here to explain is VOA's Carolyn Presutti at the White House.

Against the fallout from their first private meeting in Helsinki news that these two leaders are planning to meet again for a second summit. This time in Washington. White House Press Secretary Sarah Huckabee Sanders on Thursday, tweeting..."Those discussions are already underway".

This, as the President faced backlash over comments he made after the Helsinki meeting, when he disagreed with his own intelligence community and seemed to accept Vladimir Putin's claim that Russia did not interfere in the 2016 elections.... which he later retracted.

PRESIDENT DONALD TRUMP on Monday in Helsinki said "I don't see any reason why it would be."
On Tuesday in Washington he said "The sentence should have been 'I don't see any reason why it wouldn't be.'"

Both Republicans and Democrats were outraged.

Republican Senator Jeff Flake said "When you don't call out the Russian President for a blatant untruth that was said, then we're lending him support."

On Capitol Hill, Democrats introduced a bill blaming Russia.

Rep. Jerrold Nadler Democrats from New York said "If we do not take any action the American people may not trust the outcome of the next election."

To underscore that point, the administration's secretary on Homeland Security warned about the Russian threat in November's midterm elections.

Kirstjen Nielsen, Homeland Securtiy Secretary said "We should all be prepared that they'll do it again."

House Minority Leader Nancy Pelosi says the President missed an opportunity to hold Russia accountable.

Nancy Pelosi a democrats from California said "Putin appears to be President Trump's puppeteer and that day in Helsinki he shined the light on the strings."

Russian President Vladimir Putin called the first summit with President Trump a success. He blames US politics for denigrating it.

XS
SM
MD
LG