ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທະນາຍຄວາມ ຂອງ ປ. ທຣຳ ກັງວົນນຳຄຳຖາມ ກ່ຽວກັບວ່າມີ ການກີດຂວາງ ການສືບສວນກ່ຽວກັບ ຣັດເຊຍ ຂອງໄອຍະການ


ທ່ານ ຣູດີ ຈູລີອານີ ກ່າວ ຢູ່ທີ່ກອງປະຊຸມ ເສລີພາບ ໃນອີຣ່ານ ປີ 2018 ຢູ່ທີ່ນະຄອນຫຼວງ ວໍຊິງຕັນ, ວັນທີ 5 ພຶດສະພາ 2018.
ທ່ານ ຣູດີ ຈູລີອານີ ກ່າວ ຢູ່ທີ່ກອງປະຊຸມ ເສລີພາບ ໃນອີຣ່ານ ປີ 2018 ຢູ່ທີ່ນະຄອນຫຼວງ ວໍຊິງຕັນ, ວັນທີ 5 ພຶດສະພາ 2018.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຢາກຈະຕອບຄຳຖາມຕ່າງໆ “ຢ່າງບໍ່ມີ
ຄວາມຫວັ່ນໄຫວ”
ໃນການສືບສວນສອບສວນຄະດີອາຍາ ໃນການເຊື່ອມໂຍງຂອງ
ຄະນະໂຄສະນາຫາສຽງຂອງທ່ານທຣຳ ກັບຣັດເຊຍ ໃນປີ 2016 ແຕ່ທະນາຍຄວາມ
ທ່ານນຶ່ງ ຂອງທ່ານທຣຳ ກ່າວວ່າ ທ່ານຍັງຄົງມີຄວາມບໍ່ໝັ້ນໃຈ ທີ່ຈະອະນຸຍາດໃຫ້
ທ່ານທຣຳ ປະເຊີນໜ້າກັບ ການສອບຖາມໂດຍບັນດາໄອຍະການ ກ່ຽວກັບວ່າ ທ່ານໄດ້ ກີດຂວາງຂະບວນການຕຸລາການ ດ້ວຍການພະຍາຍາມທີ່ຈະຂັດຂວາງການສືບສວນນີ້
ຫຼືບໍ່.

ອະດີດ ຜູ້ອຳນວຍການ ອົງການສັນຕິບານກາງ FBI ທ່ານ ເຈມສ໌ ໂຄມີ ກ່າວໃນລະຫວ່າງ ການພິຈາລະນາຮັບຟັງ ຂອງຄະນະກຳມະການສືບລັບ ຂອງສະພາສູງ ຢູ່ທີ່ ລັດຖະສະພາ ຫຼື Capitol Hill, ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 8 ມິຖຸນາ 2017.
ອະດີດ ຜູ້ອຳນວຍການ ອົງການສັນຕິບານກາງ FBI ທ່ານ ເຈມສ໌ ໂຄມີ ກ່າວໃນລະຫວ່າງ ການພິຈາລະນາຮັບຟັງ ຂອງຄະນະກຳມະການສືບລັບ ຂອງສະພາສູງ ຢູ່ທີ່ ລັດຖະສະພາ ຫຼື Capitol Hill, ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 8 ມິຖຸນາ 2017.

ທະນາຍຄວາມຂອງທ່ານທຣຳ ຄືອະດີດຜູ້ປົກຄອງລັດນິວຢັອກ ທ່ານ ຣູດີ ຈູລີອານີ ໄດ້
ບອກ ອົງການຂ່າວ CNN ໃນວັນອາທິດວານນີ້ ວ່າ ໄອຍະການພິເສດ ທ່ານ ໂຣເບີດ
ມັລເລີ ຢາກຈະຖາມ ທ່ານປະທານາທິບໍດີ ກ່ຽວກັບ ສອງເລື້ອງ ທີ່ສຳຄັນເຊັ່ນ: ຄວາມ
ເປັນໄປໄດ້ ໃນການຊົມຮູ້ຮ່ວມຄິດ ກັບຣັດເຊຍ ໃນໄລຍະສອງສາມເດືອນ ກ່ອນໜ້າ
ການເລືອກຕັ້ງ ແລະ ໃນຖານະເປັນປະທານາທິບໍດີ ທ່ານຫາທາງ ທີ່ຈະກີດກັ້ນການສືບ
ສວນສອບສວນ ຫຼືບໍ່ ດ້ວຍການປົດ ຜູ້ອຳນວຍການ ອົງການສັນຕິບານກາງ FBI ທ່ານ
ເຈມສ໌ ໂຄມີ ອອກ ໃນຂະນະທີ່ ເປັນຜູ້ນຳພາ ໃນການສືບສວນຣັດເຊຍຢູ່ນັ້ນ ກ່ອນທີ່
ທ່ານ ມັລເລີ ຈະໄດ້ຖືກແຕ່ງຕັ້ງ ໃຫ້ເຂົ້າມາດຳລົງຕຳແໜ່ງແທນ.

ໃນເວລານັ້ນ ຜູ້ອຳນວຍການ ອົງການສັນຕິບານກາງ FBI ທ່ານ ໂຣເບີດ ມັລເລີ ກຳລັງໃຫ້ປາກຄຳ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 13 ມິຖຸນາ 2013.
ໃນເວລານັ້ນ ຜູ້ອຳນວຍການ ອົງການສັນຕິບານກາງ FBI ທ່ານ ໂຣເບີດ ມັລເລີ ກຳລັງໃຫ້ປາກຄຳ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 13 ມິຖຸນາ 2013.

ທ່ານ ຈູລີອານີ ກ່າວວ່າ “ສ່ວນເລື້ອງຂອງການສົມຮູ້ຮ່ວມຄິດນັ້ນ ພວກເຮົາແມ່ນຮູ້ສຶກ
ບໍ່ມີຄວາມກັງວົນເລີຍ ເພາະວ່າ ບໍ່ມີຫຍັງເລີຍ. ສ່ວນການຂັດຂວາງການສືບສວນ
ສອບສວນ ນັ້ນ ຂ້າພະເຈົ້າ ກໍບໍ່ສະບາຍໃຈປານໃດ ກັບເລື້ອງນີ້. ຂ້າພະເຈົ້າບໍ່ເລີຍ. ແຕ່ທ່ານປະທານາທິບໍດີ ກໍເຫັນດີນຳ. ທ່ານບໍ່ໄດ້ຜິດ. ຂ້າພະເຈົ້າ ບໍ່ສະບາຍໃຈ ກໍ
ເພາະວ່າ ມັນເປັນເລື້ອງຂອງການຕີຄວາມໝາຍ ມັນບໍ່ພຽງແຕ່ເປັນເລື້ອງທີ່ຍາກ
ແລະ ໄວ, ເລື້ອງຈິງ ແລະ ບໍ່ຈິງ.”

ທ່ານຈູລີອານີ ໄດ້ກ່າວຕື່ມວ່າ “ຖ້າເຈົ້າຕີຄວາມໝາຍ ຄວາມເຫັນຂອງທ່ານທຣຳ
ກ່ຽວກັບການປົດທ່ານໂຄມີອອກ...ຖ້າເຈົ້າຕີຄວາມໝາຍ ວ່າເປັນການຂັດຂວາງ
ການສືບສວນສອບສວນ ແທນທີ່ຈະເປັນການປົດອອກ ຄົນຜູ້ນຶ່ງ ທີ່ເຮັດວຽກບໍ່ດີ
...ຖ້າເຈົ້າເຫັນວ່າ ມັນເປັນການຂັດຂວາງການສືບສວນ ດັ່ງນັ້ນ ເຈົ້າກໍສາມາດ
ເວົ້າໄດ້ວ່າ ມັນເປັນການກີດຂວາງ.”

ທ່ານຈູລີອານີ ໄດ້ເວົ້າວ່າ ທີມງານດ້ານກົດໝາຍ ຂອງທ່ານປະທານາທິບໍດີ ມີຄວາມ
ເປັນຫ່ວງວ່າ ທ່ານທຣຳ ອາດຖືກດັກໃຫ້ຕົກເປັນຜູ້ເບີກຄວາມເທັດ ເຊິ່ງເປັນການກະ ທຳຜິດທາງອາຍາ ຂອງການຂີ້ຕົວະພາຍໃຕ້ຄຳສາບານ ໃນການຕອບຄຳຖາມຕ່າງໆ
ຂອງບັນດາໄອຍະການ ກ່ຽວກັບເຫດຜົນຂອງທ່ານ ສຳລັບການປົດທ່ານໂຄມີ ອອກນັ້ນ.
ໃນເບື້ອງຕົ້ນ ທຳນຽບຂາວ ໄດ້ກ່າວວ່າທ່ານທຣຳ ໄດ້ປົດທ່ານໂຄມີ ອອກ ກໍຍ້ອນວ່າ
ທ່ານໂຄມີ ປາກົດວ່າ ກຳກັບນຳ ການສືບສວນຂອງອົງການ FBI ໃນເລື້ອງຂອງການນຳ
ໃຊ້ ບໍລິການດ້ານອີເມລສ່ວນຕົວ ໂດຍຄູ່ແຂ່ງໃນການເລືອກຕັ້ງປີ 2016 ຂອງທ່ານທຣຳ
ຄືທ່ານນາງ ຮີລເລີຣີ ຄລິນຕັນ ສັງກັດພັກເດໂມແຄຣັດ ຢ່າງຜິດພາດ ໃນຂະນະທີ່ ທ່ານ
ນາງ ດຳລົງຕຳແໜ່ງເປັນ ລັດຖະມົນຕີການຕ່າງປະເທດ ຈາກປີ 2009 ຫາ 2013 ຢູ່ນັ້ນ.

ແຕ່ຫາກວ່າ ພາຍໃນສອງສາມມື້ຕໍ່ຈາກນັ້ນ ທ່ານທຣຳ ໄດ້ບອກ ໂທລະພາບ NBC ວ່າ
ທ່ານ ຈະປົດທ່ານໂຄມີອອກ ບໍ່ວ່າຈະເປັນເລື້ອງຫຍັງທີ່ຈະເກີດຂຶ້ນ ແລະ ເພິ່ນກຳລັງຄິດ
ເຖິງ “ເລື້ອງຣັດເຊຍນີ້” ໃນເວລາທີ່ທ່ານໄດ້ປົດ ທ່ານໂຄມີ ອອກ ເພາະທ່ານຄິດວ່າ ມັນ
ເປັນການສືບສວນແບບປອມແປງ ເຊິ່ງນຳໃຊ້ໂດຍພັກເດໂມແຄຣັດ ເພື່ອອະທິບາຍການ
ພ່າຍແພ້ ທີ່ບໍ່ຄາດຄິດ ຂອງທ່ານນາງ ຄລິນຕັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG