ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ກ່າວວ່າ ບໍ່ມີໄພຂົ່ມຂູ່ ດ້ານນິວເຄລຍ ຈາກເກົາຫຼີເໜືອ ອີກຕໍ່ໄປແລ້ວ


ປະທານາທິບໍດີຂອງສະຫະລັດ ທ່ານດໍໂນລ ທຣຳ ພ້ອມທັງ ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ລົງນາມ ໃນຂໍ້ຕົກລົງທີ່ ຈະສືບຕໍ່ເຈລະຈາກັນ ແລະສັນຍາ ທີ່ຈະເຮັດໃຫ້ມີ ການດຳເນີນ ສືບຕໍ່ສົນທະນາກັນ ຫຼັງຈາກທີ່ມີການພົບປະສຸດຍອດ ທີ່ໂຮງແຮມກາແປລລາ ໃນເກາະຊັນຕາໂຣຊາ, ສິງກະໂປ, 12 ມິຖຸນາ 2018
ປະທານາທິບໍດີຂອງສະຫະລັດ ທ່ານດໍໂນລ ທຣຳ ພ້ອມທັງ ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ລົງນາມ ໃນຂໍ້ຕົກລົງທີ່ ຈະສືບຕໍ່ເຈລະຈາກັນ ແລະສັນຍາ ທີ່ຈະເຮັດໃຫ້ມີ ການດຳເນີນ ສືບຕໍ່ສົນທະນາກັນ ຫຼັງຈາກທີ່ມີການພົບປະສຸດຍອດ ທີ່ໂຮງແຮມກາແປລລາ ໃນເກາະຊັນຕາໂຣຊາ, ສິງກະໂປ, 12 ມິຖຸນາ 2018

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ປະກາດ ໃນວັນພຸດມື້ນີ້ ວ່າ “ບໍ່ມີໄພ
ຂົ່ມຂູ່ດ້ານນິວເຄລຍ ອີກຕໍ່ໄປຈາກເກົາຫຼີເໜືອ”
ໃນຂະນະທີ່ທ່ານ ເດີນ ທາງກັບຄືນ
ປະເທດ ຈາກກອງປະຊຸມສຸດຍອດ ກັບຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ໃນສິງກະໂປ.

ທ່ານທຣຳ ໄດ້ຂຽນລົງທວີດເຕີ ວ່າ “ຫາກໍມາຮອດ ການເດີນທາງທີ່ຍາວໄກ ແຕ່ໝົດ
ທຸກຄົນ ບັດນີ້ສາມາດຮູ້ສຶກປອດໄພຫຼາຍຂຶ້ນກວ່າ ໃນວັນທີ່ຂ້າພະເຈົ້າ ໄດ້ເຂົ້າຮັບ
ຕຳແໜ່ງ. ການພົບປະກັບ ກິມ ຈົງ ອຶນ ນັ້ນ ແມ່ນເປັນທີ່ໜ້າສົນໃຈ ແລະ ເປັນປະສົບ
ການທີ່ດີຫຼາຍ. ເກົາຫຼີເໜືອມີທ່າແຮງທີ່ຍິ່ງໃຫຍ່ ໃນອະນາຄົດ!”

ທ່ານກິມໄດ້ຕົກລົງ ໃນວັນອັງຄານວານນີ້ ທີ່ “ຈະປົດອາວຸດນິວເລຄຍຢ່າງສິ້ນເຊີງ
ຈາກແຫຼມເກົາຫຼີ”
ໃນລະຫວ່າງກອງປະຊຸມສຸດຍອດ ໃນຂະນະດຽວກັນ ທ່ານທຣຳ ກໍ
ໄດ້ກ່າວ ໂດຍບໍ່ຄາດຝັນວ່າ ທ່ານຈະຍົກເລີກການຊ້ອມລົບທາງທະຫານ ກັບເກົາຫຼີໃຕ້.

ເອກກະສານ ທີ່ທັງສອງຜູ້ນຳໄດ້ເຊັນໄປນັ້ນ ບໍ່ໄດ້ລວມລາຍລະອຽດຕ່າງໆຂອງ ວິທີ
ແລະ ເມື່ອໃດ ເກົາຫຼີເໜືອ ຈະປົດອາວຸດນິວເຄລຍ ຫຼືແມ່ນແຕ່ ບໍ່ໄດ້ລະບຸຢ່າງເປັນລາຍ
ລັກອັກສອນຄັກແນ່ ວ່າ ອັນໃດແມ່ນ “ການຮັບປະກັນດ້ານຄວາມໝັ້ນຄົງ” ທີ່ສະຫະລັດ
ຈະສະໜອງໃຫ້ແກ່ເກົາຫຼີເໜືອ.

ພວກຕິຕຽນ ໄດ້ຊີ້ໃຫ້ເຫັນ ເຖິງການຂາດແຄນລາຍລະອຽດເຈາະຈົງຕ່າງໆ ໃນຂໍ້ຕົກລົງ
ນັ້ນ ໃນຂະນະທີີ່ ຕັ້ງຄຳຖາມວ່າ ທ່ານທຣຳ ໄດ້ໃຫ້ຫຼາຍເກີນໄປຫຼືບໍ່ ໂດຍທີ່ໄດ້ຮັບພຽງ
ໜ້ອຍດຽວ ໃນການຕອບແທນ ໃນລະຫວ່າງການາເຈລະຈາກຂອງທ່ານເປັນເວລາຫຼາຍ
ຊົ່ວໂມງ ກັບທ່ານກິມ ໃນອັນທີ່ເປັນການພົບປະກັນຄັ້ງທຳອິດ ລະຫວ່າງ ຜູ້ດຳລົງຕຳ
ແໜ່ງ ປະທານາທິບໍດີ ສະຫະລັດ ແລະ ຜູ້ນຳເກົາ ຫຼີເໜືອ.

ທ່ານທຣຳ ໄດ້ອອກມາປົກປ້ອງຂໍ້ຕົກລົງດັ່ງກ່າວ ວ່າເປັນບາດກ້າວທີ່ສຳຄັນ ໃນການ
ແກ້ໄຂໄພຂົ່ມຂູ່ ຈາກອາວຸດນິວເຄລຍຂອງເກົາຫຼີເໜືອ ແລະໄດ້ກ່າວວ່າ ທ່ານເຊື່ອວ່າ
ລັດຖະບານຂອງທ່ານກິມ ຈະເລີ້ມຂັ້ນຕອນການປະຕິບັດຕາມຂໍ້ຕົກລົງ ໃນທັນທີ.

ທ່ານທຣຳ ໄດ້ຂຽນລົງທວີດເຕີໃນວັນພຸດມື້ນີ້ ວ່າ “ກ່ອນໜ້າ ການເຂົ້າຮັບຕຳແໜ່ງ
ຜູ້ຄົນ ຕ່າງກໍສັນນິດຖານກັນວ່າ ພວກເຮົາຈະເຮັດສົງຄາມກັບເກົາຫຼີເໜືອ. ປະທານາ
ທິບໍດີ ໂອບາມາ ໄດ້ກ່າວວ່າ ເກົາຫຼີເໜືອ ເປັນບັນຫາທີ່ໃຫຍ່ສຸດ ແລະ ອັນຕະລາຍ
ທີ່ສຸດຂອງພວກເຮົາ. ບໍ່ເປັນຈັ່ງຊັ້ນອີກຕໍ່ໄປ - ນອນຫລັບຝັນດີ ໃນຄ່ຳຄືນນີ້!”

ອະດີດ ເອກອັກຄະລັດຖະທູດ ສະຫະລັດ ທ່ານ ບີລ ຣີເຈີດສັນ ໄດ້ກ່າວ ຕໍ່ວີໂອເອ ວ່າ
ທ່ານເປັນຫ່ວງກ່ຽວກັບ ບໍ່ມີການຢັ້ງຢືນ ຂອງສິ່ງທີ່ເກົາຫຼີເໜືອ ຈະເຮັດ ກ່ຽວກັບເທັກໂນ
ໂລຈີ ລູກສອນໄຟ ຢູ່ໃນ ສປປ ເກົາຫຼີ ບໍ່ມີລາຍລະອຽດຂອງການຫລຸດຜ່ອນນິວເຄລຍ
ສົນທິສັນຍາສັນຕິພາບ ແລະ ສິດທິມະນຸດ.

US NoKor Summit
please wait
Embed

No media source currently available

0:00 0:00:55 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

U.S. President Donald Trump declared Wednesday, "There is no longer a Nuclear Threat from North Korea," as he returned home from a summit in Singapore with North Korean leader Kim Jong Un.

"Just landed - a long trip, but everybody can now feel much safer than the day I took office," Trump wrote on Twitter."Meeting with Kim Jong Un was an interesting and very positive experience. North Korea has great potential for the future!"

Kim agreed Tuesday "to complete denuclearization of the Korean Peninsula" during the summit, while Trump unexpectedly said he was suspending military drills with South Korea.

The document the two leaders signed did not include details of how and when North Korea would denuclearize, nor did it spell out exactly what "security guarantees" the United States would provide to North Korea.

Critics pointed to the lack of specifics in the agreement while questioning whether Trump gave up too much while securing too little in return during his several hours of talks with Kim in what was the first meeting between a sitting U.S. president and a North Korean leader.

Trump has defended the agreement as a major step in dealing with the threat of nuclear-armed North Korea and said he believed Kim's government would start the process of living up to the agreement right away.

"Before taking office people were assuming that we were going to War with North Korea," he tweeted Wednesday."President Obama said that North Korea was our biggest and most dangerous problem. No longer - sleep well tonight!"

Former U.S. ambassador Bill Richardson told VOA he is concerned about no verification of what the North Koreans will do about missile technology in the DPRK, no detail of nuclear reduction, the peace treaty and human rights.

XS
SM
MD
LG