ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໔ ກັນຍາ ໒໐໒໓

​ເຈົ້າ​ໜ້າ​ທີ່​ສະຫະລັດ ກັບເກົາຫຼີເໜືອ ໄດ້ເຈລະຈາກັນ ກ່ຽວກັບ ການ​ພົບ​ປະສຸ​ດຍອດ​ລະຫວ່າງ ທ່ານທຣຳ ກັບ ທ່ານ ກິມ


ພວກຜູ້ຄົນພາກັບເບິ່ງລາຍການຂ່າວທາງ ໂທລະພາບ ກ່ຽວກັບ ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ, ຊ້າຍ ກັບຜູ້ນຳ ເກົາຫຼີເໜືອ, ກິມ ຈົງ ອຶນ ໃນສະຖານີລົດໄຟໃຕ້ດິນ ທີ່ກຸງໂຊລ, ເກົາຫຼີໃຕ້, 25 ພຶດສະພາ 2018.

ໜັງສືພິມ​ຢອນ​ຮັບ​ຂອງ​ເກົາຫຼີ​ໃຕ້ ​ໄດ້​ລາຍ​ງານ​ໃນ​ວັນ​ອັງຄານ​ມື້​ນີ້ວ່າ ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​
ຂອງ​ເກົາຫຼີ​ເໜືອ ​ໄດ້​ເດີນທາງ​ໄປ​ຍັງ​ປັກ​ກິ່ງ ​ແລະ​ໄດ້​ມີ​ໝາຍ​ກຳໜົດ ​ທີ່​ຈະ​ເດີນທາງ​ມາຍັງ
ນະ​ຄອນ​ນິວຢອກ ​ໃນ​ວັນ​ພຸດ​ມື້​ອື່ນ​ນີ້ ​ທີ່​ອາດ​ເປັນ​ໄປ​ໄດ້​ວ່າ​ ເພື່ອການ​ໂອ້​ລົມ​ສົນທະນາ
ກ່ຽວ​ກັບ​ການ​ພົບ​ປະສຸ​ດຍອດ ​ລະຫວ່າງປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນລ ທຣຳ
ກັບຜູ້ນຳ​ເກົາຫຼີ​ເໜືອ ກິມ ຈົງ​ ອຶນ.

​ແຫຼ່ງຂ່າວ​ອື່ນໆ ​ໄດ້​ລາຍ​ງານ​ວ່າ ​ເຫັນອະດີດຫົວໜ້າ​ຝ່າຍ​ສືບ​ລັບ​ທາງ​ທະຫານ ​ແລະ​ປັດຈຸ
ບັນ​ນີ້ ​ດຳ​ລົງ​ຕຳ​ແໜ່​ງ​ເປັນ​ຮອງ​ປະທານ​ຂອງ​ພັກ​ການ​ເມືອງ ​ທີ່​ປົກຄອງ​ປະ​ເທດ​
ຢູ່​ໃນ​ຂະນະ​ນີ້ຄື ​ທ່ານກິມ ຢົງ​ ໂຊ ທີ່​ສະໜາມ​ບິນ​ປັກ​ກິ່ງ. ຖ້າ​ຫາກ​ວ່າ ທ່າ​ນ​ໄດ້​ມາຢ້ຽມຢາມ​ສະຫະລັດ, ທ່ານ​ກໍ​ຈະແມ່ນ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ສຸດ​ຈາກ​ເກົາຫຼີ​ເໜືອ ທີ່​ໄດ້​ກະທຳ​ເຊັ່ນ​ນີ້
ນັບ​ຕັ້ງ​ແຕ່​ປີ 2000 ເປັນ​ຕົ້ນ​ມາ.

​ເຈົ້າ​ໜ້າ​ທີ່ສະຫະລັດ​ແລະເກົາຫຼີ​ເໜືອ ​ໄດ້​ພົບ​ປະກັນ ​ໃນ​ວັນ​ອາທິດຜ່ານ​ມາ​ນີ້ ຢູ່ທີ່ເຂດ
ປອດທະຫານ ​ແລະຮອງ​ຫົວໜ້າ​ຝ່າຍ​ບໍລິຫານ​ຂອງ​ທຳນຽບຂາວ ທ່ານ​ໂຈ ​ເຮຈິນ ​
ແລະ​ເຈົ້າ​ໜ້າ​ທີ່​ທ່ານ​ອື່ນໆ ຈາກ​ຄະນະ​ລັດຖະບານ​ຂອງ​ທ່ານ​ທຣຳ ​ໄດ້​ບິນ​ໄປ​ຍັງ​ສິງກະ​ໂປ
​ຊຶ່ງ​ເປັນ​ສະຖານ​ທີ່ ທີ່​ໄດ້​ໝາຍ​ກຳໜົດ​ການ ​ໃນ​ການ​ພົບ​ປະກັນ​ດັ່ງກ່າວ.

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ​ຊິນ​ໂຊ ອາ​ເບ, ຊ້າຍ, ຈັບມືກັບປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຢູ່ທີ່ກອງປະຊຸມຖະແຫຼງຂ່າວ ໃນສະຖານທີ່ຕາກອາກາດສະໂມສອນສ່ວນຕົວ Mar-a-Lago, 18 ເມສາ 2018, ທີ່ພອມ ບີຈ, ຟລໍຣີດາ
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ​ຊິນ​ໂຊ ອາ​ເບ, ຊ້າຍ, ຈັບມືກັບປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຢູ່ທີ່ກອງປະຊຸມຖະແຫຼງຂ່າວ ໃນສະຖານທີ່ຕາກອາກາດສະໂມສອນສ່ວນຕົວ Mar-a-Lago, 18 ເມສາ 2018, ທີ່ພອມ ບີຈ, ຟລໍຣີດາ

“ພວກ​ເພິ່ນ ອອກ​ເດີນທາງ​ໄປ​ຍັງສິງກະ​ໂປ ​ເພື່ອ​ເພັ່ງ​ເລັງ​ໃສ່ ການ​ຕຽມ​ການ​ຕ່າງໆ,”
ຊຶ່ງເຈົ້າ​ໜ້າ​ທີ່​ທຳນຽບຂາວ ​ໄດ້​ຢືນຢັນ​ກັບ​ວີ​ໂອ​ເອ ​ໃນ​ວັນ​ຈັນ​ວານ​ນີ້.

ກ່ອນ​ໜ້າ​ການ​ພົບ​ປະສຸ​ດຍອດ​ລະຫວ່າງທ່ານທຣຳ ກັບທ່ານກິມ, ປະທານາທິບໍດີ​ສະຫະ
ລັດວາງ​ແຜນ​ວ່າ ​ຈະ​ໂອ້​ລົມ​ສົນທະນາ​ກັນ​ແບບ​ຊ້ອງໜ້າ​ ກັບ​ນາຍົກລັດຖະມົນຕີຍີ່ປຸ່ນ
ທ່ານ​ຊິນ​ໂຊ ອາ​ເບ.

“ພວກ​ເຮົາ​ໄດ້​ຕົກລົງ​ວ່າ ​ຈະ​ພົບ​ປະກັນ ກ່ອນ​ໜ້າ ການ​ພົບ​ປະສຸ​ດຍອດ​ ຂອງ​ສະຫະ
ລັດ ກັບ​ເກົາ​ຫຼີ​ເໜືອ,”
ຊຶ່ງ​ທ່ານ​ອາ​ເບ ​ໄດ້​ບອກພວກ​ນັກ​ຂ່າວ​ ​ໃນ​ໂຕ​ກຽວ ຫຼັງ​ຈາກ​ທີ່​ໄດ້​
ໂທລະ​ສັບ​ຫາ​ທ່ານ​ທຣຳ​ ​ໃນ​ວັນ​ຈັນ​ວານ​ນີ້.

​ໃນ​ການ​ໂອ້​ລົມ​ສົນທະນາ​ທາງ​ໂທລະສັບ​ນັ້ນ ທ່ານ​ທຣຳ ​ແລະ​ທ່ານ​ອາ​ເບ ຍັງ​ໄດ້ “ຢືນຢັນ​
ເຖິງ​ການທີ່ຈະ​ໄດ້​ຮັບ​ການ​ຍຸຕິ​ໂຄງການ​ນິວ​ເຄລຍ, ​ອາວຸດເຄມີ, ອາວຸດຊີວະພາບ
ແລະໂຄງການ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດຂອງ​ເກົາຫຼີ​ເໜືອ​ ຢ່າງ​ສິ້ນ​ເຊີງ,” ອີງ​ຕາມ​ລາຍ​
ງານ​ຂອງ​ທຳນຽບຂາວ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ທີ່ທຳນຽບຂາວ, 26 ພຶດສະພາ 2018.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ທີ່ທຳນຽບຂາວ, 26 ພຶດສະພາ 2018.

XS
SM
MD
LG