ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທ​ຣຳ ສະ​ແດງ​ຄວາມ​ເຫັນ ກ່ຽວ​ກັບ ບັນ​ຫາ ເບ​ຣັກ​ຊິດ


​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄອ​ຣ​໌ແລນ ທ່ານ ລີ​ໂອ ວາ​ຣາດ​ຄາ ຢູ່​ຫ້ອງ​ປະ​ຊຸມ​ທຳ​ນຽບ​ຂາວ. 14 ມີ​ນາ, 2019.
​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄອ​ຣ​໌ແລນ ທ່ານ ລີ​ໂອ ວາ​ຣາດ​ຄາ ຢູ່​ຫ້ອງ​ປະ​ຊຸມ​ທຳ​ນຽບ​ຂາວ. 14 ມີ​ນາ, 2019.

ບໍ່​ດົນ​ຫຼັງ​ຈາກ​ໄດ້​ມີ​ການ​ລົງ​ຄະ​ແນນ​ສຽງ​ທີ່​ສຳ​ຄັນ ໂດຍ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຂອງ
ອັງກິດເພື່ອເລື່ອນເວລາໃນການຖອນຕົວອອກຈາກສະຫະພາບ ຢູ​ໂຣບ ຫຼື​ອີ​ຢູ ປະ​ທາ
ນາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ອີກຄັ້ງກໍໄດ້ເລີ້ມສະ​ແດງ​ຄ​ວາມ​ເຫັນກ່ຽວ​ກັບ​
ເລື້ອງ ເບຣັກຊິດ ທີ່ຍັງເປັນບັນຫາໂຕ້ແຍ້ງ. ທ່ານໄດ້ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າຈະ​ເຮັດ “ຂໍ້​
ຕົກລົງການຄ້າຂະໜາດໃຫຍ່” ກັບອັງກິດແລະຂົ່ມ​ຂູ່​ສະ​ຫະ​ພາບ​ຢູ​ໂຣບ​ໃນ​ເລື້ອງ​ການ​
ຄ້າ. ວິ​ດາ​ຄຸ​ສວາ​ຣາ ນັກຂ່າວວີໂອເອປະ​ຈຳ​ທຳ​ນຽບ​ຂາວ ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງນີ້
ຊຶ່ງ ໄພສານ ຈະນຳເອົາລາຍ ລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ປະ​ເພ​ນີ​ປະ​ຈຳ​ປີ​ຢູ່​ທຳ​ນຽບ​ຂາວ ກໍ​ແມ່ນການມອບຂັນ Shamrock Bowl ​ຈາກນາ​ຍົກ
ລັດຖະມົນຕີໄອຣ໌ແລນ ຊຶ່ງເປັນສັນຍາລັກຂອງຄວາມໂຊກດີແລະມິດຕະ​ພາບ ລະ
ຫວ່າງປະເທດທັງສອງ.

ແຕ່​ພວກ​ຜູ້​ນຳ​ທັງ​ສອງ ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ ​ກ່ຽວ​ກັບ​ເລື້ອງ​ເບ​ຣັກ​ຊິດ ຊຶ່ງເປັນ
ການຖອນຕົວຂອງອັງກິດອອກຈາກສະຫະພາບຢູໂຣບ ຫຼື ອີຢູ ທີ່ກຳນົດຈະມີ​ຂຶ້ນ​ໃນ
ວັນທີ 29 ມີນາຈະມານີ້.

ໃນ​ວັນ​ພະ​ຫັດ​ຜ່ານ​ມາ ສະ​ພາ​ແຫ່ງ​ຊາດ​ຂອງ​ອັງ​ກິດ ໄດ້​ລົງ​ຄະ​ແນນ​ສຽງ​ເຫັນ​ພ້ອມກັບ​
ການເລື່ອນເວລາ ໃນການຖອນຕົວດັ່ງກ່າວ ເພື່ອໃຫ້ເວລາຕື່ມສຳລັບບັນ​ລຸ​ການ​ຕົກ​ລົງ
ກັບອີຢູ.

“ຄະ​ແນນ​ສຽງ​ເຫັນ​ພ້ອມ ທີ່​ຢູ່​ທາງ​ຂວາ ແມ່ນ 412 ​ຄະ​ແນນ​ສຽງ​ຄັດ​ຄ້ານ​ທີ່​ຢູ່​ທາງ​ຊ້າຍ
ແມ່ນ 202 ດັ່ງນັ້ນ ຄະແນນສຽງເຫັນພ້ອມ ແມ່ນມີຫຼາຍກວ່າ ຄະແນນ​ສຽງ​ເຫັນ​ພ້ອມ
ຈຶ່ງເປັນຝ່າຍຊະນະ.”

ກ່ອນ​ການ​ລົງ​ຄະ​ແນນ​ສຽງ ທ່ານ​ທ​ຣຳ ຊຶ່ງ​ເປັນ​ຜູ້​ສະ​ໜັບ​ສະ​ໜຸນໃນ​ເລື້ອງ​ເບ​ຣັກ​ຊິດ ໄດ້​
ຕ້ອງຕິການຈັດແຈງ ໃນການເຈລະຈາ ຂອງນາຍົກລັດຖະມົນຕີອັງກິດ ທ່ານນາງເທຣີ
ຊາ ເມ. ປະທານາທິບໍດີທຣຳ ກ່າວວ່າ:

“ຂ້າ​ພະ​ເຈົ້າ​ໄດ້​ສະ​ເໜີ​ຕໍ່​ນາ​ຍົກ​ລັດ​ຖະ​ມົນ​ຕີ ກ່ຽວ​ກັບ​ຄວາມ​ຄິດຄວາມ​ເຫັນຂອງ​ຂ້າ​ພະ​
ເຈົ້າ ວ່າຄວນເຈລະຈາແບບໃດ ແລະຂ້າພະເຈົ້າຄິດວ່າ ທ່ານນາງຄວນຈະປະສົບກັບ
ຄວາມສຳເລັດ ແຕ່ທ່ານນາງບໍ່ໄດ້ຟັງຄວາມເຫັນດັ່ງກ່າວ ແລະ ນັ້ນກໍ​ເປັນ​ການ​ດີ ຂ້າ
ພະເຈົ້າໝາຍຄວາມວ່າ ທ່ານນາງຄວນຈະເຮັດ ໃນສິ່ງທີ່ທ່ານນາງ​ຕ້ອງ​ໄດ້​ເຮັດ. ແຕ່​
ຂ້າພະເຈົ້າຄິດວ່າ ມັນຄວນໄດ້ຮັບການເຈລະຈາ ໃນວິທີທີ່​ແຕກ​ຕ່າງ​ໄປ​ຈາກນີ້.”

ໃນ​ຂະ​ນະ​ດຽວ​ກັນ ທ່ານ​ລີ​ໂອ ວາ​ຣັດ​ກາ ນາ​ຍົກ​ລັ​ດ​ຖະ​ມົນ​ຕີ​ຂອງ​ໄອ​ຣ໌​ແລນ​ ກໍກ່າວ​ວ່າ:

“ພວກ​ເຮົາ​ມີ​ຄວາມ​ຄິດ​ທີ່​ແຕກ​ຕ່າງ​ກັນ ປະ​ທາ​ນາ​ທິ​ບໍ​ດີ ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເສຍ​ໃຈ​ທີ່​
ເບຣັກຊິດໄດ້ເກີດຂຶ້ນ ແລະອັງກິດແມ່ນພາກສ່ວນທີ່ສຳຄັນແທ້ໆຂອງສະຫະພາບຢູ
ໂຣບ ແຕ່ພວກເຂົາເຈົ້າ ຈະ
ຕ້ອງຈາກໄປ ໃນເວລານີ້ ແລະນັ້ນກໍຄືການ ຕັດສິນໃຈ
ຂອງເຂົາເຈົ້າເອງ.”

Trump Wades Into Brexit Debate Again
please wait

No media source currently available

0:00 0:01:57 0:00

​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ຍັງ​ໄດ້​ສະ​ເໜີ​ໂດຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ ທີ່​ຈະ​ເຮັດ “ຂໍ້​ຕົກ​ລົງ​ການ​
ຄ້າຂະໜາດໃຫຍ່ກັບອັງກິດ” ແລະຂົ່ມຂູ່ສະຫະພາບຢູໂຣບ ກ່ຽວກັບເລື້ອງນີ້. ປະທາ
ນາທິບໍດີທຣຳ ກ່າວວ່າ:

“ຖ້າ​ພວກ​ເຂົາ​ເຈົ້າ​ບໍ່​ໂອ້​ລົມ​ກັບ​ພວກ​ເຮົາ ພວກ​ເຮົາ​ກໍ​ຈະ​ເຮັດ​ສິ່ງ​ໃດ​ສິ່ງ​ນຶ່ງ ທີ່​ຈະ​ສ້າງ​
ຄວາມເສຍຫາຍ ຢ່າງຮ້າຍແຮງທາງດ້ານເສດຖະກິດ ພວກເຮົາກໍຈະທຳລາຍຜະລິດ
ຕະພັນຂອງພວກເຂົາເຈົ້າທີ່ສົ່ງເຂົ້າມາ ຍ້ອນສະຫະພາບຢູໂຣບໄດ້ປະ​ຕິ​ບັດ​ຕໍ່​ພວກ
ເຮົາ ແບບບໍ່ເປັນທຳແທ້ໆ.”

ໃນ​ຂະ​ນະ​ດຽວ​ກັນ ລັດ​ຖະ​ສະ​ພາ​ຢູ​ໂຣບ ກໍ​ບໍ່​ໄດ້​ບັນ​ລຸ​ຄວາມ​ເຫັນ​ຢ່າງ​ເປັນ​ເອກ​ກະ​ສັນ
ກ່ຽວກັບວ່າ ຈະເລີ້ມການເຈລະຈາກັບສະຫະລັດຫຼືບໍ່ ເພື່ອຍົກເລີກພາສີ ​ແລະ ​ຫລຸດ​
ຜ່ອນຄວາມເຄັ່ງຕຶງທາງດ້ານການຄ້າ. ທ່ານນາງ ຊີຊີເລຍ ມາລສຕ​ຣັອມ ກຳ​ມາ​ທິ​
ການດ້ານການຄ້າຂອງອີຢູ ກ່າວວ່າ:

“ຖ້າ​ສະ​ຫະ​ລັດ​ຫາກ​ເອົາ​ມາດ​ຕະ​ການ​ທາງ​ດ້ານ​ການ​ຄ້າ​ຕາມ​ລຳ​ພັງ​ແຕ່​ພຽງ​ຝ່າຍ​ດຽວ​
ຕໍ່ພວກເຮົາ ພວກເຮົາກໍຈະຕອບໂຕ້ ໃນທັນທີ. ທີ່ຈິງແລ້ວ ການເຈລະຈາອາດຈະຢຸດ
ຊະງັກລົງ ແລະນີ້ແມ່ນເປັນທີ່ຈະແຈ້ງ ສະໜອງໃຫ້ມີການຮ່າງທິດທາງ​ສຳ​ລັບເຈ​ລ​ະ
ຈາ ແລະພວກເຮົາບາງທີອາດຮັບຮອງເອົາມາດຕະການສ້າງຄວາມ​ສົມ​ດຸນ​ກັນ​ຄືນ
ໃໝ່.”

ໃນ​ເດືອນ​ແລ້ວ​ນີ້ ລັດ​ຖະ​ບານ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໄດ້​ວາງ​ເປົ້າ​ໝາຍ​ຂອງ​ຕົນ​ສຳ​ລັບ​
ຂໍ້ຕົກລົງການຄ້າ ໃນຍຸກຫຼັງເບຣັກຊິດກັບອັງກິດທີ່ຕ້ອງການຢາກໃຫ້ລົບລ້າງຫຼື​ຫລຸດ​
ຜ່ອນກຳແພງການຄ້າສຳລັບຜະລິດຕະພັນກະເສດຕະກຳອາເມຣິກັນແລະປັບ​ປຸງ​ລະ
ບຽບການໃໝ່.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG