ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ທຣຳ ອອກຄຳເຕືອນ ໃຫ້ບັນດາບໍລິສັດ ສະຫະລັດ ທີ່ກຳລັງຍ້າຍວຽກ ອອກໄປຕ່າງ ປະເທດ


ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump ລົມກັບບັນດາກຳມະກອນໃນລະຫວ່າງການຢ້ຽມຢາມໂຮງງານ Carrier. 1 ທັນວາ, 2016 ໃນນະຄອນ Indianapolis, ລັດ Indiana.
ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump ລົມກັບບັນດາກຳມະກອນໃນລະຫວ່າງການຢ້ຽມຢາມໂຮງງານ Carrier. 1 ທັນວາ, 2016 ໃນນະຄອນ Indianapolis, ລັດ Indiana.

ປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ ທ່ານ Donald Trump ໄດ້ເຕືອນບັນດາຫົວ ໜ່ວຍທຸລະກິດຕ່າງໆຂອງ ອາເມຣິກາ ໃນວັນອາ ທິດວານນີ້ອີກຄັ້ງໜຶ່ງວ່າ ຖ້າພວກເຂົາ ເຈົ້າຍ້າຍໂຮງງານຂອງພວກເຂົາ ເຈົ້າໄປຕ່າງປະເທດ ແລ້ວພະຍາຍາມທີ່ຈະຂາຍຜະລິດ ຕະພັນຂອງ ພວກເຂົາເຈົ້າກັບຄືນມາ ສະຫະລັດ, ພວກເຂົາເຈົ້າຈະປະເຊີນໜ້າກັບການ ເສຍພາສີ 35 ເປີເຊັນ.

ການຂຽນຂໍ້ຄວາມລົງ Twitter ຫຼາຍຄັ້ງນັ້ນ, ທ່ານ ທຣຳ ໄດ້ກ່າວວ່າ ທ່ານວາງແຜນວ່າ ຈະ “ຫຼຸດຜ່ອນອັດຕາພາສີລົງຢ່າງຫຼວງຫຼາຍ” ລວມທັງກົດລະບຽບ ກ່ຽວກັບ ການເຮັດທຸ ລະກິດນຳ. ແຕ່ທ່ານໄດ້ກ່າວວ່າ ບໍລິສັດ ໃດທີ່ “ໄລ່ພະນັກງານຂອງພວກເຂົາເຈົ້າອອກ ຈາກ ວຽກ, ສ້າງໂຮງງານ ແຫ່ງໃໝ່” ໃນປະເທດອື່ນ “ແລ້ວຄິດວ່າພວກເຂົາເຈົ້າຈະ ຂາຍຜະລິດ ຕະພັນຂອງພວກເຂົາເຈົ້າກັບຄືນໃຫ້ ສະຫະລັດ ໂດຍບໍ່ໄດ້ເສຍຄ່າປັບ ຫຼື ຜົນທີ່ຕາມມານັ້ນ, ແມ່ນຜິດ!"

ເສດຖີພັນລ້ານອະສັງຫາລິມະຊັບ, ຜູ້ທີ່ຈະເຂົ້າກຳອຳນາດໃນວັນທີ 20 ມັງກອນນີ້ ໄດ້ ກ່າວວ່າ ພາສີສົ່ງອອກໃນຜະລິດຕະພັນຕ່າງໆທີ່ຜະລິດໃນ ປະເທດອື່ນ “ຈະເຮັດໃຫ້ການ ອອກຈາກປະເທດ ໄດ້ຮັບຄວາມຫຍຸ້ງຍາກທາງດ້ານການເງິນ. ກະລຸນາຮູ້ໄວ້ລ່ວງໜ້າ ກ່ອນທີ່ຈະສ້າງຄວາມ ຜິດພາດທີ່ມີລາຄາແພງຫຼາຍ.”

ສະຫະລັດ ໄດ້ສູນເສຍວຽກງານອຸຸດສາຫະກຳການຜະລິດ 5 ລ້ານໜ້າວຽກນັບຕັ້ງແຕ່ປີ 2000 ເປັນຕົ້ນມາ, ຫຼາຍໜ້າວຽກແມ່ນສູນເສຍໃຫ້ ແກ່ພາກສ່ວນລົດຍົນ ແລະ ບາງຕຳ ແໜ່ງໃຫ້ກັບໂຮງງານທີ່ຕັ້ງຢູ່ຕ່າງ ປະເທດ ບ່ອນທີ່ເຈົ້າຂອງບໍລິສັດ ໄດ້ຈ່າຍຄ່າຈ້າງທີ່ຖືກ ກວ່າພວກເຂົາ ເຈົ້າຈ່າຍຢູ່ໃນ ສະຫະລັດ. ແຕ່ການໂຄສະນາຫາສຽງທີ່ຍືດຍາວຂອງ ທ່ານ ສຳລັບຕຳແໜ່ງໃນທຳນຽບຂາວນັ້ນ, ທ່ານ ທຣຳ ໄດ້ປະຕິຍານວ່າ ຈະຍັບຢັ້ງການຫຼັ່ງໄຫຼ ອອກຈາກປະເທດຂອງບໍລິສັດຕ່າງໆ ແລະ ນຳເອົາວຽກງານທີ່ຖືກຍ້າຍໄປຕ່າງປະເທດ ນັ້ນກັບຄືນມາ.

ທ່ານ Chuck Jones ປະທານສະຫະພັນທ້ອງຖິ່ນ ສຳລັບກຳມະ ກອນຊ່າງເຫຼັກໃນນະ ຄອນ Indianapolis ລັດ Indiana ກ່າວວ່າ “ຂ້າພະເຈົ້າຄິດວ່າທ່ານ ທຣຳ ຕ້ອງເຮັດ ທຸກໆຢ່າງທີ່ທ່ານສາມາດເຮັດ ໄດ້ເພື່ອຮັກສາວຽກງານພວກນັ້ນໄວ້ໃນປະເທດ.”

ທ່ານ Jones ເປັນຕົວແທນໃຫ້ ກຳມະກອນທີ່ບໍລິສັດ Carrier ທີ່ທ່ານ ທຣຳ ໄດ້ອ້າງ ຄວາມສຳເລັດກ່ອນໜ້ານີ້, ພ້ອມກັບ ຮອງປະ ທານາທິບໍດີທີ່ຖືກເລືອກໃໝ່ທ່ານ Mike Pense, ໂດຍການສະເໜີ ສິດທິຜົນປະໂຫຍດທາງພາສີມູນຄ່າ 7 ລ້ານໂດລາ ໃຫ້ແກ່ບໍ ລິສັດຜະລິດ ເຄື່ອງປັບອາກາດໃນສັບປະດາທີ່ຜ່ານມາ ເພື່ອຮັກສາວຽກງານ 800 ຕຳ ແໜ່ງໃນລັດ Indiana ທີ່ຕັ້ງຢູ່ພາກກາງຕາເວັນຕົກ ເຊິ່ງບໍລິສັດ Carrier ໄດ້ກ່າວກ່ອນ ໜ້ານີ້ວ່າ ພວກເຂົາເຈົ້າຈະຍ້າຍໄປປະເທດ ເມັກຊິໂກນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG