ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ປ. ທຣໍາ ອາດຈະ​ຖອນ ການຮັບຮອງ ຕໍ່ຂໍ້ຕົກລົງ​​ນິວ​ເຄລຍ ທີ່​ເຊັນກັບ​ອີ​ຣ່ານ


ທ່ານ ດໍໂນລ ​ທຣໍາ, ຜູ້ສະໝັກເລືອກຕັ້ງເປັນປະທານາທິບໍດີ ຈາກພັກຣີພັບບລິກັນ ກ່າວຕໍ່ໜ້າ ພວກໂຮມຊຸມນຸມ ທີ່ຈັດຂຶ້ນໂດຍ Tea Party ຢູ່ຫ້ອງການຂອງລັດຖະສະພາ ໃນນະຄອນຫລວງວໍຊິງຕັນ ໃນວັນທີ 9 ກັນຍາ 2015 ເພື່ອຄັດຄ້ານຂໍ້ຕົກລົງນີວເຄລຍທີ່ເຊັນກັບອີຣ່ານ
ທ່ານ ດໍໂນລ ​ທຣໍາ, ຜູ້ສະໝັກເລືອກຕັ້ງເປັນປະທານາທິບໍດີ ຈາກພັກຣີພັບບລິກັນ ກ່າວຕໍ່ໜ້າ ພວກໂຮມຊຸມນຸມ ທີ່ຈັດຂຶ້ນໂດຍ Tea Party ຢູ່ຫ້ອງການຂອງລັດຖະສະພາ ໃນນະຄອນຫລວງວໍຊິງຕັນ ໃນວັນທີ 9 ກັນຍາ 2015 ເພື່ອຄັດຄ້ານຂໍ້ຕົກລົງນີວເຄລຍທີ່ເຊັນກັບອີຣ່ານ

ເຈົ້າໜ້າທີ່​ຂັ້ນສູງ​ຂອງ​ສະຫະລັດ​ເວົ້າ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ເປັນ​ໄປ​ໄດ້​ຫລາຍທີ່
ປະທານາທິ ບໍດີ​ທຣໍາ ຈະ​ຖອນການຮັບຮອງ ຕໍ່ຂໍ້ຕົກລົງນີວ​ເຄລຍທີ່​ເຊັນກັບ​ອີ​ຣ່ານ
ແລະສົ່ງກັບ​ຄືນ​ໄປ​ໃຫ້ ລັດຖະສະພາ​ເພື່ອໃຫ້​ອອກ​ມາດ​ຕະການ​ລົງ​ໂທດ ​ທີ່​ອາດເປັນ
ໄປ​ໄດ້​ຕໍ່ປະ​ເທດ​ດັ່ງກ່າວ.

ເຈົ້າໜ້າທີ່​ດັ່ງກ່າວ​ຍັງເວົ້າອີກ​ວ່າ ຄາດ​ວ່າ​ທ່ານ​ທຣໍາຈະ​ປະກາດ​ແຜນ​ການ​ຂອງ​ທ່ານ​ຢູ່​ໃນ​ການ​ກ່າວ​ຄໍາ​ປາ​ໄສ​ໃນ​ອາທິດ​ໜ້ານີ້ ຊຶ່ງ​ໃນ​ນັ້ນ ທ່ານ​ຈະ​ເວົ້າວ່າ ຂໍ້ຕົກລົງດັ່ງກ່າວ​ບໍ່​ໄດ້ນອນຢູ່ໃນ​ຜົນ​ປະ​ໂຫຍ​ດຂອງສະຫະລັດ.

ການ​ປະກາດ​ນີ້ຈະ​ບໍ່​ໄດ້​ຍົກ​ເລີກ​ຂໍ້ຕົກລົງ ​ທີ່​ເຊັນກັນ​ໃນ​ປີ 2015 ​ແຕ່​ວ່າ ມັນ​ຈະ​ຖືກສົ່ງ​ກັບຄືນ​ໄປ​ຫາ​ລັດຖະສະພາ. ບັນດາ​ສະມາຊິກ​ສະພາຈະ​ມີ​ເວລາ 60 ມື້ ​ເພື່ອ​ຕັດສິນ​ໃຈ​ວ່າຈະ​ທໍາ​ການ​ລົງ​ໂທດ ທີ່​ໄດ້​ຖືກ​ໂຈະ​ພາຍ​ໃຕ້​ຂໍ້ຕົກລົງດັ່ງກ່າວ​ນັ້ນ ​ຄືນ​ອີກ ຫລືບໍ່.

ການ​ຖອນການຮັບຮອງ​ຍັງ​ສາມາດ​ເປີດ​ປະຕູ​ໃຫ້​ມີ​ການ​ເຈລະຈາ​ຂໍ້ຕົກລົງນີ້ຄືນ​ອີກ​ ​ເຖິງ​ແມ່ນ​ວ່າ ທ່ານ Hassan Rouhani ປະທານາທິບໍດີ​ຂອງ​ອີຣ່ານຈະ​ເວົ້າວ່າ ບໍ່ມີ​ທາງ​ເລືອກ​ໃຫ້​ເຮັດ​ແນວ​ນັ້ນ​ໄດ້ ​ກໍ​ຕາມ.

ໃນ​ແຕ່ລະ 90 ວັນ​ໃດ ທ່ານ​ທຣໍາ ​ຈະ​ຕ້ອງທໍາ​ການປະກາດເທື່ອນຶ່ງວ່າ ອີຣ່ານ​ໄດ້​ປະຕິບັດ ​ຕາມ​ຂໍ້ຕົກລົງຫລືບໍ່. ​ກໍານົດເສັ້ນຕາຍ​ຄັ້ງຕໍ່​ໄປ​ຂອງ​ທ່ານ​ ແມ່ນ​ວັນ​ທີ 15 ຕຸລາ​ທີ່​ຈະ​ມາ​ເຖິງນີ້.

​ໃນ​ການ​ປະຊຸມ​ກັບ​ຜູ້​ຊ່ວຍ​ຂັ້ນສູງ​ດ້ານ​ການ​ທະຫານ​ຂອງ​ທ່ານ​ທີ່​ທໍານຽບຂາວ​ໃນ​ວັນ​ພະຫັດ ວານ​ນີ້ ທ່ານ​ທຣໍາ ​ໄດ້​ກ່າວ​ຢໍ້າຄໍາຢືນຢັນ​ຂອງ​ທ່ານຄືນ​ອີກ ​ທີ່​ໄດ້​ເວົ້າວ່າ ອີຣ່ານຈະ​ຕ້ອງ​ປະຕິບັດ​ຕາມ "ຈິດ​ໃຈ​ຂອງ​ຂໍ້ຕົກລົງ" ​ໃຫ້​ໄດ້.

ທ່ານ​ກ່າວອີກ​ວ່າ "ລະບອບ​ປົກຄອງ​ຂອງ​ອີຣ່ານ ​ໃຫ້ການ​ສະໜັບສະໜຸນ​ແກ່​ພວກ​ກໍ່ການ​ຮ້າຍ ​ແລະ​ກໍ່ຄວາມ​ຮຸນ​ແຮງ, ການ​ນອງເລືອດ ​ແລະ​ຄວາມ​ໂກລາ​ຫົນ​ວຸ້ນວາຍ ອອກ​ໄປ​ທົ່ວ​ຂົງ​ເຂດພາກ​ຕາ​ເວັນ​ອອກ​ກາງ. ​ເພາະສະນັ້ນພວກ​ເຮົາ​ຕ້ອງ​ໄດ້​ເຮັດ​ໃຫ້ການຮຸກ​ຮານຂອງ​ອີຣ່ານທີ່​ຍັງດຳເນີນຢູ່ຕໍ່ມາ ​ແລະ​ຄວາມ​ທະ​ເຍີ​ທະຍານ​ ໃນ​ການຢາກມີອາວຸດ​ນີວ​ເຄລຍນັ້ນ ສິ້ນສຸດ​ລົງ."

ທ່ານ​ນາງ Sarah Huckabee Sanders ​ໂຄສົກ​ປະ​ຈໍາ​ທໍານຽບຂາວບໍ່​ໄດ້​ບອກ​ໃຫ້​ຮູ້​ວ່າ ທ່ານປະທານາທິບໍດີມີ​ແຜນການ​ຈະ​ເຮັດ​ແນວ​ໃດ ນອກຈາກເວົ້າວ່າ ທ່ານ​ຈະ "ປະກາດ​ກ່ຽວກັບການຕັດສິນ​ໃຈ​ຂອງ​ທ່ານ ກ່ຽວກັບ​ຍຸດ​ທະ​ສາດ​ຮອບດ້ານ​ທີ່​ທີ​ມງານຂອງ​ທ່ານ​ໃຫ້ການ​ສະໜັບສະໜຸນ" ໃນ​ບໍ່ພໍ​ເທົ່າ​ໃດ​ມື້ຕໍ່ໜ້ານີ້.

ອີຣ່ານ​ໄດ້​ເຊັນ​ສັນຍາ​ກັບ​ອະດີດລັດຖະບານ​ຂອງ​ທ່ານ​ໂອ​ບາ​ມາ​ໃນ​ປີ 2015 ພ້ອມ​ກັນ​ກັບ​ປະເທດ ​ອັງກິດ, ຈີນ, ຝຣັ່ງ, ​ແລະຣັດ​ເຊຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ເບິ່ງວີກິໂອກ່ຽວກັບຂ່າວນີ້

Trump to Decertify Nuclear Deal With Iran
please wait

No media source currently available

0:00 0:00:53 0:00

XS
SM
MD
LG