ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ຈະກ່າວຄຳປາໄສ ກ່ຽວກັບ ຂໍ້ຕົກລົງ ນິວເຄລຍ ກັບ ອີຣ່ານ ໃນໄວໆນີ້


ປະທານາທິບໍດີ ກ່າວຖະແຫລງ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິຕັນ, ວັນທີ 2 ຕຸລາ 2017.
ປະທານາທິບໍດີ ກ່າວຖະແຫລງ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິຕັນ, ວັນທີ 2 ຕຸລາ 2017.

ບັນດາເຈົ້າໜ້າທີ່ ສະຫະລັດ ກ່າວວ່າ ປະທານາທິບໍດີ ດໍໂນລ ທຣຳ ມີກຳນົດຈະກ່າວ
ຄຳປາໄສໃນສັບປະດາໜ້າ ຊຶ່ງໃນຄຳປາໄສນັ້ນ ທ່ານຈະແຈ້ງໃຫ້ຊາບ ກ່ຽວກັບ ການຕັດ
ສິນໃຈຂອງທ່ານ ວ່າ ສະຫະລັດ ຍັງຈະປະຕິບັດຕາມຂໍ້ຕົກລົງ ນິວເຄລຍ ປີ 2015 ທີ່
ເປັນຂີດໝາຍສຳຄັນ ລະຫວ່າງ ອີຣ່ານ ແລະ ບັນດາປະເທດ ມະຫາອຳນາດຫຼາຍໆ
ປະເທດນັ້ນ ຫຼືບໍ່.

ອົງການຂ່າວ AP ລາຍງານວ່າ ຄຳປາໄສດັ່ງກ່າວ ແມ່ນກຳນົດໃສ່ ວັນທີ 12 ຕຸລາ
ບໍ່ດົນກ່ອນເສັ້ນຕາຍ ໃນວັນທີ 15 ຕຸລາ ທີ່ທ່ານທຣຳ ຈະຕ້ອງແຈ້ງໃຫ້ລັດຖະສະພາ
ຊາບວ່າ ທ່ານເຊື່ອວ່າ ອີຣ່ານປະຕິບັດຕາມຂໍ້ຕົກລົງລະຫວ່າງ 7 ປະເທດ ແລະ ຂໍ້ຕົກ
ລົງນີ້ ໃຫ້ຜົນປະໂຫຍດແກ່ ສະຫະລັດ ຫຼືບໍ່.

ລັດຖະມົນຕີການຕ່າງປະເທດ ທ່ານ Rex Tillerson ໄດ້ກ່າວວ່າ ທ່ານທຣຳ ຈະນຳ
ສະເໜີທາງເລືອກຫຼາຍດ້ານ ກ່ຽວກັບຂໍ້ຕົກລົງນີ້. ແຕ່ຢ່າງໃດກໍຕາມ ທ່ານ Tillerson
ໄດ້ປະຕິເສດ ທີ່ຈະເປີດເຜີຍລາຍລະອຽດໃດໆ ກ່ຽວກັບທາງເລືອກດັ່ງກ່າວນັ້ນ.

ນອກນັ້ນ ທ່ານ Tillerson ຍັງໄດ້ປະຕິເສດ ທີ່ຈະຕອບຄຳຖາມໂດຍກົງ ກ່ຽວກັບວ່າ
ທ່ານໄດ້ເອົາການປະເມີນຜົນ ຂອງລັດຖະມົນຕີປ້ອງກັນປະເທດ ທ່ານ Jim Mattis
ມາແຈ້ງໃຫ້ລັດຖະສະພາຮັບຮູ້ນຳຫຼືບໍ່ ທີ່ວ່າ “ໂດຍພື້ນຖານແລ້ວ” ອີຣ່ານ ໄດ້ປະຕິ
ບັດຕາມ ຂໍ້ຕົກລົງດັ່ງກ່າວນີ້.

ທ່ານ Mattis ໄດ້ກ່າວຕໍ່ ຄະນະກຳມະການກອງທັບຂອງສະພາສູງ ໃນວັນອັງຄານ
ຜ່ານມານີ້ ວ່າ “ຖ້າພວກເຮົາສາມາດຢືນຢັນໄດ້ວ່າ ອີຣ່ານປະຕິບັດຕາມຂໍ້ຕົກລົງ,
ຖ້າພວກເຮົາສາມາດພິຈາລະນາໄດ້ວ່າ ອັນນີ້ ເປັນຜົນປະໂຫຍດ ທີ່ດີທີ່ສຸດຂອງ
ພວກເຮົາແລ້ວ ແນ່ນອນ ພວກເຮົາກໍຄວນຈະຮັກສາໄວ້ຕໍ່ໄປ. ຂ້າພະເຈົ້າເຊື່ອວ່າ
ໃນຊ່ວງເວລານີ້ ການບໍ່ມີຂໍ້ຕົກລົງເລີຍນັ້ນກໍໝາຍເຖິງສິ່ງທີ່ກົງກັນຂ້າມ ມັນເປັນ
ສິ່ງທີ່ປະທານາທິບໍດີ ຄວນພິຈາລະນາເບິ່ງວ່າ ຈະຮັກສາໄວ້ຕໍ່ໄປ.”

ທ່ານທຣຳ ເປັນຄົນນຶ່ງທີ່ຕຳໜິຢ່າງແຂງຂັນ ຕໍ່ອັນທີ່ທ່ານບາຣັກ ໂອບາມາ ປະທານາ
ທິບໍດີ ຄົນກ່ອນຂອງສະຫະລັດ ໄດ້ມອງເຫັນວ່າ ເປັນນະໂຍບາຍການຕ່າງປະເທດ
ທີ່ປະສົບຜົນສຳເລັດ ທີ່ເປັນສັນຍາລັກຂອງທ່ານນັ້ນ.

ໂດຍເອີ້ນມັນວ່າ “ຂໍ້ຕົກລົງທີ່ບໍ່ດີ” ທ່ານທຣຳ ໄດ້ປະຕິຍານ ໃນລະຫວ່າງ ການໂຄສະ
ນາຫາສຽງ ເພື່ອເຂົ້າແຂ່ງຂັນເອົາຕຳແໜ່ງທີ່ທຳນຽບຂາວ ເມື່ອປີກາຍນີ້ ວ່າທ່ານ
ຈະຈີກຂໍ້ຕົກລົງດັ່ງກ່າວນີ້ຖິ້ມ. ແລະ ຢູ່ທີ່ນະຄອນ New York ໃນຄຳປາໄສ ເມື່ອ
ເດືອນ ແລ້ວນີ້ ຢູ່ທີ່ ອົງການສະຫະປະຊາຊາດ ທ່ານໄດ້ບັນລະຍາຍວ່າ ຂໍ້ຕົກລົງ
ນີ້ເປັນ “ຄວາມອັບອາຍຂາຍໜ້າ” ໂດຍກ່າວວ່າ ມັນເປັນ “ນຶ່ງໃນຂໍ້ຕົກລົງ ທີ່ຂີ້ຮ້າຍ
ທີ່ສຸດ ແລະເປັນຂໍ້ຕົກລົງທີ່ພຽງຝ່າຍດຽວໄດ້ຮັບຜົນປະໂຫຍດ ເທົ່າທີ່ສະຫະລັດ
ເຄີຍໄດ້ເຮັດມາ.”

US Iran Nukes
please wait
Embed

No media source currently available

0:00 0:00:44 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG