ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ. ທ​ຣຳ ສົ່ງຖ້ອຍ​ຄຳ​ ທີ່​ຕ້ານ​​ສະ​ພາບ​ໂລ​ກາ​ພິ​ວັດ ແຕ່ກັບ​ຮຽກ​ຮ້ອງ​ໃຫ້​ ມີ​ເສ​ລີ​ພາບ​ທາງ​ສາ​ສະ​ໜາ​ ຢູ່​ທົ່ວ​ໂລກ


ປະ​ທາ​ນາ​ທິ​ບໍ​ດີທ​ຣຳ ກ່າວຢູ່​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ຄັ້ງ​ທີ 74 ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທີ່​ນະ​ຄອນ​ນິວຢອກ​ໃນ​ວັນ​ທີ 24 ກັນ​ຍາ, 2019
ປະ​ທາ​ນາ​ທິ​ບໍ​ດີທ​ຣຳ ກ່າວຢູ່​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ຄັ້ງ​ທີ 74 ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທີ່​ນະ​ຄອນ​ນິວຢອກ​ໃນ​ວັນ​ທີ 24 ກັນ​ຍາ, 2019

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ກ່າວ​ຄຳ​ປາ​ໄສ ​ຕາມ​ກຳ​ນົດ​ເວ​ລາ​ທີ່ວາງ​ໄວ້ ຢູ່​ທີ່ສະ​ມັດ​ຊາ​ໃຫຍ່ອົງ​ການສະ​ຫະ​ປະ​ຊາ​ຊາດ ໃນ​ນະ​ຄອນ​ນິວຢອກ​ໃນ​ວັນ​ອັງ​ຄານ​ວານນີ້ ຊຶ່ງ​ທ່ານໄດ້​ສົ່ງຖ້ອຍ​ຄຳ​ທີ່​ບາງ​ຄົນ​ເຫັນ​ວ່າ ​ເປັນ​ການ​ຕ້ານ​ຕໍ່​ສະ​ພາບ​ໂລ​ກາ​ພິ​ວັດ ໃນ​ຂະ​ນະ​ທີ່​ຮຽກ​ຮ້ອງ ​ໃຫ້​ມີ​ເສ​ລີ​ພາບ​ທາງ​ສາ​ສະ​ໜາ ​ຢູ່​ໃນທົ່ວ​ໂລກ. ທ່ານທ​ຣຳ ຍັງ​ໄດ້​ຕຳ​ໜິ​ອີ​ຣ່ານຢ່າງ​ແຮງ ວ່າ​ໂຈມ​ຕີ​ສະ​ຖານ​ທີ່​ຜະ​ລິດ​ນ້ຳ​ມັນ​ຂອງ​ຊາ​ອຸ​ດີ​ທີ່​ຢູ່​ໃນ​ການ​ກ່າວ​ຫາ​ເມື່ອມໍ່ໆ​ມານີ້ ແຕ່​ທ່ານ​ກໍ​ສະ​ແດງ​ໃຫ້​ຮູ້​ວ່າ ທ່ານ​ຍັງ​ເປີດ​ປະ​ຕູໄວ້ສຳ​ລັບ​ການ​ເຈາ​ລະ​ຈາກັບເຕ​ຫະ​ຣ່ານ​ຢູ່. ນັກ​ຂ່າວ​ວີ​ໂອ​ເອ​ປະ​ຈຳ​ທຳ​ນຽບ​ຂາວ Patsy Widakuswara ມີ​ລາຍ​ລະ​ອຽດ​ກ່ຽວ​ກັບ​ເລື້ອງນີ້ ຊຶ່ງ​ບົວ​ສະ​ຫວັນຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ມັນ​ເປັນ​ການ​ກ່າວ​ຄຳ​ປາ​ໄສ​ຄັ້ງ​ທີ​ສາມຂອງປະ​ທາ​ນາ​ທິ​ບໍ​ດີທ​ຣຳ ຢູ່​ທີ່ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ​ນີ້​ຄື​ຖ້ອຍ​ຄຳ​ຕົ້ນ​ຕໍ​ທີ່​ທ່ານ​ສົ່ງ​ໃຫ້​ບັນ​ດາ​ຜູ້​ນຳ​ຂອງ​ໂລກຊາບ.

ທ່ານທ​ຣຳ​ກ່າວວ່າ:"ອະ​ນາ​ຄົດບໍ່ໄດ້​ຂຶ້ນ​ກັບພວກທີ່​ເຫັນ​ໂລກເຊື່ອມ​ໂຍງເຂົ້າ​ກັນຢ່າງບໍ່​ມີ​ຊາຍ​ແດນ. ອ​ະ​ນາ​ຄົດ​ແມ່ນ​ເປັນຂອງ​ພວກ​ຮັກຊາດຂອງ​ຕົນ."

​ນອກ​ຈາ​ກ​ນັ້ນ ຢູ່ສ່ວນ​ນຶ່ງ​ຂອງ​ຖ້ອຍ​ຖະ​ແຫລງ​ຂອງ​ທ່ານ​ກໍ​ຄື: ທິດ​ສະ​ດີ “ອາ​ເມ​ຣິ​ກາມາ​ກ່ອນ​ໝູ່” ຫລື "America First" ຂອງ​ທ່ານ ແລະການ​ຕຳ​ໜິຈີນກ່ຽວ​ກັບ​ເລື້ອງສົງ​ຄາມ​ດ້ານ​ການ​ເກັບ​ພາ​ສີ​ສິນ​ຄ້າ​ທີ່​ກຳ​ລັງ​ດຳ​ເນີນ​ໄປ​ຢູ່.

ທ່ານ​ທ​ຣຳ​ກ່າວ​ກ່ຽວ​ກັບ​ເລື້ອງນີ້ວ່າ: "ຂ້າ​ພະ​ເຈົ້າ​ຈະ​ບໍ່​ຍອມ​ຮັບ​ເອົາ​ຂໍ້​ຕົກ​ລົງ​ທີ່ເປັນ​ການບໍ່​ດີ​ສຳ​ລັບ​ປະ​ຊາ​ຊົນ​ອາ​ເມ​ຣິ​ກັນ."

ທ່ານທ​ຣຳ​ຍັງ​ໄດ້​ເນັ້ນ​ເຖິງ​ບັນ​ຫາຄວາມ​ສະ​ເໝີ​ພາບ​ລະ​ວ່າງ​ເພດ, ຊຶ່ງ​ເປັນ​ໂຄງ​ການ​ລິ​ເລີ້ມທີ່ນຳ​ພາ​ໂດຍທ່ານ​ນາງ ອີ​ວັງ​ກາ (Ivanka), ​ລູກ​ສາວ​ຂອງ​ທ່ານ ແລະ​ເສ​ລີ​ພາບ​ທາງ​ສາ​ສະ​ໜາ, ຊຶ່ງ​ເປັນ​ຈຸດ​ເພັ່ງ​ເລັງ​ຂອງ​ລັດ​ຖະ​ບານ​ທ່ານ ຢູ່​ໃນ ກອງ​ປະ​ຊຸມສະ​ມັດ​ຊາ​ໃຫຍ່ອົງ​ການສະ​ຫະ​ປະ​ຊາ​ຊາດໃນ​ປີນີ້.

ທ່ານ​ກ່າວ​ດັ່ງ​ນີ້: "ປະ​ຊາ​ຊົນ​ອາ​ເມ​ຣິ​ກັນຈະ​ບໍ່​ມີ​ວັນທີ່​ຈະ​ອິດ​ເມື່ອຍ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ຂອງ​ພວກ​ເຮົາ​ເພື່ອ​ປົກ​ປ້ອງ ແລະ​ສົ່ງ​ເສີມ​ເສ​ລີ​ພາບໃນ​ການກາບ​ໃຫວ້​ບູ​ຊາ ແລະນັບ​ຖື​ສາ​ສະ​ໜາ."
​ໂດຍ​ທີ່​ເປັນຖ້ອຍ​ຄຳກົງ​ກັນ​ຂ້າມ​ກັບ​ຄຳ​ປາ​ໄສ​ຂອງ​ທ່ານ​ທີ່​ກ່າວ​ໃນ​ປີ 2018.
ທ່ານ​ທ​ຣຳ​ກ່າວ​ວ່າ: "ສະ​ຫະ​ລັດຈະ​ບໍ່​ບອກວ່າ ທ່ານ​ຄວນ​ດຳ​ລົງ​ຊີ​ວິດ ຫລື​ເຮັດ​ວຽກ​ງານ ຫລື​ກາບ​ໄຫວ້​ບູ​ຊາ​ແບບ​ໃດ."

ຊຶ່ງ​ເປັນ​ຄວາມ​ແຕກ​ຕ່າງ​ທີ່​ສັງ​ເຫດ​ເຫັນ​ໄດ້​ຂອງ​ທ່ານ​ຣີ​ຊາ​ຣ໌ດ ໂກວານ (Richard Gowan), ອຳ​ນວຍ​ການ​ດ້ານ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດຢູ່​ກຸ່ມ​ວິ​ກິດ​ການ​ສາ​ກົນ​. ທ່ານ ໂກວານ (Gowan), ​ໃຫ້​ຄຳ​ເຫັນວ່າ: "ທ່ານ​ມັກ​ເວົ້າ​ກ່ຽວ​ກັບອະທິ​ປະ​ໄຕກໍເພາະ​ວ່າ​ທ່ານ​ຢາກ​ປົກປ້ອງອະ​ທິ​ປະ​ໄຕ​ຂອງ​ອາ​ເມ​ຣິ​ກາ. ແຕ່​ທ່ານ​ກໍ​ມັກ​ເວົ້າ​ເຖິງ​ບັນ​ຫາ​ສາ​ສະ​ໜາ ເພາະ​ທ່ານບໍ່ໄດ້​ຮັບ​ນິ​ຍົມ​ປານ​ໃດຈາກ​ພວກ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ​ໃນ​ພັກ​ຣີ​ພັບ​ບ​ລິ​ກັນ​ຫລາຍ​ຄົນ. ແລະ​ຂ້າ​ພະ​ເຈົ້າ​ບໍ່ຄິດດອກວ່າ ທ່ານ​ໃຫ້​ຄວາມສົນ​ໃຈຕໍ່​ຄຳ​ເວົ້າ​ທີ່ເປັນ​ການ​ຂັດ​ກັນ​ນັ້ນ.”

ທ່ານ​ທ​ຣຳໄດ້​ໃຊ້​ເວ​ລາຕັ້ງ​ຫລາຍ​ຢູ່​ໃນ​ຄຳ​ປາ​ໄສທີ່​ຍາວ​ກວ່າ 30 ນາ​ທີຂອງ​ທ່ານ ເພື່ອ​ເວົ້າ​ກ່ຽວ​ກັບ​ອີ​ຣ່ານ. ສະ​ຫະ​ລັດ​ກ່າວ​ຫາ​ເຕ​ຫະ​ຣ່ານ​ວ່າ ​ທຳ​ການ​ໂຈມ​ຕີ​ຕໍ່​ສະ​ຖານ​ທີ່​ຜະ​ລິດ​ນ້ຳ​ມັນ​ຂອງ​ຊາ​ອຸ​ດີ ເມື່ອມໍ່ໆ​ມານີ້.

ແຕ່​ ເຖິງ​ແມ່ນ​ວ່າ​ຈະໄດ້​ໃຊ້ຖ້ອຍ​ຄຳທີ່​ແຮງກໍ​ຕາມ ທ່ານ​ທ​ຣຳ​ ກໍ​ຍັງຢຸດ​ຢູ່​ໃນ​ຂັ້ນ​ໃຊ້​ມາດ​ຕະ​ການ​ລົງ​ໂທດ​ຢູ່ ແລະ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ອົດ​ກັ້ນ​ໄວ້.
ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ​ກ່າວ​ວ່າ:"ມັນ​ເຖິງເວ​ລາ​ແລ້ວ​ທີ່​ບັນ​ດາ​ຜູ້​ນຳ​ຂອງ​ອີ​ຣ່ານ​ທີ່​ໃນ​ທີ່​ສຸດ​ກໍຄວນ​ເອົາ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ອີ​ຣ່ານ​ມາ​ກ່ອນ. ອາ​ເມ​ຣິ​ກາພ້ອມ​ແລ້ວ​ທີ່​ຈະອ້າ​ແຂນ​ຮັບເອົາ​ມິດ​ຕະ​ພາບ​ກັບຜູ້​ໃດ​ກໍ​ຕາມ​ທີ່​ສະ​ແຫວງ​ຫາ​ສັນ​ຕິ​ພາບ ແລະ​ການ​ເຄົາ​ລົບ​ກັນ​ຢ່າງ​ແທ້​ຈິງ."
ຝ​ຣັ່ງ, ເຢຍ​ຣະ​ມັນ ແລະ​ອັງ​ກິດ ໄດ້ພ້ອມ​ກັນກັບ​ສະ​ຫະ​ລັດ ທີ່ກ່າວ​ຕຳ​ໜິ​ອີ​ຣ່ານ ໃນ​ເລື້ອງ​ໂຈມ​ຕີ​ຊາ​ອຸ​ດີ. ຊາວ​ຢູ​ໂຣບ​ຮຽກ​ຮ້ອງ​ໃຫ້​ອີ​ຣ່ານມີ​ການປະ​ພຶດທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຫລາຍ​ຂຶ້ນ ໂດຍ​ທີ່ສອດ​ຄ່ອງ​ກັບ​ເງື່ອນ​ໄຂ​ໃນ​ຂໍ້​ຕົກ​ລົງ​ດ້ານ​ນິວ​ເຄ​ລຍ​ຂອງ​ອີ​ຣ່ານທີ່​ທ່ານ​ທ​ຣຳ​ໄດ້​ຖອນ​ຕົວ​ອອກນັ້ນ.

ທ່ານ ໂກວານ (Gowan) ກ່າວ​ມ້ວນ​ທ້າຍ​ວ່າ: "ຄວາມ​ເຫັນ​ໂດຍ​ລວມ​ຢູ່​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດກໍ​ຄື ກະ​ແຈທີ່ຈະເຮັດ​ໃຫ້​ມີສະຖຽນ​ລະ​ພາບກໍ​ຄື ໃຫ້ສະ​ຫະ​ລັດ​ກັບ​ໄປ​ຫາ​ຂໍ້​ຕົກ​ລົງ​ດ້ານ​ນິວ​ເຄ​ລຍ​ຂອງ​ອີ​ຣ່ານຄືນ​ອີກ. ຖ້າປະ​ທາ​ນາ​ທິ​ບໍ​ດີທ​ຣຳຍັງ​ບໍ່​ທັນ​ພ້ອມ​ທີ່​ຈະກັບ​ໄປ​ຫາຂໍ້​ຕົກ​ລົງ​ດ້ານ​ນິວ​ເຄ​ລຍ​ຂອງ​ອີ​ຣ່ານຄືນ​ອີກແລ້ວ ​ມັນ​ກໍ​ເປັນ​ໄປ​ໄດ້​ຍາກ​ ແມ່ນ​ແຕ່​ສຳ​ລັບ​ປະ​ເທດ​ພັນ​ທະ​ມິດເຊັ່ນ​ບັນ​ດາປະ​ເທດ​ຢູ​ໂຣບ ​ຈະ​ໃຫ້​ການ​ສະ​ໜັບ​ສະ​ໜຸນຕໍ່ການ​ເອົາ​ບາດ​ກ້າວຮຸນແຮງ​ຕໍ່​ອີ​ຣ່ານຢູ່​ໃນ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດໄດ້."

ທ່ານ ຮາສ​ຊານ ຣູ​ຮາ​ນີ (Hassan Rouhani) ປະ​ທາ​ນາ​ທິ​ບໍ​ດີອີ​ຣ່ານ ມີ​ກຳ​ນົດ​ທີ່​ຈະ​ຂຶ້ນ​ກ່າວ​ຄຳ​ປາ​ໄສໃນ​ວັນ​ພຸດມື້ນີ້ ຊຶ່ງ​ໃນ​ນັ້ນຄາດ​ວ່າ​ ທ່ານ​ຈະນຳ​ເອົາ​ແຜນ​ການ​ດ້ານ​ຄວາມ​ໝັ້ນ​ຄົງ​ຢູ່​ໃນ​ເຂດ​ອ່າວ​ເປີ​ເຊຍ​ມາ​ສະ​ເໜີ. ທັງທ່ານ​ຣູ​ຮາ​ນີ ແລະ​ທ່ານ ທ​ຣຳເວົ້າ​ວ່າ​ ພວກ​ເພິ່ນ​ບໍ່​ມີ​ເຈດ​ຕະ​ນາ​ທີ່​ຈະ​ພົບ​ປະ​ກັນ ແຕ່ທັງ​ສອງ​ທ່ານ​ກໍ​ບໍ່​ໄດ້ເວົ້າ​ວ່າ​ເລື້ອງນີ້ຈະ​ເປັນ​ເລື້ອງ​ທີ່ໄປບໍ່​ໄດ້ຢ່າງ​ສິ້ນ​ເຊີງ​ເລີຍ​.

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້​ເປັ​ນ​ພາ​ສາ​ອັງ​ກິດ

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດຢູ່​ຂ້າງ​ລຸ່ມນີ້

President Donald Trump delivered his scheduled speech at the UN General Assembly in New York Tuesday, where he gave what some see as an anti-globalist message, while calling for religious freedom worldwide. Trump, also, blasted Iran over its alleged recent attacks on Saudi oil facilities but indicated he is open to talks with Tehran. White House Correspondent Patsy Widakuswara has more.

It's President Trump's third speech at the United Nations, and this is his main message to world leaders.

President Donald Trump: "The future does not belong to globalists. The future belongs to patriots."

Also part of his message: his "America First" doctrine and his criticism of China over the ongoing tariff war.

President Donald Trump: "I will not accept a bad deal for the American people."

Trump also stressed issues of gender equality, an initiative led by his daughter Ivanka, and religious freedom, his administration's focus at UNGA this year.

President Donald Trump: "Americans will never tire, in our effort to defend and promote freedom of worship and religion."

A contrast to his 2018 speech. President Donald Trump: "The United States will not tell you how to live or work or worship."

A difference noted by Richard Gowan, the UN Director at the International Crisis Group.

Richard Gowan, International Crisis Group: "He likes talking about sovereignty because he wants to defend American sovereignty. But he also likes talking about religious issues, because that does play very well with a lot of Republican voters. And I don't think he's that worried about the contradiction."

Trump spent a substantial amount of time in his more than 30 minute speech on Iran. The U-S accuses Tehran of recent attacks on a Saudi oil facility.

But despite the sharp words, Trump is sticking to sanctions and showing restraint.

President Donald Trump:
"It is time for Iran's leaders to finally put the Iranian people first. America is ready to embrace friendship with all who genuinely seek peace and respect."

France, Germany and the U.K. have joined the U.S. in blaming Iran for the Saudi attacks. The Europeans have called on Iran to act more responsibly, in line with terms of the Iran nuclear deal which Trump has abandoned.

Richard Gowan, International Crisis Group:
"The general view in the UN, is that the key to stabilizing the situation is for the US to return to the Iranian nuclear deal. If President Trump is not ready to return to the Iranian deal, then it is very unlikely that even close allies like the Europeans are going to support strong actions at the UN against the Iranians."

Iranian president Hassan Rouhani is scheduled to give his speech on Wednesday, in which he is expected to present a security plan for the Gulf region. Rouhani and Trump are both saying they don't intend to meet, but neither man has completely ruled it out.

XS
SM
MD
LG