ຫຼັງຈາກທີ່ໄດ້ເອີ້ນຂໍ້ຕົກລົງໂຄງການນິວເຄລຍກັບອີຣ່ານ ມາເປັນເວລາຫຼາຍປີແລ້ວວ່າ
ແມ່ນຂໍ້ຕົກລົງ “ຜີບ້າ ຫາຍະນະ,” ແລະ “ໂງ່ຈ້າທີ່ສຸດບໍ່ເຄີຍມີມາກ່ອນແລ້ວ,” ໃນວັນ
ອັງຄານວານນີ້ ປະທານາທິບໍດີ ດໍໂນລ ທຣຳ ກໍໄດ້ຖອນ ສະຫະລັດ ອອກຈາກຂໍ້ຕົກລົງ
ດັ່ງກ່າວ. ການຕັດສິນໃຈຂອງທ່ານທຣຳ ໄດ້ກະທົບຢ່າງແຮງ ຕໍ່ສັນຍານິວເຄລຍກັບ
ອີຣ່ານ ທີ່ໄດ້ບັນລຸກັນ ໃນປີ 2015ລະຫວ່າງອີຣ່ານ ສະຫະລັດ ແລະ ພວກມະຫາ
ອຳນາດໂລກ 5 ປະເທດ. ບັດນີ້ ຄຳຖາມໃຫຽ່ໆ ມີຢູ່ວ່າ ພາກສ່ວນອື່ນໆ ຂອງຂໍ້ຕົກລົງ
ດັ່ງກ່າວ ກໍໄດ້ພັງທະລາຍໄປນຳກັນບໍ. ວັນນະສອນມີລາຍງານເລື່ອງນີ້ ຈາກນັກຂ່າວ
ວີໂອເອ ບິລ ກາໂລ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ພ້ອມໆກັບການຮ້ອງອອກມາວ່າ “ຄວາມຜິດທີ່ຍັງສະທ້ອນຢູ່,” ນັ້ນ ທ່ານດໍໂນລ ທຣຳ
ໄດ້ປະກາດວ່າ ສະຫະລັດຈະຖອນອອກຈາກຂໍ້ຕົກລົງໂຄງການນິວເຄລຍກັບອີຣ່ານ.
ທ່ານທຣຳ ປະກາດວ່າ “ຂໍ້ຕົກລົງກັບອີຣ່ານ ແມ່ນເໜົ່າເປື່ອຍໄປເຖິງແກນກາງຂອງມັນ.
ຖ້າພວກເຮົາບໍ່ເຮັດຫຍັງເລີຍ, ພວກເຮົາຮູ້ແລ້ວວ່າ ແມ່ນຫຍັງຈະເກີດຂຶ້ນ. ສະນັ້ນ
ຂ້າພະເຈົ້າຈຶ່ງປະກາດໃນມື້ນີ້ວ່າ ສະຫະລັດ ຈະຖອນຕົວອອກຈາກຂໍ້ຕົກລົງເລື່ອງ
ນິວເຄລຍກັບອີຣ່ານ.”
ທ່ານທຣຳ ໄດ້ນຳໃຊ້ຄືນທັນທີ ການລົງໂທດຕໍ່ອີຣ່ານ ຊຶ່ງໄດ້ຖືກຍົກເລິກໄປ ຍ້ອນວ່າ
ເປັນສ່ວນນຶ່ງຂອງຂໍ້ຕົກລົງດັ່ງກ່າວ.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກ່າວວ່າ “ການເອົາບາດກ້າວໃນມື້ນີ້
ສົ່ງສັນຍານທີ່ສຳຄັນວ່າ ສະຫະລັດ ບໍ່ຂົ່ມຂູ່ແບບປາກເປົ່າເສີຍໆອີກຕໍ່ໄປ. ເວລາຂ້າ
ພະເຈົ້າໃຫ້ຄຳໝັ້ນສັນຍາແລ້ວ ຂ້າພະເຈົ້າຈະຮັກສາມັນໄວ້.”
ເຊີນຊົມ: ປ. ທຣຳ ຖອນສະຫະຣັດ ອອກຈາກຂໍ້ຕົກລົງໂຄງການນິວເຄລຍກັບອີຣ່ານ
ໃນອີຣ່ານ ປະທານາທິບໍດີອີຣ່ານ ທ່ານຮັສຊານ ຣູຮານີ ກ່າວວ່າ ທ່ານເປີດກ້ວາງໄວ້ ແລະຍັງຍຶດໝັ້ນຕໍ່ຂໍ້ຕົກລົງດັ່ງກ່າວຢູ່ ແຕ່ໄດ້ເຕືອນວ່າ ເຕຫຣ່ານ ອາດຈະເລີ່ມກັ່ນ
ທາດຢູເຣນຽມຄືນໃໝ່ ຖ້າຫາກວ່າການເຈລະຈາລົ້ມແຫຼວ ຊຶ່ງທ່ານກ່າວເປັນພາສາ
ຟ່າຊີວ່າ “ຂ້າພະເຈົ້າໄດ້ອອກຄຳສັ່ງໄປຍັງອົງການພະລັງງານປະລະມານູ ໃຫ້ຕຽມ
ພ້ອມໃນການເອົາບາດກ້າວ ຖ້າຈຳເປັນ, ສະນັ້ນ ຖ້າຈຳເປັນ ພວກເຮົາກໍຈະສາມາດ
ເລີ່ມວຽກງານກັ່ນກອງໄດ້ໂດຍປາດສະຈາກ ຂໍ້ຈຳກັດໃດໆ.”
ພວກພາຄີທີ່ໃກ້ຊິດທີ່ສຸດຂອງສະຫະລັດ ໄດ້ເພີ່ມຄວາມພະຍາຍາມຂຶ້ນ ໃນນາທີສຸດທ້າຍ
ເພື່ອເກັ້ຽກ່ອມທ່ານທຣຳ ໃຫ້ຍຶດໝັ້ນໃນຂໍ້ຕົກລົງດັ່ງກ່າວຕໍ່ໄປ.
ທ່ານ ບໍຣິສ ຈອນສັນ ລັດຖະມົນຕີການຕ່າງປະເທດຂອງອັງກິດ ກ່າວວ່າ “ທ່ານຈະເຮັດແນວນັ້ນບໍ່ໄດ້ ດ້ວຍການໂຍນເດັກທາລົກລົງໄປໃນອ່າງນ້ຳ ໂດຍທີ່ບໍ່ໄດ້ທຳ
ຄວາມສະອາດໃຫ້ດີກ່ອນ. ເພາະວ່າ ຖ້າຫາກທ່ານເຮັດເຊັ່ນນັ້ນ, ທ່ານກໍຈະຕ້ອງໄດ້
ຕອບຄຳຖາມທີ່ວ່າ ແມ່ນຫຍັງ ຈະຫຽັງຈະເກີດຂຶ້ນຕໍ່ໄປ.”
ໂຄງການນິວເຄລຍກັບອີຣ່ານ ປີ 2015 ໄດ້ລົງນາມກັນ ລະຫວ່າງອີຣ່ານ ສະຫະລັດ
ອັງກິດ ຈີນ ຝຣັ່ງ ຣັດເຊຍ ແລະເຢຍຣະມັນ.
ທ່ານທຣຳ ໄດ້ຈົ່ມວ່າ ໂຄງການດັ່ງກ່າວນີ້ ໄດ້ປ່ອຍໃຫ້ອີຣ່ານ ກັບຄືນໄປເລີ່ມກິດຈະກຳ
ບາງຢ່າງກ່ຽວກັບໂຄງການນິວເຄລຍ ຫຼັງຈາກ 10 ປີ ແລ້ວ.
ເຊີນຊົມ: ປະຕິກິລິຍາ ຂອງປ. ທຣຳ
ທ່ານບໍ່ມັກກໍເພາະວ່າ ມັນບໍ່ໄດ້ກ່າວເຖິງການທີ່ອີຣ່ານ ໄດ້ສະໜັບສະໜຸນ ກຸ່ມຫົວ
ຮຸນແຮງຕ່າງໆ.
ແລະທ່ານບໍ່ພໍໃຈ ກໍເພາະວ່າ ມັນບໍ່ໄດ້ຈຳກັດໂຄງການລູກສອນໄຟຂີປະນາວຸດເລີຍ.
ທ່ານ ຈອນ ເຄັນເນີດີ ສະມາຊິກພັກຣີພັບບລິກັນ ຈາກລັດ ລຸຍເຊຍນາ ກ່າວວ່າ
“ທ່ານຈະປ່ອຍໃຫ້ຜູ້ນຳທາງການເມືອງ ຂອງບັນດາປະເທດທີ່ສຳຄັນໃນພາກຕາ
ເວັນອອກກາງ ກະທຳຕາມທ່ານອາຢາໂທລາເຮັດບໍ່ໄດ້. ມັນຜິດ, ມັນບໍ່ມີສິນທຳ
ມັນບໍ່ດີສຳລັບຊາວອີຣ່ານ ແລະມັນກໍບໍ່ດີຕໍ່ໂລກເຮົາ. ພວກເຮົາໄດ້ຮຽກຮ້ອງໃຫ້ເພິ່ນ
ເຊົາ ແລະການທູດ ແມ່ນດຳເນີນການບໍ່ໄດ້ ແລະບາງເທື່ອ ທ່ານກໍຈະໄດ້ເຮັດ
ໃນສິ່ງທີ່ທ່ານຕ້ອງໄດ້ເຮັດ.”
ບາງຄົນເວົ້າວ່າ ຖ້າປາດສະຈາກສະຫະລັດ, ມັນບໍ່ຈະແຈ້ງວ່າ ຂໍ້ຕົກລົງນີ້ຈະຢືນຢູ່ໄດ້
ດົນປານໃດ ຄືຊິບໍ່ດົນດອກ.
ທ່ານໂຣເບີຣ໌ດ ອີຮອນ ຈາກສະຖາບັນບຣຸກຄິງ ກ່າວວ່າ “ນີ້ບໍ່ໄດ້ໝາຍຄວາມວ່າ
ຜົນຂອງມັນຈະແຕກຫັກລົງໃນທັນທີ. ມັນອາດຈະບໍ່ພັງລົງ. ແຕ່ວ່າ ໃນທີ່ສຸດມັນ
ຈະນຳໄປສູ່ການພັງທະລາຍລົງ ແລະແລ້ວອີຣ່ານເອງ ກໍຈະເປັນຜູ້ຕັດສິນໃຈທີ່
ຈະຖອນຕົວອອກ.”
ສຳລັບບາງພວກແລ້ວນັ້ນ, ນີ້ແມ່ນວ່າ ມັນອາດຈະເຮັດໃຫ້ອີຣ່ານ ຄອບຄອງໂຄງການ
ນິວເຄລຍ ໄດ້ ໃນທີ່ສຸດ.
ທ່ານເບັນ ຟຣີເມນ (Ben Friedman) ຈາກອົງການ ດີເຟັນສ ໄພຣອໍຣີຕີສ
(Defense Priorities) ກ່າວວ່າ “ຕອນທີ່ທ່ານໄດ້ເຊັນສັນຍາໃນຂໍ້ຕົກລົງໃດນຶ່ງ
ແລະພາຍໃນ 2 ປີ ທ່ານປ່ຽນລັດຖະບານປົກຄອງ ແລະລັດຖະບານຊຸດໃໝ່ກໍຈະ
ປ່ຽນແປງ ຂໍ້ຕົກລົງ, ແນ່ນອນ ມັນເຮັດໃຫ້ບັນດາປະເທດອື່ນໆ ທີ່ອາດກ້າວເຂົ້າໄປ
ເຮັດຂໍ້ຕົກລົງ ທີ່ໃຫຍ່ກວ່າທ່ານ - ໂດຍສະເພາະບັນດາປະເທດ ເຊັ່ນ ເກົາຫຼີເໜືອ ທີ່ຄ້າຍຄືກັນກັບອີຣ່ານ ທີ່ສຸດ ຫຼາຍກວ່າປະເທດອື່ນໆທີ່ພວກເຮົາກ່ຽວຂ້ອງພົວພັນ
ດ້ວຍ. ຄືມັນຕ້ອງຄິດແລ້ວຄິດອີກ.”
ທ່ານທຣຳ ໄດ້ກ່າວວ່າ ທ່ານສົນໃຈທີ່ຈະເຈລະຈາໃນຂໍ້ຕົກລົງອັນໃໝ່ກັບອີຣ່ານ. ເຖິງຢ່າງນັ້ນກໍຕາມ ທ່ານໄດ້ກ່າວແບບດຽວກັນນີ້ ຫຼັງຈາກທີ່ໄດ້ຖອນສະຫະລັດ ອອກຈາກສັນຍາກ່ຽວກັບດິນຟ້າອາກາດປາຣີ ແລະຂໍ້ຕົກລົງການຄ້າຂ້າມມະຫາສະໝຸດ
ປາຊິຟິກ ຫຼື TTP. ຈົນເທົ່າເຖິງປັດຈຸບັນນີ້ ຍັງບໍ່ທັນມີການເຈລະຈາທີ່ປະສົບຜົນສຳເລັດ
ເທື່ອ.