ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມາດ​ຕະ​ການ ຕໍ່​ອີ​ຣ່ານ ຂອງ​ ປ. ​ທ​ຣຳ ຍັງ​ຄົງ​ຢູ່​ພາຍ​ໃຕ້ ການກວດ​ສອບ ຂອງ​ລັດ​ຖະ​ສະ​ພາ​ ຢູ່


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຖະ​ແຫລງ ກ່ຽວ​ກັບ ອີ​ຣ່ານ ໂດຍ​ມີ​​ຫົວ​ໜ້າ​ເສ​ນາ​ທິ​ການກອງ​ທັບ​ບົກ ​ສະ​ຫະ​ລັດ ນາຍ​ພົນ ເຈມ​ສ໌ ເມັກ​ຄອນ​ວີ​ລ ປະ​ທານ​ເສ​ນາ​ທິ​ການ​ຮ່ວມ​ນາ​ພົນ​ກອງ​ທັບ​ບົກ ມາກ ມີ​ລ​ລີ ແລະ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໄມ​ຄ໌ ເພັ​ນ​ສ໌ ຢືນ​ຢູ່​ຄຽງ​ຂ້າງ.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຖະ​ແຫລງ ກ່ຽວ​ກັບ ອີ​ຣ່ານ ໂດຍ​ມີ​​ຫົວ​ໜ້າ​ເສ​ນາ​ທິ​ການກອງ​ທັບ​ບົກ ​ສະ​ຫະ​ລັດ ນາຍ​ພົນ ເຈມ​ສ໌ ເມັກ​ຄອນ​ວີ​ລ ປະ​ທານ​ເສ​ນາ​ທິ​ການ​ຮ່ວມ​ນາ​ພົນ​ກອງ​ທັບ​ບົກ ມາກ ມີ​ລ​ລີ ແລະ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໄມ​ຄ໌ ເພັ​ນ​ສ໌ ຢືນ​ຢູ່​ຄຽງ​ຂ້າງ.

ໃນ​ນະ​ຄອນຫຼວງ​ເຕ​ຫະ​ຣ່ານ ການ​ປະ​ທ້ວງ​ຕໍ່​ຕ້ານ​ການ​ສັງ​ຫານ​ຜູ້​ບັນ​ຊາ​ການ ກອງ​ກຳ​ລັງ​ຄຸ​ສ ນາຍ​ພົນ ກາ​ສ​ເຊມ ຊູ​ເລ​ມາ​ນີ ເມື່ອ​ອາ​ທິດ​ແລ້ວນີ້ ໄດ້​ຖືກ​ສັບ​ປ່ຽນ​ໂດຍ​ການ​ເດີນ​ຂະ​ບວນ​ປະ​ທ້ວງ ທີ່​ສະ​ແດງ​ອອກ​ເຖິງ​ຄວາມ​ໂສກ​ເສົ້າ​ເສຍ​ໃຈ ແລະ​ຄວາມ​ໂກດ​ແຄ້ນ ຕໍ່​ສິ່ງ​ທີ່​ລັດ​ຖະ​ບານ​ໄດ້​ຍອມ​ຮັບ​ວ່າ ເປັນ​ອຸ​ບັດ​ເຫດ​ໃນ​ການ​ຍິງ​ເຮືອ​ບິນ​ອາຍ​ພົນ​ໂດຍ​ສານ​ຂອງ​ຢູ​ເຄ​ຣນ​ຕົກ ທີ່​ໄດ້​ສັງ​ຫານ​ໝົດ​ທຸກ​ຄົນ​ຢູ່​ໃນ​ເຮືອ​ບິນ.

ທ່າ​ມ​ກາງ​ຄວາມ​ສົນ​ລະ​ວົນວຸ້ນ​ວາຍ​ທີ່​ເກີດ​ຂຶ້ນ​ໃນ​ອີ​ຣ່ານ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ຊັ່ງ​ຊາ​ເບິ່ງ​ໃນ​ວັນ​ອາ​ທິດ​ວານນີ້ ໂດຍ​ຂຽນ​ຂໍ້​ຄວາມ​ລົງ​ໃນ​ທວີດ​ເຕີ້​ວ່າ: “ເຖິງ ບັນ​ດາ​ຜູ້​ນຳ​ຂອງ​ອີ​ຣ່ານ​ທັງຫຼາຍ ຢ່າ​ເຂັ່ນ​ຂ້າ​ພວກ​ປະ​ທ້ວງ​ຂອງ​ພວກ​ເຈົ້າ. ຫຼາຍ​ພັນ​ຄົນ​ໄດ້​ຖືກ​ຂ້າ​ຕາຍ​ໄປ​ແລ້ວ ຫຼື ຖືກ​ຈັບ​ຂັງ​ໂດຍ​ພວກ​ເຈົ້າ ແລະ ໂລກ​ກຳ​ລັງ​ຈັບ​ຕາ​ເບິ່ງ​ຢູ່. ສິ່ງ​ທີ່​ສຳ​ຄັນ​ກວ່ານັ້ນ ສະ​ຫະ​ລັດ ກຳ​ລັງ​ຈັບ​ຕາ​ເບິ່ງ​ຢູ່.”

ເອກ​ອັກ​ຄະ​ລັດ​ຖະ​ທູ​ດ ສະ​ຫະ​ລັດ ທ່ານ​ໂຣ​ເບີດ ໂອບ​ຣາຍ​ແອນ ທັງ​ເປັນ​ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ໄດ້​ກ່າວ ວ່າ “ອັນ​ນີ້ ບໍ່​ໄດ້​ເປັນ​ສັບ​ປະ​ດາ​ທີ່​ດີ ສຳ​ລັບ​ລະ​ບອບ​ການ​ປົກ​ຄອງ​ຂອງ​ອີ​ຣ່ານ ອັນ​ນັ້ນ​ເປັ​ນ​ເລື້ອງ​ທີ່​ແນ່ນອນ.”

ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ໄດ້​ກ່າວໃນ​ລາຍ​ການ​ This Week ຂອງໂທ​ລະ​ພາບ ABC ວ່າ ຄະ​ນະ​ລັດ​ຖະ​ບານ ບໍ່​ຢາກ​ເຮັດ​ສົງ​ຄາມ ແຕ່​ຈະ​ສືບ​ຕໍ່​ກົດ​ດັນ​ເພື່ອ​ໃຫ້​ເກີດ​ການ​ປ່ຽນ​ແປງ​ໃນ​ອີ​ຣ່ານ.

ທ່ານ​ໂອບ​ຣາຍ​ແອນ ໄດ້ເວົ້າ​ອີກວ່າ “​ພວ​ກ​ເຮົາ​ຈະ​ສະ​ໜັບ​ສະ​ໜຸນ​ສິດ​ທິ​ມະ​ນຸດ. ສິ່ງ​ທີ່​ດີ​ສຸດ ທີ່​ພວກ​ເຮົາ​ສາ​ມາດ​ເຮັດ​ໄດ້ ສຳ​ລັບ​ປະ​ຊາ​ຊົນ​ຊາວ​ອີ​ຣ່ານ ແລະ​ສຳ​ລັບ​ໂລກ ແມ່ນ​ສືບ​ຕໍ່ການກົດ​ດັນ​ຢ່າງສູງ​ສຸດ ເພື່ອ​ຮັບ​ປະ​ກັນ​ວ່າ ລະ​ບອບ​ປົກ​ຄອງ​ຂອງ​ອີ​ຣ່ານ ຈະ​ບໍ່ຄອບ​ຄອງ​ອາ​ຍຸດ​ນິວ​ເຄ​ລຍ​ເລີຍ ຍຸ​ຕິກິດ​ຈະ​ການ​ທັງຫຼາຍ​ຂອງ​ການກໍ່​ການ​ຮ້າຍ​ໃນ​ພາກ​ພື້ນ ແລະ​ຫລຸດ​ຜ່ອນ​ໂຄງ​ການລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ.”

ສ່ວນ​ຢູ່​ທີ່​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ​ບັນ​ດາ​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ ແລະ​ສະ​ມາ​ຊິກ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ​ບາງ​ສ່ວນ ແມ່ນບໍ່​ຄ່ອຍ​ພໍ​ໃຈ​ປານ​ໃດ ໂດຍ​ກ່າວ​ອ້າງວ່າ ​ທຳ​ນຽບ​ຂາວ ບໍ່​ໄດ້​ສະ​ໜອງຫຼັກ​ຖານ​ທີ່ສົມ​ເຫດ​ສົມ​ຜົນຕໍ່​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ ທີ່​ໄດ້​ສັງ​ຫານ​ທ່ານ​ຊູ​ເລ​ມາ​ນີ ໃນ​ອີ​ຣັກ.

ຜູ້​ນຳ​ສຽງ​ສ່ວນ​ນ້ອຍ​ຈາກ​ພັກ​ເດ​ໂມ​ແຄ​ຣັດ ທ່ານ​ຊັກ​ຈ໌ ຊູ​ເມີ ໄດ້​ກ່າວ​ວ່າ “ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ຕັດ​ສິນ​ໃຈ ຢ່າງຜິດ​ພາດ ແລະແບບບໍ່​ໄດ້​ຄິດ​ເສຍ​ກ່ອນ ຫຼາຍ​ເທື່ອແລ້ວ ​ໃນເມື່ອເປັນ​ເລື້ອງ​ຂອງ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ທີ່ບໍ່ໄດ້​ເຮັດ​ໃຫ້​ຊາວ​ອາ​ເມ​ຣິ​ກັນ​ປອດ​ໄພຫຼາຍ​ຂຶ້ນ ​ຫາກແຕ່​ເຮັດ​ໃຫ້ກອງ​ກຳ​ລັງ​ຂອງ​ອາ​ເມ​ຣິ​ກາ ຕົກ​ເປັນ​ໄພ​ອັນ​ຕະ​ລາຍແທນ.”

In Tehran, last week's protests against the killing of Quds Force commander Qassem Soleimani have been replaced by demonstrations expressing sorrow and anger over what the government admits was an accidental shootdown of a Ukrainian passenger jet, killing all on board.

Amid the upheaval gripping Iran, U.S. President Donald Trump weighed in Sunday, tweeting: "To the leaders of Iran - DO NOT KILL YOUR PROTESTERS. Thousands have already been killed or imprisoned by you, and the World is watching. More importantly, the USA is watching."

(Amb. Robert O'Brien, National Security Adviser)
"This has not been a good week for the Iranian regime, that's for sure."

National Security Adviser Robert O'Brien told ABC's "This Week" the administration doesn't want war but will continue pressuring for change in Iran.

(Amb. Robert O'Brien, National Security Adviser)
"We're going to support human rights. The best thing we can do for the Iranian people and for the world is to continue our maximum pressure campaign to ensure that the Iranian regime never obtains a nuclear weapon, stops their terrorist activities in the region and cuts back on their ballistic missile program."

On Capitol Hill, Democrats and some Republicans are dissatisfied, alleging the White House has failed to provide evidence justifying the missile strike that killed Soleimani in Iraq.

(Sen. Chuck Schumer, Democratic Minority Leader)
"The president has made several erratic and impulsive decisions when it comes to foreign policy that have made Americans less safe, putting even more American forces in harm's way."

XS
SM
MD
LG