ປະທານາທິບໍດີ ດໍໂນລ ທຣຳ ພ້ອມກັບສະຕີໝາຍເລກນຶ່ງທ່ານນາງ ເມລາເນຍ ທຣຳ
ໄດ້ເດີນທາງໄປຢ້ຽມຢາມໂບດ ຕົ້ນໄມ້ແຫ່ງຊີວິດຂອງຊາວ ຢິວ ໃນເມືອງ ພິດສເບີກ,
ບ່ອນທີ່ມືປືນໄດ້ສັງຫານໝູ່ ຜູ້ໄປສູດມົນ 11 ຄົນ ໃນລະຫວ່າງພິທີທາງສາສະໜາຂອງ
ຊາວຢິວ ເມື່ອວັນເສົາທີ່ຜ່ານມາ.
ທ່ານ ທຣຳ ໄດ້ຈັບມືກັບຜູ້ນຳສາສະໜາ ຢິວ ທ່ານ ເຈັຟຟຣີ ມາຍເຢີ ແລະ ເອກອັກຄະ
ລັດຖະທູດ ອິສຣາແອລ ປະຈຳສະຫະລັດ ທ່ານ ຣອນ ເດີເມີ.
ລູກເຂີຍຂອງທ່ານ ທຣຳ, ທ່ານ ຈາເຣັດ ຄຸສເນີ ທີ່ໃສ່ຊຸດ ຢາມູລກີ ຂອງຊາວຢິວ ແລະ
ລູກສາວ, ທ່ານນາງ ອີວານກາ ທຣຳ, ຜູ້ທີ່ໄດ້ປ່ຽນໄປນັບຖືສາສະໜາ ຢິວ ຕອນທີ່
ລາວໄດ້ແຕ່ງງານ ກັບທ່ານ ຄຸສເນີ ນັ້ນ, ກໍໄດ້ເດີນທາງໄປຮ່ວມກັບທ່ານປະທານາທິ
ບໍດີ.
ທ່ານ ດໍໂນລ ແລະ ທ່ານນາງ ເມລາເນຍ ທຣຳ ໄດ້ວາງກ້ອນຫີນໃສ່ດາວແຫ່ງ ເດວິດ
11 ດວງທີ່ຕັ້ງຂຶ້ນຢູ່ນອກໂບດ ຢິວ. ການວາງກ້ອນຫີນໃສ່ຂຸມຝັງສົບ ຫຼື ການສະຖານ
ທີ່ລະນຶກເຖິງ ແມ່ນປະເພນີບູຮານຂອງຊາວ ຢິວ.
ໂຄສົກທຳນຽບຂາວ ທ່ານນາງ ຊາຣາ ຮັກຄາບີແຊນເດີສ໌ ໄດ້ກ່າວຕໍ່ບັນດານັກຂ່າວວ່າ
“ທ່ານປະທານາທິບໍດີຮູ້ສຶກຫວັ່ນໄຫວຫຼາຍໃນການຢ້ຽມຢາມ ແລະ ການໃຊ້ເວລາຂອງ
ທ່ານກັບຜູ້ນຳສາສະໜາຢິວ ແລະ ໄດ້ເອີ້ນມັນວ່າເຈັບປວດ ແລະ ໂສກເສົ້າ.”
ພວກຜູ້ປະທ້ວງຈຳນວນຫຼາຍ, ຜູ້ທີ່ເຊື່ອວ່າການຢ້ຽມຢາມຂອງທ່ານ ທຣຳ ແມ່ນບໍ່
ເໝາະສົມນັ້ນ, ໄດ້ເດີນຂະບວນຢູ່ໃກ້ກັບໂບດຢິວດັ່ງກ່າວ. ຫຼາຍຄົນໄດ້ຮ້ອງຄຳວ່າ
“ຫັນຫຼັງກັບຄືນໄປ,” ເຊິ່ງເຂົາເຈົ້າໄດ້ຄາດວ່າຂະບວນລົດຂອງທ່ານປະທານາທິບໍດີ
ຈະຜ່ານກາຍ.
ທ່ານ ທຣຳ ຍັງໄດ້ພົບປະກັບເຈົ້າໜ້າທີ່ຕຳຫຼວດ 3 ຄົນຢູ່ໂຮງໝໍ ຜູ້ທີ່ໄດ້ຮັບບາດເຈັບ
ໃນການຍິງກັນຢູ່ໂບດຢິວ ແລະ ບັນດາແພດໝໍຜູ້ທີ່ປິ່ນປົວເຂົາເຈົ້າ.
ຫຼັງຈາກນັ້ນທ່ານປະທານາທິບໍດີ ກໍໄດ້ໃຊ້ເວລານຶ່ງຊົ່ວໂມງລົມກັບ ນາງ ເພັກ ດູຣັຈ໌ໂກ
(Peg Durachko) ເຊິ່ງຜົວຂອງລາວ, ດຣ. ຣິເຈີດ ກັອທ໌ຟຣາຍດ໌ (Richard
Gottfried) ແມ່ນນຶ່ງໃນຜູ້ເສຍຊີວິດ 11 ຄົນນັ້ນ.
ທ່ານນາງ ແຊນເດີສ໌ ໄດ້ກ່າວວ່າ “ນາງ ເພັກ ໄດ້ເວົ້າວ່າລາວຢາກພົບກັບທ່ານປະທາ
ນາທິບໍດີ ເພື່ອໃຫ້ທ່ານຮູ້ວ່າ ປະຊາຊົນຢາກໃຫ້ທ່ານມາທີ່ນີ້.”
ແຕ່ພວກຜູ້ປະທ້ວງ, ພ້ອມກັບນັກການເມືອງ ແລະ ຜູ້ນຳຊາວຢິວ ບາງຄົນນັ້ນ, ຢາກ
ໃຫ້ທ່ານ ທຣຳ ຢູ່ຫ່າງຈາກເມືອງ ພິດສເບີກ ຈົນກວ່າທ່ານຈະກ່າວປະນາມພວກຄົນ
ຜິວຂາວຫົວຊາດນິຍົມຢ່າງໜັກແໜ້ນ.
ເຂົາເຈົ້າເຊື່ອວ່າຄຳເຫັນຂອງທ່ານທີ່ວ່າ ມັນມີ “ຄົນທີ່ດີຫຼາຍບາງຄົນ” ຢູ່ໃນກຸ່ມນາຊີ
ໃໝ່ ຜູ້ທີ່ໄດ້ເດີນຂະບວນໃນເມືອງ ຊາລັອດສວິລ, ລັດເວີຈິເນຍ, ປີກາຍນີ້, ພ້ອມກັບ
ການຟ້ອງຮ້ອງຂອງທ່ານ ກ່ຽວກັບ ສື່ມວນຊົນ ແລະຄົນເຂົ້າເມືອງນັ້ນ, ວ່າເປັນການ
ຍຸແຍ່ໃຫ້ພວກຂວາຈັດ ໃຊ້ຄວາມຮຸນແຮງ.
ບັນດາຜູ້ນຳລັດຖະສະພາລະດັບສູງຫຼາຍຄົນ ຈາກທັງສອງພັກການເມືອງ ໄດ້ປະຕິ
ເສດການເຊື້ອເຊີນຂອງທ່ານ ທຣຳ ເພື່ອໄປຮ່ວມໃນການເດີນທາງຂອງທ່ານ.