ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ປ. ທຣຳ ໃນການໂອ້ລົມທາງໂທລະສັບ ໄດ້ຂໍຮ້ອງ ຕໍ່ບັນດາເຈົ້າໜ້າທີ່ ລັດຈໍເຈຍ ໃຫ້ພິກປີ້ນ ຄວາມຜ່າຍແພ້ ໃນການເລືອກຕັ້ງຂອງທ່ານ


ປະທານາທິບໍດີ ດໍໂນລ ທຣຳ ກຳລັງຍ່າງຂຶ້ນ ເຮືອບິນປະຈຳຕຳແໜ່ງ Air Force One ຢູ່ທີ່ສະໜາມບິນສາກົນ ພາລມ໌ ບີດຈ໌ (Palm Beach International Airport,) ໃນເມືອງພາລມ໌ ບີດຈ໌ ຕາເວັນຕົກ ຂອງລັດຟລໍຣີດາ, ວັນທີ 31 ທັນວາ 2020.
ປະທານາທິບໍດີ ດໍໂນລ ທຣຳ ກຳລັງຍ່າງຂຶ້ນ ເຮືອບິນປະຈຳຕຳແໜ່ງ Air Force One ຢູ່ທີ່ສະໜາມບິນສາກົນ ພາລມ໌ ບີດຈ໌ (Palm Beach International Airport,) ໃນເມືອງພາລມ໌ ບີດຈ໌ ຕາເວັນຕົກ ຂອງລັດຟລໍຣີດາ, ວັນທີ 31 ທັນວາ 2020.

ໃນການໂອ້ລົມທາງໂທລະສັບທີ່ບໍ່ທຳມະດາ ໃນວັນເສົາຜ່ານມານີ້ ປະທານາທິບໍ ດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ຂໍຮ້ອງຕໍ່ບັນດາເຈົ້າໜ້າທີ່ເລືອກຕັ້ງ ໃນລັດຈໍເຈຍທາງພາກໃຕ້ຂອງປະເທດ ໃຫ້ຊອກຫາຄະແນນສຽງ ໃຫ້ທ່ານພຽງພໍ ເພື່ອພິກປີ້ນການເສຍໄຊທີ່ສຳຄັນຂອງທ່ານຢູ່ທີ່ລັດດັ່ງກ່າວ ຕໍ່ທ່ານໄບເດັນ ທີ່ໄດ້ຖືກເລືອກໃຫ້ເປັນປະທານາທິບໍດີຄົນໃໝ່.

“ສະນັ້ນ ຈັ່ງຊີ້. ສິ່ງທີ່ຂ້ອຍຢາກໃຫ້ເຮັດແມ່ນຈັ່ງຊີ້. ຂ້ອຍພຽງຢາກໃຫ້ຊອກຫາ 11,780 ຄະແນນ ຊຶ່ງແມ່ນຫຼາຍກວ່າທີ່ພວກເຮົາມີ. ເພາະວ່າພວກເຮົາໄດ້ຊະ ນະລັດນີ້” ນັ້ນແມ່ນຄຳເວົ້າຂອງທ່ານທຣຳ ທີ່ໄດ້ກ່າວຕໍ່ເຈົ້າໜ້າທີ່ເລືອກຕັ້ງຂັ້ນສູງຂອງລັດດັ່ງກ່າວ ຄືທ່ານແບຣດ ຣາຟເຟັນສເປີເກີຣ໌ ຜູ້ຮັບຜິດຊອບໃນການເລືອກຕັ້ງຂອງລັດຈໍເຈຍສັງກັດພັກຣີພັບບລີກັນ ໃນການສົນທະນາທາງໂທລະ ສັບທີ່ໄດ້ຖືກບັນທຶກໄວ້ ຊຶ່ງໜັງສືພິມວໍຊິງຕັນໂພສໄດ້ຮັບມາ ແລະໄດ້ນຳພິມອອກເຜີຍແຜ່ ເມື່ອຕອນບາຍວັນອາທິດວານນີ້.

ໃນການສົນທະນາທາງໂທລະສັບທີ່ມີຄວາມຍາວນຶ່ງຊົ່ວໂມງນັ້ນ ທ່ານທຣຳ ໃນບາງຄັ້ງໄດ້ກ່າວຫາ ທ່ານຣາຟເຟັນສເປີເກີຣ໌ ແລະບາງຄັ້ງໄດ້ກ່າວຍ້ອງຍໍທ່ານ ແລະ ເຈົ້າໜ້າທີ່ສຳນັກງານທີ່ປຶກສາທົ່ວໄປຂອງທ່ານ ຄືທ່ານຣາຍແອນ ເຈີຣມານີ. ທ່ານປະທານາທິບໍດີ ໄດ້ມີຂໍ້ຂັດແຍ້ງຕໍ່ຄວາມຖືກຕ້ອງຂອງການນັບຄະ ແນນຄືນໃໝ່ 3 ຄັ້ງຕ່າງກັນ ໃນລັດຈໍເຈຍ ທີ່ໄດ້ສະແດງໃຫ້ເຫັນວ່າ ທ່ານໄບເດັນ ໄດ້ເປັນຜູ້ສະໝັກແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກເດໂມແຄຣັດ ຄົນທຳອິດ ທີ່ໄດ້ເອົາຊະນະລັດນີ້ ນັບຕັ້ງແຕ່ ປີ 1992 ເປັນຕົ້ນມາ.

ໃນວັນອາທິດວານນີ້ ທ່ານທຣຳໄດ້ຂຽນລົງທວິດເຕີ້ ທີ່ກ່າວວ່າ “ຂ້າພະເຈົ້າໄດ້ລົມກັບຜູ້ຮັບຜິດຊອບການເລືອກຕັ້ງຂອງລັດ ທ່ານແບຣດ ຣາຟເຟັນສເປີເກີຣ໌ ໃນມື້ວານນີ້ ກ່ຽວກັບເຂດເທດສະບານ ຟູລຕັນ ຄາວຕີ້ ແລະການສໍ້ໂກງຂອງ ຜູ້ລົງຄະແນນສຽງໃນລັດຈໍເຈຍ. ທ່ານບໍ່ໄດ້ເຕັມໃຈ ຫຼືບໍ່ສາມາດຕອບຄຳຖາມຕ່າງໆ ເຊັ່ນວ່າ ‘ພວກບັດເລືອກຕັ້ງຢູ່ໃຕ້ໂຕະ’ ທີ່ສໍ້ໂກງ, ການທຳລາຍບັດເລືອກຕັ້ງ, ‘ພວກມີສິດອອກສຽງ’ ຈາກລັດອື່ນ, ພວກມີິສິດອອກສຽງທີ່ຕາຍແລ້ວ ແລະຫຼາຍຢ່າງອີກ. ທ່ານບໍ່ຮູ້ຫຍັງເລີຍ!”

ລິ້ງທວິດເຕີ້ຂອງທ່ານທຣຳ: https://twitter.com/realDonaldTrump/status/1345731043861659650

ໃນຮູບແບບປະຊາທິປະໄຕໂດຍທາງອ້ອມຂອງສະຫະລັດນັ້ນ ທ່ານໄບເດັນ ຜູ້ທີ່ໄດ້ຊະນະຄະແນນສຽງປະຊານິຍົມໃນລັດ ກໍໄດ້ຊະນະຄະແນນສຽງຜູ້ແທນຂອງລັດຈໍເຈຍ ຊຶ່ງນຳໄປສູ່ໄຊຊະນະໃນການເລືອກຕັ້ງ ດ້ວຍຄະແນນຜູ້ແທນລັດ ຫຼື Electoral College 306 ຕໍ່ 232 ຄະແນນ.

ໃນວັນພຸດຈະມາເຖິງນີ້ ກອງປະຊຸມຄົບຄະນະຂອງລັດຖະສະພາ ພ້ອມກັບຮອງປະທານາທິບໍດີ ໄມຄ໌ ເພັນສ ຈະເປັນປະທານ ໃນກອງປະຊຸມ. ສະມາຊິກສະ ພາສູງສະຫະລັດຈາກພັກຣີພັບບລີກັນ ຢ່າງໜ້ອຍ 12 ຄົນ ໄດ້ກ່າວວ່າ ພວກເພິ່ນຈະເຂົ້າຮ່ວມ ກັບບັນດາສະມາຊິກສະພາຕ່ຳຈາກພັກຣີພັບບລີກັນ ທີ່ບໍ່ຮູ້ຈັກຈຳນວນເທື່ອ ໃນການຄັດຄ້ານຕໍ່ການຢັ້ງຢືນຄະແນນສຽງບັນດາຜູ້ແທນລັດ ສຳ ລັບທ່ານໄບເດັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG