ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ມາ​ຊິກ​ສະ​ພາ​ຕ່ຳ ຈາກ​ພັກ​ເດ​ໂມ​ແຄ​ຣັດ ເປີດ​ການ​ສືບ​ສວນ ເພື່ອ​ຟ້ອງ​ຮ້ອງ​ ປ. ທ​ຣຳ ຢ່າງ​ເປີດ​ເຜີຍ ໃນ​ມື້ນີ້


ແສງ​ເດືອນ​ສາດ​ສ່ອງ​ຜ່ານ​ໝູ່ເມກ​ລົງ​ໄປ​ຫາທຳ​ນຽບ​ຂາວ ໃນນະ​ຄອນ​ຫລວງວໍ​ຊິງ​ຕັນ ໃນ​ຄ່ຳ​ຄືນ​ຂອງວັນ 12 ພະ​ຈິກ, 2019 ຄືນກ່ອນຈະ​ມີ​​ການ​ຮັບ​ຟັງ​ຄຳ​ໃຫ້ການ​ແບບ​ເປີດ​ເຜີຍ ຈັດ​ຂຶ້ນຢູ່​ລັດ​ຖະ​ສະ​ພາ ​ໃນ​ມື້ນີ້
ແສງ​ເດືອນ​ສາດ​ສ່ອງ​ຜ່ານ​ໝູ່ເມກ​ລົງ​ໄປ​ຫາທຳ​ນຽບ​ຂາວ ໃນນະ​ຄອນ​ຫລວງວໍ​ຊິງ​ຕັນ ໃນ​ຄ່ຳ​ຄືນ​ຂອງວັນ 12 ພະ​ຈິກ, 2019 ຄືນກ່ອນຈະ​ມີ​​ການ​ຮັບ​ຟັງ​ຄຳ​ໃຫ້ການ​ແບບ​ເປີດ​ເຜີຍ ຈັດ​ຂຶ້ນຢູ່​ລັດ​ຖະ​ສະ​ພາ ​ໃນ​ມື້ນີ້

ບັນດາສະມາຊິກສະພາຕໍ່າສັງກັດພັກເດໂມແຄຣັດ ໄດ້ເລີ້ມຕົ້ນຂັ້ນ​ຕອນໃໝ່ ຂອງການສືບສວນເພື່ອ ຟ້ອງຮ້ອງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣໍາ ໃນວັນພຸດມື້ນີ້ ໂດຍ​ໄດ້​ຈັດ​ໃຫ້​ມີ​ການ​ຮັບ​ຟັງ​ຄຳ​ໃຫ້​ການ​ແບບ​ເປີດ​ເຜີຍ ຮອບ​ທຳ​ອິດ ຈາກ​ບັນ​ດາ​ເຈົ້າ​ໜ້າ​ທີ່ຄະ​ນະ​ລັດ​ຖະ​ບານຂອງ​ທ່ານ​ທ​ຣຳ ຜູ້​ດຳ​ລົງ​ຕຳ​ແໜ່ງໃນ​ປັດຈຸ​ບັນ ແລະໃນອະ​ດີດ. ບັນ​ດາ​ພະ​ຍານ​ເຫລົ່າ​ນັ້ນ ຈະ​ສະ​ໜອງລາຍ​ລະ​ອຽດເພື່ອໃຫ້​ເຫັນ​ພາບ ​ຕາມ​ການ​ກ່າວ​ຫາທີ່​ວ່າ ​ທ່ານທ​ຣຳ ໄດ້​ຂໍ​ຮ້ອງໃຫ້ຢູ​ເຄ​ຣນເປີດການສືບ​ສວນ ຜູ້​ທີ່ອາດ​ເປັນ​ໄປ​ໄດ້​ວ່າ ​ຈະເປັນຄູ່​ແຂ່ງ​ຂອງ​ທ່ານ ຈາກ​ພັກ​ເດ​ໂມ​ແຄ​ຣັດ ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ​ປີ 2020. ດັ່ງ​ທີ່​ນັກ​ຂ່າວ​ຂອງ​ VOA ປະ​ຈຳ​ລັດຖະ​ສະ​ພາ, Katherine Gypson ລາຍ​ງານ​ມາ​ວ່າ ບົດ​ບັນ​ທຶກຄຳ​ໃຫ້​ການ​ແບບ​ປິດ​ລັບຂອງ​ບັນ​ດາ​ພະ​ຍານ ກໍ​ໄດ້ຖືກ​ເປີດ​ເຜີຍອອກ​ມາໃຫ້​ເຫັນ​ເປັນ​ຄ້າວໆ ກ່ອນໜ້າ​ສັບ​ປະ​ດາທີ່​ສຳ​ຄັນແຫ່ງ​ການດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຂອງທ່ານ​ທ​ຣຳ ຈະ​ເປັນ​ແນວ​ໃດນັ້ນ ບົວ​ສະ​ຫວັນ​ມີ​ລາຍ​ລະ​ອຽດ​ກ່ຽວ​ກັບ​ເລື້ອງນີ້ ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

​ການໃຫ້ຄຳ​ໃຫ້​ການແບບ​ປິດ​ລັບຂອງ​ບັນ​ດາພະ​ຍານ​ຢູ່​ຫ້ອງ​ການ​ຂອງ​ລັດ​ຖະ​ສະ​ພາໃນ​ຫລາຍ​ອາ​ທິດ​ຜ່ານ​ມາ ດຽວນີ້​ໄດ້​ກາຍ​ມາ​ເປັນ​ການໃຫ້ຄຳ​ໃຫ້ການ​ແບບ​ເປີດ​ເຜີຍແລ້ວ.

ປະ​ທານ​ຄະ​ນະ​ກຳ​ມະ​ການ​ສືບ​ລັບໃນສະ​ມາ​ຊິກ​ສະ​ພາ​ຕ່ຳ, ທ່ານ ອາ​ດາມ ຊິ​ຟ (Adam Schiff), ທີ່​ນຳ​ພາໃນເປີດ​ການ​ຮັບ​ຟັງ​ຄຳ​ໃຫ້ການ​ແບບ​ເປີດ​ເຜີຍເວົ້າ​ວ່າ ບັນ​ດາ​ພວກ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດຈະ​ສະ​ແດງ​ໃຫ້​ຊາວ​ອາ​ເມ​ຣິ​ກັນ​ເຫັນ​ເຖິງ​ເຫດ ຜົນ​ຂອງການສືບ​ສວນ​ເພື່ອຟ້ອງ​ຮ້ອງປະ​ທາ​ນາ​ທິ​ບໍ​ດີ.

ທຳ​ອິດ​ແມ່ນ​ການ​ໃຫ້​ການ​ຂອງ​ພະ​ຍານ​ສຳ​ຄັນ​ຄົນ​ນຶ່ງ​ຂອງ​ພວກສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ, ເອກ​ອັກ​ຄະ​ລັດ​ຖະ​ທູດວິ​ລ​ລຽມ ເທ​ເລີ (William Taylor).

ທ່ານ ອາ​ດາມ ຊິ​ຟ (Adam Schiff) ກ່າວ​ດັ່ງ​ນີ້:
"ໃຜ​ຜູ້​ນຶ່ງ​ທີ່​ຂ້າ​ພະ​ເຈົ້າ​ຄິດ​ວ່າ ກຳ​ລັງ​ປະ​ຕິ​ບັດ​ງານ​ຮັບ​ໃຊ້​ປະ​ເທດຊາດ​ທີ່​ສຳ​ຄັນ ອີກ​ອັນ​ນຶ່ງທີ່​ກ່ຽວ​ຂ້ອງ​ກັບຂໍ້ເທັດ​ຈິງ​ທີ່​ເຮັດ​ໃຫ້​ທ່ານເກີດ​ຄວາມ​ສົນ​ໃຈ​ຕໍ່-ຂໍ້ເທັດຈິງທີ່​ໜ້າ​ເປັນຫ່ວງ​ຫລາຍ ທີ່ເຮັດ​ໃຫ້​ທ່ານເກີດ​ຄວາມ​ສົນ​ໃຈ."

ຫົວ​ໜ້າ​ນັກ​ການ​ທູດ​ປະ​ຈຳ​ຢູ​ເຄ​ຣນທ່ານນີ້ໄດ້​ບອກ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ວ່າ ມັນ​ເປັນ​ທີ່​ຈະ​ແຈ້ງທີ່​ວ່າການ​ຊ່ວຍ​ເຫລືອ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ສະ​ຫະ​ລັດ ແກ່​ຢູ​ເຄ​ຣນ ແມ່ນ​ຖືກ​ຜູກ​ມັດ​ໃສ່​ກັບ​ການ​ຮ່ວມ​ມື​ຂອງ​ປະ​ເທດນັ້ນໃນ​ການເປີດ ການສືບ​ສວນຄູ່​ແຂ່ງ​ທາງ​ການ​ເມືອງຂອງ​ທ່ານທ​ຣຳ, ທ່ານ ໂຈ ໄບ​ເດັນ ແລະ​ຄອບ​ຄົວ​ຂອງ​ທ່ານ.

ນອກ​ຈາກນັ້ນ ການ​ໃຫ້​ຄຳ​ໃຫ້​ການ​ໃນ​ອາ​ທິດນີ້ ຍັງ​ມີເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ, ທ່ານ ຈອດ​ຈ໌ ເຄັນ​ທ໌ (George Kent) ແລະ​ອະ​ດີດເອກ​ອັກ​ຄະ​ລັດ​ຖະ​ທູດປະ​ຈຳ​ຢູ​ເຄ​ຣນ, ທ່ານ​ນາງມາ​ຣີ ໂຢ​ວາ​ໂນ​ວີ​ສ (Marie Yovanovitch). ພວກ​ເພິ່ນ​ໄດ້​ບອກ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ວ່າ ທ່ານ ຣູ​ດີ ຈູ​ລີ​ອາ​ນີ (Rudy Giuliani), ທະ​ນາຍ​ຄວາມ​ສ່ວນ​ຕົວ​ຂອງ​ທ່ານປະ​ທາ​ນາ​ທິ​ບໍ​ດີໄດ້ຂ້າມ​ສາຍ​ການປະ​ຕິ​ບັດ​ນະ​ໂຍ​ບາຍການ​ຕ່າງ​ປະ​ເທດ​ທີ່​ເຄີຍເຮັດ​ມາ​ຂອງ​ສະ​ຫະ​ລັດ ແລະ​ເວົ້າວ່າການ​ໃຫ້​ເງິນ​ຊ່ວຍ​ເຫລືອ​ທີ່​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ລັດ​ຖະ​ສະ​ພາ ໄດ້​ເອົາ​ໄປເຊື່ອມ​ໂຍງ​ໃສ່ກັບ​ການ​ປະ​ຕິ​ບັດທີ່​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ທາງ​ການ​ເມືອງ​ແບບສ່ວນ​ຕົວຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ.

ທ່ານແຈັກ​ກີ ສ​ເພ​ຍ​ຣ໌ (Jackie Speier), ສະ​ມາ​ຊິກ​ສະ​ພາ​ຕ່ຳສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດເວົ້າ​ວ່າ: "ອັນ​ນີ້ເປັນ​ກໍ​ລະ​ນີ​ຂອງ​ການ​ໃຫ້​ສິນ​ບົນ​ທີ່​ຈະ​ແຈ້ງ​ຫລາຍ​ທີ່​ສຸດ."

ບັນ​ດາສະ​ມາ​ຊິກ​ສະ​ພາຈາກ​ພັກ​ຣີ​ພັບ​ບ​ລິ​ກັນໄດ້​ສຸມ​ໃສ່​ປ້ອງ​ກັນ​ເນື້ອ​ຫາ​ຂອງ​ການ​ລົມ​ໂທ​ລະ​ສັບ​ຂອງ​ທ່ານ​ທ​ຣຳກັບ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທີ່​ເປັນ​ໝາກ​ຫົວ​ໃຈ​ຂອງ​ການສືບສວນເພື່ອຟ້ອງຮອງປະທານາທິບໍດີນັ້ນ.

ສະ​ມາ​ຊິກ​ສະ​ພາ​ຕ່ຳຈິມ ຈໍ​ແດນ (Jim Jordan), ຈາກ​ພັກ​ຣີ​ພັບ​ບ​ລິ​ກັນກ່າວ​ວ່າ:
"ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ໃນ​ການລົ​ມ​ກັນ​ທາງ​ໂທ​ລະ​ສັບ​ນີ້. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນຕໍ່​ປະ​ທາ​ນາ​ທິ​ບໍ​ດີເຊເລັນ​ສ​ກີ (Zelenskiy) ແລະ ປະ​ທາ​ນາ​ທິ​ບໍ​ດີທ​ຣຳ. ແລະຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນຢູ່​ບ່ອນ​ວ່າ ຕາມ​ຄວາມ​ເປັນ​ຈິງແລ້ວ​ພວກ​ຢູ​ເຄ​ຣນບໍ່​ໄດ້ຮູ້​ວ່າເງິນ​ຊ່ວຍ​ເຫລືອ​ໄດ້​ຖືກ​ກັກ​ໄວ້ ແລະ​ພວກ​ຢູ​ເຄ​ຣນ​ກໍ​ບໍ່​ໄດ້​ເຮັດ​ຫຍັ​ງ​ເພື່ອເຮັດ​ໃຫ້​ເງິນນັ້ນ​ຖືກ​ປ່ອຍ​ອອກ​ໄປ. ສິ່ງ​ເຫລົ່າ​ນັ້ນ​ຄື​ຄວາມ​ຈິງ​ທີ່​ເປັນ​ພື້ນ​ຖານ​ສຳ​ຄັນ ແຕ່​ວ່າ​ ພ​ວກ​ເຮົາ​ກັບ​ມີ​ເລື້ອງທັງຫລາຍທັງ​ປວງ​ອັນ​ນີ້ ແລະ​ສຽງ​ນອງ​ນັນ​ອັນ​ອື່ນໆ ທີ່ທ່ານຊິ​ຟ​ຢາກ​ຈະ​ຂຸດ​ຄຸ້ຍ​ຂຶ້ນ​ມາທີ່ ບໍ່​ມີ​ຄວາມ​ສຳ​ຄັນ​ທີ່​ສຸດຢ່າງ​ເປັນ​ພື້ນ​ຖານຕໍ່​ສິ່ງ​ທີ່​ເກີດ​ຂຶ້ນ​ທີ່​ແທ້ຈິງນັ້ນ."

ແລະ​ທ່ານ​ທ​ຣຳ​ເອີ້ນຂັ້ນ​ຕອນ​ດຳ​ເນີນການ​ຟ້ອງວ່າບໍ່​ຍຸ​ຕິ​ທຳ.
ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ກ່າວ​ດັ່ງ​ນີ້:
"ບໍ່​ເຄີຍ​ມີປະ​ທາ​ນາ​ທິ​ບໍ​ດີຄົນໃດທີ່​ເປັນ​ຄົນ​ມີ​ຄວາມ​ໂປ່ງ​ໃສຈັ່ງ​ຊີ້​ຈັກ​ເທື່ອ. ອັນ​ນີ້​ຄື​ການ​ຫາ​ຈັບ​ຜິດ, ຢູ່​ໃນ​ລະ​ດັບ​ສູງ​ທີ່​ສຸດ ແລະ​ມັນ​ເປັນ​ສິ່ງ​ທີ່ບໍ່​ດີ​ຫລາຍຕໍ່​ປະ​ເທດ ຊາດ ​ຂອງ​ພວກ​ເຮົາ.”

ບັນ​ດາສະ​ມາ​ຊິກ​ສະ​ພາ​ຕ່ຳສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ເຮັດ​ຕາມ​ຂັ້ນ​ຕອນທີ່ຄື​ກັນກັບ​ຂັ້ນ​ຕອນໄດ້ໃຊ້​ໃນ​ການຟ້ອງ​ຮ້ອງປະ​ທາ​ນາ​ທິ​ບໍ​ດີຣີ​ຊາດ​ ນິກ​ສັນ (Richard Nixon) ແລະປະ​ທາ​ນາ​ທິ​ບໍ​ດີ ບິ​ລ ຄ​ລິນ​ຕັນ (Bill Clinton).

ທ່ານ​ນາງ ເອ​ເລນ ແຄມ​ແຣັກ (Elaine Kamrack) ຈ​າກ​ສະ​ຖາ​ບັນ Brookings ໃຫ້​ຄຳ​ເຫັນ​ວ່າ:
"ຂັ້ນ​ຕອນການ​ຟ້ອງ​ຮ້ອງ, ໃນ​ຈຸດນີ້ ແມ່ນ​ຄື​ກັນ​ກັບ​ຂັ້ນ​ຕອນອັນ​ນຶ່ງ​ຂອງ​ຄະ​ນະ​ຕຸ​ລາ​ການ. ສິ່ງ​ທີ່​ພວກ​ເພິ່ນ​ເຮັດ​ໃນ​ເວ​ລານີ້ກໍ​ຄື ​ພວກ​ເພິ່ນ​ພຽງ​ແຕ່​ຮວບ​ຮວມ​ເອົາ​ຫລັກ​ຖານເທົ່າ​ນັ້ນ. ພວກ​ເພິ່ນກຳ​ລັງ​ຈະ​ຕັ້ງ​ຂໍ້​ກ່າວ​ຫາ. ແລະແນ່ນອນ ບັນ​ດາສະ​ມາ​ຊິກ​ສະ​ພາ​ຕ່ຳສັງ​ກັດ​ພັກ​ຣີ​ພັບ​ບ​ລິ​ກັນ ຈະ​ມີ​ໂອ​ກາດ​ທີ່​ຈະ​ໂຕ້​ແຍ້ງຕໍ່​ຂໍ້​ກ່າວ​ຫາ​ເຫລົ່ານັ້ນ.”

ຂໍ້​ກ່າວ​ຫາເຫລົ່າ​ນັ້ນ- ຊຶ່ງ​ເອີ້ນ​ວ່າມາດ​ຕາ​ຂອງ​ການ​ຟ້ອງ​ຮ້ອງ - ​ເກືອບ​ວ່າ ແນ່ນອນ​ຈະ​ຖືກ​ຮັບຜ່ານຢູ່​ໃນສະ​ພາ​ຕ່ຳທີ່​ຄວບ​ຄຸມ​ໂດຍ​ພັກ​ເດ​ໂມ​ແຄ​ຣັດ. ແຕ່​ວ່າ ການ​ໄຕ່​ສວນ​ຕໍ່ຜົນ​ການ​ຟ້ອງ​ຮ້ອງ​ຢູ່​ໃນ​ສະ​ພາ​ສູງ​ຂອງ​ສະ​ຫະ​ລັດ ທີ່​ພັກຣີ​ພັບ​ບ​ລິ​ກັນມີ​ສຽງ​ສ່ວນ​ຫລາຍນັ້ນ ເບິ່ງ​ຄື​ວ່າ​ຈະ​ບໍ່ຊ່ວຍຮັກ​ສາ​ທ່ານທ​ຣຳ​ໃຫ້​ດຳ​ລົງຕຳ ແໜ່ງຕໍ່​ໄປ​ໄດ້ຢ່າງສຳ​ເລັດ​ຜົນໂດຍ​ຜ່ານ​ການ​ເລືອກ​ຕັ້ງ​ໃນປີ 2020 ທີ່​ຈະ​ມາ​ເຖິງນີ້.

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດຢູ່​ລຸ່ມນີ້:

House Democrats launch a new phase in the impeachment investigation into US President Donald Trump Wednesday with a round of public testimony from current and former administration officials. Those witnesses will provide a detailed picture of Trump's alleged request to Ukraine to investigate his potential Democratic rival in the 2020 presidential election. As VOA's Congressional correspondent Katherine Gypson reports, newly released transcripts from the closed door testimony preview what could be a pivotal week in the Trump presidency.

Weeks of witness testimony behind closed doors on Capitol Hill now public…

House Intelligence Committee Chairman Adam Schiff leading the open hearings Democrats hope will show the American people the reasons to impeach President Trump.

First to testify one of the Democrats' key witnesses, Ambassador William Taylor.

Rep. Adam Schiff, House Intelligence Committee Chair:
"Someone who is I think performing another vital service for the country in relating the facts that came to his attention- the very disturbing facts that came to his attention."

The top U.S. diplomat to Ukraine told House lawmakers it was clear U.S. security assistance to Ukraine was tied to that country's cooperation in an investigation into Trump's political rival Joe Biden and his family.

Also testifying this week, State Department official George Kent and former U.S. Ambassador to Ukraine Marie Yovanovitch. They told lawmakers the president's personal lawyer Rudy Giuliani subverted traditional U.S. foreign policy channels and that providing Congressionally-approved U.S. aid was linked to Ukraine's compliance with the president's personal political interests.

Rep. Jackie Speier, Democrat:
"This is a very strong case of bribery."

Republicans are focused on defending the substance of Trump's phone call with the Ukrainian president at the heart of the impeachment investigation.

Rep. Jim Jordan, Republican
"I trust the call. I trust President Zelenskiy and President Trump. And I trust the fact that the Ukrainians didn't know that aid had been held and the Ukrainians did nothing to get it released, when it was released. Those are the fundamental facts, but we got all this, all this, other noise that Mr. Schiff wants to stir up that isn't fundamentally critical to what actually took place."

And Trump is calling the House impeachment process unfair.

President Donald Trump
"There's never been a President who's been so transparent. This is a witch-hunt, at the highest level, and it's so bad for our country."

House Democrats are following a similar process used in the impeachments of Presidents Richard Nixon and Bill Clinton.

Elaine Kamrack, Brookings Institution
"The impeachment process, at this point in time, is like a grand jury process. What they're doing now is they're just gathering evidence. They're going to make charges. And obviously House Republicans will have the chance to rebut the charges."

Those charges - known as Articles of Impeachment - would almost certainly pass the Democratic-controlled U.S. House. But the resulting trial in the Republican-majority U.S. Senate would likely not be successful keeping Trump in office through the upcoming 2020 election.

XS
SM
MD
LG