ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການ​ດຳ​ເນີນ​ຄະ​ດີ ຟ້ອງ​ຮ້ອງ​ທ່ານ ທ​ຣຳ ພ້ອມ​ທີ່​ຈະ​ເລີ່ມ​ຂຶ້ນ​ແລ້ວ


ແສນ​ໄຟ​ແຈ້ງ​ສະ​ຫວ່າງ​ຢູ່​ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ ຮິລ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 13 ທັນ​ວາ, 2019. (AP Photo/Patrick Semansky)
ແສນ​ໄຟ​ແຈ້ງ​ສະ​ຫວ່າງ​ຢູ່​ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ ຮິລ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 13 ທັນ​ວາ, 2019. (AP Photo/Patrick Semansky)

ການ​ດຳ​ເນີນ​ຄະ​ດີ​ຟ້ອງ​ຮ້ອງ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ, ທ່ານ​ດໍ​ໂນ​ລ ທ​ຣຳ ເລີ້ມ​ຂຶ້ນ​ຢ່າງ​ເຕັມ​ສ່ວນ​ໃນ​ວັນ​ອັງ​ຄານມື້ນີ້ ຢູ່​ໃນ​ສະ​ພາ​ສູງ​ຂອງ​ສະ​ຫະ​ລັດ ຊຶ່ງ​ເປັນ​ພຽງ​ຄັ້ງ​ທີ​ສາມ​ເທົ່າ​ນັ້ນ ຢູ່​ໃນ​ປະ​ຫວັດ​ສາດ​ຂອງ​ສະ​ຫະ​ລັດ ທີ່​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ປະ​ເຊີນ​ກັບ​ການ​ຖືກ​ປົດ​ລົງຈາກ​ຕຳ​ແໜ່ງ​ຍ້ອນລະ​ເມີດ​ຕໍ່​ຄຳ​ສາ​ບານ​ໃນ​ເວ​ລາ ຂຶ້ນ​ກຳ​ຕຳ​ແໜ່ງ​ທີ່​ເປັນການ​ກ່າວ​ຫາ.

ການ​ດຳ​ເນີນ​ຂັ້ນ​ຕອນ​ທຳ​ອິດ​ສຳ​ລັບ​ສະ​ພາ​ສູງ​ທີ່​ນຳ​ພາ​ໂດຍ​ພັກ​ຣີ​ພັບ​ບ​ລິ​ກັນ​ນັ້ນ ກໍ​ຄື​ການ​ລົງ​ຄະ​ແນນ​ສຽງ​ຕໍ່ກຳ​ນົດ​ໄລ​ຍະ​ເວ​ລາ​ໃນ​ການດຳ​ເນີນ​ຄະ​ດີ​ ທີ່​ຢູ່​ໃນ​ຄຳ​ສະ​ເໜີ​ຂອງ​ທ່ານມິ​ຈສ໌ ແມັກ​ຄອນ​ແນ​ລ (Mitch McConnell), ຜູ້​ນຳ​ສຽງ​ສ່ວນ​ຫລາຍ​ຂອງ​ສະ​ພາ​ສູງ.

ຍະ​ຕິ​ຂອງ​ທ່ານແມັກ​ຄອນ​ແນ​ລ (McConnell) ຈະ​ອະນຸ​ຍາດ​ໃຫ້ບັນ​ດາ​ຜູ້​ຈັດ​ການ​ດ້ານການ​ຟ້ອງ​ຮ້ອງ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີຂອງ​ພັກ​ເດ​ໂມ​ແຄ​ຣັດ​ໃນ​ສະ​ພາ​ຕ່ຳ ທີ່​ຈະ​ປະ​ຕິ​ບັດ​ງານ​ໃນ​ນາມເປັນ ໄອ​ຍະ​ການນັ້ນ ແລະ ທີມ​ງານດ້ານ​ກົດ​ໝາຍ​ຂອງ​ທ່ານ​ທ​ຣຳ ແຕ່​ລະ​ຝ່າຍໃຫ້​ນຳ​ເອົາ​ກໍ​ລະ​ນີ​ຂອງ​ຕົນ​ຂຶ້ນ​ສະ​ເໜີເປັນ​ເວ​ລາ 24 ​ຊົ່ວ​ໂມງ ​ໃນໄລ​ຍະ​ 2 ມື້. ຍະ​ຕິດັ່ງ​ກ່າວບໍ່ໄດ້​ກ່າວ​ວ່າ ​ຈະ​ມີ​ການ​ເອີ້ນ​ພະ​ຍານ​ເຂົ້າ​ມາ​ໃຫ້​ການ​ ແລະ​ອະ​ນຸ​ຍາດ​ໃຫ້​ນຳເອົາ​ຫລັກ​ຖານ​ໃໝ່ຂຶ້ນ​ມາ​ສະ​ເໜີ​ ຫລືບໍ່.

ທ່ານ ແມັກ​ຄອນ​ແນ​ລ ແລະ​ບັນ​ດາ​ພວກ​ສັງ​ກັດ​ພັກ​ຣີ​ພັບ​ບ​ລິ​ກັນບໍ່​ໄດ້​ມີ​ຄວາມ​ລັບ​ແຕ່​ຢ່າງ​ໃດທີ່​ສະ​ແດງ​ອອກ​ມາໃຫ້​ຮູ້​ວ່າຢາກ​ຈະ​ເຮັດ​ໃຫ້​ການ​ດຳ​ເນີນ​ຄະ​ດີ ເປັນ​ໄປ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້ ທີ່​ຈະ​ພາ​ໃຫ້​ທ່ານ​ທ​ຣຳ​ພົ້ນ​ໂທດ​ໄດ້.

ທ່ານ ຊຈັກ ຊູມ​ເມີ (Chuck Schumer) ຜູ້​ນຳ​ສຽງ​ສ່ວນ​ໜ້ອຍ​ໃນ​ສະ​ພາ​ສູງ ກ່າວ​ໃນ​ຕອນ​ບ່າ​ຍວັນ​ຈັນ​ວານນີ້ວ່າ ການ​ດຳ​ເນີນ​ຄະ​ດີ ໂດຍບໍ່​ມີ​ການ​ນຳ​ເອົາ​ຫລັກ​ຖານ​, ພະ​ຍານ ຫລື​ເອ​ກະ​ສານໃໝ່ ເຂົ້າ​ມາ​ສະ​ເໜີ "ແມ່ນບໍ່​ເປັນ​ການ​ດຳ​ເນີນ​ຄະ​ດີ​ຈັກ​ໜ້ອຍເລີຍ."

​ທ່ານ ຊູມ​ເມີ ​ກ່າວ​ດັ່ງ​ນີ້ "ພາຍ​ຫລັງ​ທີ່​ໄດ້​ອ່ານ​ຍະ​ຕິ​ຂອງທ່ານແມັກ​ຄອນ​ແນ​ລ ແລ້ວ ມັນ​ເປັນ​ທີ່​ຈະ​ແຈ້ງ​ເລີຍ​ວ່າ ທ່ານແມັກ​ຄອນ​ແນ​ລ ມີ​ຄວາມ​ຈົງ​ໃຈ​ທີ່​ຈະ​ເຮັດ​ໃຫ້​ມັນ​ເປັນ​ການ​ຍາກ​ເພີ້ມຫລາຍ​ຂຶ້ນ​ ທີ່ຈະ​ນຳເອົາ​ພະ​ຍານ ແລະ​ເອ​ກະ​ສານ​ມາ ແລະມີ​ເຈດ​ຈຳ​ນົງ​ທີ່​ຈະ​ເຮັດ​ໃຫ້​ການ​ດຳ​ເນີ​ຄະ​ດີ​ໃຫ້​ຜ່ານ​ໄປ​ແບບ​ຟ້າວ​ຟັ່ງ. ຕໍ່​ເລື້ອງ​ທີ່​ສຳ​ຄັນ ແລະ​ເປັນ​ເລື້ອງ​ໃຫຍ່​ເຊັ່ນ​ການຟ້ອງ​ຮ້ອງ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີເຊັ່ນນີ້ ຍະ​ຕິ​ຂອງ​ທ່ານແມັກ​ຄອນ​ແນ​ລ (McConnell) ເປັນ​ການສົບ​ປະ​ໝາດ​ຕໍ່​ຊາດ.”

ພວກ​ທະ​ນາຍ​ຄວາມຂອງ​ທ່ານ​ທ​ຣຳ ​ໂຕ້​ແຍ້ງວ່າ​ການຟ້ອງ​ຮ້ອງ​ຕໍ່ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ເປັນ​ “ພຶດ​ຕະ​ກຳ​ທີ່​ຢູ່ນອກ​ລັດ​ຖະ​ທຳ​ມະ​ນູນ​ທີ່​ເປັນ​ອັນ​ຕະ​ລ​າຍ” ໂດຍ​ຢືນ​ຢັດ​ວ່າ ທ່ານ “ບໍ່​ໄດ້​ເຮັດ​ຫຍັງ​ຜິດ​ແຕ່​ຢ່າງ​ໃດ​ເລີຍ” ທີ່​ໄດ້​ກົດ​ດັນ​ໃຫ້​ຢູ​ເຄ​ຣນ ເລີ້ມ​ທຳ​ກ​ານ​ສອບ​ສວນ​ທີ່​ເຮັດ​ໃຫ້​ທ່ານເອົງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ທາງ​ການ​ເມືອງ ນັ້ນ.

ພວກ​ທະ​ນາຍ​ຄວາມດັ່ງ​ກ່າວ​ເວົ້າ​ວ່າ ການ​ທີ່ບັນດາ​ພວກ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ຜັກ​ດັນ​ໃຫ້​ປົດ​ທ່ານ​ທ​ຣຳ​ລົງ​ຈາກ​ຕຳ​ແໜ່ງ ບໍ່​ແມ່ນ​ການ​ໃຊ້​ຄວາມ​ພະ​ຍາ​ຍາມ​ເພື່ອ​ຊອກ​ຫາ​ຄວາມ​ຈິງກ່ຽວ​ກັບ​ການ​ກະ​ທຳ​ຂອງ​ທ່ານ​ທ​ຣຳ ກ່ຽວ​ກັບ​ຢູ​ເຄ​ຣນ ແຕ່ກັບ​ເປັນ​ການ​ສະ​ແຫວງ​ຫາ​ຫົນທາງທີ່​ຈະ​ໂຄ່ນ​ລົ້ມ​ການ​ເລືອກ​ຕັ້ງ​ໃນ​ປີ 2016 ແລະ ແຊກ​ແຊງ​ເຂົ້າ​ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ​ເລືອກ​ຕັ້ງ​ຄືນ​ຂອງ​ທ່ານ​ໃນ​ປີ 2020 ນີ້.

ບັນ​ດາສະ​ມາ​ຊິກສະ​ພາ​ຕ່ຳ ໄດ້ຟ້ອງ​ຮ້ອງ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີທ​ຣຳ​ໃນ​ສອງ​ກະ​ທົງ. ອັນ​ທີ​ນຶ່ງ ແມ່ນ​ກ່າວ​ຫາ​ທ່ານ​ວ່າ ໄດ້​ລະ​ເມີດ​ການ​ທຳ​ໜ້າ​ທີ່​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ໂດຍ​ການ​ກົດ​ດັນ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ ໂວ​ໂລ​ດິ​ເມຍ ເຊ​ເລັນ​ຊ໌​ກີ (Volodymyr Zelenskiy) ຂອງ​ຢູ​ເຄ​ຣນ​ໃຫ້​ທຳ​ການ​ສືບ​ສວນ​ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ທີ່​ເປັນ​ຄົນ​ນຶ່ງ​ທີ່ນອນຢູ່​ໃນຄູ່​ແຂ່ງ​ໃນ​ລະ​ດັບ​ສູງ​ສຸດ​ຂອງ​ທ່ານ​ສຳ​ລັບ​ການ​ເລືອກ​ຕັ້ງໃນ​ປີ 2020 ນີ້.

ບັນ​ດາສະ​ມາ​ຊິກລັດ​ຖະສະ​ພາສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດເວົ້າ​ວ່າ ມັນ​ເປັນ​ທີ່​ຈະ​ແຈ້ງ​ແລ້​ວວ່າ “ມີ​ຫລັກ​ຖານ​ອັນ​ແໜ້ນ​ໜາ​ຢ່າງ​ຖ້ວມ​ລົ້ນ” ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ທ​ຣຳ​ມີ​ຄວາມ​ຜິດ​ຢູ່​ໃນ​ທັງ​ສອງ​ກະ​ທົງ​ເລີຍ.

ພວກ​ທະ​ນາຍ​ຄວາມຂອງ​ທ່ານ​ທ​ຣຳ ໂດຍ​ການ​ຂຽນ​ຢູ່​ໃນ​ເອ​ກະ​ສານ 110 ໜ້າ​ທີ່​ຍື່ນ​ໄປ​ນັ້ນ ​ໂຕ້​ແຍ້ງວ່າ​ທ່ານປະ​ທາ​ນາ​ທິ​ບໍ​ດີໄດ້​ດຳ​ເນີນ​ວຽກ​ງານ​ດ້ານ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ​ແບບ​ທຳ​ມະ​ດາ​ໃນ​ການ​ພົວ​ພັນ​ກັບ ທ່ານເຊ​ເລັນ​ຊ໌​ກີ.

ພວກ​ເພິ່ນ​ເວົ້າ​ວ່າ ທ່ານ​ທ​ຣຳ​ບໍ່​ໄດ້​ກະ​ທຳ​ຜິດ​ທາງ​ອາ​ຍາ ເຖິງ​ແມ່ນ​ວ່າ ການ​ຕັດ​ສິນ​ຄວາມ​ຜິດ​ຕໍ່ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດທີ່​ຖືກ​ຟ້ອງ​ຮ້ອງ​ທ່ານ​ນຶ່ງ ແລະ​ການ​ປົດທ່ານ​ລົງ​ຈາກ​ຕຳ​ແໜ່ງ ບໍ່​ໄດ້​ຂຶ້ນ​ກັບ​ການ​ລະ​ເມີດ​ກົດ​ໝາຍ​ອາ​ຍາສະ​ເພາະ​ຂໍ້​ໃດ ຂໍ້​ນຶ່ງ​ກໍ​ຕາມ. ກົງ​ກັນ​ຂ້າມ ມັນ​ເປັນ​ເລື້ອງ​ທີ່​ກ່ຽວ​ຂ້ອງ​ກັບ​ວ່າ ບັນ​ດາສະ​ມາ​ຊິກໃນສະ​ພາສູງ​ທີ່​ມີ 100 ທ່ານນັ້ນຈະ​ປະ​ຕິ​ບັດ​ຕົນ​ໃນ​ນາມ​ເປັນ​ຄະ​ນະ​ຕຸ​ລາ​ການ, ແປ​ມາດ​ຕະ​ຖານ​ໃນ​ການ​ທຳ​ການ​ຕັດ​ສິນ​ໂທດ​ທີ່​ລະ​ບຸ​ໄວ້​ຢູ່​ໃນ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ສະ​ຫະ​ລັດ​ຄື​ແນວ​ໃດ ຈະ​ບອກວ່າທ່ານປະ​ທາ​ນາ​ທິ​ບໍ​ດີມີ​ຄວາມ​ຜິດ"ໃນ​ການ​ກະ​ທຳ​ທາງ​ອາ​ຍາ​ທີ່​ສູງ ແລະ​ປະ​ພຶດ​ຜິດ" ຫລືບໍ່.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG