ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການ​ຟ້ອງ​ຮ້ອງ​ທ່ານ ທ​ຣຳ ເປີດ​ເຜີຍ ຄວາມ​ແຕກ​ແຍກ ຢ່າງ​ເລິກ​ເຊິ່ງ​ຂອງ ພັກ​ການ​ເມືອງ


YE Impeachment Eplained
please wait

No media source currently available

0:00 0:03:34 0:00

ເຊີນ​ຊົມ​ວິ​ດີ​ໂອ ກ່ຽວ​ກັບ ລາຍ​ງານນີ້.

ປີ 2019 ຈະ​ຖືກ​ຈົດ​ຈຳ​ເປັນ​ປີ​ທີ່​ສະ​ພາ​ຕ່ຳ ສະ​ຫະ​ລັດ ໄດ້​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ເປັນ​ພຽງ​ຄັ້ງ​ທີ​ສາມເທົ່າ​ນັ້ນ ​ໃນ​ປະ​ຫວັດ​ສາດ​ຂອງ ສະ​ຫະ​ລັດ. ໃນ​ຂະ​ນະ​ທີ່​ມັນ​ມີ​ຄວາມ​ເປັນ​ໄປບໍ່​ໄດ້ຢ່າ​ງສູງວ່າ ສະ​ພາ​ສູງ ສະ​ຫະ​ລັດ ທີ່​ມີ​ພັກ​ຣີ​ພັບ​ບ​ລີ​ກັນ​ ກຳ​ສຽງ​ສ່ວນຫຼາຍ​ຈະປົດ​ທ່ານ ດໍ​ໂນ​ລ ທ​ຣຳ ອອກ​ຈາກ​ຕຳ​ແໜ່ງ ​ໃນ​ປີ 2020 ນັ້ນ, ການ​ຕໍ່​ສູ້​ຂອງ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ ກ່ຽວ​ກັບ ການ​ຟ້ອງ​ຮ້ອງ​ກໍໄດ້​ເປີດ​ເຜີຍ​ໃຫ້​ເຫັນ​ການ​ແຕກ​ແຍກ​ຂອງ​ພັກ​ການ​ເມືອງ​ຢ່າງ​ເລິກ​ເຊິ່ງ ທີ່​ໄດ້​ປ່ຽນ​ແປງ​ການ​ສົນ​ທະ​ນາ ກ່ຽວ​ກັບ ການ​ເມືອງໃນ ສະ​ຫະ​ລັດ. ນັກ​ຂ່າວ​ວີ​ໂອ​ເອ​ ປະ​ຈຳ​ລັດ​ຖະ​ສະ​ພາ ແຄ​ເທີ​ຣິນ ກິບ​ສັນ ມີ​ລາຍ​ງານ​ ກ່ຽວ​ກັບ ​ສະ​ພາບ ທາງ​ຕັນ​ຂອງ​ການ​ເມືອງ​ໃນ​ປີນີ້, ເຊິ່ງ ພຸດ​ທະ​ສອນ ຈະ​ນຳ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.


ການ​ລົງ​ຄະ​ແນນ​ສຽງ​ທີ່​ສຳ​ຄັນທີ່​ສຸດ ​ທີ່​ປະ​ທານ​ສະ​ພາ​ຕ່ຳ​ສາ​ມາດ​ປະ​ກາດກໍ​ແມ່ນ​ການ​ລົງ​ຄະ​ແນນ​ສຽງ​ທີ່​ມີ​ພຽງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ສອງ​ທ່ານເທົ່າ​ນັ້ນ​ທີ່​ໄດ້​ປະ​ເຊີນ​ກ່ອນ​ໜ້າ​ທ່ານ ດໍ​ໂນ​ລ ທ​ຣຳ.

ທ່ານ​ນາງ ແນນ​ຊີ ເພ​ໂລ​ຊີ, ປະ​ທານ​ສະ​ພາ​ຕ່ຳ​ກ່າວ​ວ່າ “ຂໍ້​ເທັດ​ຈິງ​ແມ່ນ​ບໍ່​ໄດ້​ມີ​ການ​ໂຕ້​ແຍ້ງ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ລະ​ເມີດ​ອຳ​ນາດ​ຂອງ​ລາວ ສຳ​ລັບ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ທາງ​ການ​ເມືອງ​ຂອງ​ລາວ​ເອງ ດ້ວຍ​ການ​ທຳ​ລາຍ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງ​ພວກ​ເຮົາ ​ດ້ວຍ​ການ​ກັກ​ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ ແລະ ຈັດ​ການ​ປະ​ຊຸມ​ທີ່​ສຳ​ຄັນຢູ່​ຫ້ອ​ງ​ການ​ປະ​ທາ​ນາ​ທິ​ບໍ​ດີ ເພື່ອ​ແລກ​ປ່ຽນ​ສຳ​ລັບ​ການ​ປະ​ກາດ​ການ​ສື​ບ​ສວນ​ສອບ​ສວນ​ຄູ່​ແຂ່ງ​ທາງ​ການ​ເມືອງ​ຂອງ​ລາວ.”

ແຕ່​ຂໍ້​ເທັດ​ຈິງ​ຕ່າງໆ ກ່ຽວ​ກັບ ການ​ລົມ​ໂທ​ລະ​ສັບ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດິ​ເມຍ ເຊ​ເລັນ​ສ​ກີ ໃນ​ວັນ​ທີ 25 ກໍ​ລະ​ກົດ​ທີ່​ຜ່ານ​ມາ, ທີ່​ໄດ້​ເຮັດ​ໃຫ້​ມີ​ການໄຂ​ການ​ສືບ​ສວນ​ສອບ​ສວນ​ດົນ​ສາມ​ເດືອນ​ໂດຍ​ສະ​ພາ​ຕ່ຳ ແລະ ການ​ໃຫ້​ປາກ​ຄຳ​ຢ່າງ​ເປີດ​ເຜີຍ​ດົນ 80 ຊົ່ວ​ໂມງ ແມ່ນ​ໄດ້​ມີ​ການ​ອະ​ພິ​ປາຍ​ກັນ​ຢ່າງ​ດຸ​ເດືອດ, ຈົນ​ໃນ​ທີ່​ສຸດ ​ໄດ້​ມີ​ການ​ຕັ້ງ​ຂໍ້​ກ່າວ​ຫາ​ຕ່າງໆ​ຕໍ່​ທ່ານ ທ​ຣຳ ໃນ​ຮູບ​ແບບ​ຂອງ​ມາດ​ຕາ​ການ​ຟ້ອງ​ຮ້ອງ ທີ່​ກ່າວ​ຫາ​ທ່ານ ກ່ຽວ​ກັບ​ ການ​ລະ​ເມີດ​ອຳ​ນາດ​ຂອງ​ຕຳ​ແໜ່ງ​ຂອງ​ທ່ານ ແລະ ການ​ຂັດ​ຂວາງ​ຄວາມ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ສະ​ພາ​ທີ່​ຈະ​ສືບ​ສວນ​ສອບ​ສວນ​ທ່ານ.

ທ່ານ ຈອນ ລູ​ວິ​ສ ສະ​ມາ​ຊິກ​ສະ​ພາ​ຕ່ຳ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ກ່າວ​ວ່າ “ປະ​ເທດ​ຂອງ​ພວກ​ເຮົາ​ຖືກ​ສ້າງ​ຕັ້ງ​ຂຶ້ນ​ຕາມ​ກົດ​ເກນ​ທີ່​ພວກ​ເຮົາ​ບໍ່​ມີ​ເຈົ້າ​ຊີ​ວິດ. ພວກ​ເຮົາ​ມີ​ປະ​ທາ​ນາ​ທິ​ບໍ​ດີ. ແລະ ລັດ​ຖະ​ທຳ​ມະ​ນູນ​ແມ່ນ​ເຂັມ​ທິດ​ຂອງ​ພວກ​ເຮົາ. ເມື່ອ​ເຈົ້າ​ເຫັນ​ສິ່ງ​ທີ່ບໍ່​ຖືກ​ຕ້ອງ, ບໍ່​ຍຸ​ຕິ​ທຳ​, ບໍ່​ເປັນ​ທຳ, ເຈົ້າ​ມີ​ພັນ​ທະ​ທາງ​ສິນ​ທຳ​ທີ່​ຈະ​ເວົ້າ​ບາງ​ສິ່ງ, ເຮັດ​ບາງ​ຢ່າງ.”

ພັກ​ເດ​ໂມ​ແຄ​ຣັດ ໄດ້​ໂຕ້​ຖຽງ​ວ່າ ທ່ານ ທ​ຣຳ ໄດ້​ທຳ​ລາຍ​ປະ​ຊາ​ທິ​ປະ​ໄຕ​ຂອງ ອາ​ເມ​ຣິ​ກາ ດ້ວຍ​ການ​ເຊື້ອ​ເຊີນ​ຕ່າງ​ປະ​ເທດ​ໃຫ້​ມາ​ແຊກ​ແຊງ​ໃນ​ການ​ເລືອກ​ຕັ້ງ​ປະ​ທານ​າ​ທິ​ບໍ​ດີປີ 2020.

ທ່ານ ອາ​ດາມ ຊິ​ຟ ສະ​ມາ​ຊິກ​ສະ​ພາ​ຕ່ຳ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ກ່າວ​ວ່າ “ເມື່ອ​ປະ​ທາ​ນາ​ທິ​ບໍ​ດີ​ເສຍ​ສະຫຼະ​ຜົນ​ປະ​ໂຫຍດ​ຂອງ​ພວກ​ເຮົາ, ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງ​ພວກ​ເຮົາ​ເພື່ອ​ການ​ເລືອກ​ຕັ້ງ​ຂອງ​ທ່ານ, ທ່ານ​ໄດ້​ເສຍ​ສະຫຼະ​ປະ​ເທດ​ເຮົາ​ເພື່ອ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ຂອງ​ລາວ. ສິ່ງ​ທີ່​ມີ​ຄວາມ​ສ່ຽງ​ຢູ່ນີ້​ກໍ​ແມ່ນ ຄວາມ​ຄິດ​ທີ່​ແທ້​ຈິງ ກ່ຽວ​ກັບ ອາ​ເມ​ຣິ​ກາ ແມ່ນ​ພວກ​ເຮົາ​ເປັ​ນ​ປະ​ເທດ​ແຫ່ງ​ກົດ​ໝາຍ, ບໍ່​ແມ່ນ​ຜູ້​ຊາຍ.”

ທຳ​ນຽບ​ຂາວ​ໄດ້​ເປີດ​ເຜີ​ຍ​ບົດ​ສະຫຼຸບ​ການ​ລົມ​ໂທ​ລະ​ສັບວັນ​ທີ 25 ກໍ​ລະ​ກົດ​ຂອງ​ທ່ານ ທ​ຣຳ ໃນ​ທ້າຍ​ເດືອນ​ກັນ​ຍາ​ແລ້ວນີ້, ລຸນຫຼັງ​ການ​ຕຳ​ໜິ​ຂອງ​ຜູ້​ແຈ້ງ​ຄວາມ​ຜິດ ກ່ຽວ​ກັບ ການ​ກະ​ທຳ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ, ເຮັດ​ໃຫ້​ມີ​ການ​ຕີ​ຄວາມ​ໝາຍ​ຂັດ​ແຍ້ງ​ກັນ​ຢ່າງກວ້າງ​ຂວາງ​ໂດຍ​ທຳ​ນຽບ​ຂາວ ແລະ ພັກ​ເດ​ໂມ​ແຄຣັດ.

ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າຕ້ອງ​ໄດ້​ສູ້​ທົນ​ກັບ​ທ່ານ ອາ​ດາມ ຊິ​ຟ ກ່ຽວ​ກັບ ການ​ລົມ​ໂທ​ລະ​ສັບ​ທີ່​ສົມ​ບູນ​ທີ່​ສຸດ ຫາ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່​ຂອງ ຢູ​ເຄ​ຣນ. ນັ້ນ​ແມ່ນ​ການ​ໂທ​ລະ​ສັບ​ທີ່​ສົມ​ບູນ​ແບບ.”

ພັກ​ຣີ​ພັບ​ບ​ລີ​ກັນ​ກໍ​ໄດ້​ປະ​ທ້ວງວິ​ທີ​ທີ່​ພັກ​ເດ​ໂມ​ແຄ​ຣັດ ຮັບ​ມື​ກັບ​ການ​ສືບ​ສວນ​ສອບ​ສວນ ດ້ວຍ​ການສາ​ມັກ​ຄີ​ກັນ​ປົກ​ປ້ອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ, ໂດຍ​ໂຕ້​ຖຽງ​ວ່າ​ພັກ​ເດ​ໂມ​ແຄ​ຮັດ ໄດ້​ພະ​ຍາ​ຍາມ​ທີ່​ຈະ​ຕ່າວ​ປີ້ນ​ຜົນ​ຂອ​ງ​ການ​ເລືອກ​ຕັ້ງ​ປີ 2016.

ທ່ານ ສ​ຕີ​ຟ ສ​ກາ​ລີ​ສ ສະ​ມາ​ຊິກ​ສະ​ພາ​ຕ່ຳ​ສັງ​ກັດ​ພັດ​ຣີ​ພັບ​ບ​ລີ​ກັນ ໄດ້​ກ່າວ​ວ່າ “ພວກ​ເດ​ໂມ​ແຄ​ຮັດ ຊັງ​ປະ​ຊາ​ຊົນ 63 ລ້ານ​ຄົນ ​ຜູ້​ທີ່​ໄດ້​ລົງ​ຄະ​ແນນ​ສຽງ​ໃຫ້​ທ່ານ​ປ​ະ​ທາ​ນາ​ທິ​ບໍ​ດີ.”

ຄຳ​ເວົ້າ​ທີ່​ຮຸນ​ແຮງ ໄດ້​ເປັນ​ຂີດ​ໝາຍ​ຂອງ​ຈຸດ​ປ່ຽ​ນ​ແປງ​ໃນ​ນ້ຳ​ສຽງ ແລະ ເນື້ອ​ຫາ​ຂອງ​ການ​ໂຕ້​ຖຽງກັນ ກ່ຽວ​ກັບ ການ​ເມືອງ​ຂອງ​ປະ​ເທດ.

ທ່າ​ນນາງ ເຈັນ​ນິ​ເຟີ ວິກ​ເຕີ ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ຈອ​ຣ໌​ຈ ເມ​ສັນ ໄດ້​ກ່າວ​ວ່າ “ພວກ​ເຮົາ​ຢູ່​ໃນ​ສະ​ພາບຄວາມ​ແຕກ​ແຍກ​ຂອງພັກ​ການ​ເມືອງ​ທີ່​ຮຸນ​ແຮງ​ຂຶ້ນນັບ​ມື້. ແລະ ມັນ​ກໍ​ບໍ່​ມີ​ຄວາມ​ສົງ​ໄສວ່າ ຄວາມ​ແຕກ​ແຍກ​ນັ້ນ​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ສິ່ງ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່​ໃນ​ເວ​ລານີ້ໃນ​ການ​ຟ້ອງ​ຮ້ອງ. ໃນ​ວິ​ທີ​ທີ່​ແທ້​ຈິງ​ນັ້ນ ພວກ​ເຮົາ​ຄິດ​ວ່າ ພວກ​ເຮົາ​ບໍ່​ໄດ້​ເຫັນ​ການ​ຟ້ອງ​ຮ້ອງ​ໃນ​ຄັ້ງ​ທີ່​ຜ່ານ​ມາ, ບໍ່​ແມ່ນ​ການ​ຟ້ອງ​ຮ້ອງ​ທ່ານ ບິ​ລ ຄ​ລິນ​ຕັນ. ບໍ່​ແມ່ນ​ການ​ຟ້ອງ​ຮ້ອງ​ທ່ານ ນິກ​ສັນ.”

ໃນ​ທີ່​ສຸດ, ການ​ໂຕ້​ຖຽງ​ກັນ​ກໍ​ໄດ້​ປ່ຽນ​ແປງ​ຄວາມ​ຄິດ​ສອງ​ສາມ​ຄົນ​ຢູ່​ໃນ​ຫໍ​ລັດ​ຖະ​ສະ​ພາ​ແຄັບ​ປິ​ຕອ​ລ ຫຼື ຕາມ​ທີ່​ການ​ຢັ່ງ​ຫາງ​ສຽງ​ສາ​ທາ​ລະ​ນະ ​ໄດ້​ສະ​ແດງ​ໃຫ້​ເຫັນ, ໃນ​ທົ່ວ​ປະ​ເທດ. ການ​ລົງ​ຄະ​ແນນ​ສຽງ​ຄັ້ງ​ສຸດ​ທ້າຍ ກ່ຽວ​ກັບ ການ​ຟ້ອງ​ຮ້ອງ ແມ່ນ​ເກືອບ​ວ່າເປັນ​ໄປ​ຕ​ຍາມ​ຖັນ​ແຖວ​ຂອງ​ພັກ​ທັງ​ໝົດ ສ້າງ​ຫົນ​ທາງ​ສຳ​ລັບ​ການ​ຕໍ່​ສູ້​ຢ່າງ​ດຸ​ເດືອດ ​ໃນ​ຕົ້ນ​ປີ​ໜ້າ ກ່ຽວ​ກັບ ການ​ດຳ​ເນີນ​ຄະ​ດີ​ຂອງ​ທ່ານ ທ​ຣຳ ໃນສະ​ພາ​ສູງ ສະ​ຫະ​ລັດ.

2019 will be remembered as the year the US House of Representatives impeached a president of the United States for just the third time in US history. While it's highly unlikely the Republican-majority US Senate will remove Donald Trump from office in 2020, lawmakers' battles over impeachment exposed deep partisan divides that are changing the political discussion in the United States. VOA's Congressional correspondent Katherine Gypson reports on this year's political stalemate.

The most serious vote a Speaker of the House can announcea vote only two US presidents had faced before Donald Trump.

"The facts are uncontested. The President abused his power for his own personal political benefit at the expenseofour national security by withholding military aid and crucial OvalOffice meeting in exchange for an announcementofan investigation into his political rival."

But the facts of Trump's July 25th phone call with Ukrainian President Volodymyr Zelinskiy, that launched three months of investigation by the House and 80 hours of public testimony…

…..Were fiercely debated, ultimately spawning charges against Trump in the form of Articles of Impeachment alleging he abused the power of his office and obstructed Congress' efforts to investigate him.

"Our nation is founded on the principle that we do not have kings. We have presidents. And the Constitution is our compass. When you see something that is not right, not just, not fair, you have a moral obligation to say something, to do something."

Democrats argued Trump compromised American democracy by inviting foreign interference into the 2020 presidential election.

"When the President sacrifices our interests, our national security for his election, he is sacrificing our country for his personal gain. What is at risk here is the very idea of Americathat idea holds that we are a nation of laws, not of men."


The White House released of a summary of Trump's July 25th phone call in late September, following a whistleblower's complaint about the president's conduct, fueling widely differing interpretations by the White House and Democrats.

"I have to put up with Adam Schiff on an absolutelyperfectphone call to the new president of Ukraine. That was aperfectcall."

Republicans also protested the way Democrats handled the investigation…

….Staying united in their defense of the president, arguing Democrats were trying to overturn the results of the 2016 election.

"Democrats hate the 63 million people who voted for the president."

…Marking a troubling turning point in the tone and substance of the nation's political debate.

"We are in a state of heightened partisan polarization. And there's no question that the polarization affects what's going on now with impeachment. In a way in fact that I think we didn't see in previous impeachments, not with Clinton impeachment. Not with the Nixon impeachment."

In the end, the debate changed few minds on Capitol Hillor as public opinion polling showed, in the rest of the country. The final vote on impeachment fell almost entirely along party linessetting the stage for a fierce battle early next year over Trump's trial in the U.S. Senate.

XS
SM
MD
LG