ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທຣຳ ເວົ້າວ່າ ທ່ານຈະເຊື້ອເຊີນ ທ່ານ ກິມ ຈົງ ອຶນ ມາຢ້ຽມຢາມ ສະຫະລັດ


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ນັ່ງຟັງໃນລະຫວ່າງການພົບປະ ກັບນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ. 7 ມິຖຸນາ, 2018.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ນັ່ງຟັງໃນລະຫວ່າງການພົບປະ ກັບນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ. 7 ມິຖຸນາ, 2018.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວໃນວັນພະຫັດວານນີ້ວ່າ ທ່ານ
ຈະເຊື້ອເຊີນຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ມາ ສະຫະລັດ ຖ້າກອງປະຊຸມສຸດ
ຍອດຄັ້ງປະຫວັດສາດ ກັບທ່ານ ກິມ ທີ່ໃກ້ຈະມາເຖິງນີ້ດຳເນີນໄປດ້ວຍດີ. ໃນຂະນະ
ດຽວກັນ, ທ່ານກໍໄດ້ກຽມ ພ້ອມທີ່ຈະຍ່າງອອກຈາກອງປະຊຸມສຸດຍອດເຊັ່ນກັນ.

ທ່ານ ທຣຳ ໄດ້ຈັດການປະຊຸມສອງຊົ່ວໂມງ ກັບນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ
ອາເບະ ທີ່ທຳນຽບຂາວ ໃນວັນພະຫັດວານນີ້, ເປັນເວລາບໍ່ເຖິງນຶ່ງອາທິດກ່ອນກອງ
ປະຊຸມສຸດຍອດທີ່ແຕກຫັກໄດ້ງ່າຍຂອງທ່ານກັບ ທ່ານ ກິມ ຈົງ ອຶນ ຈະຈັດຂຶ້ນໃນປະ
ເທດ ສິງກະໂປ.

ກອງປະຊຸມສຸດຍອດກັບ ເກົາຫຼີເໜືອ ແລະ ການຄ້າ ແມ່ນຈຸດເພັ່ງເລັງທີ່ສຳຄັນໃນ
ການປຶກສາຫາລືຕ່າງໆ. ທ່ານ ອາເບະ ຕ້ອງການການຮັບຮອງອີກຄັ້ງນຶ່ງຈາກ ສະຫະ
ລັດ ວ່າມັນຈະມີຄວາມກ້າວໜ້າ ກ່ຽວກັບ ການຈຳກັດໂຄງການນິວເຄລຍ ແລະ ລູກ
ສອນໄຟຂີປະນາວຸດຂອງ ເກົາຫຼີເໜືອ. ທ່ານຍັງຢາກໃຫ້ທ່ານ ທຣຳ ປຶກສາຫາລືກັບ
ທ່ານ ກິມ ກ່ຽວກັບ ບັນຫາການລັກພາຕົວຄົນ ຍີ່ປຸ່ນ ໂດຍ ເກົາຫຼີເໜືອ ໃນລະຫວ່າງ
ຊຸມປີ 1970 ແລະ ຊຸມປີ 1980.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ພົບປະກັບນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ ຢູ່ທຳນຽບຂາວ, ນະຄອນຫຼວງວໍຊິງຕັນ. 7 ມິຖຸນາ, 2018.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ພົບປະກັບນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ ຢູ່ທຳນຽບຂາວ, ນະຄອນຫຼວງວໍຊິງຕັນ. 7 ມິຖຸນາ, 2018.

ໃນກອງປະຊຸມຖະແຫຼງຂ່າວຮ່ວມຫຼັງຈາກການປະຊຸມນັ້ນ, ທ່ານ ທຣຳ ໄດ້ສັນຍາທ່ານ
ອາເບະ ວ່າທ່ານຈະຍົກບັນຫາການລັກພາຕົວຂຶ້ນມາ ໃນລະຫວ່າງການພົບປະກັບ
ທ່ານ ກິມ.

ທ່ານ ທຣຳ ໄດ້ຢືນຢັນວ່າ “ທ່ານ ອາເບະ ໄດ້ເວົ້າ ກ່ຽວກັບ ການລັກພາຕົວເປັນສ່ວນ
ໃຫຍ່. ມັນເປັນບັນຫາທີ່ໂດດເດັ່ນກວ່າໝູ່ໃນການສົນທະນາຂອງພວກເຮົາ. ທ່ານໄດ້
ເວົ້າ ກ່ຽວກັບມັນຢ່າງຍືດຍາວ, ຢ່າງໜັກແໜ້ນ ແລະ ຢ່າງກະຕືລືລົ້ນ, ແລະ ຂ້າພະ
ເຈົ້າກໍຈະປະຕິບັດຕາມຄຳຮ້ອງຂໍຂອງທ່ານ, ແລະພວກເຮົາກໍຈະປຶກສາຫາລືກັບ ເກົາ
ຫຼີເໜືອ, ຢ່າງແນ່ນອນ.”

ທ່ານ ທຣຳ ໄດ້ເວົ້າວ່າ ທ່ານແມ່ນເປີດກວ້າງທີ່ຈະລົງນາມໃນຂໍ້ຕົກລົງໃນວັນທີ 12
ມິຖຸນາ ກັບ ເກົາຫຼີເໜືອ ເພື່ອສິ້ນສຸດສົງຄາມ ເກົາຫຼີ, ແຕ່ກໍຮູ້ວ່າ ມັນເປັນພຽງບາດກ້າວ
ທຳອິດເທົ່ານັ້ນ.

ທ່ານ ທຣຳ ໄດ້ເຕືອນວ່າ “ຟັງຄືແປກໜ້ອຍນຶ່ງ, ແຕ່ນັ້ນຄົງແມ່ນພາກສ່ວນທີ່ງ່າຍ.
ພາກສ່ວນທີ່ຫຍຸ້ງຍາກ ແມ່ນຍັງຄົງມີຄືເກົ່າຫຼັງຈາກນັ້ນ.”

ທ່ານທຣຳ ຍັງໄດ້ກ່າວຕໍ່ພວກນັກຂ່າວວ່າ ທ່ານຢາກຈະເຮັດໃຫ້ມີການສ້າງຕັ້ງຄວາມ
ສຳພັນແບບປົກກະຕິລະຫວ່າງ ສະຫະລັດ ກັບ ເກົາຫຼີເໜືອ ໃນທີ່ສຸດ.

ທ່ານ ທຣຳ ປະກາດວ່າ “ຄວາມສຳພັນແບບປົກກະຕິກັບ ເກົາຫຼີເໜືອ ແມ່ນສິ່ງທີ່ຂ້າພະ
ເຈົ້າຄາດຫວັງຈະໄດ້ເຮັດ ຂ້າພະເຈົ້າຫວັງວ່າຈະໄດ້ເຮັດ ເມື່ອໃດທີ່ທຸກສິ່ງທຸກຢ່າງສຳ
ເລັດເສັດສິ້ນລົງແລ້ວ. ພວກເຮົາແນ່ນອນຫວັງວ່າຈະໄດ້ເຮັດໃນສິ່ງນັ້ນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG