ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໄຕ່ສວນຄະດີການຟ້ອງຄັ້ງທີສອງ ຢ່າງເປັນປະຫວັດການ ຂອງທ່ານທຣໍາ ເລີ່ມຂຶ້ນ ໃນວັນອັງຄານມື້ນີ້


ທະຫານຢືນຍາມປ້ອງກັນຫໍລັດຖະສະພາສະຫະລັດຢູ່ນະຄອນຫລວງວໍຊິງຕັນໃນວັນທີ 14 ມັງກອນ 2021 ກ່ອນຈະມີພິທີສາບານຕົວເຂົ້າຮັບຕໍາແໜ່ງຂອງທ່ານໄບເດັນໃນວັນທີ 20 ມັງກອນ, 2021
ທະຫານຢືນຍາມປ້ອງກັນຫໍລັດຖະສະພາສະຫະລັດຢູ່ນະຄອນຫລວງວໍຊິງຕັນໃນວັນທີ 14 ມັງກອນ 2021 ກ່ອນຈະມີພິທີສາບານຕົວເຂົ້າຮັບຕໍາແໜ່ງຂອງທ່ານໄບເດັນໃນວັນທີ 20 ມັງກອນ, 2021

ການໄຕ່ສວນຄະດີໃນການຟ້ອງຄັ້ງທີສອງຢ່າງເປັນປະຫວັດການ ຂອງອະດີດປະທານາທິບໍດີ ດໍໂນລ ທຣໍາ ເລີ່ມຕົ້ນໃນວັນອັງຄານມື້ນີ້ຢູ່ໃນສະພາສູງຂອງສະຫະລັດ, ໂດຍທີ່ທ່ານທຣໍາ ຖືກກ່າວຫາວ່າ ໄດ້ຍຸຍົງໃຫ້ເກີດການຈາລະຈົນໃນນຶ່ງເດືອນກ່ອນໜ້ານີ້ ທີ່ຮຽກຮ້ອງໃຫ້ຜູ້ສະໜັບສະໜູນທ່ານໄປປະເຊີນໜ້າກັບບັນດາສະມາຊິກສະພາ ຢູ່ທີ່ຫໍລັດຖະສະພາສະຫະລັດ ໃນຂະນະທີ່ພວກເພິ່ນກໍາລັງຢັ້ງຢືນວ່າ ປະທານາ ທິບໍດີໂຈ ໄບເດັນ ໄດ້ຊະນະທ່ານທຣໍາໃນການເລືອກຕັ້ງປີ 2020 ຜ່ານມາ.

ການປະທ້ວງໄດ້ກາຍເປັນການກໍ່ຄວາມວຸ້ນວາຍ, ໃນຂະນະທີ່ຜູ້ສະໜັບສະໜູນທ່ານທຣໍາ ປະມານ 800 ຄົນ ໄດ້ບຸກທັບມ້າງການຮັກສາຄວາມປອດໄພ ເຂົ້າໄປໃນຫໍລັດຖະລັດຖະສະພາຊຶ່ງໄດ້ທຸບປະຕູ ແລະປ່ອງຢ້ຽມ, ຢຶດເອົາຫ້ອງການຂອງລັດຖະສະພາຈຳນວນນຶ່ງ ແລະຕໍ່ສູ້ກັນກັບຕຳຫຼວດ. ມີ 5 ຄົນເສຍຊີວິດ, ລວມທັງເຈົ້າໜ້າທີ່ຕຳຫຼວດຍາມຫໍລັດຖະລັດຖະສະພາຄົນນຶ່ງ ຊຶ່ງການເສຍຊີວິດຂອງລາວ ຍັງຢູ່ພາຍໃຕ້ການສືບສວນຢູ່ວ່າເປັນການຂ້າຕົວຕາຍຫລືບໍ່ ແລະຜູ້ກໍ່ຈາລະຈົນຄົນນຶ່ງທີ່ຖືກຕໍາຫຼວດຍິງຕາຍ.

ສະມາຊິກສະພາສູງທີ່ມີ 100 ຄົນ - ຊຶ່ງແບ່ງເຄິ່ງກັນ ລະຫວ່າງສະມາຊິກຂອງພັກຣີພັບບລີກັນ ແລະພັກເດໂມແຄຣັດ - ທີ່ຮັບຟັງການດໍາເນີນຄະດີຟ້ອງຮ້ອງຕໍ່ປະທານາທິບໍດີທີ່ດໍາລົງຕໍາແໜ່ງໄດ້ສະໄໝດຽວ ແມ່ນຢູ່ໃນຖານະທີ່ບໍ່ເຄີຍມີມາກ່ອນ: ພວກເພິ່ນຫຼາຍຄົນເປັນພະຍານດ້ວຍຕົນເອງຕໍ່ການກໍ່ຄວາມວຸ້ນວາຍເມື່ອວັນທີ 6 ມັງກອນ ໃນຂະນະທີ່ພວກເພິ່ນພາກັນຫລົບໜີ ອອກຈາກຫ້ອງປະຊຸມສະພາສູງ ເພື່ອຄວາມປອດໄພຂອງຕົນເອງ.

ຕ້ອງໄດ້ຮັບການລົງຄະແນນສຽງເຫັນດີສອງສ່ວນສາມ ເພື່ອຈະຕັດສິນລົງໂທດໄດ້, ຊຶ່ງໃນນັ້ນສະມາຊິກພັກຣີພັບບລີກັນ 17 ຄົນຈະຕ້ອງຫັນໜ້າໄປຄັດຄ້ານຕໍ່ທ່ານທຣໍາ ຊຶ່ງເປັນເພື່ອນຮ່ວມງານໃນພັກຣີພັບບລີກັນຂອງພວກເຂົາເຈົ້າ, ເພື່ອຈະໃຫ້ທ່ານທຣໍາໄດ້ຖືກຕັດສິນລົງໂທດ ຖ້າສົມມຸດວ່າ ສະມາຊິກພັກເດໂມແຄຣັດທັງໝົດ 50 ຄົນລົງຄະແນນສຽງເຫັນດີໃຫ້ຕັດສິນລົງໂທດທ່ານ. ເມື່ອເປັນເຊັ່ນນັ້ນ ທຣໍາ ເກືອບຈະເວົ້າໄດ້ຢ່າງແນ່ນອນວ່າ ຈະໄດ້ຮັບການປົດເປື້ຶຶອງໃຫ້ພົ້ນໂທດໄປ ຊຶ່ງກໍບໍ່ຕ່າງຫຍັງກັນ ກັບສິ່ງທີ່ທ່ານໄດ້ຮັບໃນນຶ່ງປີຜ່ານມາ ໃນເວລາທີ່ທ່ານຖືກກ່າວຫາວ່າ ຊັກຊວນປະທານາທິບໍດີຢູເຄຣນໃຫ້ຂຸດຄຸ້ຍເອົາຄວາມຜິດມາໃສ່ທ່ານໄບເດັນ ກ່ອນການເລືອກຕັ້ງໃນເດືອນພະຈິກຜ່ານມານັ້ນ.

ແຕ່ ຜົນໄດ້ຮັບບໍ່ວ່າມັນຈະອອກມາເປັນແນວໃດກໍ່ຕາມ, ທ່ານທຣໍາກໍຢືນຢູ່ຄົນດຽວໃນປະຫວັດສາດສະຫະລັດທີ່ມີມາຫຼາຍກວ່າສອງສັດຕະວັດ ໃນນາມທີ່ວ່າເປັນປະທານາທິບໍດີຄົນດຽວເທົ່ານັ້ນ ທີ່ຖືກຟ້ອງຮ້ອງສອງຄັ້ງ.

ນຶ່ງອາທິດຫລັງຈາກມີການບຸກລຸກເຂົ້າໄປໃນຫໍລັດຖະລັດຖະສະພາ, ສະມາຊິກລັດຖະສະພາຕໍ່າ ໄດ້ລົງຄະແນນສຽງ ໂດຍໄດ້ຮັບສຽງເຫັນດີ 232 ຕໍ່ 197 ສຽງ, ຊຶ່ງໃນນັ້ນມີສະມາຊິກພັກຣີພັບບລີກັນ 10 ຄົນ ເຂົ້າຮ່ວມການເຫັນດີນໍາສະມາຊິກຈາກພັກເດໂມແຄຣັດທີ່ມີທັງໝົດ 222 ຄົນ ເພື່ອກ່າວຫາທຣໍາວ່າ "ຍຸຍົງໃຫ້ເຮັດການຈາລະຈົນ." ຫຼັງຈາກນັ້ນ, ໃນວັນທີ 20 ມັງກອນ, ທ່ານໄບເດັນກໍໄດ້ສາບານຕົວເຂົ້າຮັບຕຳແໜ່ງ ເປັນປະທານາທິບໍດີຄົນທີ 46 ຂອງປະ ເທດ ແລະທ່ານທຣໍາທີ່ບໍ່ໄດ້ກຳອຳນາດອີກຕໍ່ໄປແລ້ວນັ້ນ ກໍໄດ້ບິນໂດຍໃຊ້ເຮືອ ບິນ Air Force One ເປັນຄັ້ງສຸດທ້າຍ ໄປຍັງເຂດຝັ່ງມະຫາສະໝຸດອັດລັງຕິກຂອງທ່ານໃນລັດຟລໍຣິດາ ເຊິ່ງເປັນບ່ອນທີ່ທ່ານອາໄສຢູ່ ນັບຕັ້ງແຕ່ນັ້ນມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG