ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະທານາທິບໍດີ ດໍໂນລ ທຣໍາ ໂຈະການໃຫ້ທຶນ ແກ່ອົງການອະນາໄມໂລກ


ອັງການອະນາໄມໂລກ ຫຼື WHO
ອັງການອະນາໄມໂລກ ຫຼື WHO

ການໃຫ້ທຶນສະໜັບສະໜູນຂອງສະຫະລັດແກ່ອົງການອະນາໄມໂລກ ຫຼື WHO ຖືກສັ່ງ
ໃຫ້ໂຈະໄວ້ ໂດຍປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ຜູ້ທີ່ໄດ້ ຖີ້ມໂທດໃສ່ອົງ
ການດັ່ງກ່າວ ໃນການເຮັດໃຫ້ ກໍລະນີຕິດເຊື້ອ COVID-19 ຢູ່ໃນທົ່ວໂລກ “ເພີ້ມຂຶ້ນ
20 ເທົ້າ.”

ອົງການອະນາໄມ ຂອງສະຫະປະຊາຊາດ ອີງຕາມປະທານາທິບໍດີທຣໍາ “ໄດ້ ເຮັດການ
ຕັດສິນໃຈ ທີ່ເສຍຫາຍຢ່າງໜັກ” ຊຶ່ງຄັດຄ້ານຕໍ່ການຈຳກັດ ໃນການເດີນທາງຈາກຈີນ
ຂອງທ່ານແລະຖືເອົາ “ເຫດຜົນທາງການເມືອງຢູ່ເໜືອ ມາດ ຕະການປົກປ້ອງຊີວິດ.”

ການເຄື່ອນໄຫວດັ່ງ ແມ່ນເປັນທີ່ຄາດກັນໄວ້ແລ້ວ ໃນຂະນະທີ່ທ່ານທຣໍາໄດ້ສົ່ງ ສັນຍານ
ຊໍ້າແລ້ວຊໍ້າອີກ ກ່ຽວກັບການເຄື່ອນໄຫວນີ້ ຫຼັງຈາກໄດ້ກ່າວຫາອົງການ WHO ວ່າ ມີ
ຄວາມລຳອຽງ ໂດຍເຂົ້າຂ້າງຈີນ ທັງໆທີ່ສະຫະລັດໄດ້ເປັນຜູ້ບໍລິ ຈາກທຶນລາຍໃຫຍ່
ທີ່ສຸດ.

ປະທານາທິບໍດີກ່າວວ່າ ການໂຈະໃນການໃຫ້ທຶນແກ່ອົງການອະນາໄມໂລກ ຈະມີຜົນ
ບັງຄັບ “ໃນເວລາ 60 ຫາ 90 ມື້” ໃນຂະນະທີ່ ມີການທົບທວນ ກ່ຽວກັບ ການຮັບມືໃນ
ການແຜ່ລະບາດຂອງໄວຣັສໂຄໂຣນາ.

ປະທານາທິບໍດີທຣໍາ ກ່າວວ່າ ອົງການ WHO ບໍ່ສາມາດເຮັດ “ໜ້າທີ່ພື້ນຖານ”

ເພື່ອສືບສວນເບິ່ງລາຍງານໃນຂັ້ນຕົ້ນ ທີ່ອອກມາຈາກປະເທດຈີນ ກ່ຽວກັບໄວ ຣັສດັ່ງ
ກ່າວໃນເດືອນທັນວາຂອງປີກາຍນີ້.

ສະມາຊິກສະພາສູງທ່ານແພຕຣິກ ເລຮີ ສະມາຊິກຄົນສຳຄັນທີ່ສັງກັດພັກເດໂມແຄ
ຣັດ ໃນຄະນະກຳມະການອະນຸມັດງົບປະມານແລະບຸກຄົນສຳຄັນໃນອະນຸກຳມະ
ການກ່ຽວກັບກະຊວງຕ່າງປະເທດແລະການປະຕິບັດງານຕ່າງປະເທດ ກ່າວ ວ່າ
“ການໂຈະໃຫ້ທຶນແກ່ອົງການ WHO ຢູ່ທ່າມກາງການແຜ່ລະບາດ ທີ່ຮ້າຍ ແຮງໃນສັດ
ຕະວັດນັ້ນ ແມ່ນຄ້າຍຄືກັບວ່າ ບໍ່ສົ່ງກະສຸນປືນໃຫ້ແກ່ພັນທະມິດໃນ ຂະນະທີ່ສັດຕູຍັບ
ໃກ້ເຂົ້າມາ.”

ທ່ານເລຮີ ກ່າວຕື່ມວ່າ “ທຳນຽບຂາວຮູ້ດີວ່າໄດ້ຜິດພາດ ໃນການຮັບມືກັບວິກິດການນີ້
ແຕ່ຂັ້ນເລີ້ມຕົ້ນ ໂດຍບໍ່ຫົວຊາກກັບການເຕືອນຫຼາຍຄັ້ງ ແລະເຮັດໃຫ້ ເສຍເວລາ ບໍ່ໃຫ້
ຄວາມສຳຄັນຕໍ່ວິທະຍາສາດການແພດ ປຽບທຽບໄວຣັສໂຄໂຣ ນາໃສ່ກັບໄຂ້ຫວັດທຳ
ມະດາ ແລະກ່າວວ່າທຸກສິ່ງຢ່າງຈະດີຂຶ້ນ.”

ຄະນະກຳມະການສະພາຕໍ່າທີ່ກຳກັບນຳການປະຕິບັດງານຂອງລັດຖະບານ ໄດ້ເພີ້ມ
ການຕ້ອງຕິ ຂອງຕົນເອງໂດຍກ່າວຢູ່ໃນໜັງສືທີ່ສົ່ງໃໄປກາທ່ານທຣໍາ ທີ່ໄດ້ທ່ານໄດ້
ຖີ້ມໂທດໃສ່ອົງການ WHO ນັ້ນແມ່ນສະທ້ອນຢ່າງໜ້າຕຶ່ນຕົກໃຈຕໍ່ລະດັລຄວາມໜ້າ
ໄວ້ຫລັງຫລອກ ທີ່ສະແດງອອກມາ ແລະຍ້ອງຍໍຢ່າງກວ້າງຂວາງຕໍ່ປະທານປະເທດຈີນ ທ່ານສີ ຈິນຜິງ ແລະລັດຖະບານຂອງທ່ານໃນການຮັບມືກັບວິກິດການ.

U.S. funding to the World Health Organization is being halted by President Donald Trump who blames it for creating “a 20-fold increase” in COVID-19 cases worldwide.

The U.N. health agency, according to Trump, made a “disastrous decision” to oppose his restrictions on travel from China and put “political correctness above life-saving measures.”

The action had been expected as Trump repeatedly signaled the move after accusing the WHO of having a bias in favor of China, despite the United States being its largest single funder.

The president said the freeze on funds for the global agency will remain in place “for 60 to 90 days” while a review of its response to the outbreak of the coronavirus is conducted.

Trump contends that the WHO failed in its “basic duty” to investigate early reports out of China about the virus in December of last year.

“Withholding funds for WHO in the midst of the worst pandemic in a century makes as much sense as cutting off ammunition to an ally as the enemy closes in,” said Senator Patrick Leahy, the top Democrat on the Appropriations Committee and ranking member of the subcommittee on State Department and foreign operations.

“The White House knows that it grossly mishandled this crisis from the beginning, ignoring multiple warnings and squandering valuable time, dismissing medical science, comparing COVID-19 to the common cold, and saying ‘everything will be fine,’” Leahy said.

The House Oversight Committee added its own criticism, saying in a letter to Trump that his WHO blame "reflects an astonishing level of hypocrisy given your own fawning and widely publicized praise of President Xi Jinping and his government for their handling of this crisis."

XS
SM
MD
LG