ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ທຣຳ ແລະ ທນ. ເຮລີ ຈະປະເຊີນໜ້າກັນ ຢູ່ໃນລັດນິວແຮມເຊີຣ ໃນການເລືອກຕັ້ງຂັ້ນຕົ້ນ ສຳລັບຕຳແໜ່ງປະທານາທິບໍດີ


ພາບລວມກັນນີ້ ທີ່ໄດ້ຜະລິດອອກມາໃນວັນທີ 21 ມັງກອນ 2024, ສະແດງໃຫ້ເຫັນ ອະດີດປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ເມື່ອວັນທີ 7 ທັນວາ 2023 ແລະ ຜູ້ທີ່ມີຄວາມຫວັງ ຈະໄດ້ເປັນປະທານາທິບໍດີ ຂອງພັກຣີພັບບລີກັນ ແລະເປັນອະດີດເອກອັກຄະລັດຖະທູດ ປະຈຳ ສປຊ ທ່ານນາງນິກກີ ເຮລີ ເມື່ອວັນືີ 11 ມັງກອນ 2024.
ພາບລວມກັນນີ້ ທີ່ໄດ້ຜະລິດອອກມາໃນວັນທີ 21 ມັງກອນ 2024, ສະແດງໃຫ້ເຫັນ ອະດີດປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ເມື່ອວັນທີ 7 ທັນວາ 2023 ແລະ ຜູ້ທີ່ມີຄວາມຫວັງ ຈະໄດ້ເປັນປະທານາທິບໍດີ ຂອງພັກຣີພັບບລີກັນ ແລະເປັນອະດີດເອກອັກຄະລັດຖະທູດ ປະຈຳ ສປຊ ທ່ານນາງນິກກີ ເຮລີ ເມື່ອວັນືີ 11 ມັງກອນ 2024.

ອະດີດປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ແລະອະດີດຜູ້ປົກຄອງລັດຄາໂຣໄລນາໃຕ້ ທ່ານນາງນິກກີ ເຮລີ ກຳລັງປະເຊີນໜ້າກັນ ໃນວັນອັງຄານມື້ນີ້ ໃນການເລືອກຕັ້ງຂັ້ນຕົ້ນຂອງພັກຣີພັບບລີກັນ ຢູ່ໃນລັດນິວແຮມເຊີຣ ທາງພາກຕາເວັນອອກສຽງເໜືອ ໂດຍທີ່ທ່ານທຣຳ ຫາທາງທີ່ຈະນຳທ່າແຮງຈາກໄຊຊະນະເມື່ອອາທິດແລ້ວນີ້ ມາຍັງລັດໄອໂອວາ ແລະທ່ານນາງເຮລີ ກໍພະຍາຍາມໂຄສະນາຫາສຽງ ເພື່ອຈະໄດ້ຮັບການສະໜັບສະໜຸນເພີ້ມຕື່ມ ທີ່ຈະຖືກສະເໜີຊື່ໃຫ້ລົງແຂ່ງຂັນເປັນປະທານາທິບໍດີຂອງພັກ ໃນການເລືອກຕັ້ງທົວໄປ ໃນເດືອນພະຈິກນີ້.

ໜ່ວຍເລືອກຕັ້ງທັງຫຼາຍ ຈະບໍ່ປິດຈົນກວ່າຕອນແລງມື້ນີ້ ຢູ່ເຂດຕ່າງໆໂດຍສ່ວນໃຫຍ່ຂອງລັດ ແຕ່ຢູ່ໃນເມືອງນ້ອຍໆ ດິກວີລ ນອຕຈ໌ (Dixville Notch) ຊຶ່ງພວກມີສິດປ່ອນບັດ ກໍໄດ້ປ່ອນບັດໄປແລ້ວ ບໍ່ດົນຫຼັງຈາກທ່ຽງຄືນ ໂດຍມີທັງໝົດຫົກສຽງ ໃຫ້ແກ່ທ່ານນາງເຮລີ.

ຜົນດັ່ງກ່າວນັ້ນ ບໍ່ໄດ້ບົງບອກເຖິງຄວາມເຫັນ ຂອງການລົງຄະແນນສຽງ ກ່ອນໜ້າການປ່ອນບັດໃນລັດນິວແຮມເຊີຣ, ຊຶ່ງໄດ້ສະແດງໃຫ້ເຫັນວ່າ ທ່ານທຣຳຍັງ ນຳໜ້າທ່ານນາງເຮລີ ຫຼາຍສົມຄວນ. ການຢັ່ງຫາງສຽງຂອງມະຫາວິທະຍາໄລ Suffolk/Boston Globe/WBTS ທີ່ໄດ້ຖືກເປີດເຜີຍໃນວັນຈັນວານນີ້ ໄດ້ສະ ແດງໃຫ້ເຫັນວ່າ ທ່ານທຣຳ ມີສຽງສະໜັບສະໜຸນ 57 ເປີເຊັນ ເມື່ອທຽບກັບທ່ານນາງເຮລີ ທີ່ໄດ້ຮັບ 38 ເປີເຊັນ.

ທ່ານທຣຳ ໄດ້ຮັບໄຊຊະນະເມື່ອອາທິດແລ້ວນີ້ ຂອງການລົງຄະແນນສຽງຂອງພັກໃນລັດໄອໂອວາ ດ້ວຍຄະແນນສຽງຫຼາຍກວ່າ 50 ເປີເຊັນ ໂດຍມີທ່ານນາງເຮລີ ເຂົ້າມາໃນອັນດັບທີສາມ.

Former U.S. President Donald Trump and former South Carolina Governor Nikki Haley are facing off Tuesday in a Republican primary election in the northeastern state of New Hampshire, with Trump looking to carry momentum from a win last week in Iowa and Haley trying to earn a boost for her campaign to be the party’s nominee in the November general election.

Polls do not close until the evening in most parts of the state, but in the tiny town of Dixville Notch, voters cast their ballots just after midnight with all six going to Haley.

New Hampshire Voters May Surprise in Tuesday’s Primary
please wait

No media source currently available

0:00 0:02:51 0:00

That result was not indicative of pre-voting opinion polls in New Hampshire, which showed Trump well ahead of Haley. A Suffolk University/Boston Globe/WBTS poll released Monday had Trump with 57% support compared to 38% for Haley.

Trump won last week’s Iowa caucuses with more than 50% of the vote, with Haley coming in third place.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG