ຊາວເກົາຫຼີໃຕ້ ຫຼາຍພັນຄົນ ໄດ້ພາກັນຕ້ອນຮັບປະທານາທິບໍດີສະຫະລັດ ທ່ານດໍໂນລ
ທຣຳ ເຂົ້າສູ່ເມືອງຫຼວງຂອງປະເທດ ແຕ່ວ່າ ບາງພວກກໍພາກັນອອກມາປະທ້ວງ ຜູ້ນຳ
ອາເມຣິກັນ ແລະວາຈາຮຸນແຮງຂອງທ່ານ ຕໍ່ເກົາຫຼີເໜືອ ຊຶ່ງວັນນະສອນ ຈະນຳລາຍ
ລະອຽດຈາກ ລາຍງານຂອງນັກຂ່າວ VOA Daniel Schearf ມາສະເໜີທ່ານ ໃນອັນ
ດັບຕໍ່ໄປ.
ຊາວເກົາຫຼີໃຕ້ທີ່ຕື່ນເຕັ້ນ ໄດ້ພາກັນອອກມາຕ້ອນຮັບປະທານາທິບໍດີສະຫະລັດ
ທ່ານ ດໍໂນລ ທຣຳ ໃນຂະນະທີ່ທ່ານເດີນທາງໄປຢ້ຽມຢາມນະຄອນຫລວງໂຊລ໌
ເປັນຄັ້ງທຳອິດ.
ປະຊາຊົນຫຼາຍພັນຄົນ ພາກັນຢືນເປັນແຖວຍາວຢຽດ ເນັ່ງໄປເຖິງທຳນຽບປະທານາ
ທິບໍດີ ສີຟ້າ ຫລື Blue House ຂອງເກົາຫຼີໃຕ້.
ບາງຄົນສັນລະເສີນໃນຄຳເວົ້າອັນແຂງຂັນ ເພື່ອຍຸຕິການຂົ່ມຂູ່ຂອງໂຄງການອາວຸດ
ນິວເຄລຍ ແລະລູກສອນໄຟຂີປະນາວຸດຂອງເກົາຫຼີເໜືອ ໃນຂະນະທີ່ບາງພວກ
ກໍອອກ ມາເພື່ອສະແດງການສະໜັບສະໜຸນຄວາມເປັນພັນທະມິດກັນລະຫວ່າງ
ເກົາຫຼີໃຕ້ ກັບ ສະຫະລັດ.
ທ່ານ Jeong Soon-Il ຊາຍຄົນນຶ່ງທີ່ເປັນຄົນເດີນຂະບວນສະໜັບສະໜຸນສະຫະລັດ
ກ່າວເປັນພາສາເກົາຫລີວ່າ “ຂ້າພະເຈົ້າມາທີ່ນີ້ ເພື່ອຕ້ອນຮັບປະທານາທິບໍດີຂອງ
ປະເທດ ທີ່ເປັນພັນທະມິດ ແລະເປັນພີ່ນ້ອງຮ່ວມສາຍເລືອດດຽວກັນ ແລະໄດ້ຊ່ອຍ
ເກົາຫຼີໃຕ້ ໃນສົງຄາມເກົາຫຼີ. ຂ້າພະເຈົ້າຕ້ອງມາທີ່ນີ້ ເພາະວ່າປະທານາທິບໍດີທຣຳ ໃຫ້ການສະໜັບ ສະໜຸນແກ່ເກົາຫຼີໃຕ້ ພາຍໃຕ້ການຂົ່ມຂູ່ຂອງເກົາຫຼີເໜືອ.”
ແຕ່ວ່າ ກໍມີປະຊາຊົນໃນກຸ່ມທີ່ນ້ອຍກວ່າ ທີ່ພາກັນອອກມາປະທ້ວງ ຕໍ່ການຢ້ຽມຢາມ
ຂອງ ທ່ານທຣຳ, ຕໍ່ຄຳເວົ້າທີ່ແຂງຂັນຂອງທ່ານຕໍ່ເກົາຫຼີເໜືອ ແລະຕໍ່ການມີໜ້າຂອງ
ກອງທັບ ສະຫະລັດໃນເກົາຫລີໃຕ້.
ນາງ Kim Jong-Hee ຍິງທີ່ເປັນຜູ້ປະທ້ວງຕ້ານທ່ານທຣໍາຜູ້ນຶ່ງ ກ່າວເປັນພາສາ
ເກົາຫລີວ່າ “ຖ້າຫາກທ່ານຕ້ອງການຢາກໃຫ້ມີສັນຕິພາບຢູ່ໃນໂລກ ໃນຖານະທີ່
ເປັນປະທາ ນາທິບໍດີຂອງປະເທດທີ່ມີອຳນາດຫຼາຍທີ່ສຸດໃນໂລກ, ທ່ານຄວນ
ຈະອອກມາເຈລະຈາ ອອກມາພົບປະກັບເກົາຫຼີເໜືອແບບບໍ່ມີເງື່ອນໄຂ. ແລະ ຂ້າພະເຈົ້າຢາກໃຫ້ທ່ານໃຫ້ຄວາມກະຈ່າງແຈ້ງວ່າ ຈະບໍ່ມີສົງຄາມໃນແຫຼມເກົາຫຼີ.”
ຕຳຫຼວດຈຳນວນຫຼວງຫຼາຍ ໄດ້ຢືນລ້ອມພວກປະທ້ວງທີີ່ຕ້ານທ່ານທຣຳຈໍານວນນຶ່ງ
ໄວ້ຢູ່ໃນຈະຕຸລັດຫຼັກ ກ່ອນທີ່ຂະບວນລົດຂອງປະທານາທິບໍດີສະຫະລັດ ແລ່ນຜ່ານໄປ.
ຜູ້ຄົນສ່ວນໃຫຍ່ແມ່ນຍິນດີຕ້ອນຮັບຜູ້ນຳອາເມຣິກາ ທີ່ເປັນກຳລັງຊ່ອຍຮັບປະກັນສັນຕິ ພາບໃນເກົາຫຼີໃຕ້ ມາໄດ້ຫຼາຍທົດສະວັດ ແລະພວກເຂົາເຈົ້າກໍຫວັງວ່າ ຈະຮັບປະກັນ
ສັນຕິພາບແບບນັ້ນ ຕໍ່ໄປອີກຫຼາຍໆທົດສະວັດ ຕໍ່ໜ້າ.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ
Thousands of South Koreans have welcomed U.S. President Donald Trump to the capital, but some came out to protest the American leader and his tough rhetoric on North Korea. VOA's Daniel Schearf reports from Seoul.
An excited crowd of South Koreans greeted U.S. President Donald Trump on his first visit to Seoul.
Thousands lined the street leading to South Korea's presidential Blue House.
Some celebrated Trump's tough rhetoric on stopping North Korea's nuclear and missile threats, while others came out to show support for the South Korea-U.S. alliance.
((JEONG SOON-IL, PRO-U.S.A. DEMONSTRATOR, (Male in Korean))
"I came here to welcome the president of the nation that is our ally and blood brother and helped South Korea during the Korean War. I must come here as President Trump is supporting South Korea under threat from North Korea."
But smaller groups protested Trump's visit, his tough words on North Korea, and the U.S. military presence.
((KIM JONG-HEE, ANTI-TRUMP PROTESTER (Female in Korean))
"If he wants peace in the world as a president of the most powerful nation, he should come out for negotiation for unconditional talks with North Korea. And I would like him to clarify that there will be no war on the Korean peninsula."
Police in mass numbers isolated some anti-Trump protesters on a main square before the U.S. president's motorcade drove past.
The vast majority welcomed the leader of America, a force that has helped ensure peace in South Korea for decades and - they hope - for decades to come.