ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສາກົນ ສົງໄສ ກ່ຽວກັບ ບົດບາດສິດທິມະນຸດ ໃນການພິຈາລະນາ ນະໂຍບາຍຕ່າງປະເທດ ຂອງ ທ່ານ ທຣຳ


Trump's Campaign Proposals, Cabinet Nominees Raise Human Rights Questions
please wait

No media source currently available

0:00 0:02:16 0:00

ໄດ້ມີຄຳຖາມຂຶ້ນມາວ່າ ບົດບາດທາງດ້ານສິດທິມະນຸດຈະແມ່ນແນວໃດ ໃນນະໂຍບາຍ ຕ່າງປະເທດຂອງ ທ່ານ Donald Trump ທີ່ພວມຈະມີຂຶ້ນນີ້? ຄຳຖາມດັ່ງກ່າວ ໄດ້ກາຍ ເປັນຈຸດ ສົນໃຈໃນສັບປະດານີ້ ໃນລະຫວ່າງການຮັບຟັງຄຳໃຫ້ການເພື່ອຮັບຮອງເອົາຜູ້ທີ່ ຖືກເລືອກເຂົ້າມາ ໃນຄະນະລັດຖະມົນຕີຂອງທ່ານ Trump. ດັ່ງ ທີ່ນັກຂ່າວຂອງວີໂອເອ Bill Gallo ໄດ້ລາຍງານມານັ້ນກໍແມ່ນວ່າ ມັນເປັນຄຳຖາມໜຶ່ງທີ່ເພີ່ມຄວາມສຳຄັນຂຶ້ນ, ຍ້ອນຄຳໝັ້ນສັນຍາທີ່ເປັນບັນຫາ ໃນການໂຄສະນາຫາສຽງຜ່ານມາຂອງທ່ານ Trump. ຕໍ່ໄປ ພຸດທະສອນ ຈະນຳເອົາລາຍລະອຽດເຣື່ອງນີ້ມາສະເໜີທ່ານ.

ມັນແມ່ນຄຳໝັ້ນສັນຍາທີ່ທ່ານ ທຣຳ ໄດ້ກ່າວຢ່າງຊໍ້າແລ້ວຊໍ້າອີກໃນລະຫວ່າງ ການໂຄສະ ນາຫາສຽງ.

ທ່ານ Donald Trump ກ່າວວ່າ “ຈົ່ງຮັກສານ້ຳມັນໄວ້, ຈົ່ງຮັກສານ້ຳມັນໄວ້ ຈົ່ງເກັບຮັກ ສານ້ຳມັນໄວ້.”

ຄຳເວົ້າດ່ັງກ່າວຂອງທ່ານ ທຣຳ ໝາຍເຖິງ ນ້ຳມັນຂອງປະເທດ ອີຣັກ, ເຊິ່ງທ່ານກ່າວວ່າ ສະຫະລັດ ຄວນດູດຂຶ້ນມາ ແລ້ວກໍຂາຍມັນອອກໄປໃນລະຫວ່າງສົງຄາມ ອີຣັກ.

ທ່ານ Donald Trump ກ່າວວ່າ “ໃນສະໄໝກ່ອນ, ເມື່ອພວກເຮົາຊະນະສົງຄາມ, ຜູ້ຊະ ນະເລີດຈະໄດ້ຮັບຂອງທີ່ຍາດແຍ່ງມາໄດ້.”

ທ່ານນາງ Sarah Margon ຈາກອົງການສິ້ງຊອມສິດທິມະນຸດກ່າວວ່າ ຄຳເຫັນແນວນນັ້ນ ແມ່ນໄດ້ກໍ່ໃຫ້ເກີດມີຄຳຖາມຂຶ້ນມາ ກ່ຽວກັບ ວ່າທ່ານ ທຣຳ ຈະຮັບມືດ້ານສິດທິມະນຸດໃນ ຕ່າງປະເທດແນວໃດ.

ທ່ານນາງ Sarah Margon ຜູ້ອຳນວຍການອົງການສິ້ງຊອມສິດທິມະນຸດ ປະຈຳ ວໍຊິງຕັນ ກ່າວວ່າ “ພວກເຮົາມີຄວາມເປັນຫ່ວງຢ່າງຍິ່ງວ່າ ມັນຈະເປັນການບໍລິຫານທີ່ວ່າຈະ ບໍ່ພົວພັນນຳພວກເຂົາເຈົ້າ, ບໍ່ສົນໃຈນຳພວກເຂົາເຈົ້າ, ຫຼື ຈະໃຊ້ພວກເຂົາເຈົ້າເປັນ ເຄື່ອງມື ເພື່ອໄດ້ມາ ຊຶ່ງສິ່ງທີ່ພວກເຂົາເຈົ້າຕ້ອງການແນວອື່ນ.”

ທ່ານນາງ Margon ໄດ້ບົ່ງຊີ້ເຖິງຄວາມຕັ້ງໃຈທີ່ຈະເຮັດວຽກກັບພວກຜູ້ນຳຜະເດັດການ ຂອງທ່ານ ທຣຳ, ເຊັ່ນ ທ່ານ Vladimir Putin ຂອງ ຣັດເຊຍ, ທ່ານ Abdel Fattah al-Sissi ຂອງ ອີຈິບ ຫຼື ທ່ານ Bashar al-Assad ຂອງ ຊີເຣຍ.

ມັນບໍ່ມີຫຍັງໃໝ່, ບາງເທື່ອສະຫະລັດກໍອາດຈະຮ່ວມມືເປັນພັນທະມິດກັບຜູ້ລະເມີດສິດ ທິມະນຸດເອງກໍເປັນໄດ້. ແຕ່ທ່ານ ທຣຳ ແລະ ບັນດາເຈົ້າໜ້າທີ່ລະດັບສູງຂອງທ່ານບາງ ຄົນກໍບໍ່ໄດ້ເຕັມໃຈ ທີ່ແມ່ນກະທັ່ງຈະກ່າວປະນາມພວກເຂົາ.

ຄວາມບໍ່ເຕັມໃຈດັ່ງກ່າວ ຖືກແນມເຫັນໄດ້ ໃນລະຫວ່າງການຮັບຟັງຄຳໃຫ້ການຮັບຮອງ ມອບຕຳແໜ່ງໃຫ້ທ່ານ Rex Tillerson, ຜູ້ທີ່ຖືກເລືອກມາເປັນລັດຖະມົນຕີການຕ່າງ ປະເທດຂອງ ທ່ານ ທຣຳ.

ທ່ານ Tillerson ໄດ້ປະຕິເສດທີ່ຈະກ່າວເຖິງຄວາມພະຍາຍາມຂອງກອງທັບຂອງທ່ານ ປູຕິນ ໃນ ຊີເຣຍ ທີ່ກາຍມາເປັນອາຊະຍາກຳສົງຄາມ. ໃນເວລາທີ່ຖືກຖາມນັ້ນ, ທ່ານຈະ ບໍ່ກ່າວປະນາມຜູ້ນຳ ຟີລິບປິນ ທ່ານ Rodrigo Duterte, ເຊິ່ງສົງຄາມຢາເສບຕິດຂອງ ທ່ານໄດ້ເຮັດໃຫ້ປະຊາຊົນຫຼາຍພັນຄົນເສຍຊີວິດ. ທ່ານ Tillerson ໄດ້ປ້ອງກັນການຢືນ ຢັດຂອງທ່ານວ່າເປັນການປະຕິບັດພາກຕົວຈິງ.

ທ່ານ Rex Tillerson ຜູ້ຖືກສະເໜີຊື່ໃຫ້ກຳຕຳແໜ່ງລັດຖະມົນຕີການຕ່າງປະເທດຂອງ ທ່ານ ທຣຳ ກ່າວວ່າ “ມັນບໍ່ມີເຫດຜົນອັນໃດທີ່ຈະຫວັງວ່າ ທຸກໆຄວາມພະຍາຍາມຂອງ ນະໂຍບາຍຕ່າງປະເທດຈະຖືກຜັກດັນໃຫ້ພິຈາລະນາ ກ່ຽວກັບ ສິດທິມະນຸດພຽງຢ່າງ ດຽວ, ໂດຍສະເພາະເມື່ອຄວາມປອດໄພຂອງປະຊາຊົນ ອາເມຣິກັນ ຕົກຢູ່ໃນອັນຕະ ລາຍ.”

ແຕ່ ມັນແມ່ນແທ້ບໍ ທີ່ສະຫະລັດ ຈະຕ້ອງໄດ້ຕັດສິນໃຈເລືອກເອົາ ລະຫວ່າງ ຜົນປະໂຫຍດ ແຫ່ງຊາດ ກັບ ຄ່ານິຍົມຂອງມັນ? ທ່ານນາງ Leslie Vinjamuri ຜູ້ທີ່ໄດ້ລົມນຳວີໂອເອ ຜ່ານທາງ Skype ກ່າວວ່າ ບໍ່.

ທ່ານນາງ Leslie Vinjamuri ຈາກມະຫາວິທະຍາໄລ ລອນດອນ ກ່າວວ່າ “ເຈົ້າສາມາດ ໂຕ້ຖຽງວ່າ ມັນແມ່ນຜົນປະໂຫຍດຢ່າງຫຼວງຫຼາຍຂອງພວກເຮົາ ທີ່ຈະສະໜັບສະນູນ ສິດທິມະນຸດ, ຍ້ອນວ່າ ໃນໄລຍະຍາວ ແລະ ແມ່ນກະທັ່ງໃນໄລຍະສັ້ນ, ມັນຈະເຮັດໃຫ້ ການສ້າງຄູ່ຮ່ວມ ແລະ ພັນທະມິດ ກັບຊະນິດຂອງລັດຖະບານທີ່ ອາເມຣິກາ ຕ້ອງການ ເຮັດວຽກນຳ ເພື່ອໃຫ້ມັນມີປະສິດທິຜົນຢູ່ໃນໂລກນັ້ນ ງ່າຍຂຶ້ນ.”

ໃນຂະນະທີ່ທ່ານ ທຣຳ ກຽມພ້ອມທີ່ຈະເຂົ້າດຳລົງຕຳແໜ່ງຢູ່ນີ້, ສິ່ງໜຶ່ງທີ່ມີຄວາມຊັດເຈນ ກໍແມ່ນວ່າ: ທ່ານຈະບໍ່ແມ່ນປະທານາທິບໍດີ ສະຫະລັດ ຄົນທຳອິດ ຫຼື ຄົນສຸດທ້າຍຜູ້ທີ່ຈະ ເຮັດໃຫ້ຄວາມຕ້ອງການດ້ານຄວາມປອດໄພແຫ່ງຊາດ ກັບ ການພິຈາລະນາດ້ານສິດທິ ມະນຸດມີຄວາມດຸ່ນດ່ຽງກັນ.

[[What role will human rights play in determining Donald Trump's foreign policy? That question was thrust into the spotlight this week during confirmation hearings for some of Trump's top Cabinet picks. As VOA's Bill Gallo reports, it's a question that has added significance, given Trump's controversial campaign promises.]]


It's a promise Donald Trump made repeatedly during the campaign:

((DONALD TRUMP, PRESIDENT-ELECT))
"Keep the oil, keep the oil, keep the oil."

Trump was talking about Iraqi oil, which he said the U.S. should have extracted and sold during the Iraq War.

((DONALD TRUMP, PRESIDENT-ELECT))
"In the old days, when we won a war, to the victor belonged the spoils."

Sarah Margon with Human Rights Watch says comments like that raise questions about how Trump will handle human rights overseas.

((SARAH MARGON, WASHINGTON DIRECTOR OF HUMAN RIGHTS WATCH))
"We have great concern that this is going to be an administration that either doesn't engage in them, isn't interested in them, or instrumentalizes them to get what they want in other arenas."

Margon points to Trump's willingness to work with autocratic leaders, such as Russia's Vladimir Putin, Egypt's Abdel Fattah al-Sissi or Syria's Bashar al-Assad.

It's nothing new; the U.S. sometimes allies itself with rights abusers. But Trump and some of his top officials have been reluctant to even criticize them.

That reluctance was on display this week during the confirmation hearing of Rex Tillerson, Trump's choice for secretary of state.

Tillerson refused to say Putin's military efforts in Syria amount to war crimes. When asked, he would not condemn Philippines leader Rodrigo Duterte, whose war on drugs has left thousands dead. Tillerson defended his stance as pragmatic.

((REX TILLERSON, TRUMP'S NOMINEE FOR SECRETARY OF STATE))
"It is unreasonable to expect that every foreign policy endeavor will be driven by human rights considerations alone, especially when the security of the American people is at stake."

But does the US really need to decide between its national interests and its values? Leslie Vinjamuri, who spoke to VOA via Skype, says no.

((mandatory cg: Skype logo))

((LESLIE VINJAMURI, UNIVERSITY OF LONDON))
"You could argue that it's very much in our interests to embrace human rights, because in the long run, and even in the short run, it makes it easier to build partnerships and alliances with the kinds of states America needs to work with to be effective in the world."

As Trump prepares to take office, one thing is clear: he will not be the first, nor the last, U.S. president to balance national-security needs with human-rights considerations.

XS
SM
MD
LG