ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ. ທ​ຣຳ ຈະ​ໃຫ້ 'ໂອ​ກາດ​ສຸດ​ທ້າຍ' ແກ່​ພັກ​ເດ​ໂມ​ແຄ​ຣັດ ເພື່ອ​ບັນ​ລຸການ​ຕົກ​ລົງ ເລື້ອງ​ຄົນ​ເຂົ້າ​ເມືອງ


ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ ທີ່​ສວນດອກ​ກຸ​ຫຼາບ ຂອງ​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 14 ມິ​ຖຸ​ນາ 2019.
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ ທີ່​ສວນດອກ​ກຸ​ຫຼາບ ຂອງ​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 14 ມິ​ຖຸ​ນາ 2019.

ປະ​ທາ​ນາ​ທິ​ບໍ​ດີ ​ດໍ​ໂນ​ລ ທ​ຣຳ ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ທ່ານ​ຢາກຈະ​ໃຫ້ “ໂອ​ກາດ​ສຸດ​ທ້າຍ” ແກ່​ສະ​ມາຊິກລັດ​ຖະ​ສະ​ພາ ​ຈາກ​ພັກ​ເດ​ໂມ​ແຄ​ຣັດ​ ທີ່​ເປັນ​ຝ່າຍ​ຄ້ານ ສ້າງ​ຄວາມ​ເຂັ້ມ​ແຂງ ​ໃຫ້ແກ່ກົດ​ໝາຍ​ຂໍ​ລີ້​ໄພ ແລະ​ນະ​ໂຍ​ບາຍ​ຄົນເຂົ້າ​ເມືອງ​ຂອງ​ປະ​ເທດ ກ່ອນ​ຈະ​ເລີ້ມ​ການ​ບຸກ​ເຂົ້າ​ໄປ​ກວດ​ຄົ້ນເພື່ອ​ເນ​ລະ​ເທດພວກ​ຄົນ​ເຂົ້າ​ເມືອງ​ທີ່​ບໍ່​ມີ​ເອກ​ກະ​ສານ.

ທ່ານ​ທ​ຣຳ ຊຶ່ງ​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ໃດໆ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ຕ້ອງ​ການນັ້ນ ກ່າວວ່າ ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ທີ່​ຄັດ​ຄ້ານ​ຕໍ່​ການ​ເອົາ​ທ່າ​ທີ​ຢ່າງ​ແຂງ​ຂັນ​ໃນ​ດ້ານ​ຄົນເຂົ້າ​ເມືອງ​ຂອງ​ທ່ານນັ້ນ ຄວນ “ເຈ​ລະ​ຈາ​ກັນ ​ຢ່າງວ່ອງ​ໄວ ເພື່ອ​ປ່ຽນ​ແປງ​ກົດ​ໝາຍ​ຂໍ​ລີ້​ໄພ ​ແລະ​ຊ່ອງ​ຫວ່າງ​ຕ່າງໆ ນີ້​ຈະ​ປົວ​ແປງ​ ບັນ​ຫາ​ຊາຍ​ແດນ​ທາງ​ໃຕ້ພ້ອມ​ກັບ​ການ​ຊ່ວຍ​ເຫຼືອ​ຈາກ​ເມັກ​ຊິ​ໂກ ທີ່​ອຳ​ນວຍ​ໃຫ້​ພວກ​ເຮົາ​ໃນ​ເວ​ລານີ້ ບາງທີ​ມັນ​ອາດ​ຈະ​ບໍ່​ເກີດ​ຂຶ້ນ​ອີກ ແຕ່​ກໍ​ບໍ່​ເສຍ​ຫຍັງ​ທີ່​ຈະ​ລອງ​ເຮັດ​ເບິ່ງ. ສອງ​ອາ​ທິດ ແລະ​ການ​ເນ​ລະ​ເທດ​ຂະ​ໜາດ​ໃຫຍ່​ຈະ​ເລີ້ມ​ຂຶ້ນ.”

ທ່ານ​ທ​ຣຳ​ໄດ້​ສັ່ງ​ໃຫ້​ບຸກ​ເຂົ້າ​ໄປ​ກວດ​ຄົ້ນ ຢູ່​ຕາມ​ຫົວ​ເມືອງ​ໃຫຍ່ໆ​ຂອງ​ສະ​ຫະ​ລັດ ສິບກວ່າ​ເມືອງ ຊຶ່ງ​ຈະ​ເລີ້ມ​ຂຶ້ນ​ໃນ​ວັນ​ອາ​ທິດ​ວານນີ້ ແຕ່​ທ່ານ​ໄດ້​ສັ່ງ​ໃຫ້​ຍົກ​ເລີກການກວດ​ຄົ້ນ​ດັ່ງ​ກ່າວຢ່າງ​ກະ​ທັນ​ຫັນ ໃນ​ມື້​ວັນ​ເສົາ​ຜ່ານ​ມາ.

ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ແພັນ​ສ໌ ກ່າວ​ຕໍ່​ຕາ​ໜ່າງ​ໂທ​ລະ​ພາບ CNN ວ່າ “ພວກ​ເຮົາ​ຕ້ອງ​ໄດ້​ອັດ​ຊ່ອງ​ຫວ່​າງ” ຢູ່​ເຂດ​ຊາຍ​ແດນ ບ່ອນ​ທີ່​ທ່ານ ກ່າວ​ວ່າ ພວກ​ຄົນ​ເຂົ້າ​ເມືອງ​ບໍ່​ມີ​ເອກ​ກະ​ສານ​ ຫຼາຍກວ່າ 1 ລ້ານ​ຄົນ ຊຶ່ງ​ສ່ວນໃຫຍ່​ແລ້ວ​ຈາກ​ອາ​ເມ​ຣິ​ກາ​ກາງ ຄາດ​ວ່າ​ຈະ​ເດີນ​ທາງ​ມາ​ຂໍ​ລີ້​ໄພ​ຢູ່​ສະ​ຫະ​ລັດ​ໃນ​ປີນີ້.

ທ່ານ​ແພັນ​ສ໌ ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ຕ້ອງ​ໄດ້​ຍຸ​ຕິມື້​ທີ່​ພວກ​ຜູ້​ຄົນ​ເຊື່ອ​ວ່າ​ພວກ​ເຂົາ​ເຈົ້າ​ສາ​ມາດ​ເຂົ້າ​ມາ ແລ້ວ​ກໍ​ຂໍ​ລີ້​ໄພແລະ​ກໍ​ຖືກ​ປ່ອຍ ​ໃຫ້​ຢູ່​ໃນ​ສະ​ຫະ​ລັດ ມື້​ວັນທີ່ເຂດ​ຊາຍ​ແດນ​ບໍ່​ມີ​ການ​ຄວບ​ຄຸມ​ພຽງ​ພໍ​ແມ່ນ​ໝົດ​ລົງ​ແລ້ວ.”

ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ຍັງ​ກ່າວ​ວ່າ 90 ເປີ​ເຊັນ​ຂອງ​ພວກ​ຄົນ​ເຂົ້າ​ເມືອງບໍ່​ມີ​ເອກ​ກະ​ສານທີ່​ຖືກ​ສັ່ງ​ໃຫ້​ໄປ​ປາ​ກົດ​ຕົວ​ຢູ່​ສານ​ໃນ​ເວ​ລາ​ຕໍ່​ມາ​ເພື່ອ​ຮັບ​ຟັງ​ການຂໍ​ລີ້​ໄພ​ຂອງ​ພວກ​ເຂົາ​ເຈົ້າ​ນັ້ນແມ່ນ​ບໍ່​ໄດ້​ໄປ​ເລີຍ ແຕ່​ກະ​ຊວງ​ຍຸ​ຕິ​ທຳ​ຂອງ​ສະ​ຫະລັດ​ກ່າວ​ວ່າ ຕົວ​ເລກ​ໃນ​ປີ 2018 ແມ່ນ​ກົງ​ກັນ​ຂ້າມ ຄື 89 ເປີ​ເຊັນ​ໄດ້​ໄປ​ຕາມທີ່​ສານ​ສັ່ງ.

ແຕ່​ແນວ​ໃດ​ກໍ​ຕາມ ການ​ຕົກ​ລົງ​ກ່ຽວ​ກັບ​ຄົນ​ເຂົ້າ​ເມືອງ​ລະ​ຫວ່າງ​ທ່ານ​ທ​ຣຳ ແລະພັກ​ເດ​ໂມ​ແຄ​ຣັດ ຈະ​ສາ​ມາດ​ບັນ​ລຸ​ກັນ​ໄດ້​ຫຼື​ບໍ່​ນັ້ນ ແມ່ນ​ຍັງ​ເປັນ​ຄຳ​ຖາມ​ຢູ່. ການຕົກ​ລົງ​ກັນ​ເປັນ​ບາງ​ສ່ວນ​ກ່ອນ​ໜ້ານີ້ ໄດ້​ປະ​ສົບ​ກັບ​ຄ​ວາມ​ລົ້ມ​ແຫຼວ ​ຢູ່​ໃນ​ສະ​ພາເມື່ອ​ໄວໆ​ມານີ້ ໂດຍ​ທີ່​ສະ​ມາ​ຊິກ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ​ແລະ​ພັກ​ເດ​ໂມ​ແຄ​ຣັດ ບໍ່​ສາ​ມາດ​ບັນ​ລຸ​ການ​ຕົກ​ລົງ​ກັນ​ໃນ​ຂັ້ນ​ສຸດ​ທ້າຍ.

ລາຍ​ງານກ່າວ​ວ່າ ​ພວກ​ເຈົ້າ​ໜ້າ​ທີ່ກວດ​ຄົນ​ເຂົ້າ​ເມືອງ​ແລະ​ພາ​ສີ ໄດ້​ວາງ​ແຜນ​ທີ່​ຈະທຳ​ການກວດ​ຄົ້ນ​ຂະ​ໜາດ​ໃຫຍ່ ຊຶ່ງເຮັດ​ໃຫ້​ຜູ້​ນຳ​ຂອງ​ພັກ​ເດ​ໂມ​ແຄ​ຣັດ​ຢູ່​ຕາມ​ຫົວເມືອງ​ໃຫຍ່ໆ ທີ່​ໄດ້​ປະ​ນາມ​ຕໍ່​ແຜນ​ການດັ່ງ​ກ່າ​ວ ສະ​ແດງ​ຄວາມ​ບໍ່​ພໍ​ໃຈແລະ​ເລີ້ມ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຊ່ວຍ​ພວກ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG