ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ແລະ ອີຢູ ຫລີກເວັ້ນ ສົງຄາມການຄ້າ ທີ່ອາດຂະຫຍາຍ ກວ້າງຂວາງຂຶ້ນ


ປະທານາທິບໍດີ ດໍໂນລ ທຣຳ ແລະ ປະທານຄະນະກຳມາທິການຂອງຢູໂຣບ ທ່ານ ຊັງຄລອດ ຈັງເກີ້ ກ່າວຖະແຫລງ ຢູ່ໃນສວນກຸຫລາບ ຂອງທຳນຽບຂາວ , ວັນທີ 25 ກໍລະກົດ 2018, ໃນນະຄອນຫຼວງ ວໍຊິງຕັນ.
ປະທານາທິບໍດີ ດໍໂນລ ທຣຳ ແລະ ປະທານຄະນະກຳມາທິການຂອງຢູໂຣບ ທ່ານ ຊັງຄລອດ ຈັງເກີ້ ກ່າວຖະແຫລງ ຢູ່ໃນສວນກຸຫລາບ ຂອງທຳນຽບຂາວ , ວັນທີ 25 ກໍລະກົດ 2018, ໃນນະຄອນຫຼວງ ວໍຊິງຕັນ.

ທ່າມກາງການປະເຊີນໜ້າກັນຢູ່ໃນຫ້ອງການໂອໂວລ ຂອງທຳນຽບຂາວ ກ່ຽວກັບເລື້ອງ
ການຄ້າ ຢູ່ນັ້ນ ສະຫະລັດ ແລະ ສະຫະພາບຢູໂຣບ ກໍໄດ້ບັນລຸຂໍ້ຕົກລົງ ທີ່ຈະເປີດການ
ເຈລະຈາ ເຊິ່ງໃນລະຫວ່າງເວລານັ້ນ ພວກເພິ່ນ ຈະບໍ່ລົງໂທດຊຶ່ງກັນແລະກັນ ດ້ວຍການ
ເກັບພາສີຕື່ມອີກ.

ສະຫະລັດ ແລະ ປະທານສະຫະພາບຢູໂຣບ ຫຼື ອີຢູ ພາຍຫຼັງຈາກທີ່ໄດ້ເຂົ້າປະຊຸມ ຢູ່ໃນ
ທຳນຽບຂາວ ເປັນເວລາເກືອບ 3 ຊົ່ງໂມງແລ້ວ ກໍໄດ້ປະກາດວ່າ ພວກເພິ່ນໄດ້ເຫັນດີ
ຕົກລົງກັນ ໃນເວລານີ້ ຈະບໍ່ເພີ້ມການເກັບພາສີ ລະຫວ່າງ ຄູ່ການຄ້າທັງສອງ ທີ່ປະກອບ
ເປັນເຄິ່ງນຶ່ງຂອງການຄ້າໃນທົ່ວໂລກ.

“ພວກເຮົາໄດ້ຕົກລົງກັນ ໃນວັນນີ້ ກ່ອນອື່ນໝົດ ເພື່ອທີ່ຈະເຮັດວຽກຮ່ວມກັນ ໄປສູ່
ການບໍ່ໃຫ້ມີ ການເກັບພາສີ ບໍ່ມີກຳແພງການຄ້າທີ່ເປັນພາສີ ແລະເງິນອຸດໜຸນ ຈາກ
ລັດຖະບານ ສຳລັບສິນຄ້າອຸດສາຫະກຳລົດຍົນ”
ປະທານາທິບໍດີ ດໍໂນລ ທຣຳ ໄດ້
ປະກາດ ຢູ່ໃນສວນກຸຫລາບຂອງ ທຳນຽບຂາວ ພ້ອມດ້ວຍ ປະທານຄະນະກຳມາທິການ
ຂອງຢູໂຣບ ທ່ານ ຊັງ-ຄລອດ ຈັງເກີ ຢືນຢູ່ຄຽງຂ້າງທ່ານ. ທ່ານ ທຣຳ ໄດ້ກ່າວອີກວ່າ
“ພວກເຮົາຍັງຈະເຮັດວຽກເພື່ອຫລຸດຜ່ອນກຳແພງຕ່າງໆ ແລະເພີ້ມການຄ້າ ໃນດ້ານ
ການບໍລິການ ສານເຄມີ ເພສັດຊະກຳ ຜະລິດຕະພັນດ້ານການແພດຕ່າງໆ ພ້ອມດ້ວຍ
ຖົ່ວເຫລືອງ ເປັນຕົ້ນ.”

ທ່ານ ຈັງເກີ ໄດ້ກ່າວວ່າ ຕາບໃດທີ່ ການເຈລະຈາ ຍັງສືບຕໍ່ໄຟ ທັງສອງຝ່າຍ ຈະ “ໂຈະ
ການເກັບພາສີໄວ້ ແລະ ທົບທວນຄືນເບິ່ງໃໝ່ ການເກັບພາສີທີ່ມີຢູ່ແລ້ວນັ້ນ ຕໍ່ເຫຼັກກ້າ
ແລະອາລູມີນຽມ”
ເຊິ່ງ ຄະນະລັດຖະບານຂອງທ່ານທຣຳ ໄດ້ນຳໃຊ້ໄປແລ້ວນັ້ນ.

ປະທານຄະນະກຳມາທິການຂອງຢູໂຣບ ໄດ້ກ່າວຕື່ມວ່າ “ຂ້າພະເຈົ້າ ໄດ້ມີຈຸດປະສົງທີ່
ຈະຕໍ່ລອງກັນ ໃນວັນນີ້ ແລະ ພວກເຮົາ ກໍໄດ້ບັນລຸການຕົກລົງກັນໃນມື້ນີ້.”

ທ່ານ ຈັງເກີ ໄດ້ບອກບັນດານັກຂ່າວ ໃນເວລາຕໍ່ມາ ວ່າ ທ່ານ ທຣຳ ໄດ້ຍອມ “ຜ່ອນສັ້ນ
ຜ່ອນຍາວຢ່າງຫຼວງຫຼາຍ”
ໃນວັນພຸດວານນີ້ ໂດຍການຕົກລົງ ຈະບໍ່ຂຶ້ນພາສີ ລົດຍົນ
ແລະ ຊິ້ນສ່ວນອາໄຫລ່ລົດ.

ທ່ານປະທານາທິບໍດີ ສະຫະລັດ ໄດ້ໄຕ່ຕອງເບິ່ງ ການເກັບພາສີຕື່ມ ໃນພາກ ສ່ວນຂອງ
ອຸດສາຫະກຳລົດຍົນ ເຊິ່ງອັນນັ້ນ ຈະສົ່ງພົນກະທົບໜັກ ໂດຍສະເພາະ ຕໍ່ເສດຖະກິດ ທີ່
ໃຫຍ່ທີ່ສຸດຂອງສະຫະພາບຢູໂຣບ ກໍຄື ເຢຍຣະມັນ.

ສະຫະພາບຢູໂຣບ ກໍໄດ້ຕອບໂຕ້ຄືນໄປແລ້ວ ຕໍ່ມາດຕະການໃນເບື້ອງຕົ້ນ ຂອງຄະນະ
ລັດຖະບານ ທ່ານ ທຣຳ ດ້ວຍການເກັບພາສີ ມູນຄ່າ 3 ຕື້ໂດລາ ຕໍ່ຜະລິດຕະພັນຂອງ
ອາເມຣິກາ ຫຼາຍປະເພດ ຈາກ ລົດຈັກ ຈົນເຖິງ ເຫຼົ້າວິສກີ.

ຄະນະກຳມາທິການຂອງຢູໂຣບ ກໍໄດ້ກຽມພ້ອມ ບັນຊີລາຍການ ຂອງສິນຄ້າສະຫະລັດ
ຫຼາຍຢ່າງ ມູນຄ່າ 20 ຕື້ໂດລາ ເພື່ອການເກັບພາສີຕອບໂຕຄືນ ອີງຕາມ ທ່ານນາງ
ເຊີຊີລເລຍ ມາລສຕຣອມ ປະທານຄະນະກຳມາທິການການຄ້າຂອງຕົນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG